ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ຈະ​ເປີດ​ການ​ເຈລະຈາທາງ ຍຸດ​ທະ​ສາດ ​ກັບ​ໝູ່​ເກາະ​ໂຊ​ໂລມອນ ເພື່ອ​ຕ້ານ​​ຢັນ ​ການ​ແຜ່​ອຳ​ນາດ​ຂອງ​ຈີນ​


ທຸງ​ຂອງໝູ່​ເກາະ​ໂຊ​ໂລມອນ ​ແລະ​ທຸງ​ຈີນທີ່​ປີວ​ຢູ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ນະ​ຄອນ​ຫລວງ​ປັກ​ກິ່ງຂອງ​ຈີນ (ພາບ​ຖ່າຍ​ໃນ​ວັນ​ທີ 7 ຕຸ​ລາ, 2019). ສະຫະລັດ​ຈະ​ເປີດ​ການ​ເຈລະຈາທາງຍຸດ​ທະ​ສາດ​ລະດັບ​ສູງກັບ​ໝູ່​ເກາະ​ໂຊ​ໂລມອນ ​ໃນ​ເດືອນ​ກັນຍາປີນີ້ ​ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​.
ທຸງ​ຂອງໝູ່​ເກາະ​ໂຊ​ໂລມອນ ​ແລະ​ທຸງ​ຈີນທີ່​ປີວ​ຢູ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ນະ​ຄອນ​ຫລວງ​ປັກ​ກິ່ງຂອງ​ຈີນ (ພາບ​ຖ່າຍ​ໃນ​ວັນ​ທີ 7 ຕຸ​ລາ, 2019). ສະຫະລັດ​ຈະ​ເປີດ​ການ​ເຈລະຈາທາງຍຸດ​ທະ​ສາດ​ລະດັບ​ສູງກັບ​ໝູ່​ເກາະ​ໂຊ​ໂລມອນ ​ໃນ​ເດືອນ​ກັນຍາປີນີ້ ​ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​.

ສະຫະລັດ​ຈະ​ເປີດ​ການ​ເຈລະຈາທາງຍຸດ​ທະ​ສາດ​ລະດັບ​ສູງກັບ​ໝູ່​ເກາະ​ໂຊ​ໂລມອນ ​ໃນ​ເດືອນ​ກັນຍາປີນີ້ ​ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ກັນແລະ​ກັນ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ການ​ເງິນ ​ແລະ​ບັນຫາ​ອື່ນໆ.

ການຊຸກຍູ້ທາງດ້ານການທູດຄັ້ງຫຼ້າສຸດຂອງສະຫະລັດ ມີຂຶ້ນຫຼັງຈາກປະເທດ ເກາະໃນ​ມະ​ຫາ​ສະ​ໝຸດປາຊີຟິກໄດ້ລົງນາມໃນຂໍ້ຕົກລົງດ້ານຄວາມໝັ້ນ​ຄົງກັບຈີນທີ່ເຈົ້າຫນ້າທີ່ສະຫະລັດອະ​ທິ​ບາຍວ່າ "ຂາດຄວາມໂປ່ງໃສຢ່າງສິ້ນ​ເຊີງເລີຍ" ນັ້ນ.

ທ່ານດາ​ນຽລ ຄ​ຣິດ​ເຕັນ​ບ​ຣິງຄ໌ (Daniel Kritenbrink), ຜູ້ຊ່ວຍລັດຖະມົນຕີ ການຕ່າງປະເທດສະ​ຫະ​ລັດ ຮັບຜິດ ຊອບວຽກງານ​ເຂດເອ​ເຊຍຕາເວັນອອກ ແລະປາຊີຟິກ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເປັນທີ່ຈະແຈ້ງແລ້ວວ່າ ມີພຽງແຕ່ບໍ່​ເທົ່າ​ໃດ​ຄົນ ຢູ່ໃນວົງການອັນນ້ອຍໆ ທີ່ໄດ້ເຫັນຂໍ້ຕົກລົງນີ້.”

ທ່ານຄ​ຣິດ​ເຕັນ​ບ​ຣິງຄ໌ ກ່າວຕໍ່ນັກຂ່າວໃນກອງປະຊຸມລາຍ​ງານ​ຫຍໍ້ທາງໂທລະ ສັບໃນຄືນວັນຈັນວານນີ້​ວ່າ ນາຍົກລັດຖະມົນຕີໝູ່ເກາະ​ໂຊ​ໂລມອນ, ທ່ານມາ​ນາສ​ເຊ ໂຊ​ກາ​ແວ (Manasseh Sogavare) "ຖືກອ້າງຄຳ​ເວົ້າ ທີ່ເປີດເຜີຍວ່າ ທ່ານຈະເອົາລາຍລະອຽດຂອງ​ຂໍ້​ຕົກ​ລົງ​ນີ້ໃຫ້​ຄົນ​ເບິ່ງ​ໄດ້​ກໍ​ຕໍ່​ເມື່ອ​ໄດ້ຮັບອະນຸຍາດຈາກຈີນເທົ່າ​ນັ້ນ ຊຶ່ງຂ້າ​ພະ​ເຈົ້າຄິດວ່າ​ ມັນເປັນແຫຼ່ງທີ່​ພາ​ໃຫ້​ເກີດຄວາມກັງວົນເຊັ່ນກັນ."

ທ່ານຄ​ຣິດ​ເຕັນ​ບ​ຣິງຄ໌ ແລະຜູ້ປະສານງານຂອງທຳນຽບຂາວສຳ​ລັບ​ຂົງ​ເຂດ​ອິນ​ໂດ-ປາ​ຊີ​ຟິກ, ທ່ານເຄີດ​ທ໌ ແຄມ​ແບ​ລ (Kurt Campbell) ໄດ້ນຳພາຄະນະຜູ້ ແທນສະຫະລັດທີ່ລວມມີບັນ​ດາເຈົ້າໜ້າທີ່ທຳ​ນຽບ​ຫ້າ​ແຈໄປທີ່ປະເທດຟີຈິ, ປາປົວນິວກີນີ ແລະໝູ່ເກາະໂຊ​ໂລມອນ ໃນອາທິດແລ້ວນີ້.

ໃນການພົບປະກັນເປັນເວລາ 90 ນາທີ ລະຫວ່າງເຈົ້າໜ້າທີ່ອາເມຣິກັນ ກັບ ທ່ານໂຊ​ກາ​ແວ ແລະສະມາຊິກໃນຄະນະລັດຖະບານຂອງທ່ານ​ຊາວກວ່າ​ຄົນ ໃນວັນທີ 22 ເມສາຜ່ານ​ມານີ້, ສະຫະລັດໄດ້ເວົ້າ “ຢ່າງ​ຈະແຈ້ງທີ່​ສຸດ” ວ່າ ຕົນຈະ “ຕອບໂຕ້ຕາມມາ​ໂລດ” ຕໍ່ຄວາມພະຍາຍາມໃດໆ ທີ່​ຈະສ້າງຕັ້ງຖານທັບຂອງທະຫານ ຢູ່ໃນໝູ່ເກາະໂຊ​ໂລມອນພາຍ ໃຕ້ຂໍ້​ຕົກລົງ​ຂອງເກາະແຫ່ງ​ນັ້ນ ທີ່​ເຊັນກັບ​ຈີນເມື່ອ​ບໍ່​ດົນ​ມາ​ນີ້.

ພວກເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດທີ່​ຈະ​ໃຫ້​ລາຍ​ລະ​ອຽດໃດໆ ເມື່ອ​ຖືກ​ຖາມ​ວ່າ ການ​ກະ​ທຳ​ທາງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ທີ່​ສາ​ມາດ​ເອົາ​ມາ​ໃຊ້ມີ​ອັນ​ໃດ ຖ້າ​ຫາກ​ຈີນ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຖານ​ທັບຢູ່​ປະ​ເທດໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ໃຕ້ແຫ່ງນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG