ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ໄ​ລຍະຂ້າມຜ່ານ ຂອງເວ​ເນຊູ​ເອ​ລາ ກ່າວ​ຫາ​ ທ່ານ​ມາ​ດູ​ໂຣ ວ່າ ຂົ່ມ​ຂວັນ​ຄອບ​ຄົວ​ຂອງ​ທ່ານ


Venezuela's Interim President Accuses Maduro of Intimidating His Family
please wait

No media source currently available

0:00 0:02:24 0:00

ປະ​ທາ​ນາ​ທິ​ບໍ​ດີໄ​ລຍະຂ້າມຜ່ານ ຂອງເວ​ເນ​ຊູ​ເອ​ລາ ທ່ານ ຮວານ ກວາອີໂດ ກ່າວ​ວ່າ
ຄອບ​ຄົວ​ຂອງ​ເພິ່ນໄດ້​ຖືກ​ຂົ່ມ​ຂູ່ ໂດຍ​ລະ​ບອບ​ການ​ປົກ​ຄອງ​ປັດ​ຈຸ​ບັນ ໃນ​ວັນ​ພະ​ຫັດ​
ວານ​ນີ້ ເວລາ ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂຣ ປະ​ຕິ​ເສດບໍ່ຍອມ​ລົ​ງຈາກ​ອຳ​ນາດ.
ທ່ານ ກວາອີໂດ ໄດ້ປະກາດຕົນເອງ ເປັນປະທານາທິບໍດີ ໄລຍະຂ້າມຜ່ານຂອງເວ​ເນ​
ຊູ​ເອ​ລາໃນທ່າມກາງການປະທ້ວງຂະໜາດໃຫຍ່ຕ້ານທ່ານມາດູໂຣ ຜູ້​ທີ່ໄດ້​ເລີ້ມ​ສະ​ໄໝ​
ທີ 2 ຂອງ​ທ່ານ ໃນ​ວັນ​ທີ 10 ເດືອນມັງ​ກອນ​ຜ່ານ​ມາ​ ຫຼັງ​ຈາກ​ການ​ເລືອກ​ຕັ້ງມອງເຫັນ
​ກັນ​ວ່າ ມີ​ການ​ສໍ້ໂກງຢ່າງກວ້າງຂວາງ. ທັງ ສະ​ຫະ​ລັດ ແລະບັນ​ດາ​ປະ​ເທດ​ໃນຂົງເຂດ ພາກັນຮັບຮູ້​ທ່ານ ກວາອີໂດ ວ່າ ເປັນປະ​ທາ​ນາ​ທິ​ບໍ​ດີໄລຍະຂ້າມຜ່ານ ໃນ​ຂະ​ນະ​ທີ່​ຈີນ
ຣັດ​ເຊຍ ແລະ​ເທີ​ກີ​ ພາກັນ​ສະ​ໜັບ​ສະ​ໜຸນ​ທ່ານ​ມາ​ດູ​ໂຣ. ຊ​ລາ​ຕິກາ ໂຮກ ມີ​ລາຍ​ງານ​
ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນ​ນະ​ສອນ ​ຈະນຳລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານກວາອີໂດ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ໃນ​ວັນ​ພະ​ຫັດວານ​ນີ້​ວ່າ ຕຳ​ຫຼວດ​ພິ​ເສດໄດ້​ໄປ
​ທີ່​ບ້ານຂອງ​ເພິ່ນ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ອອກ​ໄປ​ຂ້າງນອກ ແລະຂໍ​ພົບ​ພັນ​ລະ​ຍາ​ຂອງ​ເພິ່ນ,
ຜູ້​ຊຶ່ງ​ຢູ່​ໃນ​ບ້ານກັບ​ລູກ​ສາວ​ທີ່​ມີ​ອາ​ຍຸ​ໄດ້ 20 ເດືອນ​ນັ້ນ. ເພິ່ນໄດ້ກ່າວ​ຂອບ​ໃຈ​ຕໍ່​ພວກ​
ເພື່ອນ​ບ້ານ​ຂອງ​ເພິ່ນ ທີ່​ປົກ​ປ້ອງ​ທ່ານ​ນາງ.

ທ່ານ ຮວານ ກວາອີໂດ, ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວຂອງເວ​ເນ​ຊູ​ເອ​ລາ ກ່າວ​ວ່າ "ທຳ​ອິດ,
ເຈົ້າ​ໜ້າ​ທີ່​ສອງ​ຄົນ ​ໄປ​ຮອດດ້ວຍ​ລົດ​ຈັກ. ມັນ​ຍັງ​ມີ​ລົດ ​ທີ່​ບໍ່​ມີ​ເຄື່ອງ​ໝາຍນຳ
ແລະ​ພວກ​ເຂົາ​ແມ່ນ​ກຳ​ລັງ​ເຂົ້າ​ໄປ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໄດ້ຖາມ​ຫາ​ທ່ານນາງ
​ຟາ​ບີ​ອານ​ນາ. ພວກ​ເຂົາເຈົ້າ​ແມ່ນ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ."

ການ​ໄປ​ຫາ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ແມ່ນ​ມີ​ຂຶ້ນ ໃນ​ຂະ​ນະ​ທີ່​ທ່ານກວາອີໂດ ຢູ່​ທີ່ມະ​ຫາ
​ວິ​ທະ​ຍາ​ໄລເວ​ເນ​ຊູ​ເອ​ລາ ເພື່ອນຳ​ສະ​ເໜີວິ​ໄສ​ທັດຂອງ​ເພິ່ນສຳ​ລັບ​ອ​ະ​ນາ​ຄົດ​ຂອງ
​ປະ​ເທດ ທີ່​ວ່າ ເວ​ເນ​ຊູ​ເອ​ລາ ໄດ້​ຕົກ​ຢູ່​ໃນ​ສະພາບທີ່​ຍາກ​ຈົນ​ລຳ​ບາກເລີຍ ກໍ​ວ່າ​ໄດ້,
ການ​ຂາຍ​ນ້ຳ​ມັນ ຊຶ່ງ​ເປັນ​ພື້ນ​ຖານ​ຫຼັກ​ຂອງ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ນັ້ນ ແມ່ນ​ໄດ້​
ຊຸດ​ໂຊມ​ລົງ ແລະ​ລັດ​ຖະ​ບານ​ແມ່ນມີ​ສ່ວນ​ພົວ​ພັນ​ກັບກິດ​ຈະ​ກຳທີ່​ຜິດ​ກົດ​ໝາຍ.​

ຮອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັນ​ສ໌ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ຍົກ​ຍ້ອງ
​ໝ່ວຍ​ຄວບ​ຄຸມ​ຢາ​ເສບ​ຕິດ​ ຂອງສະ​ຫະ​ລັດ​ ຫຼື DEA ທີ່​ໄດ້​ຄົ້ນ​ພົບ​ການ​ເຊື່ອມ​ໂຍງ
​ລະ​ຫວ່າງ​ລະ​ບອບ​ການ​ປົກ​ຄອງ​ຂອງ​ມາ​ດູ​ໂຣແລະຂະ​ບວນ​ການ​ຄ້າ​ ຢາ​ເສບ​ຕິດ.

ທ່ານ​ໄມ​ຄ໌ ເພັນ​ສ໌ ກ່າວ​ວ່າ “ພວກ​ເຮົາ​ໄດ້​ຮັບ​ຟັງ​ການ​ສືບ​ສວນ​ສອບ​ສວນ ທີ່​ແນໃສ່ ​
ຈອມຜະ​ເດັດ​ການ ທີ່​ຄ້າ​ຢາ​ເສບ​ຕິດ ນິ​ໂຄ​ລັ​ສ ມາ​ດູ​ໂຣ ແລະ​ໄດ້​ຊ່ອຍ​ນຳ​ເອົາ​ພວກ​
ຄ້າຢາ​ເສບ​ຕິດມາດຳ​ເນີນ​ຄະ​ດີ ແລະລົງ​ໂທດ​ພວກ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ ​ມາ​ດູ​
ໂຣ​ແລະ​ພວກ​ວົງໃນ​ ຂອງ​ຜູ້​ກ່ຽວ​ຫຼາຍ​ຄົນ. ອົງ​ການ​ຕໍ່​ຕ້ານ​ຢາ​ເສ​ບ​ຕິດ ​ສະ​ຫະລັດ
ໄດ້​ມີ​ບົດ​ບາດ​ອັນ​ສຳ​ຄັນ ແລະ​ປັດ​ຈຸ​ບັນ​ນີ້ ພວກ​ເຮົາ ໄດ້​ເຫັນປະ​ທາ​ນາ​ທິ​ບໍ​ດີຮັກ​ສາ
​ການ​ຊົ່ວ​ຄາວ ໃນເວ​ເນ​ຊູ​ເອ​ລາ.​”

ຜູ້​ນຳຫົວ​ສັງ​ຄົມ​ນິ​ຍົມ ແມ່ນ​ຍັງ​ພວກ​ທີ່​ສະ​ໜັບ​ສະ​ໜຸນ ເປັນຈຳ​ນວນ​ຫຼວງ​ຫຼາຍ ໃນເວ ​
ເນ​ຊູ​ເອ​ລາ.​

ຜູ້​ຍິງ​ຄົນ​ນຶ່ງ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ມາ​ດູ​ໂຣ ໃນ​ນະ​ຄອນກາ​ຣາກັ​ສກ່າວ​ວ່າ “ຜູ້​ບັນ​ຊາ​
ການ ນິ​ໂຄ​ລັ​ສ ມາ​ດູ​ໂຣ ແມ່ນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.
ຊາວເວ​ເນຊູ​ເອ​ລາ ໄດ້ເລືອກ​ເອົາ​ທ່ານ ໃນ​ວັນ​ທີ 20 ພຶດ​ສະ​ພາ ປີ 2018.​”

ສ່ວນ​ຜູ້​ຊາຍຄົນ​ນຶ່ງ ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ມາ​ດູ​ໂຣ ກໍ​ກ່າວ​ວ່າ “ການ​ເອົາ​ບາດ​ກ້າວ
ທັງ​ຫຼາຍ​ ​ທີ່ສະ​ຫະ​ລັດກຳ​ລັງ​ດຳ​ເນີນ​ຢູ່ ແມ່ນຍ້ອນ​ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ໂດຍ​ຜ່ານທ່ານກວາອີໂດ ​ເພື່ອ​ຕັກ​ຕວງ​ເອົາ​ຄວາມ​ຮັ່ງ​ມີ​ຂອງເວ​ເນ​ຊູ​ເອ​ລາ ແລະ​ນັ້ນ
​ແມ່ນ​ບໍ່​ຖືກ​ຕ້ອງ. ຊາຍ​ຜູ້​ນີ້ແມ່ນ​ບໍ່​ໄດ້​ຖືກ​ເລືອກ​.”

ກອງ​ທັບ​ຂອງເວ​ເນ​ຊູ​ເອ​ລາ ແມ່ນ​ຍັງມີຢູ່​ເບື້ອງ​ຫຼັງ​ທ່ານ​ມາ​ດູ​ໂຣ​ຢູ່ ແຕ່​ນັກ​ວິເຄາະ ​ກ່າວ​ວ່າ
ການ​ສະ​ໜັບ​ສະ​ໜຸນ​ທີ່​ວ່າ​ນີ້ ຈະຢູ່​ບໍ່​ໄດ້​ອີກ​ດົນ ເພາະ​ວ່າ ບັນ​ດ​າພວກ ​ຜູ້​ນຳຂອງທະ​ຫານ
ຊາບ​ວ່າ ເງິນ​ທີ່​ເປັນ​ຄ່າ​ໃຊ້ຈ່າຍ​ໃຫ້​ພວກ​ເຂົາ​ເຈົ້າ​ນັ້ນ​ແມ່ນ​ກຳ​ລັງ​ໝົດ​ລົງ​ແລ້ວ.

​ທ່ານອີ​ແວນ ແອ​ລ​ລິ​ສ ​ຈາກວິ​ທະ​ຍາ​ໄລ​ສົງ​ຄາມກອງ​ທັບ​ບົກ​ສະ​ຫະ​ລັດ ກ່າວ​ວ່າ“ສິ່ງ​ທີ່
​ພວກ​ເຂົາ​ເຈົ້າ​ຊາບ ໂດຍ​ສະ​ເພາະ​ການ​ເປັນ​ຜູ້​ນຳ​ຂອງ​ໜ່ວຍ​ປ້ອງ​ກັນ​ຊາດ ຊຶ່ງ​ໄດ້​
ພົວ​ພັ​ນ ໃນແຜນການ​ຫຼອກ​ລວງ​ຕ່າງໆ​ ທີ່​ພົວ​ພັນ​ກັບ​ຢາ​ເສບ​ຕິດ ​ແລະສິນ​ຄ້າ​ເຖື່ອນ
ຕາມ​ຊາຍ​ແດນ ອາດແມ່ນ​ການ​ຄ້າ​ຂາຍ​ຢາ​ໂຄ​ເຄນກໍເປັນໄດ້ ແນ່ນອນ ກຸ່ມ​ຄ້າ​
ຢາ​ເສບ​ຕິດ​ທີ່​ມີ​ຊື່​ສຽງ​ໂດງ​ດັງ ​ເຊັ່ນຄາ​ແທ​ລ ເດີ ໂລ​ສ ໂຊ​ລ ແລະ​ກິດ​ຈະ​ກຳ​ເຄື່ອນ​
ໄຫວ​ຕ່າງ​ໆ. ໃນ​ຫຼາຍໆ​ທາງ​ແລ້ວ ​ພວກ​ທີ່​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ ແມ່ນປະ​ເຊີນ​ໜ້າ​ກັບ
​ຄວາມ​ສ່ຽງຕໍ່​ການ​ຖືກ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ຫຼື​ບໍ່ ຢ່າງ​ນ້ອຍ
​ທີ່​ສຸດ, ​ກໍສູນ​ເສຍຊັບ​ສິນ​ຕ່າງໆ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ມາ.”


ທ່ານ​ມາ​ດູ​ໂຣ ກ່າວ​ວ່າ ທ່ານ​ແມ່ນ​ເປີດ​ກ້​ວາງ ທີ່​ຈະ​ໂອ້​ລົມ​ສົນ​ທະ​ນາ ກັບ​ຝ່າຍ​ຄ້ານ
ແຕ່​ກໍ​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ ກ່ຽວ​ກັບການຈັດ​ການ​ເລືອກ​ຕັ້ງ​ໃໝ່.

Venezuela's interim president Juan Guaido says his family was threatened by the regime on Thursday, as disputed President Nicolas Maduro refuses to step down. Guaido has declared himself Venezuela's interim president amid massive protests against Maduro, who began his second term January 10 after elections widely deemed as fraudulent. The United States and other regional countries have recognized Guaido as interim president, while China, Russia and Turkey support Maduro. VOA's Zlatica Hoke has more.

Guaido told reporters Thursday that special police had visited his residence while he was out and asked to see his wife, who was at home with their 20-month old daughter. He thanked the neighbors for protecting her.

JUAN GAUIDO, VENEZUELA'S INTERIM PRESIDENT
"First, two agents arrived on motorcycles. Then there was a white unmarked station wagon. And they approached my residence and started asking for (wife) Fabiana. They were members of security forces."

The agents' visit occurred while Guaido was at the University of Venezuela, presenting his vision for the future of the country. Venezuela has been mired in poverty, its oil-based economy is in decline, and the government is implicated in criminal activity.

U.S. Vice President Mike Pence on Thursday praised the U.S. Drug Enforcement Administration for discovering links between Maduro's regime and drug trafficking.

MIKE PENCE, US VICE PRESIDENT
"We hear investigations have targeted the corrupt narco-dictatorship of Nicholas Maduro and helped bring drug trafficking indictments and convictions against several members of Maduro's family and inner circle. The DEA has played a role, and now we see an interim president in Venezuela."

The socialist leader still has many supporters in Venezuela.

WOMAN: "Commander Nicolas Maduro is our legitimate president. Venezuelans voted him in on May 20, 2018."
MAN: "The actions that the U.S. is taking is because they want, through Guaido, to take Venezuela's riches, and that's not right. This man has not been elected."

Venezuela's military is still behind Maduro, but analysts say that support won't last long because military leaders know that the money to pay them is running out.

EVAN ELLIS, U.S. ARMY WAR COLLEGE
"What they also know — especially the national guard leadership — is who is involved in various different scams involving drug and contraband goods on the border, possibly cocaine trafficking, of course, the famous Cartel de los Soles, and in other activities. In many ways those who have been complicit face the risk of either extradition to the United States or the risk of at the very least, losing the assets that they've gained."

Maduro says he is open to talks with the opposition but has ruled out holding new elections.

XS
SM
MD
LG