ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ສານສູງສຸດ ສະຫະລັດ ຕັດສິນວ່າ ພວກວ່າຈາ້ງງານ ບໍ່ສາມາດຈຳແນກ ຕໍ່ພວກຄົນງານ ທີ່ເປັນ LGBTQ


ພວກນັກເຄື່ອນໄຫວຂອງກຸ່ມ LGBTQ ແລະພວກທີ່ສະໜັບສະໜູນ ພາກັນຖືປ້າຍເດີນຂະບວນປຸກລະດົມ ຢູ່ນອກສານສູງສຸດສະຫະລັດ ໃນຂະນະທີ່ສານກຳລັງພິຈາລະນາ ຂໍ້ໂຕ້ແຍ້ງທີ່ສຳຄັນ ໃນເລື້ອງຄະດີສິດທິຂອງພວກ LGBTQ ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ຕຸລາ 2019.

ສານສູງສຸດສະຫະລັດ ໄດ້ຕັດສິນໃນວັນຈັນວານນີ້ ວ່າ ກົດໝາຍວ່າດ້ວຍການຈ້າງງານ ຂອງລັດຖະບານກາງ ປົກປ້ອງພວກຄົນງານ ທີ່ເປັນແມ່ຍິງຮັກຮ່ວມເພດ ກະເທີຍ ຜູ້ຮັກທັງຊາຍແລະຍິງ ພວກປ່ຽນເພດ ແລະອື່ນໆ ຫຼືທີ່ເອີ້ນຫຍໍ້ວ່າ LGBTQ ຈາກກາານຖືກຈຳແຍກ ຊຶ່ງເປັນການລົງຄວາມເຫັນທີ່ເປັນໄຊຊະ ນະສຳຄັນສຳລັບພວກ LGBTQ ທ່າມກາງຄວາມເປັນຫ່ວງ ກ່ຽວກັບການຫລຸດນ້ອຍຖອຍລົງໃນສິດທິຂອງພວກເຂົາເຈົ້າ ໃນສອງສາມປີມານີ້.

ໃນການຕັດສິນທີ່ເປັນຂີດໝາຍດ້ວຍຄະແນນສຽງ 6 ຕໍ່ 3 ນັ້ນ ສານສູງສຸດທີ່ຄວບຄຸມໂດຍຜູ້ພິພາກສາຫົວອະນຸລັກນິຍົມ ໄດ້ລົງຄວາມເຫັນວ່າ “ຜູ້ວ່າຈ້າງທີ່ໄດ້ປົດບຸກຄົນໃດນຶ່ງອອກ ຍ້ອນວ່າເປັນກະເທີຍ ຫຼື ຜູ້ປ່ຽນເພດ” ເປັນການລະ ເມີດຂໍ້ທີ 7 ຂອງກົົດໝາຍສິດທິພົນລະເມືອງ ປີ 1964.

ຫົວໜ້າສານສູງສຸດຫົວອະນຸລັກນິຍົມ ທ່ານຈອນ ໂຣເບີດສ໌ ແລະຄູ່ຮ່ວມງານທີ່ອະນຸລັກນິຍົມ ທ່ານນີລ ກໍຣຊັດຈ໌ ຜູ້ທີ່ໄດ້ຖືກສະເໜີຊື່ ໃຫ້ເຂົ້າເປັນຜູ້ພິພາກສາປະຈຳສານສູງສຸດ ໂດຍປະທານາທິບໍດີ ດໍໂນລ ທຣຳ ໃນປີ 2017 ກໍໄດ້ເຂົ້າຮ່ວມໃນການສະແດງຄວາມທີ່ເປັນສຽງສ່ວນຫຼາຍນັ້ນ. ຜູ້ພິພາກສາ ເບຣັດຕ໌ ຄາວານໍ ຜູ້ຖືກສະເໜີຊື່ໃຫ້ເຂົ້າປະຈຳສານສູງສຸດໂດຍທ່ານທຣຳ ອີກຄົນນຶ່ງ ນຳພາຜູ້ພິພາກສາທີ່ອະນຸລັກນິຍົມອີກ 3 ທ່ານ ໃນການສະແດງຄວາມເຫັນຄັດຄ້ານໂດຍໂຕ້ແຍ້ງວ່າ ບັນຫາດັ່ງກ່າວນີ້ຄວນຖືກແກ້ໄຂໂດຍຜ່ານການອອກກົດໝາຍ.

ການຕັດສິນທີ່ເປັນປະຫວັດການ ໄດ້ມີຂຶ້ນທ່າມກາງຄວາມເປັນຫ່ວງທີ່ວ່າ ສານສູງສຸດຊຸດນີ້ ຄອບງຳໂດຍຜູ້ພິພາກສາ 5 ທ່ານທີ່ມີຫົວອະນຸລັກນິຍົມ ຈະບັ່ນທອນກົດໝາຍທີ່ປົກປ້ອງພວກຄົນກຸ່ມນ້ອຍຕ່າງໆ ທີ່ລວມທັງພວກຄົນທີ່ເປັນ LGBTQ ນໍາດ້ວຍ. ໃນປີ 2018 ສານດັ່ງກ່າວ ໄດ້ຕັດສິນເຫັນພ້ອມນໍາ ຜູ້ເຮັດຂະໜົມ ໃນລັດໂຄໂລຣາໂດ ທີ່ໄດ້ປະຕິເສດບໍ່ເຮັດເຄັກແຕ່ງງານໃຫ້ແກ່ຄູ່ຮັກເພດດຽວກັນ.

ເຖິງຢ່າງນັ້ນກໍຕາມ 21 ລັດ ໃນປັດຈຸບັນນີ້ ຫ້າມການຈຳແນກບົນພື້ນຖານຂອງການນິຍົມທາງເພດ ຫຼືລົດສະນິຍົມທາງເພດ ຊຶ່ງບໍ່ມີມີກົດໝາຍແຫ່ງຊາດ ທີ່ຕໍ່ ຕ້ານການຈຳແນກເຊັ່ນນີ້. ການຕັດສິນຂອງສານສູງສຸດ ໄດ້ອັດຊ່ອງຫວ່າງທາງດ້ານກົດໝາຍ ສຳລັບສິດທິຂອງພວກຄົນງານທີ່ເປັນ LGBTQ ແລະຈັດຕັ້ງປະ ຕິບັດການປົກປ້ອງໃນການວ່າຈ້າງງານທີ່ຕໍ່ຕ້ານການຈຳແນກ ໃນທົ່ວປະເທດ.

ພວກນັກຕໍ່ສູ້ເພືອສິດທິຂອງກຸ່ມ LGBTQ ໄດ້ຍົກຍ້ອງການຕັດສິນດັ່ງກ່າວ ຊຶ່ງໄດ້ມີຂຶ້ນເກືອບປ 5 ປີ ຫຼັງຈາກທີ່ສານສູງສຸດ ໄດ້ຕັດສິນໃຫ້ການແຕ່ງງານ ລະ ຫວ່າງກະເທີຍຖືກຕ້ອງຕາມກົດໝາຍຢູ່ໃນສະຫະລັດ.

“ອັນນີ້ເປັນຂີດໝາຍແຫ່ງໄຊຊະນະ ສໍາລັບຄວາມສະເໝີພາບ ຂອງພວກ LGBTQ” ນັ້ນແມ່ນຂໍ້ຄວາມທີ່ຂຽນລົງໃນທວີດເຕີ້ ຂອງທ່ານອາລຟອນໂຊ ເດວິດ ປະທານຂອງອົງການເຄື່ອນໄຫວ ໃນການປຸກລະດົມເພື່ອສິດທິມະນຸດ.

ສ່ວນທ່ານນາງເຄຕີ ໂຈເສັບ ຜູ້ອຳນວຍການດ້ານນະໂຍບາຍແລະການລົນນະລົງ ຢູ່ທີ່ ອົງການ Interfaith Alliance ໄດ້ເອີ້ນການຕັດສິນດັ່ງກ່າວວ່າ “ເປັນຊ່ວງຫັນປ່ຽນສຳລັບຄວາມສະເໝີພາບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

XS
SM
MD
LG