ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະ​ຫະ​ລັດ ຈະ​ສົ່ງລະ​ບົບ​ຈະຫຼວດ​ທີ່​ທັນ​ສະ​ໄໝ ໄປ​ໃຫ້ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ຕໍ່ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ບໍ​ລິ​ສັດ ລັອກ​ຮີດ ມາ​ຕິນ, ເມືອງ ທ​ຣອຍ ລັດ ອາ​ລາ​ບາ​ມາ, 3 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ຕໍ່ ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ບໍ​ລິ​ສັດ ລັອກ​ຮີດ ມາ​ຕິນ, ເມືອງ ທ​ຣອຍ ລັດ ອາ​ລາ​ບາ​ມາ, 3 ພຶດ​ສະ​ພາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ສະ​ຫະ​ລັດ ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອໃຫ້ ຢູ​ເຄ​ຣນ ມູນ​ຄ່າ 700 ລ້ານ​ໂດ​ລາ​ ທີ່ປະ​ກອບ​ມີ “ລະ​ບົບຈະຫຼວດ​ທີ່​ທັນ​ສະ​ໄໝ ​ແລະ ລູກ​ປືນ” ໃນ​ຂະ​ນະ​ທີ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ໄດ້​ກ້າວ​ເຂົ້າ​ສູ່​ເດືອນ​ທີ 4, ແຕ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ປະ​ຕິ​ຍານ​ວ່າ​ຈະ​ບໍ່​ຍິງ​ຈະຫຼວດ​ທີ່​ວ່າ​ນັ້ນ ​ເຂົ້າ​ໄປ​ໃນ​ເຂດ​ແດນ​ຂອງ ຣັດ​ເຊຍ.

ທ່ານ​ໄບ​ເດັນ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດ​ວານນີ້​ວ່າ “ການ​ຊ່ວຍ​ເຫຼືອ​ໃໝ່​ນີ້​ຈະ​ຕິດ​ອາ​ວຸດ​ໃຫ້​ເຂົາ​ເຈົ້າ​ພ້ອມ​ກັບ​ຄວາມ​ສາ​ມາດ​ໃໝ່ ແລະ ອາ​ວຸດ​ທີ່​ທັນ​ສະ​ໄໝ, ລວມ​ມີລະ​ບົບ​ຈະຫຼວດ HIMARS ທີ່​ປະ​ກອບ​ມີ​ລູກ​ປືນ​ໃນ​ສະ​ໜາມ​ລົບ, ເພື່​ອ​ປ້ອງ​ກັນ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ ​ຈາກ​ການ​ບຸກ​ເຂົ້າ​ໄປ​ຂອງ​ຣັດ​ເຊຍ. ພວກ​ເຮົາ​ຈະ​ສືບ​ຕໍ່​ນຳ​ພາ​ໂລກ​ໃນ​ການ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຄັ້ງ​ປະ​ຫວັດ​ສາດ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ສຳ​ລັບ​ເສ​ລີ​ພາບ​ຂອງ​ຢູ​ເຄ​ຣນ.” ທ່ານ​ໄບ​ເດັນ​ໄດ້​ໃຊ້​ຊື່​ຫຍໍ້​ສຳ​ລັບ​ລະ​ບົບ​ປືນ​ໃຫຍ່​ຍິງ​ຈະຫຼວດ​ທີ່​ທຳ​ການ​ເຄື່ອນ​ທີ່​ໄດ້​ເປັນ​ຢ່າງ​ສູງນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄດ້​ກ່າວ​ວ່າ​ການ​ຊ່ວຍ​ເຫຼືອ​ດ້ານ​ອາ​ວຸດ​ໃໝ່​ນີ້​ແມ່ນ “ຖືກ​ອອກ​ແບບ​ມາ​ຕາມ​ຄວາມ​ຕ້ອງ​ການ” ຂອງ​ສະ​ຖາ​ນະ​ຄວາມ​ຂັດ​ແຍ້ງ​ໃນ​ປັດ​ຈຸ​ບັນ​ນີ້, ເຊິ່ງ​ກຳ​ລັງ​ຂະ​ຫຍາຍ​ໄປ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ນະ​ໂຍ​ບາຍ ທ່ານ​ ຄໍ​ລິນ ຄາ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ໄດ້​ສືບ​ຕໍ່​ປ່ຽນ​ແປງ, ຊາວ​ຢູ​ເຄ​ຣນ ໄດ້​ມາ​ຫາ​ພວກ​ເຮົາ ​ພ້ອມ​ກັບ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ຕ້ອງ​ໄດ້​ທຳ​ການ​ປະ​ເມີນ​ຜົນ​ດ້ວຍ​ຕົນ​ເອງ. ພວກ​ເຮົາ​ມັກ​ຈະ​ວັດ​ແທກ​ສິ່ງ​ຕ່າງໆ​ຕໍ່​ສິ່ງ​ທີ່​ຊາວ​ຢູ​ເຄ​ຣນ​ຕ້ອງ​ການ, ການ​ປະ​ເມີນ​ຜົນ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ ສະ​ໜາມ​ລົບ, ແຕ່​ພ້ອມ​ດ້ວຍ​ສິ່ງ​ຕ່າງ​ໆ​ຄື​ຜົນ​ກະ​ທົບ​ທີ່​ມັນ​ມີ​ຕໍ່​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຂອງ​ພວກ​ເຮົາ, ໂດຍ​ສະ​ເພາະ​ເວ​ລາ​ທີ່​ພວກ​ເຮົາ​ດຶງ​ເອົາ​ສິ່ງ​ຕ່າງໆ​ອອກ​ມາ​ຈາກ​ສາງ​ຂອງ​ພວກ​ເຮົາ​ເອງ.”

ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ສົ່ງ​ລະ​ບົບ​ຈະຫຼວດ​ໃໝ່ 4 ເຄື່ອງ​ໄປ, ແລະ ວ່າ​ມັນ​ຈະ​ໃຊ້​ເວ​ລາ​ປະ​ມານ 3 ອາ​ທິດ ​ເພື່ອ​ຝຶກ​ຊ້ອມ​ການ​ນຳ​ໃຊ້​ມັນ​ໃຫ້​ ກອ​ງ​ກຳ​ລັງ​ຢູ​ເຄ​ຣນ. ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເວົ້າ​ວ່າ​ການ​ຝຶກ​ຊ້ອມ​ນັ້ນ​ແມ່ນ​ຢູ່​ໃສ ແຕ່​ໄດ້​ກ່າວ​ວ່າລະ​ບົບ​ດັ່ງ​ກ່າວ​ແມ່ນ​ຢູ່​ໃນ​ທະ​ວີບ​ຢູ​ໂຣບ.

ທ່ານ​ໄດ້​ເວົ້າ​ວ່າ “ສິ່ງ​ທີ່​ລະ​ບົບຈະຫຼວດ HIMARS ຈະ​ອະ​ນຸດ​ຍາດ​ໃຫ້​ເຂົາ​ເຈົ້າ​ເຮັດ ​ກໍ​ແມ່ນ​ການ​ປະ​ເຊີນ​ໜ້າ​ໃນ​ຂອ​ບ​ເຂດ​ທີ່​ດີກວ່າ​ເກົ່າ​ຕໍ່​ເປົ້າ​ໝາຍ​ທີ່​ຢູ່​ຫ່າງ​ໄກຫຼາຍກວ່າ 70 ກິ​ໂລ​ແມັດ​ອອກ​ໄປ. ສະ​ນັ້ນ​ຕອນນີ້, ປືນ​ໃຫຍ່​ທີ່​ພວກ​ເຮົາ​ໄດ້​ສະ​ໜອງ​ໃຫ້​ເຂົາ​ເຈົ້າ​ ແມ່ນ​ມີ​ໄລ​ຍະ​ປະ​ມານ 30 ກິ​ໂລ​ແມັດ, ລະ​ບົບ HIMARS ເຮັດ​ໄດ້ຫຼາຍກວ່າ​ນັ້ນ​ສອງ​ເທົ່າ​, ເຊິ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ເຂົາ​ເຈົ້າ​ ທຳ​ການ​ປະ​ເຊີນ​ ໜ້າ​ໄດ້​ດີກວ່າ​ເກົ່າ, ແມ່ນ​ກະ​ທັ້ງ​ດ້ວຍ​ລະ​ບົບ​ຈະຫຼວດ​ສອງ​ສາມ​ເຄື່ອງ. ແລະ ສິ່ງ​ອື່ນ​ທີ່​ແຕກ​ຕ່າງ​ຈະ​ສິ່ງນີ້​ກໍ​ແມ່ນ​ຄວາ​ມ​ແມ້ນ​ຢຳ​ທີ່​ແນ່ນອນ​ເປັນ​ພິ​ເສດ.”

ທ່ານ​ໄບ​ເດັນ​ໄດ້​ຂຽນ​ໃນ​ບົດຄວາມ​ຄິດ​ເຫັນຂອງໜັງ​ສື​ພິມ The New York Times ທີ່​ຖືກ​ເປີດ​ເຜີຍ​ ໃນ​ແລງວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ ສະ​ຫະ​ລັດ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢູ​ເຄ​ຣນ ດ້ວຍ​ອາ​ວຸດ ແລະ ລູກ​ປືນ ເພື່ອ​ທີ່​ຈະ​ເສີມຄວາມ​ເຂັ້ມແຂງ​ໃຫ້​ແກ່​ທີ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ໜາມ​ລົບ ແລະ ໃນ​ທີ່​ສຸດ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG