ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເຈ​ລະ​ຈາ​ ລະ​ຫວ່າງ​ ສ​ຫ​ລ ກັບ ​ກຸ່ມ​ຕາ​ລີ​ບານ ພາໃຫ້​ມີ​ຄວາມ​ຫວັງວ່າ​ ຈະ​ມີ​ສັນ​ຕິ​ພາບ ຢູ່​ໃນ​ອັຟ​ກາ​ນິ​ສ​ຖານ


ພວກ​ນັກ​ລົບ​ກຸ່ມ​ຕາ​ລີ​ບານ ນັ່ງ​ຢູ່​ລົດ​ຈັກ​ຂອງ​ຕົນ ທີ່​ຕິດ​ທຸງ​ຂອງ​ກຸ່ມ​ຕາ​ລີ​ບານ ຢູ່​ແຄມ​ຖະ​ໜົນສາຍ​ນຶ່ງ ໃນ​ເມືອງຄັນ​ດຸ​ສ ຂອງ​ອັ​ຟ​ກາ​ນິ​ສ​ຖານ
ພວກ​ນັກ​ລົບ​ກຸ່ມ​ຕາ​ລີ​ບານ ນັ່ງ​ຢູ່​ລົດ​ຈັກ​ຂອງ​ຕົນ ທີ່​ຕິດ​ທຸງ​ຂອງ​ກຸ່ມ​ຕາ​ລີ​ບານ ຢູ່​ແຄມ​ຖະ​ໜົນສາຍ​ນຶ່ງ ໃນ​ເມືອງຄັນ​ດຸ​ສ ຂອງ​ອັ​ຟ​ກາ​ນິ​ສ​ຖານ

ມີ​ຮ່ອງ​ຮອຍສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້ມີ​ຄວາມ​ກ້າວ​ໜ້າ​ໃນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກຸ່ມ​ຕາ​ລີ​ບານ ທີ່​ກຳ​ລັງ​ດໍ​າ​ເນີນ​ໄປ​ຢູ່​ໃນ​ກາ​ຕາຢູ່​ໃນ​ຂະ​ນະ​ນີ້ ຊຶ່ງ​ພາ​ໃຫ້​ບາງ​ຄົນ​ຄິດ​ວ່າ ເຂົາ​ເຈົ້າອາດ​ຈະ​ສາ​ມາດ​ກຳ​ນົດ​ບາດ​ກ້າວໃນ​ການ​ແກ້​ໄຂທີ່ມີ​ການ​ເຈ​ລະ​ຈາທາງການ​ເມືອງ ​ສຳ​ລັບສົງ​ຄາມໃນ​ອັຟ​ກາ​ນິ​ສ​ຖານ​ທີ່​ແກ່​ຍາວ​ມາ​ໄດ້ 17 ປີແລ້ວນັ້ນ.

​ການ​ເຈ​ລະ​ຈາດັ່ງ​ກ່າວ​ໄດ້​ເລີ້ມ​ໄຂ​ຂຶ້ນ​ໃນ​ວັນ​ຈັນ​ຜ່ານ​ມາ ໂດຍ​ທີ່​ທີມ​ຂອງ​ສະ​ຫະ​ລັດແມ່ນ​ນຳ​ພາ​ໂດຍ ທ່ານ ຊາ​ລ​ເມ ຄາ​ລີ​ລ​ຊາດ (Zalmay Khalilzad), ຜູ້​ຕ້າງ​ໜ້າ​ພິ​ເສດ​ຂອງວໍ​ຊິງ​ຕັນ ດ້ານ​ຄວາມ​ປອງດອງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ແລະ ທູດ​ພິ​ເສດ​ຂອງ​ກາ​ຕາ ​ກໍ​ເຂົ້າ​ຮ່ວມ​ນຳ.

ທ. ຊາ​ລ​ເມ ຄາ​ລີ​ລ​ຊາດ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ ແລະ ຜູ້​ຕ້າງ​ໜ້າ​ພິ​ເສດ​ຂອງວໍ​ຊິງ​ຕັນ ດ້ານ​ຄວາມ​ປອງດອງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ຄຳ​ປາ​ໄສ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 27 ເມ​ສາ, 2016
ທ. ຊາ​ລ​ເມ ຄາ​ລີ​ລ​ຊາດ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ ແລະ ຜູ້​ຕ້າງ​ໜ້າ​ພິ​ເສດ​ຂອງວໍ​ຊິງ​ຕັນ ດ້ານ​ຄວາມ​ປອງດອງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ຄຳ​ປາ​ໄສ​ໃນ​ນະ​ຄອນ​ວໍ​ຊິງ​ຕັນ ໃນ​ວັນ​ທີ 27 ເມ​ສາ, 2016

ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ດຳ​ເນີນ​ມາ​ຮອດ​ມື້​ທີ 4 ຊຶ່ງ​ແມ່ນ​ວັນ​ພະ​ຫັດ​ວານນີ້ ແຫລ່ງ​ຂ່າວທີ່ຢູ່​ໃນ​ຕຳ​ແໜ່ງ​ສູງ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ທັງ​ສອງ​ຝ່າຍໄດ້ກວມ​ໄປເຖິງເຫດ​ຜົນ​ພື້ນ​ຖານຂອງ​ຕົນ​ "ຢ່າງ​ຫລວງ​ຫລາຍ" ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸຄວາມ​ເຂົ້າ​ໃຈໄດ້​ກ່ຽວ​ກັບ​ສອງ​ບັນ​ຫາ​ທີ່​ຍາກ​ທີ່​ສຸດ​ ທີ່ນຳ​ມາ​ເຈ​ລະ​ຈາ​ກັນ​ຢູ່ໂດ​ຮາ, ນະ​ຄອນຫລວງ​ຂອງ​ກາ​ຕານັ້ນ ບ່ອນທີ່​ກຸ່ມ​ກະ​ບົດ​ຂອງ​ອັ​ຟ​ການິ​ສ​ຖານ​ໄດ້​ຕັ້ງ​ຫ້ອງ​ການ​ດຳ​ເນີນ​ງານ​ດ້ານ​ການ​ເມືອງຂອງ​ຕົນ ຢູ່ນັ້ນ.

ກຸ່ມ​ຕາ​ລີ​ບານໄດ້​ປະ​ກາດ​ຢູ່​ໃນ​ໄລ​ຍະ​ເລີ້ມ​ຕົ້ນ​ຂອງ​ການ​ເຈ​ລະ​ຈາ​ວ່າ ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ​ຕົນ​ຈະ​ພະ​ຍາ​ຍາມ​ຫາ​ທາງ​ກຳ​ນົດ​ເວ​ລາ​ໃນ​ການ​ຖອນ​ທະ​ຫານ​ຂອງ​ສະ​ຫະ​ລັດ ແລະ​ທະ​ຫານ​ຕ່າງ​ຊາດ​ທີ່​ນຳ​ໜ້າ​ໂດຍ​ກຸ່ມ​ເນ​ໂຕ້ ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານໃຫ້​ໄດ້ ໃນ​ຂະ​ນະ​ທີ່ກຸ່ມ​ຕາ​ລີ​ບານ​ ກໍຈະ​ຮັບ​ປະ​ກັນ​ວ່າ ແຜ່ນ​ດິນ​ຂອງ​ອັ​ຟ​ກາ​ນິ​ສ​ຖານຈະ​ບໍ່ຖືກ​ໃຫ້​ນຳ​ໃຊ້​ເປັນ​ບ່ອນກໍ່​ໄພ​ຂົ່ມຂູ່ຕໍ່​ສະ​ຫະ​ລັດ ຫລື ປະ​ເທດ​ອື່ນ​ໃດໆ ໝົດ.

​ແຫລ່ງ​ຂ່າວ​ດັ່ງ​ກ່າວ​ຄາດ​ຫວັງ​ວ່າ ກຸ່ມ​ຕາ​ລີ​ບານສາ​ມາດ​ທີ່​ຈະ​ປະ​ກາດ​ການ​ຢຸດ​ຍິງ​ຊົ່ວ​ຄາວ​ໄດ້ ໃນ​ເມື່ອ​ວ່າ ​ມີ​ຄວາມ​ກ້າວ​ໜ້າ​ຕໍ່ການ​ທີ່​ຈະໄດ້​ຕາມ​ຂໍ້ຮຽກ​ຮ້ອງ​ຂອງ​ຕົນໃນ​ເລື້ອງ​ຖອນ​ທະ​ຫານ​ຕ່າງ​ປະ​ເທດ​ອອກ​ຈາກອັ​ຟ​ກາ​ນິ​ສ​ຖານແລ້ວ.

ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໄດ້​ເລີ້ມ​ຕົ້ນ​ມີຂຶ້ນໃນ​ລະ​ດູ​ຮ້ອນ​ຜ່ານ​ມາ ແລະ​ປາ​ກິ​ສ​ຖານ ໄດ້​ກ່າວ​ຢ້ຳ​ ໃນ​ວັນພະ​ຫັດ​ວານນີ້ວ່າ ຕົນ​ໄດ້​ນຳ​ເອົາ​ທັງ​ສອງ​ຝ່າຍ ເຂົ້າ​ມາ​ນັ່ງ​ຢູ່ ໂຕະເຈ​ລະ​ຈາ​ກັນ ເພື່ອ​ຫາ​ທາງ​ຍຸ​ຕິ​ສົງ​ຄາມ​ທີ່​ນັບ​ມື້ ນັບ​ນອງ​ເລືອດ​ຫລາຍ​ຂຶ້ນ ຢູ່​ອັ​ຟ​ກາ​ນິ​ສ​ຖານ ຢ່າງ​ສັນ​ຕິ​ວິ​ທີ. ອິ​ສ​ລາ​ມາ​ບັດຢື​ນ​ຢັດ​ວ່າ ຕົນ​ໄດ້​ໂນ້ມ​ນ້າວຈິດ​ໃຈ​ຂອງ​ກຸ່ມ​ຕາ​ລີ​ບານ ​ໃຫ້​ມາ​ທຳ​ການ​ເຈ​ລະ​ຈາ​ທີ່​ມີ​ປະ​ສິດ​ທິ​ຜົນ​ກັບ​ສະ​ຫະ​ລັດ ແລະ​ທີມ​ງານ​ເຈ​ລະ​ຈາ​ຂອງ​ທັງ​ສອງ​ຝ່າຍ ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບເອງຕໍ່ "ຜົນ​ສຳ​ເລັດ ແລະ​ຄວາມ​ຫລົ້ມ​ແຫລວ" ຂອງ​ການ​ເຈ​ລະ​ຈານັ້ນ.

ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ປາ​ກິ​ສ​ຖານ​ຢືນ​ຢັນ​ວ່າ ​ປາ​ກິ​ສ​ຖານກໍ​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ເຈ​ຄັ້ງ​ນີ້ ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ແຕ່​ຢ່າງ ​ໃດ​ກ່ຽວ​ກັບ​ຂໍ້​ຕົກ​ລົງທີ່​ອາດ​ມີຂຶ້ນໄດ້​ໃນ​ການ​ເຈ​ລະ​ຈານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG