ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ຮຽກຮ້ອງໃຫ້ ອາຟຣິກາກາງ ຍຸດຕິ ຄວາມຮຸນແຮງ ດ້ານ ສາສະໜາ (ສະໄລດ໌)


ທະຫານໃນກອງທັບ ສາທາລະນະລັດອາຟຣິກາກາງ ກຳລັງເອົາມີດສອດໃສ່ຝັກ ຫຼັງຈາກເຂັ່ນຂ້າຊາຍຄົນນຶ່ງ ທີສົງໄສເປັນສະມາຊິກຂອງກຸ່ມກະບົດ Seleka ໃນວັນທີ 5 ກຸມພາ 2014, ທີ່ນະຄອນ Bangui.
ທະຫານໃນກອງທັບ ສາທາລະນະລັດອາຟຣິກາກາງ ກຳລັງເອົາມີດສອດໃສ່ຝັກ ຫຼັງຈາກເຂັ່ນຂ້າຊາຍຄົນນຶ່ງ ທີສົງໄສເປັນສະມາຊິກຂອງກຸ່ມກະບົດ Seleka ໃນວັນທີ 5 ກຸມພາ 2014, ທີ່ນະຄອນ Bangui.
ສະຫະລັດ​ກຳລັງ​ຮຽກຮ້ອງ​ໃຫ້ປະຊາຊົນໃນ​ສາທາລະນະ​ລັດ​ອາ​
ຟຣິກາ​ກາງ​ສວຍໂອກາດ​ຮັບ​ເອົາການ​ສະໜັບສະໜຸນ​ຂອງ​ນາໆ​
ຊາດ ແລະ​ລັດຖະບານ​ ໄລຍະ​ຂ້າມ​ຜ່ານ​ຊຸດໃໝ່ ​ຂອງ​ເຂົາ​ເຈົ້າ ​
ເພື່ອ​ຢຸດເຊົາຄວາມ​ວຸ້ນວາຍ​ທີ່​ເກີດ​ຢ່າງ​ຕິດ​ຕໍ່​ກັນ​ມາທີ່​ໄດ້​ສົ່ງ​ຜົນ​
ກະທົບ​ຕໍ່​ປະເທດ ​ມາ​ໄດ້​ເກືອບ​ນຶ່ງ​ປີ​ແລ້ວ​ນັ້ນ.

ທ່ານ​ນາງ Jen Psaki ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້​ວ່າ
ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງ​ເລິກ​ເຊິ່ງ ນຳ​ການ​ໂຈມ​ຕີ
ທາງດ້ານ​ສາສະໜາ​ ຕໍ່​ຊາວມຸສລິ​ມ​ແລະ​ຊາວ​ຄຣິສຕຽນແລະ​ວ່າ
ຄວາມ​ວຸ້ນວາຍ​ເຊັ່ນ​ນີ້​ຈະ​ຕ້ອງ​ຍຸດຕິ​ລົງ.

ທ່ານ​ນາງ Psaki ກ່າວ​ຕໍ່​ໄປ​ວ່າ ສາທາລະນະ​ລັດ​ອາ​ຟຣິກາ​ກາງ​ບໍ່​ສາມາດ​ທຳ​ຄວາມ​ຄືບ​ໜ້າ​ໄປ​ສູ່​ການ​ມີ​ສະຖຽນ​ລະ​ພາບ​ແລະ​ສັນຕິພາບ​ໄດ້ ນອກຈາກ​ວ່າໝົດ​ທຸກ​ກຸ່ມ​ມອງ​ຫາ​ອະນາຄົດ ​ແລະ​ຢຸດ​ເຊົາ​ການ​ແກ້​ແຄ້ນ​ແບບ​ຮຸນ​ແຮງ​ກັນ​ນີ້.

​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ພວກ​ທະຫານ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ເຂົ້າ​ປະກອບສ່ວນ​ໃນ​ການ​ສັງຫານ​ຜູ້​ຊາຍ​ຄົນ​ນຶ່ງ ​ທີ່​ສົງ​ໄສ​ວ່າ ​ເປັນ​ສະມາຊິກ​ຂອງ​ກຸ່ມ​ກະບົດ Seleka ທີ່​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ Francois Bozize ​ໃນ​ເດືອນ​ມີນາປີ​ແລ້ວ​ນີ້.

XS
SM
MD
LG