ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຮຽກຮ້ອງ ຕໍ່ມຽນມາ ໃຫ້ຢຸດເຊົາ ການປິດບໍລິການ ອິນເຕີເນັດ ຢູ່ໃນສອງລັດ ຂອງປະເທດ


ແຜນທີ່ ສະແດງໃຫ້ເຫັນ ເຂດຕ່າງໆຂອງມຽນມາ
ແຜນທີ່ ສະແດງໃຫ້ເຫັນ ເຂດຕ່າງໆຂອງມຽນມາ

ໃນວັນເສົາວານນີ້ ສະຫະລັດ ຮຽກຮ້ອງໃຫ້ຍຸດເຊົາ ການປິດບໍລິການດ້ານອິນເຕີເນັດ
ແກ່ໂທລະສັບມືຖື ຢູ່ໃນສອງລັດຂອງມຽນມາ ທີ່ມີບັນຫາຂັດແຍ້ງກັນ ທີ່ເກີດຄວາມຮຸນ
ແຮງ ຊຶ່ງສະຫະລັດກ່າວວ່າ ການຕັດອິນເຕີເນັດນັ້ນ ເປັນບ່ອນທຳລາຍຕໍ່ຄວາມໂປ່ງໃສ
ທ່າມກາງການປະທະກັນ ລະຫວ່າງທະຫານ ແລະ ກຸ່ມຕໍ່ຕ້ານລັດຖະບານ.

ລັດຖະບານຂອງມຽນມາ ເມື່ອສັບປະດາແລ້ວນີ້ ໄດ້ເອົາບາດກ້າວທີ່ບໍ່ເຄີຍມີມາກ່ອນ
ໂດຍການສັ່ງໃຫ້ບັນດາຜູ້ປະກອບທຸລະກິດບໍລິການໂທລະສັບມືຖື ໃຫ້ປິດ ການສົ່ງຂໍ້ມູນ
ທາງອິນເຕີເນັດທັງໝົດ ຢ່າງໜ້ອຍໃນທົ່ວເຂດ 8 ຕົວເມືອງໃນລັດຣັກໄຄ ແລະອີກລັດນຶ່ງ
ຄືລັດຈິນ ທີ່ຢູ່ໃກ້ຄຽງນັ້ນ.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນຂະນະທີ່ ພວກທະຫານເປີດສາກບຸກໂຈມຕີ ພວກຕໍ່
ຕ້ານລັດຖະບານ ທີ່ກຳລັງຕໍ່ສູ້ເພື່ອການປົກຄອງດ້ວຍຕົນເອງຫຼາຍຂຶ້ນ ສຳລັບຂົງເຂດ
ຂອງຊົນເຜົ່າຣັກໄຄ ທີ່ນັບຖືສາສະໜາພຸດ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ການ
ບໍລິການ ດ້ານອິນເຕີເນັດ ຄວນຖືກເປີດຄືນໂດຍບໍ່ລ່າຊ້າເລີຍ.”

ຖະແຫລງການນັ້ນ ກ່າວຕື່ມວ່າ “ການເປີດໃຫ້ບໍລິການຄືນ ຈະຊ່ອຍອຳນວຍໃຫ້ເກີດ ຄວາມໂປ່ງໃສ ແລະຄວາມຮັບຜິດຊອບ ຕໍ່ສິ່ງທີ່ລັດຖະບານ ອ້າງວ່າ ເປັນມາດຕະການ
ບັງຄັບໃຊ້ກົດໝາຍ ທີ່ມີເປົ້າໝາຍເພື່ອປ້ອງກັນບໍ່ໃຫ້ຄວາມຮຸນແຮງຂະຫຍາຍອອກໄປ
ຢູ່ໃນບໍລິເວນທີ່ໄດ້ຮັບຜົນກະທົບນັ້ນ.”

ໃນປີ 2017 ກອງທັບບົກໄດ້ທຳການປາບປາມຕໍ່ພວກຊາວມຸສລິມໂຣຮິງຢາ ຢູ່ໃນລັດ
ຣັກໄຄ ໂດຍໄດ້ຂັບດັນໃຫ້ປະຊາຊົນດັ່ງກ່າວ 740,000 ຄົນ ພາກັນໜີເຂົ້າໄປໃນປະ
ເທດ ບັງກລາແດັສ ທ່າມກາງການກ່າວຫາຕ່າງໆ ຂອງການກໍ່ການຄາດຕະກຳ ທີ່
ໂຫດຮ້າຍທາລຸນຂະໜາດໃຫຍ່ ໂດຍພວກທະຫານ.

ຊາວໂຣຮິງຢາຫຼາຍຮ້ອຍພັນຄົນ ຍົງຄົງອາໄສຢູ່ໃນຣັກໄຄຢູ່ ພວກເຂົາທັງຫຼາຍ ແມ່ນ
ຖືກຈຳກັດໃຫ້ຢູ່ສູນທີ່ພັກ ໃນສະພາບທີ່ໜ້າສົງສານ.

ອົງການປົກປ້ອງສິດທິມະນຸດ Human Right Watch ຫຼືເອີ້ນຫຍໍ້ວ່າ HRW ໃນວັນ
ສຸກນີ້ ໄດ້ກ່າວວ່າ ບັນດາກຸ່ມໃຫ້ການຊ່ອຍເຫຼືອດ້ານມະນຸດສະທຳ ໄດ້ລາຍງານວ່າ
ການປິດອິນເຕີເນັດ “ເປັນການສ້າງຄວາມຍາກລຳບາກໃຫ້ແກ່ພວກເຂົາເຈົ້າ ໃນການ
ປະຕິບັດວຽກງານຂອງພວກເຂົາເຈົ້າ.”

ອົງການນີ້ ໄດ້ກ່າວວ່າ “WhatsApp ເປັນແອັບທີ່ສຳຄັນ ສຳລັບອົງການສາກົນທີ່ບໍ່
ຫວັງຜົນກຳໄລທັງຫຼາຍ ໃນການປະຕິງານ ຢູ່ໃນເຂດຣັກໄຄ ແລະການເຮັດວຽກໂດຍ
ປາດສະຈາກອິນເຕີເນັດ ຈຶ່ງສ້າງຄວາມຍາກລຳບາກຫຼາຍຢ່າງຕື່ມອີກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG