ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານອຸທອນ ສະຫະລັດ ຕັດສິນວ່າ ອົງການ ຄວາມໝັ້ນຄົງແຫ່ງຊາດ ມີຄວາມຜິດ


ຮູບພາບບັນທຶກ ລະບົບການເກັບກຳ ໂທລະສັບ ຂອງອົງການ ຮັກສາຄວາມໝັ້ນຄົງ ສະຫະລັດ.
ຮູບພາບບັນທຶກ ລະບົບການເກັບກຳ ໂທລະສັບ ຂອງອົງການ ຮັກສາຄວາມໝັ້ນຄົງ ສະຫະລັດ.

ສານອຸທອນ ສະຫະລັດ ​ທີ່​ນະຄອນ​ນິວຢອກ ​ໄດ້​ຕັດສິນ​ໃນ​ວັນ
​ພະຫັດ​ວານ​ນີ້​ວ່າ ຄວາມ​ລີ້​ລັບ​ຂອງ ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​
ຊາດ ທີ່​ເກັບ​ກຳເອົາ​ບັນທຶກ ​ໂທລະສັບ​ຢ່າງ​ຫລວງຫລາຍ ຂອງ
​ຊາວ​ອາ​ເມຣິກັນ​ນັ້ນ ຜິດ​ກົດໝາຍ ​ເກີນ​ຂອບ​ເຂດຈຳນວນ​ທີ່
ສະພາ ​ໄດ້​ອະນຸຍາດ​ໃຫ້.

“ບໍ່​ສາມາດ​ທີ່​ຈະ​ເວົ້າ​ໄດ້​ວ່າ ສະພາ​ໄດ້ໃຫ້​ສັດຕະຍາບັນໂຄງ
ການ​ດັ່ງກ່າວ ອັນ​ທີ່​ບັນດາ​ສະມາຊິກສະພາ​ຫລາຍ​ຄົນ ​ແລະ
ສາທາລະນະ​ທັງ​ໝົດ ບໍ່​ຮູ້​ນຳ” ຄະນະ​ຜູ້​ພິພາກສາ ສາມ​ທ່ານ
ຂອງ ສານ​ອຸທອນ ກ່າວ​ຢູ່​ໃນ ບົດຄວາມ​ຄິດ​ເຫັນ 97 ໜ້າ​.

ການ​ຕັດສິນ​ໃຈ​ໄດ້​ມີ​ຂຶ້ນ ກັບ​ການ​ຟ້ອງ​ຮ້ອງຂອງ ສະຫະພາບ ​ອິດສະລະພາບ ພົນລະ​
ເຮືອນ ອາ​ເມຣິກັນ ທ້າ​ທາຍ​ຕໍ່​ການ​ເກັບ​ກຳ​ຂອງ ອົງການ​ຮັກສາຄວາມ​ໝັ້ນຄົງ​ແຫ່ງ​ຊາດ
(NSA) ອັນ​ທີ່ອົງການ​ສືບ​ລັບ​ຮ້ອງ​ວ່າ “ຂໍ້​ມູນ​ໃຫຍ່” ບັນທຶກ​ໂທລະສັບ​ຫລາຍໆ​ລ້ານ
ຮວມທັງ​ນຳ​ເບີ​ໂທລະສັບ​ທີ່​ໂທ ​ແລະ​ເວລາ​ທີ່​ໄດ້​ໂທ ​ເຖິງ​ແມ່ນ​ວ່າ​ບໍ່​ມີເນື້ອ​ເລື້ອງຂອງ​ການ
​ໂທກໍ​ຕາມ. ການ​ສິ້ງຊອມ​ເບິ່ງ ​ບໍ່​ໄດ້ເປັນ​ທີ່ຊາບ​ແກ່ ຊາວ​ອາ​ເມຣິກັນ​ທັງ​ໝົດ ຈົນ​ມາຮອດ
​ເມື່ອ​ສອງ​ປີ​ກ່ອນນີ້ ​ເວລາ​ອະດີດພະນັກງານ​ສັນຍາ​ຈ້າງ NSA ທ້າວ Edward Snowden ​ໄດ້ເຮັ​ດເອກ​ກະສາ​ນຮົ່ວ​ໄຫລຢ່າງ​ຫລວງຫລາຍ ກ່ຽວ​ກັບ​ການ​ສືບ​ລັບ​ຂອງ NSA ກ່ອນ​ທີ່
ລາວໂຕນ​ໜີໄປຢູ່​ນອກ​ປະ​ເທດ ​ໃນ​ທີ່​ສຸດ​ ໄປຂໍລີ້ໄພຢູ່ ປະ​ເທດຣັດ​ເຊຍນັ້ນ.

​ສານບໍ່​ໄດ້​ກ່າວ​ເຖິງ​ການ​ຕັດສິນ ກ່ຽວ​ກັບ​ລັດຖະທຳ​ມະນູນ ທີ່ NSA ​ໄດ້​ເກັບ​ກຳ​ເອົາ​ຂໍ້​ມູນ
​ໂທລະ​ສັບ​ ​ແຕ່​ໄດ້​ກ່າວ​ວ່າ ການ​ສືບ​ລັບ​ໄດ້​ເປັນ​ໄປ​ເກີນ​ຂອບ​ເຂດ ທີ່ ສະພາ​ໄດ້​ອະນຸຍາດ​
ໃຫ້. ລາຍ​ງານ​ກ່າວ​ວ່າ ກົດໝາຍ​ທີ່​ໃຊ້​ໂດຍ​ລັດຖະບານ ​ເພື່ອ​ຢັ້ງຢືນ​ການ​ສືບ​ລັບ “ບໍ່​ໄດ້​ຖືກ
​ຕີ​ຄວາມ​ໝາຍ​ເຖິງ​ການ ອະນຸຍາດ​ໃດໆ​ຕໍ່​ການກວດ​ລ້າງ​ທັງ​ໝົດ​ຂອງ​ການ​ສິ້ງຊອມ” ທີ່
NSA ​ໄດ້​ປະຕິບັດ.

ການ​ຕັດສິນນີ້​ກ່າວ​ວ່າ ລັດຖະບາ​ນ ​ ບໍ່​ໄດ້​ອ້າງ​ແມ່ນເ​ເຕ່ວ່າ ບັນທຶກ​ທີ່​ຕົນ​ເກັບ​ກຳ​ເອົາ​ມາ
​ນັ້ນ​ພົວພັນ​ກັບ ການ​ດຳ​ເນີນສືບສວນ​ການ​ກໍ່​ການ​ຮ້າຍ ທີ່ສະ​ເພາະ​ເຈາະ​ຈົງໃດໆ ພຽງ​ແຕ່​
ວ່າ “ອາດ​ຈະ​ມີ​ຈຸດ​ໃດ​ຈຸດ​ນຶ່ງ ໃນ​ອະນາ​ຄົດທີ່​ຈະ​ຕ້ອງ​ການ ​ຄົ້ນ​ຄວ້າ​ສອບ​ສວນ​ເບິ່ງ. ການ
​ຕັດສິນ ​ໄດ້​ຂ້ວມ​ບາດ ສານ​ຊັ້ນ​ຕົ້ນ ທີ່​ຕັດສິນ​ວ່າ ການ​ສິ້ງຊອມ​ຖືກ​ກົດໝາຍ. ​ແຕ່​ວ່າ ສານ
​ອຸທອນ​ ​ໄດ້​ປະຕິ​ເສດ​ທີ່​ຈະອອກ​ຖະ​ແຫລ​ງຮ່ວມກັບ​ ການ​ຢຸດສິ້ງຊອມ​ຂອງ NSA ​ໂດຍ
​ກ່າວ​ວ່າ ມັນ​ຈະ​ມີ​ຜົນ​ສະທ້ອນ​ແຕ່​ພຽງ​ໜ້ອຍ​ດຽວ ​ເພາະວ່າກົ​ດໝາຍ​ປັດ​ຈຸ​ບັນ​ຈະ​ໝົດ​ກຳ
​ນົດລົງ​ໃນວັນ​ທີ່ 1 ​ເດືອນມິ​ຖຸນາ ​ແລະ​ສະພາ ກຳ​ລັງ​ຕໍ່​ລອງກັນ​ຢູ່່​ວ່າ​ຈະ​ຕໍ່ອາຍຸ​ອອກ​ໄປອີກ
ຕື່ມ ຫລື​ຈະ​ທຳ​ການ​ດັດແປງ​.

XS
SM
MD
LG