ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກັບ​ຄືນ​ໄປ​ເຂົ້າ​ຮ່ວມ​ ສະ​ພາ​ສິດ​ທິ ມະ​ນຸດ​ຂອງ​ ສ​ປ​ຊ ທີ່​ເປັນ​ອົງ​ການ​ທີ່ມີ​ການ​ຖົກ​ຖຽງ​ກັນ​ນັ້ນ


ກອງ​ປະ​ຊຸມ​ຂອງ​ສະພາສິດທິມະນຸດຂອງ​ອົງ​ການສະຫະປະຊາຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ​ເຊີ​ແລນ
ກອງ​ປະ​ຊຸມ​ຂອງ​ສະພາສິດທິມະນຸດຂອງ​ອົງ​ການສະຫະປະຊາຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ປະ​ເທດ​ສະ​ວິດ​ເຊີ​ແລນ

ສະຫະລັດມີກຳນົດທີ່ຈະກັບຄືນຮ່ວມສະພາສິດທິມະນຸດຂອງ​ອົງ​ການສະຫະປະຊາຊາດ ໃນເດືອນມັງກອນຈະ​ມາ​ເຖິງນີ້, ຊຶ່ງໄດ້​ຕ່າວປີ້ນການຖອນຕົວຂອງອະ ດີດລັດ​ຖະບານທ່ານ​ທ​ຣຳ ອອກຈາກອົງການທີ່ມີການໂຕ້ຖຽງກັນດັ່ງກ່າວໃນປີ 2018.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ຫຼັງຈາກມີການລົງຄະແນນສຽງແລ້ວວ່າ “ສະຫະລັດພ້ອມທີ່ຈະເຮັດວຽກຮ່ວມກັບ ບັນດາຄູ່ພາ​ຄີ ແລະພັນທະມິດ ເພື່ອຊ່ວຍນຳພາໂລກ ໄປສູ່ອະນາຄົດທີ່ສະຫງົບ ສຸກ ແລະຈະເລີນຮຸ່ງເຮືອງ ບົນ​ພື້ນ​ຖານການເຄົາລົບ ກຽດສັກສີ ຂອງມະນຸດ. ພ້ອມກັນນັ້ນ, ພວກເຮົາຈະລຸກຂຶ້ນ ເພື່ອສິດທິຂອງໝົດທຸກຄົນ, ລວມທັງແມ່ຍິງ ແລະເດັກຍິງ, ສະມາຊິກຂອງຊຸມຊົນຮັກ​ຮ່ວມ​ເພດ ຫລື LGBTQI+, ສະມາຊິກ ຂອງຊົນເຜົ່າ ແລະສາສະໜາກຸ່ມນ້ອຍ, ຜູ້ທີ່ມີຄວາມພິການແລະສະມາຊິກຂອງ ກຸ່ມຄົນທີ່ດ້ອຍໂອກາດອື່ນໆ​ອີກ​ດ້ວຍ."

ວໍຊິງຕັນໄດ້ຮັບ 168 ສຽງ, ຫຼາຍກວ່າສຽງສ່ວນຫຼາຍ ທີ່​ຕ້ອງ​ການ​ພຽງ​ແຕ່ 97 ສຽງ​ນັ້ນ. ເຖິງຈະເປັນ​ເຊັ່ນ​ນັ້ນ​ກໍ​ຕາມ, ກໍມີແຕ່ປະເທດເອຣິເທຣຍ, ໂດຍ​ໄດ້ຮັບ 144 ສຽງ ຊຶ່ງໄດ້ຮັບຄະແນນສຽງຕໍ່າກວ່າໝູ່ ໃນຈຳນວນ 18 ປະເທດ ທີ່ຖືກ ເລືອກເຂົ້າໄປນັ່ງ ໃນສະພາດັ່ງ​ກ່າວ.

ທູດພິເສດຂອງສະຫະລັດ ທ່ານນາງລິນ​ດາ ທໍມັ​ສ-ກ​ຣີນ​ຟຽລ (Linda Thomas-Greenfield) ກ່າວວ່າ ການກັບຄືນເຂົ້າໄປໃນສະພາ ແມ່ນໄດ້ປະ ຕິບັດຕາມຄຳໝັ້ນສັນຍາ ລະຫວ່າງການໂຄສະນາຫາສຽງຂອງທ່ານໄບ​ເດັນວ່າ ຈະເຂົ້າຮ່ວມອົງການດັ່ງກ່າວຄືນໃໝ່ ເພື່ອຮັບປະກັນວ່າ ມັນສ​າ​ມາດ​ປະ​ຕິ​ບັດ ຕາມຂໍ້ບັນ​ຍັດຂອງຕົນໄດ້.

​ທ່ານນາງກ່າວໃນຖະແຫຼງການສະບັບນຶ່ງວ່າ "ພວກເຮົາຈະນຳໃຊ້ທຸກເຄື່ອງມື​ ທີ່​ພວກເຮົາມີ, ນັບ​ແຕ່ການນຳສະເໜີມະຕິ ແລະການດັດແກ້ ໄປຈົນເຖິງການ ໃຊ້ສິດລົງຄະແນນສຽງຂອງພວກເຮົາ ເມື່ອ​ໃດ​ຫາກ​ມີ​ຄວາມ​ຕ້ອງ​ການ. "ເປົ້າ ໝາຍຂອງພວກເຮົາແມ່ນຈະແຈ້ງ: ຢືນຢູ່ກັບຜູ້ປົກປ້ອງສິດທິມະນຸດ ແລະໃຊ້​ສຽງຕໍ່ຕ້ານການລະເມີດ ແລະການຂົ່ມເຫັງດ້ານສິດທິມະນຸດ."

ນຶ່ງໃນການວິພາກວິຈານຕົ້ນຕໍຂອງສະພາສິດທິມະນຸດກໍແມ່ນວ່າ ຜູ້ລະເມີດສິດທິເຫຼົ່ານັ້ນ ບາງປະເທດແມ່ນເປັນສະມາຊິກຂອງອົງການດັ່ງກ່າວ, ຊຶ່ງ​ເປັນການຕຳ​ໜິ​ທີ່ລັດຖະມົນຕີການຕ່າງປະເທດແອນ​ໂທ​ນີ ບ​ລິງ​ເກັນ ຍອມຮັບ.

ທ່ານກ່າວວ່າ "ສະພາສະ​ໜອງເວທີຊຶ່ງ​ເປັນບ່ອນທີ່ພວກເຮົາສາມາດມີການສົນ ທະນາກັນ ແບບເປີດກວ້າງ ກ່ຽວກັບວິທີທີ່ພວກເຮົາແລະຄູ່ພາ​ຄີຂອງພວກເຮົາ ສາມາດປັບປຸງໄດ້, ໃນເວລາດຽວກັນ, ມັນຍັງປະສົບກັບຄວາມບົກຜ່ອງທີ່ຮ້າຍ ແຮງ ລວມທັງຄວາມເອົາໃຈໃສ່ທີ່ບໍ່ເທົ່າ​ທຽມ​ກັນ ກ່ຽວກັບເລື້ອງ ອິສຣາແອລ ແລະການເປັນສະມາຊິກຂອງຫຼາຍປະ​ເທດ ທີ່ມີປະ​ຫວັດດ້ານສິດທິມະນຸດທີ່ບໍ່ ຮ້າຍແຮງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG