ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ສະ​ຫະ​ລັດ ກ່າ​ວ​ວ່າ ການ​ເຈ​ລະ​ຈາ​ກັບ​ຣັດ​ເຊຍ ອາດ​ຈະ​ມີ​ຂຶ້ນ ​ໃນ​ເດືອນ​ມັງ​ກອນ


ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຢູ​ໂຣບ ແລະ​ຢູ​ໂຣບ​ເອ​ເຊຍ ທ່ານ​ນາງ ແຄ​ເຣັນ ດອນ​ຟ​ຣາຍ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານດ​ມີ​ໂຕ​ຣ ກູ​ເລ​ບາ ທີ່​ນະ​ຄອນ​ກີ​ຢິບ ເມື່ອ​ວັນ​ທີ 13 ທັນ​ວາ 2021.
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຢູ​ໂຣບ ແລະ​ຢູ​ໂຣບ​ເອ​ເຊຍ ທ່ານ​ນາງ ແຄ​ເຣັນ ດອນ​ຟ​ຣາຍ ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານດ​ມີ​ໂຕ​ຣ ກູ​ເລ​ບາ ທີ່​ນະ​ຄອນ​ກີ​ຢິບ ເມື່ອ​ວັນ​ທີ 13 ທັນ​ວາ 2021.

ສະ​ຫະ​ລັດ​ເຊື່ອ​ວ່າ ການ​ເຈ​ລະ​ຈາ​ສອງ​ຝ່າຍ ​ກັບ​ປະ​ເທດ​ຣັດ​ເຊຍ ກ່ຽວ​ກັບ​ການ​ເສີມກຳ​ລັງ​ທະ​ຫານ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ຢູ່​ຕາມ​ຊາຍ​ແດນ​ຢູ​ເຄ​ຣນ ອາດ​ຈະ​ເລີ້ມ​ຂຶ້ນ ​ໃນ​ເດື​ອນ​ມັງ​ກອນ ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ຫົວ​ໜ້າ​ນັກການ​ທູດຂອງ​ສະ​ຫະ​ລັດ ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ໄດ້​ຖິ້ມ​ໂທດ​ໃສ່​ສະ​ຫະ​ລັດແລະ​ປະ​ເທດ​ພັນ​ທະ​ມິດ ໃນ​ຄວາມ​ເຄັ່ງ​ຕຶງ​ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຂົງ​ເຂດ​ກໍ​ຕາມ.

“ພວກ​ເຮົາກະ​ກຽມ ທີ່​ຈະ​ພົວ​ພັນ​ທາງ​ການ​ທູດ ໂດຍ​ຜ່ານ​ຫຼາຍໆ​ຊ່ອງ​ທາງ” ນັ້ນ​ຄື​ຄຳ​ເວົ້າ​ຂອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່ໄດ້​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ ເມື່ອ​ວັນ​ອັງ​ຄານ​ວານນີ້.

ທ່ານບ​ລິງ​ເກັນ ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ທ່ານ​ຈະ​ເຫັນ​ການ​ພົວ​ພັນ ໃນ​ຕອນ​ຕົ້ນໆ ຂ້ອນ​ຂ້າງ​ໄວຫຼັງ​ຈາກ​ປີ​ໃໝ່ ຢູ່​ໃນ​ຂົງ​ເຂດ​ຕ່າງໆ​ທັງ​ໝົດເພື່ອ​ເບິ່ງ ວ່າ​ພວກ​ເຮົາຈະສາ​ມາດ​ແກ້​ໄຂການ​ຂັດ​ແຍ້ງ​ກັນ​ທາງ​ດ້ານ​ການ​ທູດ​ໄດ້​ຫຼື​ບໍ່” ໂດຍໝາຍ​ເຖິງ​ ການ​ສົນ​ທະ​ນາ​ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຣັດ​ເຊຍ ທີ່​ມີ​ຢູ່​ແລ້ວນັ້ນ ແລະ​ໂດຍ​ຜ່ານ​ສະ​ພາ​ອົງ​ການ​ເນ​ໂຕ້​ກັບ​ຣັດ​ເຊຍ ພ້ອມ​ທັງຜ່ານ​ອົງ​ການ​ວ່າ​ດ້ວຍ​ຄ​ວາມ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ​ຫຼື OSCE.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ​ຍັງ​ເຕືອນ​ວ່າ ຈະ​ມີ “ຜົນ​ທີ່​ຕິດ​ຕາມ​ມາ​ຢ່າງ​ແຮງ” ຖ້າ​ຣັດ​ເຊຍ “ຍັງ​ພົວ​ພັນ​ກັບ​ການ​ກະ​ທຳ​ແບບ​ຮຸກ​ຮານ​ຕໍ່​ຢູ​ເຄ​ຣນ.”

ໃນ​ຂະ​ນະ​ດຽວ​ກັນ ທ່ານ​ນາງ​ແຄ​ເຣັນ ດອນ​ຟ​ຣາຍ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຢູ​ໂຣບ​ເອ​ເຊຍ ກ່າວ​ຕໍ່​ພວກ​ນັກຂ່າວ​ວ່າ ສະ​ຫະ​ລັດ​ແລະ​ຣັດ​ເຊຍ ​ອາດຈະ​ຕົກ​ລົງ​ກັນ​ກ່ຽວ​ກັບ​ວັນ​ເວ​ລາ​ທີ່​ແນ່ນອນ ເພື່ອ​ເລີ້ມ​ການ​ເຈ​ລະ​ຈາ​ໃນ​ຄວາມ​ຮຽກ​ຮ້ອງ​ຂອງ​ຣັດ​ເຊຍທີ່​ຢາກ​ໃຫ້​ອົງ​ການ​ເນ​ໂຕ້​ຢຸດ​ເຊົາ​ກິດ​ຈະ​ການ​ທາງ​ທະ​ຫານໃນ​ຢູ​ໂຣບ​ຕາ​ເວັນ​ອອກ​ແລະໃນ​ປະ​ເທດ​ຢູ​ເຄ​ຣນ.

ແຕ່​ທ່ານ​ນາງ ​ກໍ​ເຕືອນ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ການ​ເຈ​ລະ​ຈາ​ໃດໆ​ກໍ​ຕາມ​ ແມ່ນຕ້ອງ​ອີງ​ໃສ່ການ​ແລກ​ປ່ຽນ​ແບບ​ດຽວ​ກັນ ໂດຍ​ແກ້​ໄຂຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ຣັດ​ເຊຍ ແລະມີ​ຂຶ້ນ​ດ້ວຍ​ການ​ຮ່ວມ​ມື​ໂດຍ​ເຕັມ ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ​ແລະ​ພາ​ຄີ​ໃນ​ຢູ​ໂຣບ​ຂອງ​ພວກ​ເຮົາ.”

ທ່ານ​ນາງດອນ​ຟ​ຣາຍ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຢ່າງ​ຈະ​ແຈ້ງວ່າ ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ເກີດ​ຂຶ້ນກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ໂຣບ ​ໂດຍ​ປາ​ສະ​ຈາກ​ຢູ​ໂຣບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG