ສະຫະລັດກ່າວວ່າ ຕົນຈະສະໜອງເງິນ 89 ລ້ານໂດລາ ໃນການຊ່ວຍເຫລືອເກັບກູ້ລະເບີດຝັງດິນ ອຸບປະກອນລະເບີດທີ່ເຮັດຂຶ້ນເອງ ແລະລະເບີດທີ່ຕົກຄ້າງ ທີ່ຝັງໄວ້ໂດຍກຳລັງຣັດເຊຍ ອັນເປັນສ່ວນນຶ່ງ ໃນການຮຸກຮານຢູເຄຣນຂອງວັງເຄຣັມລິນ ເປັນເວລາ 5 ເດືອນເຄິ່ງ.
ການຊ່ວຍເຫລືອທີ່ໄດ້ປະກາດໃນວັນອັງຄານວານນີ້ ໂດຍກະຊວງຕ່າງປະເທດ ທີ່ຈະຊ່ວຍໃຫ້ທຶນ ເຝິກແອບ ແລະໃຫ້ອຸບປະກອນ ແກ່ທີມເກັບກູ້ລະເບີດ ປະມານ 100 ທີມ ໃນນຶ່ງປີຂ້າງໜ້າ ໃນຂະນະທີ່ເຂົາເຈົ້າປະຕິບັດ ໃນອັນທີ່ພວກເຈົ້າໜ້າທີ່ບັນລະຍາຍວ່າ ເປັນບັນຫາໃຫຍ່ຫລວງຕໍ່ພື້ນທີ່ຢ່າງໜ້ອຍ 160,000 ຕາລາງກິໂລແມັດ ຂອງດິນແດນຢູເຄຣນ ຮວມທັງ 10 ເປີເຊັນ ທີ່ເປັນດິນປູກຝັງຂອງຢູເຄຣນ.
“ນີ້ແມ່ນບັນຫາທ້າທາຍທີ່ຢູເຄຣນ ຈະປະເຊີນໜ້າເປັນເວລາຫລາຍທົດສະວັດ” ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ຄົນນຶ່ງ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ ໂດຍໂດຍບໍ່ບອກຊື່ ພາຍໃຕ້ກົດລະບຽບທີ່ມີຢູ່ຂອງກະຊວງຕ່າງປະເທດ.
ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ປຽບທຽບຕໍ່ໄປວ່າ ການໃຊ້ລະເບີດຝັງດິນຂອງຣັດເຊຍ ແລະລະເບີດຕ່າງໆ ເພື່ອທຳລາຍດິນທີ່ໄດ້ຂຽນໄວ້ ໂດຍບັນດາກຸ່ມກໍ່ການຮ້າຍ ເຊັ່ນລັດອິສລາມ ທີ່ຮູ້ກັນໃນອີກຊື່ນຶ່ງວ່າ isis.
“ຄວາມໂຫດຮ້າຍທີ່ໃຊ້ອຸບປະກອນລະເບີດທີ່ເຮັດຂຶ້ນເອງ ໂດຍກຳລັງຂອງຣັດເຊຍ ຄືກັນກັບທີ່ກຸ່ມ isis ໄດ້ໃຊ້ ຢູ່ໃນອີຣັກແລະຊີເຣຍ ບ່ອນທີ່ກຸ່ມກໍ່ການຮ້າຍ isis ໄດ້ທຳການກໍ່ກວນເຮັດໃຫ້ພົນລະເຮືອນເສຍຊີວິດ ຫລາຍທີ່ຈະຫລາຍໄດ້ ແລະເຮັດໃຫ້ຄົນຢ້ານ ທີ່ຈະກັບຄືນໄປບ້ານເຮືອນເຂົາເຈົ້າ” ອີງຕາມຄຳເວົ້າເຈົ້າໜ້າທີ່ໄດ້ກ່າວໄວ້.
ເຈົ້າໜ້າທີ່ກ່າວວ່າ “ໃນຂະນະທີ່ກຳລັງຂອງຣັດເຊຍຖອຍອອກໄປຈາກພາກເໜືອຂອງຢູເຄຣນ ເຂົາເຈົ້າໄດ້ຫ້າງ ກັບດັກລະເບີດ ຫ້າງລະເບີດຢູ່ສະຖານທີ່ເກັບມ້ຽນອາຫານ ບ່ອນໃສ່ເຄື່ອງຢູ່ລົດ ຈັກຊັກເຄື່ອງ ປະຕູເຂົ້າຕຽງນອນ ຢູ່ໂຮງໝໍ ແມ່ນແຕ່ຢູ່ຮ່າງກາຍຂອງພວກທີ່ເສຍຊີວິດຈາກການຮຸກຮານ. ກະຊວງຕ່າງປະເທດຢູເຄຣນ ໄດ້ກ່າວວ່າກຳລັງຂອງຣັດເຊຍ ໄດ້ຕັ້ງໃຈເຊື່ອງລະເບີດໄວ້ຢູ່ໃນເຄື່ອງຫລິ້ນເດັກນ້ອຍ ແລະສິ່ງຂອງທີ່ສົ່ງແສງເຫລື້ອມໆທີ່ດືງດູດເອົາພວກເດັກນ້ອຍ.”
ເງິນຈຳນວນ 89 ລ້ານໂດລາ ຈະເອົາມາຈາກງົບປະມານປີ 2022 ຂອງກະຊວງຕ່າງປະເທດ ແລະມາຈາກຮ່າງ ງົບປະມານເພີ້ມເຕີມສຳລັບການໃຊ້ຈ່າຍທີ່ໄດ້ຮັບຜ່ານໂດຍລັດຖະສະພາໃນຕົ້ນປີນີ້.
The United States says it will provide $89 million to help clear land mines, improvised explosive devices and unexploded ordinance planted by Russian forces as part of the Kremlin’s five-and-a-half-month-long invasion of Ukraine.
The aid package, announced Tuesday by the State Department, will help fund, train, and equip approximately 100 de-mining teams over the next year as they take on what officials described as a massive problem plaguing at least 160,000 square kilometers of Ukrainian territory, including 10% of Ukraine’s farmland.
"This is a challenge that Ukraine will face for decades," an official told reporters Tuesday, speaking on the condition of anonymity under ground rules set by the State Department.
The official further compared Russia’s use of mines and explosives to the scorched earth playbook used by terrorist groups, like the Islamic State, also known as ISIS.
“This horrific use of improvised explosive devices by Russia's forces is reminiscent of ISIS tactics in Iraq and Syria, where ISIS terrorists sought to inflict as many civilian casualties as possible & make people afraid to return home," the official said.
“As Russia's forces retreated from northern Ukraine, they had booby traps and improvised explosive devices in food facilities, car trunks, washing machines, doorways, hospital beds and even the bodies of those killed by the invasion," the official said. “Ukraine's Ministry of Foreign Affairs has stated that Russia's forces deliberately hid explosives in toys and shiny objects that attract children's attention.”
The $89 million will be taken from both the State Department Fiscal Year 2022 budget, as well as from a series of supplemental funding bills passed by Congress earlier this year.