ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຈະສົ່ງ 'ລະບົບຈະຫຼວດ ທີ່ທັນ​ສະ​ໄໝ’ ໄປ​ໃຫ້​ຢູ​ເຄ​ຣນ


ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່າວ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ໃນ​ທຳ​ນຽບ​ຂາວໃນວັນ​ທີ 31 ພຶດ​ສະ​ພາ, 2022. ທ່ານ​ໄບ​ເດັນ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ວ່າ ທ່ານ​ຕັດ​ສິນ​ໃຈທີ່​ຈະສະໜອງ “ລະບົບຈະຫຼວດ ແລະຍຸດໂທປະກອນທີ່ທັນສະໄໝກວ່າເກົ່າ” ໃຫ້ແກ່ຢູເຄຣນ.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່າວ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ໃນ​ທຳ​ນຽບ​ຂາວໃນວັນ​ທີ 31 ພຶດ​ສະ​ພາ, 2022. ທ່ານ​ໄບ​ເດັນ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ວ່າ ທ່ານ​ຕັດ​ສິນ​ໃຈທີ່​ຈະສະໜອງ “ລະບົບຈະຫຼວດ ແລະຍຸດໂທປະກອນທີ່ທັນສະໄໝກວ່າເກົ່າ” ໃຫ້ແກ່ຢູເຄຣນ.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ຕັດສິນໃຈທີ່​ຈະສະໜອງ “ລະບົບຈະຫຼວດ ແລະ​ຍຸດ​ໂທ​ປະ​ກອນ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ” ໃຫ້ແກ່ຢູເຄຣນຊຶ່ງເປັນສ່ວນນຶ່ງຂອງຄວາມພະຍາຍາມຂອງ ສະຫະລັດເພື່ອຊ່ວຍຢູເຄຣນໃນການຕໍ່ສູ້ຕ້ານການບຸກ​ລຸກຂອງຣັດເຊຍ ຊຶ່ງໃນເວລານີ້ ກ້າວ​ເຂົ້າເດືອນທີສີ່ແລ້ວ.

ທ່ານໄບ​ເດັນຂຽນຢູ່​ໃນ​ບົດ​ຄວາມ​ເຫັນ​ໃນ​ໜັງສືພິມນິວຢອກ​ໄທ​ມ​ສ໌ (The New York Times) ວ່າສະຫະລັດ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄຣນດ້ວຍ​ອາວຸດ ​ແລະ ຍຸດ​ໂທ​ປະ​ກອນ​ເພື່ອຈະ​ເຮັດ​ໃຫ້ທ່າ​ທີຂອງ​ຕົນ​ເຂັ້ມ​ແຂງ​ຂຶ້ນ​ໃນ​ສະ​ໜາມ​ລົບ ​ແລະ​ໃນ​ທີ່​ສຸດກໍແມ່ນ​ຢູ່​ໃນ​ການ​ເຈລະຈາ​ສັນຕິພາບ​ກັບຣັດ​ເຊຍ.

ທ່ານໄບ​ເດັນກ່າວວ່າ "ການຮຸກຮານທີ່ເກີດ​ຂຶ້ນ ​ໂດຍບໍ່ໄດ້ມີ​ການ​ເກາະ​ຜິດ​ໃດໆ, ການຖິ້ມລະເບີດໃສ່ໂຮງໝໍແມ່ ແລະສູນວັດທະນະທຳ, ແລະການບັງຄັບໃຫ້ຍົກ ຍ້າຍປະຊາຊົນຫຼາຍລ້ານຄົນອອກ​ໄປ ເຮັດໃຫ້ສົງຄາມໃນຢູເຄ​ຣນ ເປັນບັນຫາ ດ້ານສິນທຳທີ່ເລິກເຊິ່ງ".

ການ​ຕັດ​ສິນ​ໃຈ​ທີ່​ຈະ​ສົ່ງ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ໄປແມ່ນ​ມີ​ຂຶ້ນ​ພາຍ​ຫລັງມີ​ຄວາມ​ລັ່ງ​ເລ​ໃຈ​ກ່ອນ​ໜ້າ​ນີ້​ຂອງ​ລັດ​ຖະ​ບານ​ທ່ານໄບ​ເດັນ. ທ່ານໄບ​ເດັນ​ເອງ​ກໍ​ໄດ້ກ່າວ​ໃນ​ວັນ​ຈັນຜ່ານ​ມາ​ນີ້​ວ່າ ສະ​ຫະ​ລັດ​ຈະ​ບໍ່​ສົ່ງ​ລູກ​ສອນ​ໄຟ "ທີ່​ສາ​ມາດ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ຣັດ​ເຊຍ."

ອົງການຂ່າວເອ​ພີ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສໃນ​ລັດ​ຖະ​ບານທີ່ກ່າວວ່າ ອາວຸດ​ຊຸດໃໝ່ນີ້ແມ່ນມີກຳນົດຈະບອກ​ໃຫ້ຮູ້ ລາຍລະອຽດ ໃນວັນພຸດມື້ນີ້ ລວມທັງຈະຫຼວດຍິງໄລຍະກາງທີ່ສາມາດຍິງ​ໄປ​ໄກ ປະມານ 70 ກິໂລແມັດ. ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ກ່າວ​ອີກ​ວ່າ ຢູ​ເຄຣນ​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ວ່າ ກໍາລັງ​ຂອງ​ຕົນ​ຈະ​ບໍ່​ຍິງ​ລູກ​ສອນ​ໄຟ​ໃສ່​ດິນ​ແດນຣັດ​ເຊຍ.

ທ່ານໄບ​ເດັນຂຽນໃນວັນອັງຄານວານນີ້ວ່າ ທ່ານ​ບໍ່ໄດ້ຊອກຫາທາງ​ເຮັດສົງ ຄາມກັບຣັດເຊຍ.
ທ່ານໄບ​ເດັນກ່າວ​ດັ່ງ​ນີ້ “ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ກັບ​ທ່ານປູ​ຕິນຫລາຍ, ​ແລະ​ເຫັນ​ວ່າ​ການ​ກະທຳ​ຂອງ​ທ່ານ​ເປັນ​ໜ້າ​ໂກດ​ແຄ້ນ, ສະຫະລັດ​ຈະ​ບໍ່​ພະຍາ ຍາມ​ເຮັດ​ໃຫ້​ທ່ານ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງໃນມົ​ສ​ກູ. ຕາບໃດທີ່ ສະຫະລັດ ຫຼືພັນທະມິດຂອງພວກເຮົາບໍ່ໄດ້ຖືກໂຈມຕີ, ພວກເຮົາຈະບໍ່ມີສ່ວນຮ່ວມໂດຍກົງໃນເລື້ອງຄວາມຂັດແຍ້ງນີ້, ບໍ່ວ່າຈະເປັນການສົ່ງທະຫານອາເມຣິກັນໄປຕໍ່ສູ້ຢູ່​ໃນຢູເຄ​ຣນ ຫຼື ການໂຈມຕີກອງທັບຣັດເຊຍກໍ​ຕາມ. ພວກ​ເຮົາ​ບໍ່​ໄດ້​ຊຸກ​ຍູ້​ ຫຼື​ເຮັດ​ໃຫ້​ຢູ​ເຄຣນສາ​ມາດ​ທຳ​ການ​ໂຈມ​ຕີຢູ່​ນອກ​ຊາຍ​ແດນ​ຂອງ​ຕົນ.”

ຣັດ​ເຊຍ​ໄດ້​ເຂົ້າ​ຄວບ​ຄຸມ​ເມືອງຊີວີໂຣໂດແນັດ (Sievierodonetsk), ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໄດ້ເຄິ່ງ​ນຶ່ງ ຫຼື​ຫຼາຍ​ກວ່າ​ນັ້ນ​ແລ້ວ ຊຶ່ງ​ເປັນບົດ​ບາດ​ສຳ​ຄັນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ມົສ​ກູ ເພື່ອ​ຍຶດ​ເອົາ​ເຂດ​ອຸດ​ສາ​ຫະ​ກຳດອນ​ບາ​ສ, ເຈົ້າ​ຄອງ​ນະ​ຄອນ​ຂອງ​ເມືອງນັ້ນ ແລະ​ເຈົ້າ​ແຂວງໃນ​ພາກ​ພື້ນຂອງ​ຢູ​ເຄ​ຣນໄດ້​ຮັບ​ຮູ້ສະ​ພາບ​ການ​ດັ່ງ​ກ່າວໃນ​ວັນ​ອັງ​ຄານ​ວານນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG