ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະ​ຫະ​ລັດ ຈະ​ຍົກ​ເວັ້ນ ບາງ​ປະ​ເທດ ໃຫ້​ນຳ​ເຂົ້າ​ ນ້ຳ​ມັນ​ຈາກ ອ​ີ​ຣ່ານ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ ໃນ​ລະ​ຫວ່າງ​ການ​ລາຍ​ງານ​ສັ້ນ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກ່າວ​ຄຳ​ປາ​ໄສ​ຕໍ່​ນັກ​ຂ່າວ ໃນ​ລະ​ຫວ່າງ​ການ​ລາຍ​ງານ​ສັ້ນ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ຕຸ​ລາ, 2018.

ສະ​ຫະ​ລັດ ເວົ້າ​ວ່າ ເຂົາ​ເຈົ້າ​ມີ​ແຜນ ​ທີ່​ຈະ​ອອກ​ ການ​ຍົກ​ເວັ້ນ​ວີ​ຊາ​ຊົ່ວ​ຄາວ​ໃນຫຼາຍ​ປະ
ເທດ, ເຊິ່ງອະນຸຍາດໃຫ້ເຂົາເຈົ້າຊື້ນ້ຳມັນ ອີຣ່ານ ໂດຍບໍ່ໄດ້ຮັບຜົນກະທົບຫຍັງ ຈາກ
ມາດຕະການລົງໂທດທີ່ໃກ້ຈະມີຂຶ້ນຂອງ ສະຫະລັດ.

ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ​ຕໍ່ ອີ​ຣ່ານ ແມ່ນ​ຄາດ​ວ່າ​ ຈະ​ຖືກ​ໃຊ້​ຄືນ​ ໃນ​ວັນ​ຈັນ​ມື້​ອື່ນ,
ຈາກຜົນທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖອນ ສະຫະລັດ ອອກ
ຈາກຂໍ້ຕົກລົງນິວເຄລຍ ລະຫວ່າງ ອີຣ່ານ ກັບ 6 ປະເທດມະຫາອຳນາດ. ປະເທດໃດ
ທີ່ນຳເຂົ້ານ້ຳມັນ ອີຣ່ານ ໂດຍບໍ່ໄດ້ຮັບການຍົກເວັ້ນນັ້ນ ຈະໄດ້ຮັບຜົນຈາກການລົງ
ໂທດທາງການເງິນຂອງ ສະຫະລັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ປະ​ກາດ​ການ​ຕັດ​
ສິນໃຈ ຍົກເວັ້ນດັ່ງກ່າວ ໃນການປະຊຸມທາງໂທລະສັບ ເມື່ອວັນສຸກທີ່ຜ່ານມາ, ແຕ່
ທ່ານບໍ່ໄດ້ລະບຸວ່າ ປະເທດໃດຈະໄດ້ຮັບການຍົກເວັ້ນ ຫຼືວ່າມັນຈະດົນປານໃດ. ທ່ານ
ໄດ້ກ່າວວ່າ ມີພຽງສະຫະພາບ ຢູໂຣບ ທີ່ຈະບໍ່ໄດ້ຮັບການຍົກເວັ້ນນີ້.

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ “ພ​ວກ​ເຮົາ​ຄາດ​ວ່າ​ຈະ​ອອກ​ການ​ຈັດ​ແບ່ງ​ຊົ່ວ​ຄາວ​ໃຫ້ 8
ປະເທດ, ມີແຕ່ຍ້ອນເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າມີນ້ຳມັນ​ດິ​ບຫຼຸດ​ລົງ​ຢ່າງ
ຫຼວງຫຼາຍເທົ່ານັ້ນ ແລະ ການຮ່ວມມືໃນຫຼາຍແນວໜ້າອື່ນໆ ແລະ ໄດ້ທຳການເຄື່ອນ
ໄຫວທີ່ສຳຄັນ ໄປສູ່ການຫຼຸດຈຳນວນນຳເຂົາເຈົ້ານ້ຳມັນລົງເປັນສູນ.”

ໃນ​ຂະ​ນະ​ດຽວ​ກັນ, ຜູ້​ນຳ​ສູງ​ສຸດ​ຂອງ ອີ​ຣ່ານ, ທ່ານ ອາ​ຢາ​ໂທ​ລາ ອາ​ລີ ຄາ​ເມ​ນີ, ໄດ້​
ກ່າວຕໍ່ຕ້ານ ສະຫະລັດ ໃນວັນເສົາວານນີ້, ໃນຄ່ຳຄືນກ່ອນວັນຄົບຮອບຂອງການປະ
ຕິວັດປີ 1979 ແລະ ການເຂົ້າຍຶດສະຖານທູດ ສະຫະລັດ ໃນນະຄອນຫຼວງ ເຕຫະ
ຣ່ານ. ທ່ານໄດ້ກ່າວວ່າ ອຳນາດຂອງ ສະຫະລັດ ໄດ້ຕົກຕ່ຳລົງ ແລະ ປະເທດດັ່ງກ່າວ
ແມ່ນ “ກຳລັງເສື່ອມໂຊມລົງປີຕໍ່ປີ.”

ທ່ານ ຄາ​ເມ​ນີ ໄດ້​ກ່າວ​ວ່າ ເຖິງ​ແມ່ນ ສະ​ຫະ​ລັດ ໄດ້​ເຮັດ​ສົງ​ຄາມ​ທາງ​ທະ​ຫານ, ເສດ​
ຖະກິດ ແລະ ການໂຄສະນາຊວນເຊື່ອຕໍ່ ອີຣ່ານ ເປັນເວລາເກືອບ 40 ປີແລ້ວກໍຕາມ,
“ສະຫະລັດ ໄດ້ເປັນຝ່າຍທີ່ໄດ້ເສຍໄຊ ແລະ ປະເທດ ສາທາລະນະລັດ ອິສລາມ ນັ້ນ
ແມ່ນຝ່າຍທີ່ໄດ້ໄຊຊະນະ.” ທ່ານຍັງໄດ້ເວົ້າວ່າ ສະຫະລັດ ບໍ່ໄດ້ປະສົບຄວາມສຳເລັດ
ໃນການຄອບງຳ ອີຣ່ານ ດັ່ງທີ່ເຂົາເຈົ້າໄດ້ເຮັດກ່ອນການປະຕິວັດ ອິສລາມ ໃນປີ
1979 ທີ່ໄດ້ໂຄ່ນລົ້ມລະບອບປະຊາທິປະໄຕທີ່ສະໜັບສະໜູນປະເທດ ຕາເວັນຕົກ,
ລະບອບ ຊາ ແຫ່ງ ອີຣ່ານ, ແລະ ສະຫະລັດ ແມ່ນກຳລັງປະເຊີນກັບການຕໍ່ຕ້ານທົ່ວ
ໂລກ ສຳລັບນະໂຍບາຍຂອງເຂົາເຈົ້າ.

ອ່ານ​ຂ່າ​ວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG