ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ກັບ​ທ່ານ​ໄບ​ເດັນ ແລກ​ປ່ຽນ​ວາ​ຈາ ແບບ​ຖາກ​ຖາງ ຊຶ່ງ​ກັນ​ແລະ​ກັນ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ


ພາບ​ຂອງ​ປ. ທ​ຣຳ ແລະ​ທ່ານ​ໄບ​ເດັນ, 2 ມິ​ຖຸ​ນາ 2019.
ພາບ​ຂອງ​ປ. ທ​ຣຳ ແລະ​ທ່ານ​ໄບ​ເດັນ, 2 ມິ​ຖຸ​ນາ 2019.

ທັງປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຂອງສະ​ຫະ​ລັດ ແລະ​ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ
ໂຈ ໄບ​ເດັນ ໄດ້​ນຳ​ເອົາ​ຂໍ້​ຄິດ​ເຫັນ​ທາງການ​ເມືອງ​ຂອງພວກ ເພິ່ນ​ໄປຍັງ​ລັດ​ໄອ​ໂອ​ວາ
ທີ່​ຕັ້ງຢູ່​ພາກຕາ​ເວັນ​ຕົກ​ຕອນ​ກາງຂອງປະ​ເທດໃນ​ວັນ​ອັງ​ຄານ​ວານ​ນີ້ ຊຶ່ງ​ແຕ່​ລະ​ຝ່າຍ​
ຕ່າງ​ກໍຫາ​ທາງ​ໂນ້ມ​ນ້າວຈິດ​ໃຈ​ຂອງ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ປີ 2020 ວ່າ ຕົນເປັນ​
ຜູ້​ມີວິ​wສ​ທັດ ແລະຄວາມ​ເຂັ້ມແຂງ​ທີ່​ຈະ​ນຳ​ພາ​ປະ​ເທດ​ຊາດໄດ້. ທ່ານ ທ​ຣຳ ແລະທ່ານ
ໄບ​ເດັນ ຕ່າງ​ກໍ​ໄດ້ເວົ້າ​ຖາກ​ຖາງ​ກັນ ນັບ​ຕັ້ງ​ແຕ່ຕອນ​ທີ່ທ່ານ​ໄບ​ເດັນໄດ້​ປະ​ກາດ​ວ່າ
ທ່ານ​ຈະ​ລົງ​ສະ​ໝັກແຂ່ງ​ຂັນໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີປີ 2020 ເປັນ​ຕົ້ນ​ມາ
ໂດຍທີ່ທ່ານ​ທ​ຣຳເຮັດ​ໃຫ້​ພາບພົດຂອງ​ຜູ້ສະ​ໝັກ​ທີ່ມີ​ຄະ​ແນນ​ນຳ​ໜ້າ​ຈາກພັກ​ເດ​ໂມ
​ແຄ​ຣັດທ່ານນັ້ນວ່າ ​ເປັນ​ຜູ້​ທີ່​ບໍ່​ມີ​ກຳ​ລັງວັງ​ຊາຫຍັງ ແລະ​ທ່ານ​ໄບ​ເດັນກໍ​ຕຳ​ໜິ​ຕິ​ຕ​ຽນ
​ລັກ​ສະ​ນະ​ທີ່​ຮຸນ​ແຮງ​ຂອງທ່ານ​ທ​ຣຳ. Zlatica Hoke ນັກ​ຂ່າວ​ຂອງວີ​ໂອ​ເອມີ​ລາຍ​ງານ
ມາ​ວ່າການໃຊ້​ຄຳ​ເວົ້າ​ຖາກ​ຖາງຈາກທັງ​ສອງ​ຝ່າຍແມ່ນມີ​ຄວາມ​ຮຸນ​ແຮງ​ເພີ້ມຂຶ້ນ
ໃນ​ຂະ​ນະ​ທີ່​ພວກ​ທ່ານທັງ​ສອງ​ໄປ​ປາ​ກົດໂ​ຕ​ຢູ່​ໃນ​ລັດ​ດຽວ​ກັນໃນ​ມື້​ດຽວ​ກັນ ຊຶ່ງວັນ​ນະ
​ສອນ​ຈະ​ນຳ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໃນການໄປປາກົດໂຕ​ຂອງ​ທ່ານ​ຢູ່ທີ່​ລັດ​ໄອ​ໂອ​ວາ​ໃນ​ວັນ​ອັງ​ຄານ​ວານ​ນີ້ ເປັນ​ທີ່​ຈະ​ແຈ້ງວ່າ
ທ່ານ ​ທ​ຣຳ ​ມີເລື້ອງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີປີ 2020 ຢູ່ໃນໃຈຂອງ​ທ່ານ​. ປະ​ທາ​ນາ​
ທິ​ບໍ​ດີສັງ​ກັດພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ຄາດ​ຫວັງ​ວ່າຈະ​ລົງ​ແຂ່ງ​ຂັນ​ເພື່ອ​ໃຫ້​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ
​ປະ​ທາ​ນາ​ທິ​ບໍ​ດີອີກ, ທ່ານ​ສະ​ແຫວງ​ຫາ​ໂອ​ກາດ ທຸກ​ຢ່າງທີ່​ຈະ​ບ່ອນ​ທຳ​ລາຍ​ປະ​ຫວັດ​ຂອງ
ລັດ​ຖະ​ບານທ່ານໂອ​ບາ​ມາ ແລະເວົ້າ​ຖາກ​ຖາງ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ.

ທ່ານປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກ່າວ​ວ່າ “ອາ​ເມ​ຣິ​ກາຈະ​ຕ້ອງບໍ່​ຖືກ​ຜູ້ສະ​ໜອງ​ພະ​ລັງ​ງານ
ຕ່າງ​ຊາດເອົາ​ໄປ​ເປັນ​ຕົວ​ປະ​ກັນ ດັ່ງ​ທີ່ພວກ​ເຮົາ​ເຄີຍ​ເປັນຢູ່​ພາຍ​ໃຕ້​ສະ​ໄໝ​ໂອ​ບາ​ມາ-
ໄບ​ເດັນ​ທີ່​ເຫງົາ​ນອນ​ຢູ່ຂອງກຸ່ມທ້າວ​ໂຈ. ໂຈເຫງົ​າ​ນອນ ຫຼື sleepy Joe!”

ການ​ໂຕ້​ແຍ້ງທີ່​ເປັນ​ຜົນ​ດີຕໍ່​ທ່ານ​ທ​ຣຳຫລາຍ​ທີ່​ສຸດ ກໍ​ແມ່ນ​ເສດ​ຖະ​ກິດ​ທີ່​ເຕີບ​ໂຕຂອງ
ສະ​ຫະ​ລັດ. ແຕ່​ວ່າ ນະ​ໂຍ​ບາຍ​ດ້ານ​ພາ​ສີ​ຂອງ​ທ່ານ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​
ພວກ​ກະ​ສິ​ກອນ ແລະ​ຜູ້​ຜະ​ລິດສິນ​ຄ້າ​ບາງ​ຈຳ​ນວນຂອງ​ສະ​ຫະ​ລັດ ຊຶ່ງພາ​ໃຫ້​ເກີດ​
ຄວາມ​ເປັນ​ຫ່ວງກັນ​ວ່າເສດ​ຖະ​ກິດອາດຈະ​ຫຼຸດ​ຕ່ຳ​ລົງ. ທ່ານ ​ທ​ຣຳ​ຢືນ​ຢັນ​ວ່າ ພວກ​ກະ​ສິ​
ກອນ​ໃນ​ສະ​ຫະ​ລັດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຂຶ້ນ​ພາ​ສີ​ນີ້.

ທ່ານ​ທ​ຣຳກ່າວອີກ​ວ່າ “ພວກ​ເຮົາໄດ້​ນຳເອົາ​ເງິນ​ເຂົ້າ​ປະ​ເທດເປັນ​ຕື້ໆໂດ​ລາ ແລະ​ເງິນ
ເປັນ​ຕື້​ໂດ​ລາ​ທີ່​ພວກ​ເຮົາ​ນຳ​ເຂົ້າ​ມານັ້ນ ແມ່ນ​ໄດ້ມາ​ຈາກ​ການ​ເກັບ​ພາ​ສີ - ພວກ​ເຮົາ
​ໄດ້​ຈ່າຍ​ໃຫ້ພວກ​ກະ​ສິ​ກອນໃນຈຳນວນ 16 ຕື້​ໂດ​ລາ ເພາະ​ວ່າ ເງິນຈຳ​ນວນນັ້ນ ​
ແມ່ນຈຳ​ນວນສູງ​ສຸດທີ່​ຈີນເຄີຍ​ໃຊ້​ເພື່ອ​ຊື້​ສິນ​ຄ້າ​ຂອງ​ພວກ​ທ່ານ.”

ກ່ອນ​ໜ້ານັ້ນ ໃນມື້​ດຽວ​ກັນ, ທ່ານ​ທ​ຣຳໄດ້​ຂຽນຂໍ້​ຄວາມ​ແບບ​ປຸກ​ລະ​ດົມ​ລົງ​ໃນ​ທວີດ​ເຕີ
ທີ່​ສະ​ແດງ​ອອກ​ຊຶ່ງ​ຄວາມໝັ້ນ​ໃຈຂອງທ່ານ​ທີ່​ຈະ​ໄດ້​ຖືກ​ເລືອກ​ຕັ້ງອີກ, ຮວມ​ທັງຄະ​ແນນ
ຄວາມ​ເຫັນ​ດີ ໃນລະ​ດັບທີ່ເກືອບ​ຮອດ 50 ເປີ​ເຊັນ, ອີງ​ຕາມ​ລາຍ​ງານຂອງ​ອົງ​ການ Rasmussen.

ປະທານາທິບໍດີ ທຣຳ ກ່າວ ໃນການໂຮມຊຸມນຸມ ທີ່ມີສະໂລແກນວ່າ ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກ ຫຼື Make America Great Again ໃນສູນກາງພາກກາງອາເມຣິກາ ທີ່ເມືອງ Council Bluffs ລັດ ໄອໂອວາ, 09 ຕຸລາ 2018.
ປະທານາທິບໍດີ ທຣຳ ກ່າວ ໃນການໂຮມຊຸມນຸມ ທີ່ມີສະໂລແກນວ່າ ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກ ຫຼື Make America Great Again ໃນສູນກາງພາກກາງອາເມຣິກາ ທີ່ເມືອງ Council Bluffs ລັດ ໄອໂອວາ, 09 ຕຸລາ 2018.

ເຖິງ​ຢ່າງໃດກໍ​ຕາມ ການ​ສຳ​ຫຼວດ​ຂອງມະ​ຫາ​ວິ​ທະ​ຍາ​ໄລ Quinnipiac ທີ່​ນຳ​ອອກ
​ເຜີຍແຜ່ໃນ​ວັນ​ອັງ​ຄານ​ວານ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ໄບ​ເດັນໄດ້ຮັບ​ 13 ຄະ​ແນນ
ລື່ນທ່ານ​ທ​ຣຳໃນທົ່ວ​ປະ​ເທດ.

ທ່ານໄບ​ເດັນໄດ້​ເລີ້ມໄປ​ຢ້ຽມ​ຢາມ​ລັດ​ໄອໂອວາເປັນ​ເວ​ລາ 2 ວັນ ໃນ​ເຊົ້າ​ວັນ​ອັງ​ຄານ​
ວານ​ນີ້ ໂດຍແນ​ເປົ້າ​ໝາຍ​ໃສ່ແບບ​ແຜນການ​ນຳ​ພາຂອງ​ທ່ານທ​ຣຳ.

​ທ່ານ​ໄບ​ເດັນກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ທ່ານທ​ຣຳ ເປັນ​ໄພ​ຂົ່ມ​ຂູ່​ອັນ​ແທ້​ຈິງ​ຕໍ່ຄ່າ
ນິ​ຍົມທີ່​ເປັນ​ແກນ​ຫລັກຂອງ​ພວກ​ເຮົາ. ແລະ​ທ່ານ​ຍັງ​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຈຸດ​ຢືນ​ຂອງ​
ພວກ​ເຮົາຢູ່ໃນ​ໂລກ​ນີ້. ໃນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ວັນ D-Day, ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​
ວັນ D-Day, ຂ້າ​ພະ​ເຈົ້າຮູ້​ສຶກວ່າ​ມັນ​ເປັນ​ເລື້ອງ​ພິ​ລຶກ​ຫລາຍທີ່ເຫັນ​ວ່າ ທ່ານ​ໄດ້​ຂຽນ​
ໂຈມ​ຕີຢູ່​ໃນທວີດ​ເຕີ ຕໍ່​ທຸກ​ໆ​ຄົນ ນັບ​ແຕ່ເຈົ້າເມືອງຂອງ​ນະຄອນ ລອນດອນ ຈົນ​ເຖິງ
Bette Midler, ນັກ​ສະ​ແດງຂອງ​ສ​ະ​ຫະ​ລັດ.”

ຜູ້ສະ​ໝັກ​ທີ່ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ​ຂອງ​ພັກ​ເດ​ໂມ​ແຄ​ຣັດທ່ານນີ້​ຍັງ​ໄດ້​ກ່າວ​ຕ້ານຕໍ່​
ການກ່າວ​ອ້າງຜົນ​ປະ​ໂຫຍດ​ຈາກການ​ເກັບພາສີຂອງ​ທ່ານ​ທ​ຣຳ.

ທ່ານ​ໄບ​ເດັນກ່າວຕໍ່​ໄປ​ວ່າ “ຄວາມ​ຈິງ​ແລ້ວ, ທ່ານ​ແມ່ນ​ໄດ້​ຍົກ​ເລີກ​ການ​ຂຶ້ນ​ພາ​ສີ​ຕໍ່
​ເມັກ​ຊິ​ໂກຫວ່າງ​ມໍ່ໆ​ມາ​ນີ້ ຍ້ອນ​ວ່າ ທ່ານ​ຮູ້​ຕົວດີວ່າ ທ່ານອາດ​ຈະ​ເສຍ​ໄຊຢູ່​ລັດມິ​ຊິ
ແກນ, ໂອ​ຮາຍ​ໂອ, ໄອ​ໂອ​ວາ ແລະ​ໃນ​ທັນ​ທີ​ທັນ​ໃດ- ດັ່ງທີ່​ພວກ​ເຮົາ​ເວົ້າ​ກັນຢູ່ໃນ
​ເຂດ​ໃຕ້ລັດ​ Delaware ທ່ານ​ມີ​ການ​ຮຽກ​ຮ້ອງ​ໃຫ້​ເຮັດແບບ​ອື່ນ. ທ່ານ​ໄດ້​ເຫັນ​
ພະ​ເຈົ້າ. ແຕ່ຢ່າ​ໄດ້​ເຂົ້າ​ໃຈ​ຜິດ​ເດີ. ​ ທີ່​ຈິງ​ແລ້ວ ຖ້າ​ຫາກວ່າສະ​ພາບ​ການຫຍຸ້ງ​ຍາກ
ຂຶ້ນ​ມາ​ອີກ, ທ່ານ​ກໍ​ຈະເລີ້ມ​ໃຊ້​ພາ​ສີມາ​ນາບ​ຂູ່​ຕື່ມອີກ. ໃນ​ມູມມອງ​ຂອງ​ຂ້າ​ພະ​ເຈົ້າ
ເຫັນ​ວ່າ ສຳ​ລັບ​ທ່ານ​ແລ້ວ ພວກ​ກຳ​ມະ​ກອນ​ອາ​ເມ​ຣິ​ກັນ ແມ່ນ​ພຽງ​ຕົວຈຳ​ນອງ,
ຕົວຈຳ​ນອງຢູ່​ໃນ​ເກມພະ​ນັນ​ຂອງ​ທ່ານ.​”

ສຳ​ລັບ​ຕອນ​ນີ້ ທ່ານ​ໄບ​ເດັນ ແລະ​ທ່ານ​ທ​ຣຳ ແມ່ນ​ຜູ້​ລົງ​ແຂ່ງ​ຂັນ​ຢູ່​ໃນ​ແຖວ​ໜ້າຂອງ
​ພັກພວກ​ເພິ່ນໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີຄັ້ງ​ຕໍ່​ໄປ, ແຕ່​ວ່າ ເດືອນ​ພະ​ຈິກ 2020
ແມ່ນ​ຍັງ​ໄກ​ຢູ່ ແລະການ​ເລືອກ​ຕັ້ງ​ປີ 2016 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປິດ​ສະ​ໜາ​ໃນ​ຮອບ
​ສຸດ​ທ້າຍ​ນັ້ນ ແມ່ນ​ຍັງ​ບໍ່​ໄດ້​ຍົກອອກ​ໄປ​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

U.S. President Donald Trump and former Vice President Joe Biden both took their political message to the mid-western state of Iowa Tuesday, each seeking to persuade 2020 voters that he is the one with the vision and strength to lead the nation. Trump and Biden have been trading barbs ever since Biden announced his candidacy in the 2020 U.S. presidential election, with Trump portraying the Democratic frontrunner as lacking energy, and Biden criticizing Trump's aggressive style. VOA's Zlatica Hoke reports barbs became sharper on both sides as the two appeared in the same state on the same day.

During his Tuesday events in Iowa, Trump clearly had the 2020 presidential election in mind. The Republican president, who is expected to run for re-election, took every opportunity to undermine the record of the Obama administration and scorn former Vice President Biden.

Donald Trump, US President:
"America must never again be hostage to foreign suppliers of energy as we were under the Obama-Biden-Sleepy Joe group. Sleepy Joe!"

Trump's top argument in his favor has been the U.S. economic growth. But his tariff policies have hurt U.S.farmers and some manufacturers, sparking concern that the economy could take a downturn. Trump insisted that U.S. farmers benefit from the tariffs.

Donald Trump, U.S. President:
"We are taking in billions and out of those billions we are taking in - in tariffs - we gave the farmers $16 billion because that was the highest amount that China had ever used to purchase your product."

Earlier in the day, Trump posted a barrage of tweets expressing confidence in his re-election, including a recent approval rating, which was close to 50%, according to the Rasmussen Report.

However, a Quinnipiac University survey published Tuesday, showed Biden leading Trump by 13 points nationally.

Biden began his two-day visit to Iowa earlier Tuesday targeting Trump's leadership style.

Joe Biden,Democratic Presidential candidate:
"I think he's genuinely a threat to our core values. And he's a threat to our standing in the world. On the D-Day ceremonies, the D-Day ceremonies, it was astounding to me that he was tweeting attacks on everybody, from the mayor of London to ((U.S. actress)) Bette Midler."

The Democratic presidential frontrunner also contradicted Trump's claims on tariffs.

Joe Biden,Democratic Presidential candidate:
"The fact is, he backed off this threat on tariffs with Mexico lately because he realized that he was likely to lose Michigan, Ohio, Iowa and all of a sudden - as we say in southern Delaware - he had an alter call. He's seen the Lord. But make no mistake. If in fact things get tough again, he's going to start to threaten tariffs again. To him, American workers in my view are just a pawn, pawns in his game."

For now Biden and Trump are frontrunners of their respective parties in the next presidential race, but November 2020 is still far away and the 2016 election showed that last minute surprises cannot be ruled out.

XS
SM
MD
LG