ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ກະ​ຊວງ​ການ​ເງິນ​ຂອງ ສ​ຫລ ກ່າວ​ວ່າ ການເພີ້ມ​ທະ​ວີ ​ການສະໜັບສະໜູນຢູເຄຣນ ເປັນ​ວິ​ທີທີ່ດີທີ່ສຸດ ສຳ​ລັບ ການ​ຂະ​ຫຍາຍຕົວ ຂອງເສດ​ຖະ​ກິດ​ໂລກ


ທ່ານນາງເຈ​ເນັດ ແຢລເລັນ, ລັດຖະມົນຕີກະຊວງການເງິນສະຫະລັດກ່າວຢູ່ກອງປະຊຸມຖະ​ແຫລງ​ຂ່າວ ກ່ອນກອງ​ປະ​ຊຸມ​ສຸດຍອດ​ຂອງລັດຖະມົນຕີການເງິນຂອງກຸ່ມ G20 ໃນນະ​ຄອນ Gandhinagar, ປະເທດອິນເດຍ, ວັນ​ທີ 16 ກໍ​ລະ​ກົດ, 2023.
ທ່ານນາງເຈ​ເນັດ ແຢລເລັນ, ລັດຖະມົນຕີກະຊວງການເງິນສະຫະລັດກ່າວຢູ່ກອງປະຊຸມຖະ​ແຫລງ​ຂ່າວ ກ່ອນກອງ​ປະ​ຊຸມ​ສຸດຍອດ​ຂອງລັດຖະມົນຕີການເງິນຂອງກຸ່ມ G20 ໃນນະ​ຄອນ Gandhinagar, ປະເທດອິນເດຍ, ວັນ​ທີ 16 ກໍ​ລະ​ກົດ, 2023.

ການເພີ້ມ​ທະ​ວີ​ການສະໜັບສະໜູນຢູເຄຣນທີ່ປະສົບສົງຄາມຂຶ້ນ​ໄປອີກ​ແມ່ນ “ວິທີດຽວ ທີ່ດີທີ່ສຸດ” ທີ່ຈະຊ່ວຍເຫຼືອເສດຖະກິດໂລກໄດ້, ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈ​ເນັດ ແຢລ​ເລັນ (Janet Yellen) ກ່າວໃນວັນອາທິດວານນີ້ ຄຽງ​ຄູ່​ໄປກັບການຊຸກຍູ້ເສດຖະກິດທີ່ກຳລັງພົ້ນ​ເດັ່ນ​ຂຶ້ນ ແລະ ຮັບມືກັບບັນຫາໜີ້ສິນທີ່​ໜັກ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ເອັ​ຟ​ພີ (AFP).

ທ່ານ​ນາງແຢລ​ເລັນ ຍັງ​ກ່າວ​ຢູ່​ນອກ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນຂອງ​ກຸ່ມ G20 ໃນປະ​ເທດ​ອິນ​ເດຍ ​ວ່າ ທ່ານນາງ​ຈະ "ຕ້ານ​ຢັນ​ຄືນ" ການຕຳ​ໜິ​ທີ່ເວົ້າ​ວ່າ​ ມີ​ການ​ປ່ຽນແທນກັນ​ລະ​ຫວ່າງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ຢູ​ເຄ​ຣນ ​ກັບ​ບັນ​ດາປະ​ເທດ​ກຳ​ລັງພັດ​ທະ​ນາ.

ທ່ານນາງກ່າວຕໍ່ບັນດານັກຂ່າວ ຢູ່ນະ​ຄອນ​ການ​ດີ​ນະ​ກາ ວ່າ "ການເຮັດ​ໃຫ້ສົງຄາມນີ້ ສິ້ນ​ສຸດ​ລົງ ແມ່ນສິ່ງທໍາອິດ ແລະສໍາຄັນທີ່​ສຸດທາງດ້ານສິນທໍາ". "ນອກນັ້ນ ມັນຍັງເປັນສິ່ງທີ່ດີທີ່ສຸດ ສິ່ງດຽວທີ່ພວກເຮົາສາມາດເຮັດໄດ້ສໍາລັບເສດຖະກິດໂລກ."

ທ່ານ​ນາງແຢລ​ເລັນ ຍັງໄດ້ຊີ້ໃຫ້ເຫັນເຖິງຄວາມພະຍາຍາມເພື່ອຮັບມືກັບບັນຫາຫນີ້ ສິນທີ່ເສດຖະກິດຂອງ​ປະ​ເທດ​ຕ່າງໆ​ປະ​ເຊີນ​ຢູ່, ການປະຕິຮູບທະນາຄານ ແລະຂໍ້​ຕົກ​ລົງ​ທາງ​ດ້ານພາສີທົ່ວໂລກ, ແລະເຕືອນວ່າ ມັນ "ໄວເກີນ​ໄປ" ທີ່ຈະເວົ້າກ່ຽວກັບ ການຍົກເລີກພາສີນຳ​ເຂົ້າຕໍ່ຈີນ.

ການບຸກລຸກຂອງຣັດເຊຍໃນຢູເຄຣນ - ຊຶ່ງທັງສອງປະເທດແມ່ນອູ່​ເຂົ້າຈີ່ຂອງໂລກ ໂດຍທີ່ຮວມເຂົ້າກັນແລ້ວ ​ເຂົາ​ເຈົ້າສົ່ງອອກເກືອບຮອດນຶ່ງສ່ວນສີ່ຂອງປະ​ລິ​ມານເຂົ້າ ເບ​ລທີ່ສະຫນອງໃຫ້​ໂລກ - ຊຶ່ງເຮັດໃຫ້ເກີດຄວາມສັ່ນສະເທືອນໃນເສດຖະກິດ ທົ່ວໂລກ ໂດຍເຮັດ​ໃຫ້ລາຄາອາຫານແລະນໍ້າມັນເພີ່ມຂຶ້ນຢ່າງວ່ອງ​ໄວ.

ລັດຖະມົນຕີ​ການ​ເງິນ​ຍີ່ປຸ່ນ, ທ່ານ​ຊູ​ນິ​ຊິ ຊູ​ຊູ​ກິ (Shunichi Suzuki) ກ່າວ​ຄຳ​ເຫັນ​ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ G7 ວ່າ “ຂໍຢືນຢັນ​ຄືນ​ໃໝ່​ທີ່​ຈະ​ໃຫ້ການ​ສະໜັບ ສະໜູນ ແບບ​ບໍ່​ຫວັ່ນ​ໄຫວ​ຂອງກຸ່ມ G7” ​ແກ່ຢູ​ເຄ​ຣນ.

ທ່ານຊູ​ຊູ​ກິ ກ່າວ​ວ່າ “ພວກ​ເຮົາ​ໄດ້​ຢືນຢັນ​ວ່າ ຊັບ​ສິນ​ທີ່​ເປັນ​ຂອງຣັດ​ເຊຍ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງກຸ່ມ G7 ຈະ​ບໍ່​ຖືກ​ໂອນໄປ​ໃຫ້ ​ຈົນ​ກວ່າຣັດ​ເຊຍ​ຈະ​ຈ່າຍ​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ຢູ​ເຄຣນ.” ທ່ານ ກ່າວ​ຕື່ມ​ວ່າມົ​ສ​ກູຄວນ​ “ຈ່າຍ​ຄ່າ​ກໍ່ສ້າງ​ຄືນ​ໃໝ່​ໃນ​ໄລຍະ​ຍາວ” ອີກ​ດ້ວຍ.

ການສົນທະນາໃດໆ ກ່ຽວກັບຢູເຄຣນແມ່ນເປັນ​ເລື້ອງ​ທີ່ເຮັດ​ໃຫ້ບໍ່ສະ​ບາຍ​ໃຈ​ປານ​ໃດສໍາລັບອິນເດຍ ທີ່​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຂອງ​ກຸ່ມ G20 ທີ່ບໍ່ໄດ້ປະນາມ ການໂຈມຕີຂອງຣັດເຊຍ ແຕ່ຜັດຍັງເປັນສ່ວນນຶ່ງຂອງກຸ່ມ 4 ປະ​ເທດ ຫລື Quad ຄຽງຄູ່ກັນກັບອອສເຕຣ​ເລຍ, ສະຫະລັດແລະຍີ່ປຸ່ນອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG