ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານະການຫຼ້າສຸດ ໃນຢູເຄຣນ ສະຫະລັດ ສົ່ງອາວຸດ ໃຫ້ແກ່ຢູເຄຣນ ມູນຄ່າ 300 ລ້ານໂດລາ 


ຍານາງ ໂອລີນາ ອາຣຊິເພັນໂກ (Olena Archipenko) ຢຸດເຊົາບຸດນຶ່ງ ຂະນະທີ່ເພິ່ນກຳລັງເຮັດເຂົ້າຈີຢູ່ ເພື່ອແຈກຢາຍໃຫ້ແກ່ເພື່ອນບ້ານຂອງລາວ ໃນເມືອງ Siversk, ໃນຂົງເຂດ Donetsk, ວັນທີ 2 ພຶດສະພາ 2023, ໃນລະຫວ່າງ ການບຸກລຸກຢູເຄຣນ ຂອງຣັດເຊຍ.
ຍານາງ ໂອລີນາ ອາຣຊິເພັນໂກ (Olena Archipenko) ຢຸດເຊົາບຸດນຶ່ງ ຂະນະທີ່ເພິ່ນກຳລັງເຮັດເຂົ້າຈີຢູ່ ເພື່ອແຈກຢາຍໃຫ້ແກ່ເພື່ອນບ້ານຂອງລາວ ໃນເມືອງ Siversk, ໃນຂົງເຂດ Donetsk, ວັນທີ 2 ພຶດສະພາ 2023, ໃນລະຫວ່າງ ການບຸກລຸກຢູເຄຣນ ຂອງຣັດເຊຍ.

ສະຫະລັດ ກຳລັງສົ່ງການຊ່ອຍເຫຼືອດ້ານການທະຫານ ມູນຄ່າປະມານ 300 ລ້ານໂດລາ ໄປໃຫ້ຢູເຄຣນ ໂດຍຄາດໝາຍວ່າ ຈະມີການປະກາດຢ່າງເປັນທາງການໃນຕອນເຊົ້າວັນພຸດມື້ນີ້ ອີງຕາມການກ່າວຂອງເຈົ້າໜ້າທີ່ສະຫະລັດ ໃນຂະນະທີ່ຢູເຄຣນ ພວມກະກຽມເພື່ອການບຸກໂຈມຕີຕອບໂຕ້ ໃນຊ່ວງລະດູບານໃໝ່ນີ້.

ຊຸດການຊ່ອຍເຫຼືອດັ່ງກ່າວ ຈະລວມມີລູກກະສຸນສຳລັບປືນໃຫຍ່ ຮາວວິຕເຊີ (howitzer) ພ້ອມດ້ວຍຈະຫຼວດສຳລັບ ຮາຍມາຣສ໌ (HIMARS), ປືນຄົກ, ລູກສອນໄຟ ແລະປືນຕໍ່ຕ້ານລົດຖັງ ເປັນຕົ້ນ.

ເປັນຄັ້ງທຳອິດທີ່ ສະຫະລັດ ສົ່ງຈະຫຼວດ ຮາຍດຣາ-70 (Hydra-70) ຊຶ່ງຍິງ ຈາກເຮືອບິນລົບ ແລະອາດນຳໃຊ້ໃນການສະໜັບສະໜຸນທາງອາກາດ ສຳລັບກອງກຳລັງພາກພື້ນດິນຂອງຢູເຄຣນ ​ໃນ​ການ​ບຸກ​ໂຈມ​ຕີ.

ອາວຸດທັງຫຼາຍ ຈະມາຈາກຄັງອາວຸດຂອງທຳນຽບຫ້າແຈ ແລະຄ້າຍຄືກັນກັບການຈັດສົ່ງໃຫ້ໃນເມື່ອກ່ອນ.

ການສົ່ງອາວຸດຄັ້ງທີ 37 ໃຫ້ແກ່ຢູເຄຣນ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກ ໃນເດືອນກຸມພາ ປີ 2022 ມີຂຶ້ນຂະນະທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງຢູເຄຣນ ທ່ານໂອເລັກຊີ ເຣສນິຄອບ ໄດ້ກ່າວວ່າ ຢູເຄຣນແມ່ນຢູ່ໃນ “ຊ່ວງສຸດທ້າຍ, ເມື່ອພວກເຮົາສາມາດເວົ້າວ່າ: ‘ເອີ້ ທຸກສິ່ງທຸກຍ່າງພ້ອມແລ້ວ.’”

ໃນມື້ທີສອງຕິດຕໍ່ກັນ ເຫດລະເບີດແຕກ​ ໃນວັນອັງຄານວານນີ້ ຢູ່ໃນເຂດຊາຍແດນຕິດກັບຢູເຄຣນຂອງຣັດເຊຍ ເຮັດໃຫ້ລົດໄຟຂົນສົ່ງຕົກລາງ ອີງຕາມການກ່າວຂອງຜູ້ປົກຄອງໃນທ້ອງຖິ່ນ ໃນຂໍ້ຄວາມທີ່ຂຽນລົງສື່ສັງຄົມ ແຕ່ບໍ່ມີຜູ້ໃດເສຍຊີວິດຫຼືບາດເຈັບ.

ຜູ້ປົກຄອງຂົງເຂດບຣີອານສ໌ ທ່ານອາແລັກແຊນເດີ ໂບໂກມາສ ໄດ້ຂຽນລົງໃນເທເລີແກຣມ ວ່າ “ອຸປະກອນລະເບີດ ທີ່ບໍ່ສາມາດລະບຸໄດ້ນັ້ນ ແຕກຂຶ້ນຢູ່ໃກ້ໆ ສະຖານີລົດໄຟສເນເສຕສ໌ກາຢາ (Snezhetskaya). ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼືເສຍຊີວິດ.”

ທ່ານກ່າວຕື່ມ ໂດຍບໍ່ໄດ້ກ່າວວ່າ ຜູ້ໃດເປັນຜູ້ຮັບຜິດຊອບ ວ່າ “ຜົນທີ່ເກີດຈາກເຫດການນີ້ ຫົວລົດໄຟ ແລະຂະບວນລົດໄຟຂົນສົ່ງຈຳນວນນຶ່ງໄດ້ຕົກລາງ.”

ທາງການຂອງຣັດເຊຍ ກ່າວວ່າ ຂົງເຂດດັ່ງກ່າວ ຊຶ່ງເປັນເຂດຊາຍແດນຕິດກັບຢູເຄຣນແລະເບລາຣຸສ ໄດ້ເຫັນການໂຈມຕີຫຼາຍຄັ້ງໂດຍກຸ່ມພວກກໍ່ວິນາດ ສະກຳທີ່ສະໜັບສະໜຸນຢູເຄຣນ ໃນຊ່ວງ 14 ເດືອນ ນັບຕັ້ງແຕ່ຣັດເຊຍ ໄດ້ບຸກລຸກຢູເຄຣນ.

ເຫດລະເບີດແຕກຂຶ້ນໃນວັນຈັນຜ່ານມານີ້ ຢູ່ໃນຂົງເຂດດຽວກັນນັ້ນ ຍັງໄດ້ເຮັດໃຫ້ລົດໄຟຕົກລາງເຊັ່ນກັນ.

The United States is sending Ukraine about $300 million in military aid, with the official announcement expected as early as Wednesday, U.S. officials said, as Ukraine gears up for a spring counteroffensive.

The package will include rounds for artillery, howitzers, along with rockets for HIMARS, mortars, missiles and anti-tank rifles.

For the first time, the U.S. is sending Hydra-70 rockets, which are launched from aircraft and could be used in air support for advancing Ukraine ground forces.

The weapons will come from Pentagon stocks and resemble earlier deliveries.

The 37th shipment of arms to Ukraine since Russia's invasion, February 2022, comes as Defense Minister Oleksiy Reznikov said Ukraine is in the "home stretch, when we can say: 'Yes everything is ready.'"

For the second day in a row, an explosion on Tuesday in a Russian region bordering Ukraine caused a freight train to derail, the local governor said in a social media post, but there were no casualties.

"An unidentified explosive device went off near the Snezhetskaya railway station. There were no casualties," Bryansk regional governor Alexander Bogomaz wrote on Telegram.

"As a result of the incident, a locomotive and several wagons of a freight train derailed," he added, without saying who was responsible.

Russian authorities say the region, which borders Ukraine and Belarus, has seen multiple attacks by pro-Ukrainian sabotage groups in the 14 months since Russia invaded.

An explosion went off Monday in the same region, also causing a train to derail.

XS
SM
MD
LG