ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ຮັບຟັງ ຄໍາໃຫ້ການ ຂອງຄົນທີ່ຮູ້ຈັກ ທ. ຄາແວນໍ ທີ່ຖືກສະເໜີຊື່ ເປັນຜູ້ພິພາກສາ ສານສູງສຸດ ສຫລ


ທ່ານ ແບຣັດ ຄາແວນໍ ທີ່ຖືກສະເໜີຊື່ ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ກ່າວໃຫ້ການເປັນມື້ 3 ໃນວັນພະຫັດວານນີ້ ຕໍ່ໜ້າຄະນະກຳມະການຕຸລາການສະພາສູງ ສະຫະລັດ ໃນນະຄອນຫລວງ ວໍຊິງຕັນ.
ທ່ານ ແບຣັດ ຄາແວນໍ ທີ່ຖືກສະເໜີຊື່ ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ ກ່າວໃຫ້ການເປັນມື້ 3 ໃນວັນພະຫັດວານນີ້ ຕໍ່ໜ້າຄະນະກຳມະການຕຸລາການສະພາສູງ ສະຫະລັດ ໃນນະຄອນຫລວງ ວໍຊິງຕັນ.

ຄະນະກຳມະການຕຸລາການສະພາສູງໃນວັນສຸກມື້ນີ້ຈະຮັບຟັງຄໍາໃຫ້ການຂອງຄົນທີ່ຮູ້
ຈັກ ທ່ານ ແບຣັດ ຄາແວນໍ ທີ່ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດນັ້ນ.

ທ່ານ ຄາແວນໍ ໄດ້ສິ້ນສຸດການຕອບຄໍາຖາມເປັນມື້ 3 ຂອງທ່ານ ໃນວັນພະຫັດວານນີ້,
ນຶ່ງມື້ພາຍຫລັງທີ່ທ່ານໄດ້ປະກາດວ່າ ທ່ານເປັນຜູ້ພິພາກສາທີ່ເປັນອິດສະຫລະ ແຕ່ວ່າ
ທ່ານກໍໄດ້ປະຕິເສດທີ່ຈະຖືກບັງຄັບໃຫ້ຕອບຄໍາຖາມທີ່ກ່ຽວຂ້ອງກັບການສືບສວນທ່ານ
ປະທານາທິບໍດີ ດໍໂນລ ທຣໍາ ແລະການພົວພັນ ຂອງຄະນະໂຄ ສະນາຫາສຽງ ໃນການ
ເລືອກຕັ້ງຂອງທ່ານໃນ ປີ 2016 ກັບຣັດເຊຍ.

“ຂ້າພະເຈົ້າເປັນຜູ້ພິພາກສາອິດສະຫລະ” ນັ້ນຄືຄໍາເວົ້າຂອງທ່ານ ຄາແວນໍ ອາຍຸ 53 ປີ
ທີ່ກ່າວຕໍ່ຄະນະກຳມະການຕຸລາການ. "ຂ້າພະເຈົ້າຕ້ອງເປັນຜູ້ຈົງຮັກພັກດີຕໍ່ລັດຖະທໍາ
ມະນູນ, ແລະລັດຖະທໍາມະນູນ ໄດ້ສ້າງຂ້າພະເຈົ້າມາໃຫ້ເປັນຜູ້ພິພາກສາທີ່ເປັນອິດສະ
ຫລະ ທີ່ມີໜ້າທີ່ປະຕິບັດຕາມກົດໝາຍດັ່ງທີ່ໄດ້ຂຽນໄວ້ນັ້ນ."

ແຕ່ວ່າທ່ານ ຄາແວນໍ ປະຕິເສດທີ່ຈະສະແດງທັດສະນະຂອງຕົນອອກມາກ່ຽວກັບເລື້ອງ
ທີ່ວ່າ ປະທານາທິບໍດີສາມາດຖືກຮຽກຕົວແລະຖືກບັງຄັບໃຫ້ຕອບຄໍາຖາມຢູ່ສານຫລືບໍ່, ປະທານາທິບໍດີ ສາມາດທີ່ຈະໃຫ້ອະໄພຍະໂທດແກ່ຕົນເອງ ໄດ້ຫລືບໍ່ ຖ້າຫາກທ່ານກະ
ທໍາຜິດ, ແລະກໍຖືກຖາມວ່າ ທ່ານຍັງເຊື່ອວ່າ ປະທາ ນາທິບໍດີສາມາດທີ່ຈະປົດຕໍາແໜ່ງ
ໄອຍະການພິເສດ ທີ່ດໍາເນີນການສືບສວນຕໍ່ປະທານາທິບໍດີເອງ ດັ່ງທີ່ກ່ານໄດ້ຂຽນໃນ
ສອງທົດສະວັດກ່ອນໜ້ານີ້ ນັ້ນ ຫລືບໍ່.

ຄໍາຖາມດັ່ງກ່າວນັ້ນ ແມ່ນກ່ຽວຂ້ອງກັບການສອບສວນທີ່ຍັງດຳເນີນຕໍ່ໄປຢູ່ຂອງໄອຍະ
ການພິເສດ ທ່ານ ໂຣເບີດ ມອລເລີ ໃນເລື້ອງຂໍ້ກ່າວຫາທີ່ວ່າຄະນະໂຄ ສະນາຫາສຽງ
ຂອງທ່ານທຣຳ ມີການພົວພັນກັບຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ຊະນະການເລືອກຕັ້ງ
ຫລືບໍ່ ແລະທ່ານທຣໍາ ໃນນາມທີ່ເປັນປະທານາທິບໍດີ ໄດ້ ທໍາການຂັດຂວາງຂະບວນຍຸ
ຕິທໍາ ໂດຍການພະຍາຍາມທີ່ຈະຍຸຕິການສືບສວນນັ້ນລົງ ຫລືບໍ່. ທ່ານ ມອລເລີ ຍັງບໍ່
ທັນໄດ້ອອກໝາຍຮຽກຕົວທ່ານ ທຣຳ ເທື່ອ ແຕ່ມັນ ກໍຍັງບໍ່ສາມາດຕົກລົງໄດ້ເທື່ອວ່າ
ຈະໃຫ້ທ່ານທຣໍາໄປໃຫ້ການ ກ່ຽວກັບການກະທໍາຂອງທ່ານ ແລະຂອງຄະນະໂຄສະ
ນາຫາສຽງໃນການເລືອກຕັ້ງຂອງທ່ານ ຫລືບໍ່.

ໃນວັນພະຫັດວານນີ້ ທ່ານ ຄາແວນໍ ໄດ້ປະເຊີນກັບຄໍາຖາມໃໝ່ກ່ຽວກັບຄວາມຄິດເຫັນ
ຂອງທ່ານໃນເລື້ອງຄໍາຕັດສິນຂອງສານສູງສຸດໃນປີ 1973 ທີ່ເຮັດໃຫ້ສິດໃນການແທ້ງ
ລູກອອກຖືກກົດໝາຍຢູ່ໃນສະຫະລັດ, ຊຶ່ງທ່ານໄດ້ກ່າວອີກຄັ້ງນຶ່ງວ່າ ທ່ານເຊື່ອວ່າ
ການຕັດສິນດ່ັງກ່າວ ໄດ້ສ້າງໃຫ້ມີກົດໝາຍທີ່ໄດ້ຮັບການຢືນຢັນຮັບຮອງເອົາອີກ ຢູ່
ໃນການຕັດສິນຫລາຍຄັ້ງ ເມື່ອມໍ່ໆ ມານີ້.
ແຕ່ວ່າ ທ່ານ ຄາແວນໍ ກໍປະຕິເສດທີ່ຈະໃຫ້ຄໍາຄິດເຫັນທີ່ບອກວ່າ ທ່ານຄິດວ່າ ຄໍາຕັດສິນ

ນັ້ນ ໄດ້ເຮັດໄປຢ່າງຖືກຕ້ອງຫລືບໍ່ໃນແງ່ຂອງກົດໝາຍ. ກຸ່ມຜູ້ຍິງຈໍານວນຫລວງຫລາຍ
ໄດ້ພາກັນຄັດຄ້ານການຕໍ່ແຕ່ງຕັ້ງ ທ່ານຄາແວນໍ ຢ່າງແຮງ, ໂດຍຢ້ານວ່າ ທ່ານຈະເປັນ
ຜູ້ທີ 5 ທີ່ຈະໄປລົງຄະແນນສຽງເຫັນດີ ກັບພວກອະນຸລັກນິຍົມທີ່ມີຢູ່ 4 ຄົນ ໃນສານແລ້ວ
ນັ້ນ ເພື່ອຕ່າວປີ້ນຄໍາຕັດສິນກ່ຽວກັບການແທ້ງລູກຫລືຈໍາກັດການເຂົ້າເຖິງຂັ້ນຕອນການ
ປິ່ນປົວທີ່ກ່ຽວຂ້ອງກັບເລື້ອງນີ້ເພີ້ມຂຶ້ນອີກ.

ທ່ານ ທຣຳ ຜູ້ທີ່ໄດ້ສະເໜີຊື່ທ່ານ ຄາແວນໍ ເມື່ອເດືອນກໍລະກົດຜ່ານມາ ກ່າວວ່າ ທ່ານ
ພໍໃຈກັບແນວທາງຂອງການພິຈາລະນາທີ່ກໍາລັງດຳເນີນໄປຢູ່ໃນເວລານີ້ ໂດຍກ່າວວ່າ
ທ່ານ ຄາແວນໍ ໄດ້ “ໃຫ້ຄໍາຕອບຕໍ່ຄໍາຖາມທີ່ສັບສົນຫຍຸ້ງຍາກ ໄດ້ດີຫລາຍ ແບບໜ້າ
ເຫລືອເຊື່ອເລີຍ." ທ່ານຜູ້ນໍາຂອງສະຫະລັດທ່ານນີ້ ເອີ້ນ ທ່ານຄາແວນໍ ວ່າ "ເປັນຜູ້ພິ
ພາກສາທີ່ດີເດັ່ນ" ທີ່ເກີດມາເພື່ອຈະມາຮັບຕໍາແໜ່ງນີ້ໂດຍສະເພາະແທ້ໆ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG