ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຊ ການຕ່າງປະເທດ ສຫລ ເຕືອນບໍລິສັດ ທັງຫຼາຍ ຕ້ອງໃຫ້ຕັດ ການນຳເຂົ້ານ້ຳມັນ ຈາກອີຣ່ານ


ແປວໄຟຈາກແກັສ ຢູ່ທີ່ໂຮງງານຜະລິດນ້ຳມັນ ໃນທົ່ງນ້ຳມັນ ທີ່ເມືອງໂຊຣູດຊ໌ ສາມາດເຫັນໄດ້ ຢູ່ຄຽງຂ້າງ ກັບທຸງຊາດ ຂອງອີຣ່ານ ໃນອ່າວເປີເຊຍ.
ແປວໄຟຈາກແກັສ ຢູ່ທີ່ໂຮງງານຜະລິດນ້ຳມັນ ໃນທົ່ງນ້ຳມັນ ທີ່ເມືອງໂຊຣູດຊ໌ ສາມາດເຫັນໄດ້ ຢູ່ຄຽງຂ້າງ ກັບທຸງຊາດ ຂອງອີຣ່ານ ໃນອ່າວເປີເຊຍ.

ເຈົ້າໜ້າທີ່ອະວຸໂສ ຂອງກະຊວງການຕ່າງປະເທດ ທ່ານນຶ່ງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ
ສະຫະລັດ ຄາດວ່າ ບໍລິສັດທັງໝົດໃນທົ່ວໂລກ ຈະຕັດການນຳເຂົ້ານ້ຳມັນດິບຈາກອີຣ່ານ
ລົງເປັນສູນ ພາຍໃນ ວັນທີ 4 ເດືອນພະຈິກ ຫຼືບໍ່ດັ່ງນັ້ນ ຈະປະເຊີນກັບມາດຕະການລົງ
ໂທດຂອງສະຫະລັດ.

ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ທ່ານນີ້ ໄດ້ກ່າວອີກວ່າ ທ່ານໄດ້ພົບປະກັບ
ບັນດານັກການທູດ ຈາກປະເທດຢູໂຣບ ເພື່ອນຳສົ່ງຂໍ້ຄວາມຂອງຄະນະລັດຖະບານ
ທ່ານທຣຳ ທີ່ວ່າ ຈະເອົາຈິງເອົາຈັງ ກ່ຽວກັບການບັງຄັບໃຊ້ ມາດຕະການລົງໂທດໃໝ່
ຕໍ່ການຄ້າຂາຍກັບອີຣ່ານ ພາຍຫຼັງຈາກທີ່ ປະທານາທິບໍດີ ດໍໂນລ ທຣຳ ໄດ້ຖອນ
ສະຫະລັດ ອອກຈາກ ຂໍ້ຕົກລົງນິວເຄລຍກັບອີຣ່ານ ໃນເດືອນພຶດສະພາ ຜ່ານມາ.

ເມື່ອມີການຖາມ ກ່ຽວກັບວ່າ ມີປະຕິກິລິຍາປະເພດໃດແດ່ ທີ່ໄດ້ຮັບຈາກບັນດາ
ພັນທະມິດ ໃນປະເທດຢູໂຣບ ທີ່ເປັນພາກສ່ວນນຶ່ງທີ່ຍັງຄົງຢູ່ໃນຂໍ້ຕົກລົງນິວເຄລຍ
ກັບອີຣ່ານ ເຈົ້າໜ້າທີ່ດັ່ງກ່າວ ເວົ້າວ່າ “ຂ້າພະເຈົ້າ ກໍສືບຕໍ່ໄດ້ພົບເຫັນຈຳນວນ ຂອງ
ທຸລະກິດ ທີ່ຖອນໂຕອອກຈາກອີຣ່ານ. ບໍລິສັດ ຜະລິດລົດຍົນຂອງຝຣັ່ງ ເຊັ່ນ ເປີໂຊ
ແລະ ອື່ນໆ ເຫັນວ່າ ອີຣ່ານ ນັ້ນ ເປັນສະຖານທີ່ເຮັດທຸລະກິດທີ່ມີຄວາມສ່ຽງຫຼາຍ.”

ໂຮງກັ່ນນ້ຳມັນ ຕັ້ງຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ
ໂຮງກັ່ນນ້ຳມັນ ຕັ້ງຢູ່ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ

ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ໄດ້ກ່າວຕື່ມວ່າ ບັດນີ້ ເປັນເວລາ ສຳລັບ
ພວກບໍລິສັດທັງຫຼາຍ ທີ່ຈະຍຸຕິຊື້ນ້ຳມັນຂອງອີຣ່ານ.

ທ່ານເວົ້າວ່າ “ພວກເຂົາເຈົ້າຄວນ ຫລຸດລົງ ດຽວນີ້. ອັນນັ້ນ ແມ່ນພາຍໃນກຳນົດ
ເສັ້ນຕາຍ ຄື ວັນທີ 4 ເດືອນພະຈິກ. ອັນນັ້ນເປັນເຫດຜົນ ທີ່ພວກເຮົາ ໄດ້ສະເໜີໃຫ້
ເປັນຊ່ວງເວລາ ນັບຕັ້ງແຕ່ວັນທີ 8 ເດືອນພຶດສະພາ ເປັນຕົ້ນມາ ຄືກັບວ່າ ເປັນຊ່ວງ
ເວລາ ແບບຫລຸດຜ່ອນລົງ.”

ທ່ານໄດ້ກ່າວຕໍ່ໄປວ່າ ການເຄື່ອນໄຫວນີ້ ບໍ່ພຽງແຕ່ນຳໃຊ້ກັບ ຢູໂຣບ ເທົ່ານັ້ນ ແຕ່ຕໍ່
ປະເທດ ອິນເດຍ ຈີນ ແລະເທີກີ ນຳດ້ວຍ ບ່ອນທີ່ທ່ານ ຍັງບໍ່ທັນໄດ້ຈັດ ການເຈລະຈາ
ກັບບັນດາເຈົ້າໜ້າທີ່ຂອງປະເທດດັ່ງກ່າວເທື່ອ ຫາກແຕ່ຈະນຳສົ່ງຂໍ້ມູນຂ່າວສານ ແບບ
ດຽວກັນນີ້ ໄປໃຫ້ພວກເພິ່ນ.

ສ່ວນລາຄານ້ຳມັນທັງຫຼາຍ ກໍໄດ້ສູງຂຶ້ນ ຫຼັງຈາກໄດ້ມີການປະກາດດັ່ງກ່າວ. ອີຣ່ານ
ເປັນ ປະເທດທີ່ຜະລິດນ້ຳມັນ ທີ່ໃຫຍ່ສຸດອັນດັບສາມ ຂອງ ກຸ່ມ OPEC ທີ່ສົ່ງອອກ
ນ້ຳມັນ ປະມານ 2 ລ້ານຖັງຕໍ່ວັນ.

ອັງກິດ ຝຣັ່ງ ເຢຍຣະມັນ ແລະ ສະຫະພາບຢູໂຣບ ໂດຍລວມ ໄດ້ປະທ້ວງຢ່າງແຂງຂັນ
ຕໍ່ການຖອນໂຕອອກຈາກຂໍ້ຕົກລົງນິວເຄລຍກັບອີຣ່ານ ຂອງທ່ານທຣຳ ແລະໄດ້ປະຕິ
ຍານວ່າ ຈະປົກປ້ອງບໍລິສັດທັງຫຼາຍຂອງພວກເຂົາເຈົ້າ ຈາກອັນທີ່ເອີ້ນວ່າ “ມາດຕະ
ການລົງໂທດສຳຮອງ”
ເຊິ່ງຈະລົງໂທດພວກບໍລິສັດ ຈາກປະເທດອື່ນໆ ທີ່ພົວພັນເຮັດ
ທຸລະກິດ ກັບພາກສ່ວນທີ່ຖືກມາດຕະການລົງ ໂທດດ້ານເສດຖະກິດຂອງອີຣ່ານ.
ເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ກ່າວວ່າ ມາດຕະການລົງໂທດສຳຮອງ ຕໍ່ອີຣ່ານ
ນັ້ນ ບໍ່ແມ່ນອັນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG