ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລັດ​ຖະ​ມົນ​ຕີ​ການ​ເງິນ​ສະ​ຫະ​ລັດ: ຈີນ​ຕ້ອງ​ຊຸກ​ຍູ້ ໃຫ້​ຣັດ​ເຊຍ ຢຸດ​ເຊົາ​ບັນ​ຫາ​ຂັດ​ແຍ້ງ ໃນ​ຢູ​ເຄ​ຣນ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທ່ານ​ນາງ​ເຈນ​ເນັດ ເຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ພາ​ແອັດ​ແລນ​ຕິກ ເມື່ອ​ວັນ​ທີ 13 ເມ​ສາ 2022, ທີ່​ວໍ​ຊິງ​ຕັນ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທ່ານ​ນາງ​ເຈນ​ເນັດ ເຢ​ລ​ເລັນ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ພາ​ແອັດ​ແລນ​ຕິກ ເມື່ອ​ວັນ​ທີ 13 ເມ​ສາ 2022, ທີ່​ວໍ​ຊິງ​ຕັນ

ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈນເນດ ເຢລເລນ ໃນວັນພຸດວານນີ້ ໄດ້ຮຽກຮ້ອງຕໍ່ຈີນ ໃຫ້ໃຊ້ອິດທິພົນຂອງຕົນກັບຣັດເຊຍ ເພື່ອນຳມາຊຶ່ງການສິ້ນສຸດ ສົງຄາມໃນຢູເຄຣນ ໂດຍກ່າວເຕືອນວ່າ ການທີ່ບໍ່ເອົາມາດຕະ ການໂດຍປັກກິງ ຈະມີຜົນກະທົບ ຕໍ່ສາຍສຳພັນດ້ານເສດຖະກິດຂອງຕົນ ກັບບັນດາປະເທດທີ່ໄດ້ເຂົ້າມາຮວມໂຕກັນໃນການຄັດຄ້ານຕໍ່ການບຸກລຸກຂອງຣັດເຊຍ.

“ທັດສະນະຂອງໂລກຕໍ່ຈີນ ແລະຄວາມເຕັມໃຈຂອງຕົນທີ່ຈະຮັບເອົາການເຊື່ອມໂຍງເຂົ້າກັບເສດຖະກິດຕື່ມອີກ ອາດຈະໄດ້ຮັບຜົນກະທົບໂດຍການມີປະຕິກິລິ ຍາຂອງຈີນ ຕໍ່ການຮຽກຮ້ອງຂອງພວກເຮົາ ສຳລັບມາດຕະການແກ້ໄຂກ່ຽວກັບ ຣັດເຊຍ” ນັ້ນແມ່ນຄຳເວົ້າຂອງທ່ານນາງເຢລເລນ ທີ່ໄດ້ກ່າວໃຫ້ຄວາມເຫັນ ຢູ່ທີ່ງານ ຈັດຂຶ້ນໂດຍສະພາແອັດແລນຕິກ (Atlantic Council).

ທ່ານນາງ ກ່າວອີກວ່າ “ຈີນບໍ່ສາມາດຄາດໝາຍວ່າ ປະຊາຄົມໃນໂລກ ຈະນັບ ຖືຄຳຮຽກຮ້ອງຂອງຕົນຕໍ່ຫຼັກການຂອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ໃນອະນາຄົດ ຖ້າວ່າຕົນບໍ່ເຄົາລົບຕໍ່ຫຼັກການທັງຫຼາຍໃນເວລານີ້ເມື່ອມັນຈຳເປັນ. ຈີນເມື່ອມໍ່ມານີ້ ໄດ້ຢືນຢັນຕໍ່ສາຍສຳພັນທີ່ພິເສດ ກັບຣັດເຊຍ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈີນ ຈະເຮັດສິ່ງທີ່ເປັນທາງບວກຂອງສາຍສຳພັນນີ້ ແລະຊ່ອຍຍຸຕິສົງຄາມນີ້.

ປະຕິກິລິຍາຂອງລັດຖະບານຈີນ ຕໍ່ຄຳປາໄສຂອງທ່ານນາງເຢລເລນ ແມ່ນຍັງບໍ່ທັນຖືກເຜີຍແຜ່ໃນທັນທີເທື່ອ ແຕ່ໂຄສົກກະຊວງການຕ່າງປະເທດຂອງຈີນ ສາວ ລີຈຽນ ໃນກອງປະຊຸມຖະແຫລງຂ່າວສະຫລຸບໂດຍຫຍໍ້ ຕາມປົກກະຕິ ກ່ອນໜ້າ ທ່ານນາງເຢລເລນ ຈະໃຫ້ຄວາມເຫັນນັ້ນ ກໍໄດ້ໃຫ້ຄວາມເຫັນກ່ຽວກັບສະຖານະການໃນຢູເຄຣນ.

ໂດຍເອີ້ນຕໍ່ສະຫະລັດວ່າ “ເປັນຜູ້ກະທຳທີ່ມີຜົນຕໍ່ວິກິດການຂອງຢູເຄຣນ” ທ່ານສາວ ໄດ້ຕ້ອງຕິມາດຕະການລົງໂທດທັງຫຼາຍທີ່ໄດ້ວາງຕໍ່ຣັດເຊຍ, ໂດຍກ່າວວ່າ “ແທນທີ່ຈະແກ້ໄຂບັນຫາໃດໆ ມາດຕະການເຫຼົ່ານັ້ນ ພຽງແຕ່ເຮັດໃຫ້ເສດ ຖະກິດໂລກຊຸດໂຊມລົງ.”

ທ່ານສາວ ກ່າວຕື່ມວ່າ “ປະເທດຕ່າງໆໃນທົ່ວໂລກມີບັນຫາພຽງພໍຢູ່ແລ້ວ ຂະ ນະທີ່ພວກເຂົາ ຕ້ອງໄດ້ຮັບມືກັບໂຄວິດ-19 ແລະພະຍາຍາມຟື້ນຟູເສດຖະ ກິດ.” ທ່ານກ່າວຕໍ່ໄປວ່າ “ໃນການຕໍ່ຕ້ານບັນຫາເຊັ່ນນັ້ນຢູ່ ມາດຕະການລົງ ໂທດທີ່ກວ້າງຂວາງ ແລະບໍ່ຈຳແນກ ຈະບໍ່ພຽງແຕ່ສ້າງບັນຫາໃໝ່ທີ່ບໍ່ສາມາດຕ່າວປີ້ນການສູນນັ້ນໄດ້ ແຕ່ອາດຍັງຈະນຳມາຄວາມສັ່ນສະເທືອນຕໍ່ລະບົບເສດຖະກິດຂອງໂລກໃນປັດຈຸບັນນີ້ ໂດຍການລົບລ້າງໝາກຜົນຂອງການຮ່ວມມືລະຫວ່າງປະເທດເປັນເວລາຫຼາຍທົດສະວັດ ແລະໃນທີ່ສຸດເປັນການກົດດັນປະຊາຊົນຂອງໂລກ ຈະຕ້ອງເປັນຜູ້ໄດ້ຮັບຜົນກະທົບຢ່າງໜັກ.”

ທ່ານສາວ ໄດ້ກ່າວວ່າ ຈີນ ສືບຕໍ່ສະໜັບສະໜຸນ “ການສົນທະນາ ແລະການເຈລະຈາ” ເພື່ອແນໃສ່ “ການຕົກລົງທາງດ້ານການເມືອງ” ຕໍ່ບັນຫາຂັດແຍ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG