ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ຫລ ກ່າວ​ຕໍ່ ພວກ​ລະ​ເມີດ ອິດ​ສະ​ຫຼະ​ພາບ ໃນ​ການ​ນັບ​ຖື ສາ​ສະ​ໜາ ວ່າ 'ພວກ​ເຈົ້າ ຈະ​ຕ້ອງ ຮັບ​ຜິດ​ຊອບ'


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ຖະ​ແຫຼງ​ກ່ຽວ​ກັບ​ລາຍ​ງານ​ປະ​ຈຳ​ປີ 2018 ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ ໃນ​ກ​ານ​ນັບ​ຖື​ສາ​ສະ​ໜາ ລະ​ຫວ່າງ​ປະ​ເທດ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 21 ມິ​ຖຸ​ນາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ທ່ານ​ໄມ​ຄ໌ ພອມ​ພຽວ ຖະ​ແຫຼງ​ກ່ຽວ​ກັບ​ລາຍ​ງານ​ປະ​ຈຳ​ປີ 2018 ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ ໃນ​ກ​ານ​ນັບ​ຖື​ສາ​ສະ​ໜາ ລະ​ຫວ່າງ​ປະ​ເທດ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 21 ມິ​ຖຸ​ນາ 2019.

ສະ​ຫະ​ລັດ​ໄດ້​ວາດ​ພາບທີ່ບໍ່​ຄ່ອຍ​ແຈ່ມ​ໃສ​ປານ​ໃດກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາໂດຍ​ມີ​ການ​ລ່ວງ​ລະ​ເມີດ​ຢູ່​ໃນ​ປະ​ເທດ​ຕ່າງໆຮວມ​ທັງ​ເກົາ​ຫຼີ​ເໜືອ ອີ​ຣ່ານ ຣັດ​ເຊຍ ມຽນ​ມາ ແລະຈີນໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຊົມ​ເຊີຍ​ອຸ​ສ​ເບັກ​ກິ​ສ​ຖານ ທີ່​ໄດ້​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ເຄົາ​ລົບ​ສິດ​ທິ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ.

ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ​ ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ເປີດ​ເຜີຍ​ລາຍ​ງານ​ປະ​ຈຳ​ປີ 2018 ຂອງ​ກະ​ຊວງຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່ຽວ​ກັບ​ອິດ​ສະຫຼະ​ພາບ​ໃ​ນ​ການ​ນັບ​ຖື​ສາ​ສະ​ໜາ​ລະ​ຫວ່າງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ​ໄດ້​ປະ​ກາດ​ວ່າ ອຸ​ສ​ເບັກ​ກິ​ສ​ຖານບໍ່​ໄດ້​ຖືກ​ສະ​ຫະ​ລັດ ລະ​ບຸ​ວ່​າ ເປັນ “ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ໂດຍ​ສະ​ເພາະ” ​ເປັນເທື່ອ​ທຳອິດ​ໃນ​ຮອບ 13 ປີ.

ທ່ານ​ພອມ​ພຽວ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກວານນີ້​ວ່າ “ໃນ​ຮອບ​ປີ​ທີ່​ຜ່ານ​ມາ ລັດ​ຖະ​ບານ​ອຸ​ສ​ເບັກ​ກິ​ສ​ຖານ ໄດ້​ຮັບ​ຜ່ານ ‘ແຜນ​ທີ່’ ກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ ໃນການ​ນັບ​ຖື​ສາ​ສະ​ໜ​າ. ມີ​ການ​ປ່ອຍ​ນັກ​ໂທດ​ທາງ​ສາ​ສະ​ໜາ 1,500 ຄົນ ແລະອີກ 16,000 ຄົນ ທີ່​ຢູ່​ໃນ​ບັນ​ຊີ​ດຳຍ້ອນ​ມີ​ການ​ພົວ​ພັນ​ກັບ​ກຸ່ມ​ສາ​ສະ​ໜາ ເວ​ລານີ້​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ໄດ້​ແລ້ວ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ລະ​ບຸ​ວ່າ​ເປັນ “ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ໂດຍ​ສະ​ເພາະ” ຖ້າ​ຫາກ​ມີ​ການ​ລ່ວງ​ລະ​ເມີດ​ອິດ​ສະ​ຫຼ​ະ​ພາບ ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ​ທີ່ຮ້າຍ​ແຮງ ພາຍ​ໃຕ້​ກົດ​ໝາຍ ​ວ່າ​ດ້ວຍ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາລະ​ຫວ່າງ​ປະ​ເທດ ສະ​ບັບ​ປີ 1998. ປະ​ເທດ​ຕ່າງໆ​ຈະ​ຖືກ​ສະ​ຫະ​ລັດ​ໃຊ້ມາດ ​ຕະ​ການລົງ​ ຖ້າ​ຫາກ​ຖືກ​ລະ​ບຸ​ຊື່​ຢູ່​ໃນ​ບັນ​ຊີ​ດັ່ງ​ກ່າວ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ເພີ້ມ​ບົດ​ພິ​ເສດ ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ເປັນ “ການ​ລ່ວງ​ລະ​ເມີດ​ສິດ​ເສ​ລີ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ໃນ​ຂອບ​ເຂດ​ທີ່ບໍ່​ໜ້າ​ເຊື່ອ​ຢູ່ແຂວງ​ຊີນ​ຈຽງ” ໃສ່​ບົດ​ລາຍ​ງານ​ກ່ຽວ​ກັບ​ຈີນ​ໃນ​ປີນີ້.

ທ່ານ​ພອມ​ພຽວ ກ່າວ​ວ່​າ “ຢູ່​ແຂວງ​ຊິນ​ຈຽງ​ເປັນ​ການ​ສະ​ເພາະ ​ການ​ຈັບ​ກຸມ​ຊາວ​ມຸ​ສ​ລິມ​ຈີນ​ຫຼາຍກວ່າ 1 ລ້ານ​ຄົນນັ້ນແມ່ນເປັນ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຢ່າງ​ເຕັມ​ທີ່​ແລ້ວ.”

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ​ລະ​ຫວ່າງ​ປະ​ເທດ ທ່ານ​ແຊມ ບ​ຣາວ​ແບັກ ກ່າວ​ວ່າ ທ່ານ​ໃຫ້ການ “ສະ​ໜັບ​ສະ​ໜຸນ​ຢ່າງ​ເຕັມ​ທີ່” ໃນ​ການ​ລົງ​ໂທດ​ຕໍ່ບໍ​ລິ​ສັດ​ຕິດ​ຕັ້ງ​ກ້ອງ​ສອດ​ແນມ​ວີ​ດີ​ໂອ​ຂອງ​ຈີນ ແລະ​ການ​ນຳ​ໃຊ້ ​ລະ​ບົບ​ຈື່​ໜ້າ ຕໍ່​ຊາວ​ວີ​ເກີ້ ຊຶ່ງ​ເປັນ​ຊາວມຸ​ສ​ລິມ​ກຸ່ມ​ນ້ອຍ​ໃນ​ແຂວງ​ຊິນ​ຈຽງ​ຂອງ​ຈີນ.

ທ່ານ​ບ​ຣາວ​ແບັກ ກ່າວ​ຕໍ່​ວີ​ໂອ​ເອ ໃນ​ລະ​ຫວ່າງ​ການ​ເປີດ​ເຜີຍ​ລາຍ​ງານ​ວ່າ “ສະ​ຫະ​ລັດ​ໄດ້​ຈັດ​ເອົາ​ຈີນ ​ເຂົ້າ​ໄວ້​ໃນ​ກຸ່ມ​ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ອິ​ດ​ສະ​ຫຼະ​ພາບ​ໃນ​ການ​ນັບ​ຖື​ສາ​ສະ​ໜາ ແລະ​ພວກ​ເຮົາ​ກໍ​ຈະ​ລົງ​ໂທດ ທີ່​ກ່ຽວຂ້ອງ​ກັບ​ເລື້ອງນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG