ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ເກົາຫຼີເໜືອ ຢຸດເຊົາການ ທົດລອງລູກສອນໄຟ 'ແບບທ້າທາຍເກາະຜິດ'


ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປຊ ທ່ານນາງ Linda Thomas-Greenfield ພວມກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ ສປຊ ເມື່ອວັນທີ 1 ມີນາ 2021.
ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປຊ ທ່ານນາງ Linda Thomas-Greenfield ພວມກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ ສປຊ ເມື່ອວັນທີ 1 ມີນາ 2021.

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ຮຽກຮ້ອງຕໍ່ເກົາຫຼີເໜືອໃນວັນພຸດວານນີ້ ໃຫ້ລະເວັ້ນຈາກການເອົາບາດກ້າວທີ່ທ້າທາຍເກາະຜິດຕື່ມແລະເຮັດໃຫ້ “ການເຈລະຈາຫາລືແບບຍືນຍົງແລະມີເນື້ອຫາສາລະ” ຕົກຢູ່ໃນອັນຕະລາຍ ຫຼັງຈາກພຽງຢາງໄດ້ຍິງລູກສອນໄຟຂີປະນາວຸດ ຈາກເຮືອດຳນໍ້າ ໃນອາທິດນີ້.

ເອກອັກຄະລັດຖະທູດລິນດາ ທໍມັສ-ກຣີນຟິລ ກ່າວກ່ຽວກັບ ການປະກາດຂອງເກົາຫຼີເໜືອ ໃນການຍິງລູກສອນໄຟຂີປະນາວຸດຈາກເຮືອດຳນໍ້າໃນວັນອັງຄານຜ່ານມາ ໂດຍເວົ້າວ່າ “ພວກເຮົາບໍ່ຄວນເບິ່ງການຍິງທົດລອງເມື່ອໄວໆມານີ້ແຕ່ພຽງລຳພັງ. ມັນເປັນການທ້າທາຍເກາະຜິດທີ່ຂາດຄວາມຮັບຜິດຊອບຄັ້ງຫຼ້າສຸດທີ່ມີມາເປັນລຳດັບ.”

ຜູ້ຄົນເບິ່ງຂ່າວໂທລະພາບ ທີ່ລາຍງານການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ ທີ່ນະຄອນຫຼວງໂຊລ ເກົາຫຼີິໃຕ້ ເມື່ອວັນທີ 19 ຕຸລາ 2021.
ຜູ້ຄົນເບິ່ງຂ່າວໂທລະພາບ ທີ່ລາຍງານການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ ທີ່ນະຄອນຫຼວງໂຊລ ເກົາຫຼີິໃຕ້ ເມື່ອວັນທີ 19 ຕຸລາ 2021.

ທ່ານນາງໄດ້ກ່າວຕໍ່ພວກນັກຂ່າວ ກ່ອນໜ້າກອງປະຊຸມແບບປິດລັບຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ຮຽກໃຫ້ມີຂຶ້ນໂດຍສະຫະລັດ ອັງກິດ ແລະຝຣັ່ງ ເພື່ອປຶກສາຫາລືກ່ຽວກັບການຍິງລູກສອນໄຟດັ່ງກ່າວ.

ທ່ານນາງທໍມັສ-ກຣີນຟິລ ກ່າວເຖິງເກົາຫຼີເໜືອໂດຍໃຊ້ຊື່ຫຍໍ້ຢ່າງເປັນທາງການຂອງປະເທດດັ່ງກ່າວ ຄືສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ ຊຶ່ງທ່ານນາງເວົ້າວ່າ “ນັບແຕ່ຕົ້ນເດືອນກັນຍາເປັນຕົ້ນມາ ສປປ ເກົາຫຼີໄດ້ຍິງລູກສອນໄຟຂີປະນາວຸດຫຼາຍໆຄັ້ງ ນຶ່ງໃນນັ້ນທີ່ ສປປ ເກົາຫຼີກາວອ້າງ ແມ່ນຮວມທັງອາວຸດທີ່ສາມາດບິນເຫວີ່ນໄວກວ່າສຽງຊະນິດໃໝ່.”

ທ່ານນາງກ່າວວ່າ “ກິດຈະກຳເຫຼົ່ານີ້ແມ່ນຜິດກົດໝາຍ. ມັນລະເມີດຕໍ່ມະຕິຂອງສະພາຄວາມໝັ້ນຄົງຫຼາຍໆສະບັບແລະມັນເປັນສິ່ງທີ່ຮັບເອົາບໍ່ໄດ້. ຄວາມກ້າວໃໝ່ໃນແຕ່ລະຄັ້ງ ຂອງອາວຸດທີ່ມີອະນຸພາບຮ້າຍແຮງ ແລະໂຄງການລູກສອນໄຟຂອງ ສປປ ເກົາຫຼີ ແມ່ນສ້າງຄວາມບໍ່ທຸ່ນທ່ຽງໃຫ້ແກ່ຂົງເຂດ ແລະເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງລະຫວ່າງປະເທດ.”

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກ່າວຄຳປາໄສ ຕໍ່ການວາງສະແດງອາວຸດ ທີ່ນະຄອນຫຼວງພຽງຢາງ ໃນຮູບທີ່ບໍ່ໄດ້ລະບຸວັນເວລາ ທີ່ນຳອອກເຜີິຍແຜ່ເມື່ອວັນທີ 12 ຕຸລາ 2021 ໂດຍອົງການຂ່າວສູນກາງເກົາຫຼີ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກ່າວຄຳປາໄສ ຕໍ່ການວາງສະແດງອາວຸດ ທີ່ນະຄອນຫຼວງພຽງຢາງ ໃນຮູບທີ່ບໍ່ໄດ້ລະບຸວັນເວລາ ທີ່ນຳອອກເຜີິຍແຜ່ເມື່ອວັນທີ 12 ຕຸລາ 2021 ໂດຍອົງການຂ່າວສູນກາງເກົາຫຼີ.

ເກົາຫຼີເໜືອໃນວັນອັງຄານຜ່ານມາໄດ້ຍິງທົດລອງລູກສອນໄຟຂີປະນາວຸດໄລຍະໃກ້ຈາກເຮືອດຳນ້ຳ ຫຼື SLBM. ນີ້ແມ່ນ ການຍິງທົດລອງ SLBM ເທື່ອທໍາອິດຂອງເກົາຫຼີເໜືອໃນຮອບສອງປີ ຊຶ່ງເວລາໃດມີການສົ່ງເຂົ້າປະຈຳການແລ້ວ ກໍຈະເພີ້ມອົງປະກອບທີ່ທຳນາຍບໍ່ໄດ້ຕໍ່ຄັງອາວຸດທີ່ມີການຂະຫຍາຍຕົວຢ່າງວ່ອງໄວຂອງປະເທດດັ່ງກ່າວ.

ນັບແຕ່ການເຈລະຈາກ່ຽວກັບອາວຸດນິວເຄລຍກັບສະຫະລັດໄດ້ແຕກຫັກລົງໃນປີ​2019 ເກົາຫຼີເໜືອກໍໄດ້ນໍາເອົາລູກສອນໄຟຊະນິດໃໝ່ ແລະລະບົບຍິງສົ່ງ ອອກມາສະແດງໃຫ້ເຫັນເປັນລຳ ດັບມາ ຊຶ່ງສ່ວນໃຫຍ່ແລ້ວແມ່ນອອກແບບເພື່ອຫລົບຫລີກລະບົບປ້ອງກັນລູກສອນໄຟຂອງສະຫະລັດແລະບັນດາປະເທດພັນທະມິດ.

ເກົາຫຼີເໜືອໄດ້ຖືກຫ້າມ ບໍ່ໃຫ້ດຳເນີນການໃດໆໃນເລື້ອງລູກສອນໄຟຂີປະນາວຸດ ບໍ່ວ່າຈະເປັນໄລຍະໃກ້ ຫຼືໄລຍະໄກ ໂດຍມະຕິຕ່າງໆຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ໄດ້ມີການຮັບຮອງເອົາເພື່ອລົງໂທດຕໍ່ພຽງຢາງ ທີ່ໄດ້ດຳເນີນໂຄງການອາວຸດນິວເຄລຍຂອງຕົນຢ່າງຜິດກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG