ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ແມ່ນ​ຈະ​ມີ​ການ​ລົງ​ໂທດ​ຢ່າງ​ແຂງ​ຂັນ ຈາກ​ສຫລ ກໍ​ຕາມ ແຕ່ກໍ ບໍ່ໄດ້​​ມີຮ່ອງຮອຍວ່າ​​ ຈະມີການ​ຍຸ​ຕິ​ວິ​ກິດ​ການ ໃນເວ​ເນ​ຊູ​ເອ​ລາ


Despite US Pressure and Sanctions, No End in Sight to Venezuela Crisis
please wait

No media source currently available

0:00 0:02:21 0:00

ສາມ​ເດືອນພາຍຫຼັງ​ທີ່ສະ​ຫະ​ລັດພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ ທີ່​ຈະ​ໂຄ່ນ​ລົ້ມ​ປະ​ທາ​ນາ
​ທິ​ບໍ​ດີ​ເວ​ນີ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ, ຜູ້​ນຳ​ຜະ​ເດັດ​ການ​ຫົວ​ສັງ​ຄົມ​ນິ​ຍົມ
ຍັງ​ກຳ​ອຳ​ນາດ​ນັ້ນຢູ່. ດັ່ງ​ທີ່​ນັກ​ຂ່າວ​ແຫ່ງ​ຊາດຂອງວີ​ໂອ​ເອ Brian Padden ລາຍ​ງານ
​ມາ​ນັ້ນ ກໍ​ແມ່ນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳອາດ​ຈະ​ຕີ​ລາ​ຄາ​ສູງ​ເກີນ​ໄປວ່າ
ການ​ລົງ​ໂທດ​ຢ່າງໜັກຈະ​ໃຊ້ເພື່ອກົດ​ດັນຝ່າຍ​ທະ​ຫານເວ​ນີ​ຊູ​ເອ​ລາໃຫ້​ປ່ອຍ​ປະ
​ລະ​ເລີຍທ່ານມາ​ດູ​ໂຣໄດ້ ແລະຕີ​ລາ​ຄາຕ່ຳ​ເກີນ​ຕໍ່ການ​ຄັດ​ຄ້ານຢູ່​ໃນ​ຂົງ​ເຂດຕໍ່​ວິ​ທີການ
​ທີ່​ໃຊ້​ທະ​ຫານເປັນ​ກຳ​ລັງຊຸກ​ດັນ​ໃຫ້​ເກີດການ​ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງ.
ວັນ​ນະ​ສອນ ​ມີ​ລາຍລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ການຂ້ຳ​ບາດ​ນ້ຳ​ມັນຢ່າງ​ແທ້​ຈິງ​ຂອງ​ສະ​ຫະ​ລັດຕໍ່​ເວເ​ນ​ຊູ​ເອ​ລາ ກຳ​ລັງ​ເພີ້ມ​ຄວາມ​ເຈັບ
​ປວດ​ທາງ​ເສດ​ຖະ​ກິດຕໍ່​ປະ​ເທດ​ອາ​ເມ​ຣິ​ກາ​ໃຕ້​ແຫ່ງ​ນີ້…ບ່ອນ​ທີ່​ປະ​ຊາ​ຊົນ​ຈຳ​ນວນ
​ຫຼາຍ​ລ້ານ​ຄົນ ຍັງ​ສືບ​ຕໍ່ຫລົບ​ໜີ​ຈາກ​ການ​ຂາດ​ແຄນ​ເຂົ້າ​ປາ​ອາ​ຫານແບບ​ເຮື້ອ​ຮັງ​ແລະ​
ການ​ກົດ​ຂີ່​ຢູ່​ໃນ​ປະ​ເທດ​.

ທ່ານ​ໄມ​ໂຄ ຊິ​ຟ​ເຕີ​ ຈາກ​ສູນ​ກາງສົນ​ທະ​ນາເຈ​ລະ​ຈາ​ກັນ ຢູ່​ພາຍ​ໃນ​ທະ​ວີບອາ​ເມ​ຣິ​ກາ
​ກ່າວ​ວ່າ“ມັນ​ຍັງ​ບໍ່​ທັນ​ກໍ່​ໃຫ້​ເກີດ​ວິ​ກິດການ​ດ້ານ​ມະ​ນຸດ​ສະ​ທຳ​ເທື່ອ. ສະ​ພາບນັ້ນໄດ້ຖືກ​ກໍ່ຂຶ້ນມາໂດຍລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ພາຍ​ໃຕ້ທ່ານນິ​ໂຄ​ລັ​ສ ມາ​ດູ​ໂຣ ໂດຍ​ນະ​ໂຍ​ບາຍ ແລະ​ການ​ບໍ​ລິ​ຫານ​ຈັດ​ການ​ທີ່​ຜິດ​ພາດ ແລະ​ສໍ້​ລາດ​ບັງ​ຫຼວງ​ແລະ​ທັງ​ຫຼາຍ​ທັງ​ປວງ
ຂອງ​ເພິ່ນ. ນັ້ນ​ຄື​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການດ້ານ​ມະ​ນຸດ​ສະ​ທຳ. ແຕ່ວ່າ ​ມັນຍິ່ງ
ກັບ​ກາຍ​ເປັນສະ​ພາບ​ທີ່​ຮ້າຍແຮງ​ຂຶ້ນ​ໄປ​ກວ່າ​ເກົ່າ, ​ຕາມ​ທີ່ຂ້າ​ພະ​ເຈົ້າ​ຄິດ, ເມື່ອມີ
ການລົງ​ໂທດທາງ​ດ້ານ​ເສດ​ຖະກິດທີ່​ມີ​ປະ​ສິດ​ທິ​ຜົນທີ່​ຮ້າຍ​ແຮງຫລາຍ.”

ມີ​ຄົນຄາດ​ຫວັງກັນທີ່​ຜູ້​ນຳສັງ​ຄົມ​ນິ​ຍົມ, ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ ຈະຖືກ​ບັງ​ຄັບ​ໃຫ້​ລົງ
​ຈາກອຳ​ນາດໃນ​ໄວໆ​ນີ້…ຍ້ອນ​ມີ​ການ​ລົງ​ໂທດ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ແລະ ຄວາມ​ກົດ​
ດັນ​ທາງ​ການ​ທູດ ທີ່​ຂ້ອນ​ຂ້າງວ່າ​ຈະ​ຈາງ​ລົງ ໃນ​ຂະ​ນະ​ທີ່​ວິ​ກິດ​ການ​ຍັງ​ສືບ​ຕໍ່​ໄປ​ຢູ່​ນີ້…

ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ​ນີ້ ສະ​ຫະ​ລັດ ແລະ ອີກ 50 ປະ​ເທດ​ອື່ນໆ ໄດ້​ຮັບ​ຮູ້​
ທ່ານ ຮ​ວນ ກວາອີ​ໂດ, ປ​ະ​ທານສະ​ພາແຫ່ງ​ຊາດວ່າເປັນ​ຜູ້​ນຳ​ຊົ່ວ​ຄາວ​ຂອງ​ປະ​ເທດ
ພາຍຫຼັງ​ທີ່​ ທ່ານ​ມາ​ດູ​ໂຣ ໄດ້​ກີດ​ກັນ​ພວກ​ຜູ້​ສະໝັກຝ່າຍ​ຄ້ານບໍ່​ໃຫ້​ເຂົ້າ​ຮ່ວມໃນ​ການ
​ເລືອກ​ຕັ້ງປະ​ທານາ​ທິ​ບໍ​ດີ​ໃນ​ປີ​ກາຍ​ນີ້.

ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໄດ້​ຍຸ​ຕິ​ການ​ຂາຍ​ນ້ຳ​ມັນ​ຂອງ​ເວ​ນີ​ຊູ​ເອ​ລາໃນ​ສະ​ຫະ​ລັດ
ທີ່ກວາມ​ເອົາເກືອບຮອດ 90 ເປີ​ເຊັນຂອງ​ຈຳ​ນວນເງິນຕາ​ຕ່າງ​ປະ​ເທດທາງ​ໝົດ​ທີ່​
ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ. ​

ທ່ານ​ມາ​ດຸູໂຣ ແມ່ນ​ໄດ້​ທົນ​ຕໍ່​ການ​ກົດ​ດັນ​ຂອງ​ສາ​ກົນທີ່​ເພີ້ມ​ຂຶ້ນນັ້ນ ແລະ​ຍັງ​ສືບ​ຕໍ່
ຮັບ​ການ​ສະ​ໜັບ​ສະ​ໜຸນ​ທີ່​ສຳ​ຄັນຈາກ​ຜູ້​ນຳທາງ​ທະ​ຫານທີ່​ຢ້ານ​ກົວກັນ​ວ່າຈະ​ມີ​ການ
ແກ້​ແຄ້ນ​ຄືນຍ້ອນ​ເຄີຍ​ໄດ້​ທຳ​ການ​ຂົ່ມ​ເຫັງ​ໃນ​ອະ​ດີດ ຖ້າ​ຫາກວ່າ ຝ່າຍ​ຄ້ານ​ຂຶ້ນ​ກຳ
​ອຳ​ນາດ.

ສະ​ຫະ​ລັດ ຍັງ​ໄດ້​ລົງ​ໂທດ​ທາງ​ດ້ານ​ເສດ​ຖະກິດອັນ​ໃໝ່ຕໍ່​ຄິວ​ບາ ຊຶ່ງ​ມີ​ການ​ກ່າ​ວ ຫາ​ວ່າ​
ເປັນ​ສ່ວນ​ນຶ່ງຂອງ​ການສະ​ໜັບ​ສະ​ໜຸນຕໍ່ລັດ​ຖະ​ບານ​ຂອງ​ທ່ານ​ມາ​ດູ​ໂຣ ໂດຍການ​ສົ່ງ​
ທີ່​ປຶກ​ສາ​ທາງ​ທະ​ຫານ ແລະດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ຫຼາຍ​ພັນ​ຄົນໄປ​ຊ່ວຍນັ້ນ.

ຣັດ​ເຊຍ ກໍ​ເຊັ່ນ​ກັນ ແມ່ນ​ໄດ້​ເພີ້ມ​ການ​ສະ​ໜັບ​ສະ​ໜຸນ​ໃຫ້​ແກ່​ທ່ານ​ມາ​ດູ​ໂຣ ໂດຍ​ການ
​ຈັດສົ່ງພວກເຈົ້າ​ໜ້າ​ທີ່​ທາງທະ​ຫານໄປ​ຊ່ວຍ…ແລະ​ກີດ​ກັນບໍ່​ໃຫ້​ມີ​ການປະ​ນາມຕໍ່ລັດ
​ຖະ​ບານ​ຂອງ​ທ່ານຢູ່ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໃນ​ຂະ​ນ​ດຽວ​ກັ​ນ​ນັ້ນ ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ຂອງ​ການ​ປະ​ຕິ​ບັດ​ການ
​ທາງທະ​ຫານ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດກໍຈືດ​ຈາງ​ລົງເຊັ່ນ​ກັນ​ເມື່ອ​ປະ​ເຊີນ​ກັບການຕ້ານ​
ຢັນ​ຢ່າງ​ແຮງ ຈາກບ​ຣາ​ຊິ​ລ ແລະ​ໂຄ​ລອມ​ເບຍ ທີ່​ເປັນ​ພັນ​ທະ​ມິດ​ທີ່​ສຳ​ຄັນຢູ່​ໃນຂົງ​ເຂດນັ້ນ.

ທ່ານ​ຊິ​ຟ​ເຕີ​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ຂີດ​ເສັ້ນໄວ້ແລ້ວ. ພວກ​ເຂົາ​ເຈົ້າ​ໄດ້​ມີ​ຈຸດ​ຢືນ
ທາງການ​ເມືອງ, ທາງ​ການ​ທູດທີ່​ແຂງ​ແກ່ນ ແຕ່​ວ່າ ພວກ​ເຂົາ​ເຈົ້າຈະ​ບໍ່ຍິນ​ດີ​ທີ່​ຈະ
ເຮັດ​ເຖິງ​ຂັ້ນໃຊ້​ກຳ​ລັງດອກ.”

ເຖິງ​ແມ່ນ​ວ່າ​ການ​ລົງ​ໂທດຂອງ​ສະ​ຫະ​ລັດ ແລະ​ການ​ປະ​ທ້ວງຂອງ​ປະ​ຊາ​ຊົນ​ ເພີ້ມ​ຄວາມ
​ຮ້າຍ​ແຮງ​ຂຶ້ນອາດຈະຍັງສາ​ມາດບັງ​ຄັບ​ໃຫ້​ມີ​ການ​ປ່ຽນ​ແປງ​ແບບ​ປະ​ຊາ​ທິ​ປະ​ໄຕຢູ່ໃນ
​ເວ​ເນ​ຊູ​ເອ​ລາ ຢູ່ກໍ​ຕາມ, ຄວາມ​ຫຍຸ້ງ​ຍາກ​ລຳ​ບາກສຳ​ລັບ​ຊາວ​ເວ​ເນ​ຊູ​ເອ​ລາ ຍັງ​ບໍ່​ໄດ້​ມີ
​ຮ່ອງ​ຮອບສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ຍຸ​ຕິ​ລົງໃນ​ໄວໆ​ນີ້ ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ​ໄມ​ໂຄ ຊິ​ຟ​ເຕີ​ຣ໌ ​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ຂີດ​ເສັ້ນແລ້ວ. ພວກ​ເຂົາ​ເຈົ້າ​ໄດ້​ມີ​
ຈຸດ​ຢືນ​ທີ່​ແຂງ​ຂັນ​ທາງ​ການ​ເມືອງ, ທາງ​ການ​ທູດ ແຕ່​ວ່າ ພວກ​ເຂົາ​ເຈົ້າຈະ​ບໍ່​ໄປ​ເຖິງ​
ການນຳ​ໃຊ້ດ້ວຍ​ກຳ​ລັງດອກ.”

ໃນ​ຂະ​ນະ​ທີ່​ການ​ລົງ​ໂທດຂອງ​ສະ​ຫະ​ລັດ ແລະ​ການ​ເພີ້ມ​ການ​ປະ​ທ້ວງ​ສາ​ທາ​ລະ​ນະ
ອາດສາ​ມາດບັງ​ຄັບ​ໃຫ້​ມີ​ການ​ປ່ຽນ​ແປງ​ແບບ​ປະ​ຊາ​ທິ​ປະ​ໄຕ ໃນ​ເວ​ນີ​ຊູ​ເອ​ລາ,
ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ສຳ​ລັບ​ຊາວ​ເວ​ນີ​ຊູ​ເອ​ລາ ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ຍັງ​ບໍ່​ມີ​
ສັນ​ຍານ​ຂອງ​ການ​ຍຸ​ຕິ​ລົງໃນ​ໄວໆ​ນີ້ ​ແຕ່​ຢ່າງ​ໃດ​ເລີຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Three months after the U.S. intensified efforts to oust Venezuelan President Nicolas Maduro, the autocratic socialist leader remains in power. As VOA's Brian Padden reports, the Trump administration may have overestimated the power of tough sanctions to coerce the Venezuelan military to abandon Maduro, and underestimated regional opposition to any military measure to force regime change.]]

A de facto U.S. oil embargo of Venezuela is increasing economic pain in the South American country...
... where millions of people continue to flee chronic food shortages and oppression at home.

Michael Shifter, Inter-American Dialogue:
"It has not created the humanitarian crisis. That was created by the Venezuelan government under Nicolas Maduro, by his policies and mismanagement and corruption and all the rest. That is what's the cause of the humanitarian crisis. But it becomes even worse, I think, with the economic sanctions that are in effect that are very strong."

Expectations that Socialist leader Nicolas Maduro will soon be forced to step down...

... because of U.S.-led sanctions and diplomatic pressure seem to be fading as the crisis continues.

In January the United States and 50 other nations recognized Juan Guaido, the head of Venezuela's National Assembly, as the country's interim leader, after Maduro blocked opposition candidates in last year's presidential election.

The Trump administration halted Venezuelan oil sales in the United States that had provided nearly 90 percent of the country's hard currency.

Maduro has endured the increased international pressure, and continues to receive key support from Venezuela's military leadership that could fear retribution for past abuses if the opposition gains power.

The United States also imposed new economic sanctions on Cuba, in part for allegedly propping up the Maduro government with thousands of military and security advisers.

Russia too has increased its support for Maduro by sending planeloads of military personnel...

...and blocking condemnation of his government at the U.N. Security Council.

At the same time, talk of possible U.S. led military action has also faded in the face of strong resistance from Brazil and Colombia, key allies in the region.

Michael Shifter, Inter-American Dialogue:
"They have drawn a line. They have taken a strong stand politically, diplomatically, but they are not willing to go to the use of force."

While U.S. sanctions and increasing public protests could still force democratic change in Venezuela, the hardship for most Venezuelans shows no sign of ending soon.

XS
SM
MD
LG