ສະຫະລັດກ່າວວ່າ ການໄປຢ້ຽມຢາມໄຕ້ຫວັນ ຂອງສະມາຊິກສະພາອາເມຣິກັນ ແມ່ນສອດຄ່ອງ ກັບນະໂຍບາຍທີ່ມີມາຍາວນານຂອງວໍຊິງຕັນແລະຂອງທັງສອງພັກການເມືອງ ໂດຍຮຽກຮ້ອງໃຫ້ຈີນ ບໍ່ຄວນສະແດງປະຕິກິລິຍາທີ່ຮຸນແຮງເກີນໄປຕໍ່ “ການຢ້ຽມຢາມແບບສັນຕິ” ໂດຍສະມາຊິກສະພາຕໍ່າ ຫຼື ຕໍ່ການປ່ຽນແປງຂອງສະຖານະພາບເດີມ ຢູ່ໃນຊ່ອງແຄບໄຕ້ຫວັນແຕ່ພຽງຝ່າຍດຽວ.
ໃນວັນຈັນວານນີ້, ກອງທັບຈີນກ່າວວ່າ ພວກເຂົາເຈົ້າໄດ້ດໍາເນີນການຝຶກຊ້ອມຢູ່ໃກ້ກັບເກາະເພັງຮູ (Penghu) ໃນຂະນະທີ່ສະມາຊິກສະພາຕໍ່າຂອງສະຫະລັດ ໄດ້ພົບກັບປະທານາທິບໍດີໄຊ ອິ້ງ-ເຫວິນ ຂອງໄຕ້ຫວັນ ແລະສະມາຊິກລັດຖະສະພາຈາກສະພານິຕິບັນຍັດຢວນ.
ຄະນະຜູ້ແທນລັດຖະສະພາສະຫະລັດຫຼ້າສຸດທີ່ໄປຢ້ຽມຢາມເກາະທີ່ປົກຄອງຕົນເອງແບບປະຊາທິປະໄຕ ແມ່ນນໍາໂດຍສະມາຊິກສະພາສູງ ແອັດເວີດ ມາຄີ (Edward Markey) ເຊິ່ງເປັນປະທານຄະນະກຳມະການພົວພັນດ້ານຕ່າງປະ ເທດ ຮັບຜິດຊອບເຂດເອເຊຍຕາເວັນອອກ, ປາຊີຟິກ ແລະເປັນປະທານອະນຸກໍາມະການ ຄວາມປອດໄພທາງໄຊເບີ້ລະຫວ່າງປະເທດ. ການຢ້ຽມຢາມຄັ້ງນີ້ ແມ່ນມີຂຶ້ນພຽງບໍ່ເທົ່າໃດມື້ລຸນຫຼັງການຢ້ຽມຢາມຂອງປະທານສະພາຕໍ່າສະຫະ ລັດ ທ່ານນາງແນນຊີ ເພໂລຊີ, ອັນໄດ້ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ແກ່ ຈີນ.
ເຈົ້າໜ້າທີ່ອາວຸໂສຂອງສະຫະລັດໄດ້ກ່າວວ່າ ຈີນສະແດງຄວາມບໍ່ພໍໃຈຕໍ່ການໄປຢ້ຽມຢາມໄຕ້ຫວັນ ຂອງທ່ານນາງແນນຊີ ເພໂລຊີ ຫຼາຍເກີນໄປ. ລັດຖະບານວໍຊິງຕັນກ່າວວ່າ ລັດຖະບານປັກກິ່ງໃຊ້ເຫດຜົນດັ່ງກ່າວນີ້ ເພື່ອເປັນຂໍ້ອ້າງຕໍ່ຄວາມພະຍາຍາມຂອງຕົນທີ່ຈະປ່ຽນແປງສະຖານະພາບເດີມຢູ່ໃນຊ່ອງແຄບໄຕ້ຫວັນ.
ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ເປີດເຜີຍຫຼ້າສຸດກ່ຽວກັບຄະນະຜູ້ແທນລັດຖະສະພາວ່າ “ສະມາຊິກສະພາສະຫະລັດ ໄດ້ເດີນທາງໄປໄຕ້ຫວັນມາຫຼາຍທົດສະຫວັດແລ້ວ, ແລະຈະຍັງຄົງດໍາເນີນຢູ່ຕໍ່ໄປ.”
“ມັນເປັນທີ່ແຈ່ມແຈ້ງແລ້ວວ່າ ບາງຄັ້ງມີຝ່າຍດຽວ ແລະພັກດຽວ ພະຍາຍາມທີ່ຈະປ່ຽນແປງສະຖານະພາບດັ້ງເດີມທີ່ເປັນຢູ່,” ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນັດ ໄພຣສ ກ່າວສະຫຼຸບໃນວັນຈັນວານນີ້. “ບໍ່ແມ່ນສະຫະລັດ ແລະກໍບໍ່ແມ່ນໄຕ້ຫວັນ. ມັນແມ່ນ ສປ ຈີນ ທີ່ກໍາລັງທ້າທາຍຕໍ່ສະຖານະພາບເດີມທີ່ເປັນຢູ່, ໂດຍພະຍາຍາມທີ່ຈະທໍາລາຍສະຖານະພາບເດີມທີ່ມີຢູ່.”
ຢູ່ໃນຖະແຫຼງການ, ທ່ານສະມາຊິກສະພາສູງ ມາຄີ ແລະສະມາຊິກລັດຖະສະ ພາອີກ 4 ຄົນທີ່ຢູ່ໃນຄະນະຜູ້ແທນສະຫະລັດກ່າວວ່າ ພວກທ່ານມີໂອກາດແລກປ່ຽນມູມມອງຕ່າງໆກັບຄູ່ຕໍາແໜ່ງຝ່າຍໄຕ້ຫວັນ ກ່ຽວກັບຫຼາຍໆບັນຫາ ລວມມີ “ການສະໜັບສະໜຸນເພື່ອສັນຕິພາບແລະສະຖຽນລະພາບຢູ່ໃນໄຕ້ຫວັນ” ເນື່ອງຈາກເກາະດັ່ງກ່າວ ກໍາລັງປະເຊີນກັບ “ແຮງກົດດັນທີ່ເພີ້ມຂຶ້ນຈາກອໍານາດຜະເດັດການປັກກິ່ງ.”