ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີທາງອາກາດ ຂອງ ສຫລ ຕໍ່ຊີເຣຍ ສົ່ງສັນຍານ ແບບຄຸມເຄືອ ໃຫ້ເກົາຫຼີເໜືອ

ແສງລູກສອນໄຟ ທີ່ແນມເຫັນ ຢູ່ທ້ອງຟ້າ ນະຄອນຫຼວງ ດາມາສ
ກັສ ຂະນະທີ່ສະຫະລັດ ອັງກິດ ແລະຝຣັ່ງ ທຳການ ໂຈມຕີ ເປົ້າ
ໝາຍຕ່າງໆ. (ວັນທີ 14 ເມສາ 2018)
ແສງລູກສອນໄຟ ທີ່ແນມເຫັນ ຢູ່ທ້ອງຟ້າ ນະຄອນຫຼວງ ດາມາສ ກັສ ຂະນະທີ່ສະຫະລັດ ອັງກິດ ແລະຝຣັ່ງ ທຳການ ໂຈມຕີ ເປົ້າ ໝາຍຕ່າງໆ. (ວັນທີ 14 ເມສາ 2018)

ການໂຈມຕີທາງອາກາດ ຂອງສະຫະລັດ ຕໍ່ຊີເຣຍ ເມື່ອບໍ່ດົນມານີ້ ອາດເພີ່ມຄວາມກົດ
ດັນ ໃຫ້ແກ່ເກົາຫຼີເໜືອ ໃຫ້ຍົກເລີກໂຄງການ ອາວຸດນິວເຄລຍຂອງຕົນ ຫຼື ເສີມສ້າງ
ຄວາມຈຳເປັນໃຫ້ພຽງຢາງ ທີ່ຈະຕ້ອງມີນິວເຄລຍເພື່ອການຍັບຍັ້ງ.

ຫົວຂໍ້ໃນໜັງສືພິມ ບອກເຖິງແຜນການປະຊຸມສຸດຍອດ ລະຫວ່າງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ວາງຈຳໜ່າຍ ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 10 ມີນາ 2018.

ສະຫະລັດ ຝຣັ່ງ ແລະ ອັງກິດ ໄດ້ຍິງ ລູກສອນໄຟ 105 ລູກ ໃສ່ສະຖານທີ່ຜະລິດອາວຸດ
ເຄມີ ຂອງຊີເຣຍ 3 ແຫ່ງ ເມື່ອຕອນເຊົ້າວັນເສົາຜ່ານມານີ້ ໃນການຕອບໂຕ້ ຕໍ່ຂໍ້ກ່າວຫາ
ວ່າ ຊີເຣຍ ທຳການໂຈມຕີດ້ວຍອາວຸດເຄມີ ໃນເມືອງດູມາ ທີ່ໄດ້ສັງຫານ ຢ່າງໜ້ອຍ 40
ຄົນ ແລະ ຫຼາຍຮ້ອຍຄົນ ບາດເຈັບ ຫຼື ເຈັບປ່ວຍ ອີກ. ລັດຖະບານຊີເຣຍ ໄດ້ປະຕິເສດ
ຊ້ຳແລ້ວຊ້ຳອີກ ວ່າບໍ່ໄດ້ໃຊ້ອາວຸດເຄມີ ທີ່ຖືກຫວງຫ້າມໃດໆ.

ພົນໂທນາວິກະໂຍທິນ ເຄັນເນັດ ແອຟ ເມັກເຄນຊີ ຈູເນຍ (Kenneth F. McKenzie Jr.), ຜູ້ອຳນວຍການ ກອງເສນາທິການຮ່ວມ, ກ່າວຖະແຫລງ ຂະນະທີ່ ທ່ານສະແດງຮູບພາບ ຈາກເມື່ອກ່ອນ ແລະ ລຸນຫຼັງ ການໂຈມຕີທາງອາກາດ ຂອງກຸ່ມພັນທະມິດ ທີ່ນຳພາໂດຍ ສະຫະລັດ ຕໍ່ຊີເຣຍ ໃນລະຫວ່າງ ໃຫ້ການເວລາແກ່ສື່ມວນຊົນ ໃນທຳນຽບຫ້າແຈ, ວັນທີ 14 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ການໂຈມຕີທາງອາກາດແບບປະສານງານກັນ ຕໍ່ຊີເຣຍ ມີຂຶ້ນ ໃນຂະນະທີ່ ຄະນະລັດ
ຖະບານ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ລັດຖະບານ ຂອງ
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແມ່ນກຳລັງກະກຽມ ກອງປະຊຸມສຸດຍອດ ທີ່ຄາດກັນ
ວ່າ ຈະມີຂຶ້ນໃນທ້າຍເດືອນພຶດສະພາ ຫຼື ຕົ້ນເດືອນມິຖຸນາ ປີນີ້ ເພື່ອປຶກສາຫາລື ໃນ
ເລື່ອງການຍົກເລີກໂຄງການນິວເຄລຍ ຂອງເກົາຫຼີເໜືອ ເພື່ອແລກປ່ຽນກັບການຮັບ
ປະກັນດ້ານຄວາມໝັ້ນຄົງຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG