ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ຫະ​ລັດ ເປີດ​ການເຈ​ລະ​ຈາ ດ້ານ​ການ​ຄ້າ ແບບ​ກົງ​ໄປ​ກົງ​ມາ ແລະ​ສ້າງ​ສັນ ກັບ​ ຈີນ


ຮອງນາຍົກຈີນ ທ່ານ ​ຫລິວ ເຫ ຢືນຢູ່ຄຽງຂ້າງ ລັດຖະມົນຕີ ກະຊວງການເງິນ ສະຫະລັດ ທ່ານສຕີເວັນ ມະນູຈິນ.
ຮອງນາຍົກຈີນ ທ່ານ ​ຫລິວ ເຫ ຢືນຢູ່ຄຽງຂ້າງ ລັດຖະມົນຕີ ກະຊວງການເງິນ ສະຫະລັດ ທ່ານສຕີເວັນ ມະນູຈິນ.

ຄະ​ນະ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ ​ຂອງ​ສະ​ຫະ​ລັດແລະ​ຈີນ ໄດ້​ສ້າງ​ຄວາມ​ຄືບ​ໜ້າ​ໃນ​ລະ​
ຫວ່າງ “ການ​ຫາ​ລື​ແບບ​ກົງ​ໄປ​ກົງ​ມາ​ ແລະ​ສ້າງ​ສັນ” ຢູ່​ທີ່​ນະ​ຄອນ​ຫຼວງປັກ​ກິ່ງ ໃນ​ວັນ​ສຸກ
ວານນີ້ ແລະ​ຈະ​ສືບ​ຕໍ່​ການ​ເຈ​ລະ​ຈາ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນຂອງ​ສະ​ຫະ​ລັດ ໃນ​ອາ​ທິດ​
ໜ້າ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ທຳ​ນຽບ​ຂາວ.

ທັງ​ສອງ​ຝ່າຍ​ພວມ​ເຮັດ​ວຽກ ​ເພື່ອ​ໃຫ້​ມີ​ການ​ຕົກ​ລົງ​ກັນ ກ່ຽວ​ກັບ​ການ​ຍົກ​ເລີກ​ພາ​ສີ ທີ່​ໄດ້
​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ເດືອນ ທີ່​ມີ​ຜົນ​ກະ​ທົບ​ຕໍ່​ສິນ​ຄ້າ​ຂາ​ເຂົ້າ​ຂອງ​ຈີນມາຍັງ​ສະ​ຫະ​ລັດ
ໃນ​ມູນ​ຄ່າ 250 ຕື້​ໂດ​ລາ ແລະ​ປະ​ມານ 110 ຕື້​ໂດ​ລາ ຕໍ່​ສິນ​ຄ້າຂາ​ອອກ​ຂອງ​ອາ​ເມ​ຣິ​ກັນ​
ໄປ​ຍັງ​ປະ​ເທດ​ຈີນ.

ການ​ເຈ​ລະ​ຈາ​ຮອບ​ຫຼ້າ​ສຸດ​ມີ​ຂຶ້ນ​ທ່າມ​ກາງ​ທີ່​ລາຍ​ງານ​ຂອງ​ຫ້ອງ​ການ​ວິ​ເຄາະ​ເສດຖະ​ກິດ
​ກ່າວ​ວ່າ ການ​ຂາດ​ດຸນ​ການ​ຄ້າ​ຂອງ​ສະ​ຫະ​ລັດ ​ກັບ​ຈີນ ໄດ້​ເພີ້ມ​ຂຶ້ນ​ໃນ​ປີ 2018.

“ການ​ຂາດ​ດຸນດ້ານ​ສິນ​ຄ້າ ​ແລະ​ການ​ບໍ​ລິ​ການ ​ໃນ​ປີ 2018 ກັບ​ຈີນ ​ພຽງ​ຢ່າງ​ດຽວ ແມ່ນ
379ຕື້​ໂດ​ລາ ນັ້ນ​ຄື 70 ຕື້​ໂດ​ລາ ຫລື 23 ເປີ​ເຊັນ ສູງກວ່າໃນ​ປີ 2016 ຊຶ່ງ​ປະ​ກອບ​ເປັນ
​ຫຼາຍກວ່າ 3 ​ເທົ່າ ຂອງ​ການ​ຂາດ​ດຸນ ​ໃນ​ປີ 2018 ກັບ​ສະ​ຫະພາບ​ຢູ​ໂຣບ. ຈີນ​ພຽງ​ປະ​
ເທດ​ດຽວແມ່ນ​ປະ​ກອບ​ເປັນ 61 ເປີ​ເຊັນໃນ​ການ​ຂາດ​ດຸນ​ທັງ​ໝົດ​ຂອງ​ສະ​ຫະ​ລັດ ໃນ​ປີ
2016 ແລະ​ໃນ​ປີ​ກາຍນີ້” ນັ້ນ​ຄື​ຄຳ​ເວົ້າ​ທ່ານ Derek Scissors ນັກ​ຊ່ຽວ​ຊານ ​ຈາກ​ສະ
​ຖາ​ບັນ American Enterprise.

ລັດຖະມົນຕີວ່າການກະຊວງການເງິນ ຂອງ​ສະ​ຫະ​ລັດ ທ່ານສຕີເວັນ ມະນູຈິນ ຜູ້ທີ່​ກຳລັງ
ຢູ່ໃນ ນະຄອນຫຼວງປັກກິ່ງ ໄດ້ຂຽນລົງທວີດເຕີ້ ໃນວັນສຸກວານນີ້ວ່າການ​ເຈ​ລະ​ຈາ​ຈະ​ດຳ
​ເນີນ​ຕໍ່​ໄປ ໃນ​ອາ​ທິດ​ໜ້າ.

ທ່ານ ມະນູຈິນ ໄດ້ຂຽນວ່າ “@USTradeRep ແລະຂ້າພະເຈົ້າ ໄດ້ສະຫຼຸບການເຈລະ
ຈາດ້ານ ການຄ້າ ທີ່ສ້າງສັນ ຢູ່ປັກກິ່ງ. ຂ້າພະເຈົ້າຍິນດີທີ່ຈະຕ້ອນ ຮັບຮອງນາ​ຍົກລັດ​
ຖະ​ມົນ​ຕີຈີນ ທ່ານ​ຫລິວ ເ​ຫ ໃນການສືບຕໍ່ການປຶກສາຫາ ລືທີ່ສຳຄັນເຫຼົ່ານີ້ ຢູ່ນະຄອນ
ຫຼວງວໍຊິງຕັນໃນສັບປະດາ ໜ້າ. #USEmbassyChina”.

ສະຫະລັດ ຮຽກຮ້ອງໃຫ້ຈີນປ່ຽນແປງນະໂຍບາຍດ້ານອຸດສາຫະກຳ ຫຼາຍໆຢ່າງ ຮວມ
ທັງ ຍຸຕິ ການແຊກແຊງຕະຫຼາດຂະໜາດໃຫຍ່ໂດຍທາງການ ແລະ​ນະ​ໂຍ​ບາຍ​ບັງ​ຄັບ
​ໃຫ້​ບໍ​ລິ​ສັດ​ຕ່າງ​ປະ​ເທດ ໂອນ​ເທັກ​ໂນ​ໂລ​ຈີ​ ໃຫ້ບໍ​ລິ​ສັດ​ຈີນ​ທີ່​ເປັນ​ຮຸ້ນ​ສ່ວນ​.

ຈີນ​ພວມ​ພິ​ຈາ​ລະ​ນາ​ການ​ປະ​ຕິ​ຮູບ​ຫຼາຍໆ​ຢ່າງ ທີ່​ແນ​ໃສ່​ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​
ຂອງວໍ​ຊິງ​ຕັນຮວມ​ທັງ​ຍຸ​ຕິ​ການ​ບັງ​ຄັບ​ໃຫ້​ໂອນ​ເທັກ​ໂນ​ໂລ​ຈີແລະ​ເປີດ​ຫຼາຍພາກ​ສ່ວນ
​ຂອງ​ເສດ​ຖະ​ກິດ​ຕົນໃຫ້​ແກ່​ຄູ່​ແຂ່ງ​ຕ່າງ​ປະ​ເທດ. ແຕ່​ພວກ​ນັກ​ວິ​ເຄາະກ່າວ​ວ່າ ຈຸດ​ສຳ​
ຄັນ​ສຸດ​ທີ່​ຈະ​ຊັກ​ຊວນ​ໃຫ້​ວໍ​ຊິງ​ຕັນ​ເຫັນ​ພ້ອມ​ນຳ​ກໍແມ່ນວ່າ​ປັກ​ກິ່ງ​ຈະ​ບັງ​ຄັບ​ໃຊ້​ນະ​ໂຍ
​ບາຍ​ໃໝ່​ນີ້​ແບບ​ໃດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG