ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອັງກິດ ຈະຊ່ວຍອອສເຕຣຍເລຍ ໃຫ້ມີເຮືອດຳນໍ້າພະລັງນິວເຄລຍ


ປະທານາທິບໍດີ ໂຈ ໄບເດັນ ແລະນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນ ຟັງໃນຂະນະທີ່ ນາຍົກລັດຖະມົນອັງກິດ ທ່ານບໍຣິສ ຈອນສັນ ກ່າວຜ່ານທາງຄອມພິວເຕີ ກ່ຽວກັບຄວາມປອດໄພແຫ່ງຊາດ ທີ່ທຳນຽບຂາວ ວັນທີ 15 ກັນຍາ 2021.
ປະທານາທິບໍດີ ໂຈ ໄບເດັນ ແລະນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນ ຟັງໃນຂະນະທີ່ ນາຍົກລັດຖະມົນອັງກິດ ທ່ານບໍຣິສ ຈອນສັນ ກ່າວຜ່ານທາງຄອມພິວເຕີ ກ່ຽວກັບຄວາມປອດໄພແຫ່ງຊາດ ທີ່ທຳນຽບຂາວ ວັນທີ 15 ກັນຍາ 2021.

ສະຫະລັດ ແລະອັງກິດ ຈະຊ່ອຍອອສເຕຣເລຍ ໃຫ້ພັດທະນາຝຸງເຮືອດຳນ້ຳພະລັງນິວ
ເຄລຍ ນັ້ນຄືຄຳເວົ້າຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວໃນວັນ
ພຸດວານນີ້ ໃນຂະນະທີ່ບັນດາຜູ້ນຳຂອງສາມປະເທດ ໄດ້ປະ ກາດຄູ່ພາຄີສາມຝ່າຍດ້ານ
ຄວາມໝັ້ນຄົງໃໝ່ ທີ່ຈະເພັ່ງເລັງໃສ່ຂົງເຂດອິນໂດ-ປາຊີຟິກ.

ທ່ານໄບເດັນ ໄດ້ກ່າວວ່າ “ພວກເຮົາຕ້ອງສາມາດແກ້ໄຂທັງຍຸດທະສາດດ້ານສະພາບ
ແວດລ້ອມຢູ່ໃນພາກພື້ນໃນປັດຈຸບັນແລະມັນຈະວິວັດທະນາການໄປແນວໃດ. ຍ້ອນອະ
ນາຄົດຂອງແຕ່ລະປະເທດຊາດພວກເຮົາ ແລະແນ່ນອນທັງໂລກ ກາງຕໍ່ເຂດອິນໂດ-ປາ
ຊີຟິກ ເປັນເຂດທີ່ເສລີ ແລະເປີດກວ້າງ ທີ່ຍືນຍົງແລະຮຸ່ງເຮືອງ ໃນຫຼາຍໆທົດສະຫວັດ
ຕໍ່ໜ້າ.”

ທັງສາມປະເທດດັ່ງກ່າວ ຈະຮູ້ຈັກກັນ ໂດຍຄຳຫຍໍ້ວ່າ AUKUS.

ທ່ານໄບເດັນ ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສະກັອດ ມໍຣິສັນ ແລະນາຍົກລັດ
ຖະມົນຕີອັງກິດ ທ່ານບໍຣິສ ຈອນສັນໄດ້ເນັ້ນຢ້ຳວ່າ ພວກເຮືອດຳນ້ຳພະລັງນິວເຄລຍທັງ
ຫຼາຍເຫຼົ່ານີ້ ຈະບໍ່ບັນທຸກອາວຸດນິວເຄລຍ.

“ຂ້າພະເຈົ້າຈະກ່າວເປັນທີ່ຈະແຈ້ງ, ອອສເຕຣເລຍ ບໍ່ໄດ້ສະແຫວງຫາ ອາວຸດ ນິວເຄລຍ
ໃດໆ ຫຼື ສ້າງຂີດຄວາມອາດສາມາດດ້ານພະລັງນິວເຄລຍ” ທ່ານມໍຣິສັນ ໄດ້ກ່າວໄປ ໃນ
ຂະນະກ່າວຖະແຫລງຜ່ານທາງອອນໄລໄປຫາທຳນຽບຂາວ ພ້ອມກັນກັບຄູ່ຕຳແໜ່ງຂອງ
ທ່ານ ຈາກອາເມຣິກາ ແລະອັງກິດ. ທ່ານກ່າວອີກວ່າ “ແລະພວກເຮົາສືບຕໍ່ປະຕິບັດຕາມ
ພັນທະ ການບໍ່ແຜ່ຜາຍ ອາວຸດນິວເຄລຍທັງໝົດຂອງພວກເຮົາ.”

ເຈົ້າໜ້າທີ່ອາວຸໂສທ່ານນຶ່ງໃນລັດຖະບານທ່ານໄບເດັນ ຜູ້ທີ່ໄດ້ແຈ້ງໃຫ້ພວກນັກຂ່າວ
ຊາບກ່ອນໜ້າການປະກາດກຳນົດໄລຍະເວລາ 18 ເດືອນສຳສາມປະເທດດັ່ງກ່າວຈະ
ເຮັດວຽກຮ່ວມກັນເພື່ອລະບຸເສັ້ນທາງ ທີ່ດີທີ່ສຸດສຳລັບການນຳສົ່ງເຮືອດຳນ້ຳທັງຫຼາຍ
ນັ້ນ.

ທ່ານຈອນສັນ ໄດ້ກ່າວວ່າ ປະເທດຂອງທ່ານ ຈະມີບົດບາດທີ່ສຳຄັນໃນການແບ່ງປັນ
ຄວາມຮູ້ໃຫ້ແກ່ອອສເຕຣເລຍ ອະດີດຫົວເມືອງຂຶ້ນຂອງອັງກິດ ທີ່ຍັງຄົງຢູ່ໃນເຄືອຈັກ
ກະພົບ ອັນເປັນອົງການນຳພາໂດຍຣາຊີນີ ເອລີຊາເບັດທີສອງ.

ຂໍ້ຕົກລົງດັ່ງກ່າວນີ້ ທ່ານໄດ້ກ່າວວ່າ “ຈະນຳເອົາມາຈາກຄວາມຊ່ຽວຊານ ທີ່ອັງກິດໄດ້
ຮັບມາຕະຫຼອດໄລຍະຊົ່ວຫຼາຍລຸ້ນຄົນຊຶ່ງມີມາແຕ່ສະໄໝເລີ້ມຕົ້ນມີເຮືອດຳນ້ຳພະ
ລັງນິວເຄລຍລຳທຳອິດ ຂອງກອງທັບເຮືອຣາຊະອານາຈັກ ເມື່ອ 60 ປີກ່ອນພຸ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG