ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ພອມ​ພຽວ ເຕືອນ​ຣັດ​ເຊຍວ່າ ມີ​ເວ​ລາ '60 ມື້' ເພື່ອໃຫ້ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນຍາ ລູກ​ສອນ​ໄຟ​ນິວ​ເຄ​ລຍ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ກ່າວ​ຕໍ່​ກອງ​ປະ​ຊຸມນັກ​ຂ່າວ ທີ່​ອົງ​ການ​ເນ​ໂຕ ວັນ​ອັງ​ຄານ ທີ 4 ທັນ​ວາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ​ໄມຄ໌ ພອມ​ພຽວ ກ່າວ​ຕໍ່​ກອງ​ປະ​ຊຸມນັກ​ຂ່າວ ທີ່​ອົງ​ການ​ເນ​ໂຕ ວັນ​ອັງ​ຄານ ທີ 4 ທັນ​ວາ 2018.

ສະ​ຫະ​ລັດ​ໄດ້​ເຕືອນ​ຣັດ​ເຊຍ​ວ່າ ມີ​ເວ​ລາ​ຢູ່ 60 ມື້ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຕົນ​ຈະປະ
​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ກຳ​ລັງ​ອາ​ວຸດ​ນິວ​ເຄ​ລຍ​ໄລ​ຍະ​ປານກາງ (INF) ຫຼື ບໍ່ ສະ​ຫະ​ລັດ​
ກໍຈະ​ຖອນ​ໂຕອອກ.

ໃນການກ່າວ​ຕໍ່ກອງ​ປະ​ຊຸມບັນ​ດາ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ອົງ​ການ​ເນ​ໂຕ ໃນ​ນະ​ຄອນ
ບ​ຣັສ​ເຊີ​ລ​ສ໌ນັ້ນ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພ​ອມ​ພຽວ ເວົ້າ​ວ່າ
ຄວາມ​ອົດ​ທົນຂອງວໍ​ຊິງ​ຕັນໄດ້​ໝົດ​ລົງແລ້ວ.

ທ່ານ​ພອມ​ພຽວ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ບໍ່​ມີ​ຄວາມ​ໝາຍ​ຫຍັງ​ ທີ່​ສະ​ຫະ​ລັດ ຈະ
​ດຳ​ເນີນໄປ ​ຢູ່​ໃນ​ສົນ​ທິ​ສັນ​ຍາທີ່​ທ່ວງ​ດຶງ​ຄວາມ​າດ​ຂອງ​ພວກ​ເຮົາ ເພື່ອ​ຕອບ​ໂຕ້​ການ​
ຝ່າ​ຝືນ​ຂອງ​ຣັດ​ເຊຍ. ຣັດ​ເຊຍ​ໄດ້​ຕ່າວ​ປີ້ນເສັ້ນ​ທາງໃນ​ການ​ສ່ຽງເພື່ອຫລຸດ​ຜ່ອນ​ນິວ​
ເຄ​ລຍ​ໃນ​ຢູ​ໂຣບ.”

ທ່ານ​ໄດ້​ກ່າວ​ຫາ​ຣັດ​ເຊຍວ່າ​ຕິດ​ຕັ້ງ​ນິວ​ເຄ​ລຍ “ລູກ​ສອນ​ໄຟ SSC-8 ຫຼາຍກອງ​ພັນ”
ຢູ່​ທາງ​ໜ້າ​ດິນ ທີ່ສາມາດຍິງຫົວ​ລະເບີດນິວ​ເຄ​ລຍ. ​ມົສກູ​ໄດ້​ປະ​ຕິ​ເສດ​ວ່າບໍ່ໄດ້ຕິດ​ຕັ້ງ
ລະ​ບົບ​ອາ​ວຸດ​ດັ່ງ​ກ່າວ.

ສົນ​ທິ​ສັນ​ຍາ INF ປີ 1987 ທີ່​ໄດ້​ເຈ​ລະ​ຈາ​ກັນໃນ​ເວ​ລາ​ນັ້ນ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ​
ຣໍ​ໂນ​ລ ເຣ​ກັນ ແລ​ະ​ຜູ້​ນຳໂຊ​ຫວຽດ ທ່ານ​ມີ​ຄາຍ​ລ໌ ກໍ​ຣ​ບາ​ຈັອ​ຟ ແມ່ນເພື່ອລົບ​ລ້າງ​
ອາ​ວຸດ​ນິວ​ເຄ​ລຍທັງ​ໝົດ​ທີ່​ມີ​ໄລ​ຍ​ະ ລະ​ຫວ່າງ 500 ແລະ 5,500 ກິ​ໂລ​ແມັດ ຫລຸ​ດ​
ຄວາມ​ສາ​ມາດ​ການ​ຍິງ​ໂຈມ​ຕີ​ ​ໂດຍ​ການ​ເຕືອນ​ເວ​ລາ​ສັ້ນໆ.

ບັນ​ດາ​ພັນ​ທະ​ມິດ​ອົງ​ການ​ NATO ໄດ້​ມີ​ປາກ​ສຽງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຂົ່ມ​
ຂູ່​ຂອງ​ສະ​ຫະ​ລັດທີ່​ຈະ​ຖອນໂຕ ຢ້ານວ່າຈະ​ມີ​ການ​ແຂ່ງ​ຂັນ​ອາ​ວຸດເທື່ອ​ໃໝ່​ຢູ່​ໃນຢູ​ໂຣບ.
ເຖິງ​ຢ່າງ​ໄດ​ກໍ​ດີ ບັນດາ​ລັດ​ຖະ​ມົນ​ຕີ​ອົງ​ການ NATO ໄດ້​ເຫັນ​ພ້ອ​ມ​ກັບຄຳປະ​ກາດ
ຢ່າງ​ເປັນ​ທາງ​ການ​ວ່າ ຣັດ​ເຊຍ “ຢູ່​ໃນ​ການ​ຝ່າ​ຝືນເພື່ອ​ສ້າງ​ອາ​ວຸດ” ຂອງ​ສົນ​ທິ​ສັນ
​ຍາ​ຢູ່​ໃນຖະ​ແຫຼງ​ການ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ສະ​ຫະ​ລັດໃນ​ວັນ​ອັງ​ຄານ​ວານ​ນີ້.

US Threatens To Withdraw from INF Missile Treaty With Russia
please wait

No media source currently available

0:00 0:02:23 0:00

ທ່ານ​ໂຈ​ເນ​ຕັນ ອີ​ຢານ ອະ​ທິ​ບໍ​ດີ​ສາ​ກົນ​ທີ່​ສະ​ຖາ​ບັນຣາດ​ຊະ​ອາ​ນາ​ຈັກ​ໃນ​ນະ​ຄອນ
​ຫຼວງ​ລອນດອນກ່າວ​ວ່າ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ສົ່ງ​ສານ​ທີ່​ຊີ້ໃສ່​
ບັນ​ດາ​ພັນ​ທະ​ມິດ​ໂດຍ​ກົງ.

ທ່ານ​ກ່າວ​ວ່າ “ແທ​ນ​ທີ່​ຈະຈົ່ມວ່າຢູ່​ຕະ​ຫຼອດ​ເວ​ລາ ກ່ຽວ​ກັບ​ສະ​ຫະ​ລັດ ທີ່ຍ່າງ​ໜີ
ອອກ​ຈາກ​ສົນ​ທິ​ສັນ​ຍາ ຊາວ​ຢູ​ໂຣບ​ສົມ​ຄວນ​ທີ່​ໃຊ້ເວ​ລ​າ​ໜ້ອຍ​ນຶ່ງ ​ຊອກ​ເບິ່ງວ່າ
ເປັນ​ຫຍັງ​ສະ​ຫະ​ລັດຈຶ່ງຢາກ​ຖອນ​ໂຕອອກຈາກສົນ​ທິ​ສັນ​ຍາດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ​້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG