ສານສູງສຸດ ສະຫະລັດ ຈະພິຈາລະນາການໃຫ້ການໃນວັນຈັນມື້ນີ້ວ່າລັດຖະບານ ສະຫະລັດ ຈະສາມາດນຳໃຊ້ກົດໝາຍການປົກປ້ອງ “ຄວາມລັບຂອງລັດ” ເພື່ອລະງັບຂໍ້ມູນ ກ່ຽວກັບ ການກວດກາຕິດຕາມຊາວມຸສລິມຢູ່ວັດອິສລາມໃນລັດຄາລິຟໍເນຍ ຫຼືບໍ່.
ຄວາມຂັດແຍ້ງໄດ້ເກີດຂຶ້ນເມື່ອນຶ່ງທົດສະວັດທີ່ຜ່ານມາ ເວລາທີ່ຜູ້ຊາຍມຸສລິມສາມຄົນໄດ້ທຳການຟ້ອງຮ້ອງຕໍ່ອົງການສັນຕິບານກາງ ຫຼື FBI, ທີ່ກ່າວຫາອົງການບັງຄັບໃຊ້ກົດໝາຍລະດັບສູງຂອງ ສະຫະລັດ ດັ່ງກ່າວວ່າໄດ້ສົ່ງຜູ້ແຈ້ງຂໍ້ມູນລັບຜູ້ທີ່ອ້າງວ່າໄດ້ປ່ຽນໄປນັບຖືສາສະໜາອິສລາມ ເພື່ອສອດແນມເຂົາເຈົ້າ ອີງຕາມເອກະລັກທາງສາສະໜາຂອງເຂົາເຈົ້າເທົ່ານັ້ນ.
ລັດຖະທຳມະນູນ ສະຫະລັດ ຮັບປະກັນເສລີພາບໃນການນັບຖືສາສະໜາຂອງແຕ່ລະຄົນ.
ແຕ່ລັດຖະບານໄດ້ອ້າງໃນຄະດີນີ້ວ່າ ເຂົາເຈົ້າສາມາດປະຕິເສດທີ່ຈະເປີດເຜີຍຂໍ້ມູນ ກ່ຽວກັບ ການຕິດຕາມຂອງເຂົາເຈົ້າພາຍໃນອຳນາດທີ່ຖືກມອບໃຫ້ໂດຍກົດໝາຍຕິດຕາມຂໍ້ມູນລັບຕ່າງປະເທດ, ພ້ອມກັບການໃຊ້ສິດທິການປ້ອງກັນພິເສດຂອງລັດ, ເຊິ່ງຈະອະນຸຍາດໃຫ້ລັດຖະບານກີດກັ້ນການເປີດເຜີຍຂໍ້ມູນທີ່ເຂົາເຈົ້າພິຈາລະນາວ່າຈະເປັນຄວາມສ່ຽງຕໍ່ຄວາມປອດໄພແຫ່ງຊາດ.
ຜູ້ຊາຍມຸສລິມສາມຄົນດັ່ງກ່າວໄດ້ແກ່ ທ້າວ ຢາສເຊີ ຟາກາຊາ, ທ້າວ ອາລີ ມາລິກ ແລະ ທ້າວ ຢາສເຊີ ອັບແດລຣາຮິມ ໄດ້ໂຕຖຽງວ່າການໃຊ້ກົດໝາຍການຕິດຕາມໄດ້ລະເມີດສິດທິໃນການນັບຖືສາສະໜາຂອງເຂົາເຈົ້າ ແລະ ໄດ້ອະນຸຍາດໃຫ້ລັດຖະບານຫຼີກລ່ຽງຄວາມຮັບຜິດຊອບ.
ທ່ານ ແພັດທຣິກ ທູມີ, ພະນັກການໄອຍະການອາວຸໂສຢູ່ໂຄງການຄວາມປອດໄພແຫ່ງຊາດ ACLU, ໄດ້ກ່າວຕໍ່ບັນດານັກຂ່າວໃນອາທິດທີ່ຜ່ານມາວ່າ, “ກໍລະນີນີ້ມີຄວາມໝາຍຢ່າງຫຼວງຫຼາຍສຳລັບຄະດີຕ່າງໆທີ່ອົງການບັງຄັບໃຊ້ກົດໝາຍໄດ້ອ້າງສິດທິພິເສດລັບຂອງລັດ ໃນຄວາມພະຍາ ຍາມ ທີ່ຈະປ້ອງກັນຄວາມຮັບ ຜິດຊອບສຳລັບການກະທຳທີ່ຜິດກົດໝາຍອື່ນໆຂອງລັດຖະບານ, ໂດຍສະເພາະໃນສອງທົດສະວັດນັບຕັ້ງແຕ່ວັນທີ 11 ກັນຍາ,” ເວລາທີ່ພວກກໍ່ການຮ້າຍ ອາລ-ໄກດາ ໄດ້ໂຈມຕີ ສະຫະລັດ, ສັງຫານປະຊາຊົນເກືອບ 3,000 ຄົນ.
ຊາວມຸສລິມໃນລັດ ຄາລິຟໍເນຍ ໄດ້ກ່າວວ່າ ເຂົາເຈົ້າໄດ້ລາຍງານຜູ້ແຈ້ງຂໍ້ມູນຂອງອົງການ FBI ເອງໃນຄະດີດັ່ງກ່າວ ຕໍ່ອົງການທີ່ວ່ານັ້ນຫຼັງຈາກຜູ້ແຈ້ງຂໍ້ມູນໄດ້ເລີ່ມຖາມຄົນ ກ່ຽວກັບ “ພວກ ຈີຮາດ ຫົວຮຸນແຮງ.”