ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ອອກ​ຈາກ​ຣັດ​ເຊຍ ຢ່າງ​ຮີບ​ດ່ວນ


​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​​ປັກ​ທຸງ​ຊາດ​ອາ​ເມ​ຣິ​ກັນ ຢູ່​ໃນ​ນະ​ຄອນ​ມົ​ສກູ ປະ​ເທດ​ຮັດ​ເຊຍ ວັນ​ທີ 11 ພຶດ​ສະ​ພາ 2021
​ສະ​ຖານ​ທູດ​ສະ​ຫະ​ລັດ ທີ່​​ປັກ​ທຸງ​ຊາດ​ອາ​ເມ​ຣິ​ກັນ ຢູ່​ໃນ​ນະ​ຄອນ​ມົ​ສກູ ປະ​ເທດ​ຮັດ​ເຊຍ ວັນ​ທີ 11 ພຶດ​ສະ​ພາ 2021

ກະຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃນ​ວັນ​ພຸດ​ວ​ານ​ນີ້ສຳ​ລັບຊາວ​ອາ​ເມ​ຣິ​ກັນ​ທີ່​ຖືສອງ​ສັນ​ຊາດ​ກັບ​ຣັດ​ເຊຍ ອາດ​ສາ​ມາດ​ຖືກ​ເກນໂດຍ​ມົ​ສ​ກູ ເພື່ອ​ໄປ​ຊ່ວຍ​ສູ້​ລົບ​ ໃນ​ສົງ​ຄາມ​ຕໍ່ຢູ​ເຄ​ຣນ.

​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ວ່າ “ຣັດ​ເຊຍ​ອາດ​ປະ​ຕິ​ເສດ​ບໍ່​ຮັບ​ຮູ້ການຖືສອງ​ສັນ​ຊ​າດ ​ຄືສັນ​ຊາດ​ອາ​ເມ​ຣີ​ກັນ ​ໂດຍປະ​ຕິ​ເສດ​ບໍ່​ໃຫ້​ເຂົ້າ​ໄປ​ຫາ​ກົງ​ສຸນ​ສະ​ຫະ​ລັດ ເພື່ອ​ຂໍ​ການ​ຊ່ວຍ​ເຫລືອ ​ໂດຍ​ຂັດ​ຂວາງ​ບໍ່​ໃຫ້​ເຂົາ
ເຈົ້າ​ການ​ເດີນ​ອອກ​ທາງ​ຈາກ​ຣັດ​ເຊຍ ແລະ​ສັ່ງ​ໃຫ້ພວກ​ທີ່​ຖືສອງ​ສັນ​ຊາດ​ເຂົ້າ​ຮັບ​ໃຊ້​ໃນ​ກ​ອງ​ທັບ.”

ຖະ​ແຫຼງ​ການ​ກ່າວ​ໂດຍ​ທົ່ວ​ໄປ​ວ່າ ພວກ​ທີ່​ຖື​ສັນ​ຊາດ​ສະ​ຫະ​ລັດ​ບໍ່​ຄວນ​ເດີນ​ທາ​ງ​ໄປ​ຣັດ​ເຊຍ ແລະ​ພວກ​ຢູ່​ທີ່ນັ້ນ​ໃນ​ເວ​ລານີ້ “ຄວນ​ອອກ​ຈາກ​ຣັດ​ເຊຍ​ໃນ​ທັນ​ທີ​ໃນ​ຂະ​ນະ​ທີ່​ຖ້ຽວ​ບິນ​ພາ​ນິດ​ຢ່າ​ງ​ຈຳ​ກັດ​ຍັງ​ມີ​ຢູ່​ສຳ​ລັບ​ການ​ເດີນ​ທາງ.”

​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ​ຖ້ຽວ​ບິນ​ອອກ​ຈາກ​ຣັດ​ເຊຍ “ມີຈຳ​ກັດ​ທີ່​ສຸດໃນ​ປັດ​ຈຸ​ບັນ ແລະ​ມັກ​ຈະ​ບໍ່​ມີ​ໄວ້​ໃຫ້ໃນ​ໄລ​ຍະ​ສັ້ນ. ການ​ເດີນ​ທາງໂດຍ​ທາງ​ລົດ ແລະ​ລົດ​ບັ​ສ ຍັງ​ເປີດໄວ້​ຢູ່.”

​ແຕ່​ຖະ​ແຫຼງ​ການ​ກໍ​ໄດ້​ກ່າວ​ວ່າ ບັນ​ດາຜູ້​ເດີນ​ທາງ​ສະ​ຫະ​ລັດ ຢູ່​ໃນ​ຣັດ​ເຊຍ ຫລື​ຊາວ​ອາ​ເມ​ຣິ​ກັນ​ ຢູ່​ທີ່​ນັ້ນ ຜູ້​ມີ​ແຜນ​ທີ່​ຈະ​ໜີ​ອອກ​ໄປ “ຄວນ​ຈັດ​ແຈງ​ດ້ວຍ​ຕົນ​ເອງ​ໄວ​ເທົາ​ທີ່​ໄວ​ໄດ້. ​ສະ​ຖານ​ທູດ​ສະ​ຫະ​ລັດ ມີ​ຂອບ​ເຂດ​ຈຳ​ກັດ​ທີ່​ສຸດ ​ໃນ​ຄວາມ​ສາ​ມາດ ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ ແລະ​ສະ​ຖາ​ນະ​ການ ຮວມ​ທັງທາງ​ເລືອກ​ການ​ຂົນ​ສົ່ງ ໃນ​ທັນ​ໃດອາດ​ກາ​ຍ​ເປັນ​ເລື້ອງ​ທີ່​ຈຳ​ກັດ​ຫລາຍ​ຂຶ້ນ.”

ຍິ່ງໄປ​ກວ່າ​ນັ້ນ ກະ​ຊວງ​ຕ່າງ​ປະ​ເທດ​ ໄດ້​ເຕືອນ​ຊາວ​ອາ​ເມ​ຣິ​ກັນວ່າ “ສິດ​ທິ​ການ​ເຕົ້າ​ໂຮມ​ກັນ​ແບບ​ສັນ​ຕິ ແລະ​ເສ​ລີ​ພາບ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ຄິດ​ຄວາມ​ເຫັນ ​ແມ່ນ​ບໍ່​ໄດ້​ຮັບການ​ຄ້ຳປະ​ກັນ ຢູ່​ໃນ​ຣັດ​ເຊຍ. ​ໃຫ້ຫລີກ​ລ່ຽງ​ການ​ເມືອງ​ທັງ​ໝົດ ຫລື​ການປະ​ທ້ວງ​ທາງ​ດ້ານ​ສັງ​ຄົມ ແລະ​ຢ່າ​ໄດ້​ຖ່າຍ​ຮູບ​ບັນ​ດາ​ໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ ຢູ່​ໃນ​ເຫດ​ການ​ດັ່ງ​ກ່າວ. ​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ຈັບ​ຄົນ​ສັນ​ຊາດ​ອາ​ເມ​ຣິ​ກັນ ຜູ້​ທີ່​ໄດ້​ເຂົ້າຮ່ວມ​ໃນ​ການ​ປະ​ທ້ວງ.

The U.S. State Department expressed concern Wednesday that Americans with dual citizenship with Russia could be conscripted by Moscow to help fight its war against Ukraine.

“Russia may refuse to acknowledge dual nationals’ U.S. citizenship, deny their access to U.S. consular assistance, prevent their departure from Russia, and conscript dual nationals for military service,” the State Department said in a statement.

It said more broadly that U.S. citizens should not travel to Russia and that anyone there now “should depart Russia immediately while limited commercial travel options remain.”

The State Department said flights out of Russia “are extremely limited at present and are often unavailable on short notice. Overland routes by car and bus are still open.”

But it said U.S. travelers in Russia or Americans living there who are planning to leave “should make independent arrangements as soon as possible. The U.S. Embassy has severe limitations on its ability to assist U.S. citizens, and conditions, including transportation options, may suddenly become even more limited.”

In addition, the State Department warned Americans “that the right to peaceful assembly and freedom of expression are not guaranteed in Russia. Avoid all political or social protests and do not photograph security personnel at these events. Russian authorities have arrested U.S. citizens who have participated in demonstrations.”

XS
SM
MD
LG