ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ພິພາກສາ ສານສູງສຸດ ສຫລ 'ໂທລະສັບເຂົ້າມາ' ເພື່ອພິຈາລະນາ ຮັບຟັງຄະດີ ເປັນຄັ້ງທຳອິດ


ພວກຄົນທົ່ວໄປຍ່າງຢູ່ດ້ານນອກ ຂອງສານສູງສຸດສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ມີນາ 2020.
ພວກຄົນທົ່ວໄປຍ່າງຢູ່ດ້ານນອກ ຂອງສານສູງສຸດສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ມີນາ 2020.

ການໂຕ້ແຍ້ງຜ່ານທາງໂທລະສັບຂອງສານສູງສຸດສະຫະລັດ ທີ່ໄດ້ຖ່າຍທອດສົດເປັນຄັ້ງທຳອິດແບບບໍ່ເຄີຍມີມາກ່ອນນັ້ນ ດຳເນີນໄປໂດຍປາສະຈາກບັນຫາໃດໆໃນວັນຈັນວານນີ້ ຊຶ່ງໄດ້ກະຕຸ້ນໃຫ້ເກີດການຮຽກຮ້ອງຄັ້ງໃໝ່ ໃຫ້ສານສູງສຸດເຮັດແບບນີ້ເລື້ອຍໆ ເພື່ອຜົນປະໂຫຍດຂອງມະຫາຊົນ.

ການປະຊຸມດັ່ງກ່າວ ດຳເນີນໄປເກີນເວລາທີ່ໄດ້ກຳນົດໄວ້ ຄື 60 ນາທີ ແຕ່ປະທານຜູ້ພິພາກສາ ທ່ານຈອນ ຣໍເບີດສ໌ ກຳກັບນຳກອງປະຊຸມຢ່າງເຂັ້ມງວດ.

ຜູ້ພິພາກສາທັງໝົດ 9 ທ່ານ ທີ່ປະກອບດ້ວຍ ຜູ້ພິພາກສາສານທີ່ມີຊື່ສຽງແລະເປັນສັນຍາລັກ ທ່ານແຄລເຣັນສ ທອມມັສ ໄດ້ໂທລະສັບເຂົ້າມາ ຈາກເຮືອນຂອງທ່ານ ເພື່ອຖາມຄຳຖາມຫຼາຍອັນ.

ບັນດາທະນາຍຄວາມຂອງລັດຖະບານ ແລະອົງການ Booking.com ໄດ້ເຂົ້າຮ່ວມການສົນທະນາຕ່າງໆກັບໄປກັບມານຳບັນດາຜູ້ພິພາກສາ ໃນຂະນະທີ່ປະ ຊາຊົນຫຼາຍພັນຄົນ ໄດ້ສວຍໂອກາດທີ່ບໍ່ຄ່ອຍເກີດຂຶ້ນ ເຂົ້າມາຮັບຟັງໃນຄັ້ງນີ້.

ຄະດີ ຊຶ່ງເປັນບັນຫາຂັດແຍ້ງທາງດ້ານກົດໝາຍ ກ່ຽວກັບວ່າ ການບໍລິການໃນດ້ານການຈັບຈອງທາງອອນໄລນ໌ ນັ້ນ ສາມາດຈົດທະບຽນຊື່ການຄ້າຂອງຕົນໄດ້ຫຼືບໍ່ ຊຶ່ງເປັນຄະດີທຳອິດພາຍໃນ 10 ຄະດີ ທີ່ຈະໄດ້ຖືກນຳຂຶ້ນມາໂຕ້ຖຽງໂດຍຜ່ານທາງໂທລະສັບ ແລະຖ່າຍທອດສົດທາງອິນເຕີເນັດ ໃນເດືອນນີ້ ໃນຂະນະທີ່ ຜູ້ພິພາກສາທັງ 5 ທ່ານໃນນັ້ນ ມີ ອາຍຸ 65 ປີ ແລະແກ່ກວ່ານັ້ນ ແມ່ນພັກອາໄສ ຫ່າງຈາກໄວຣັສໂຄໂຣນາ.

ບັນດາຜູ້ພິພາກສາສານສູງສຸດໄດ້ຄັດຄ້ານຕໍ່ການຮຽກຮ້ອງກ່ຽວກັບການໂຕ້ຖຽງ ທີ່ຈະຖ່າຍທອດສົດຜ່ານທາງອິນເຕີເນັດ ພຽງແຕ່ພາກສ່ວນຂອງການພິຈາລະນາທີ່ເປີດເຜີຍຕໍ່ມະຫາຊົນເທົ່ານັ້ນ ແລະມັນກໍບໍ່ເປັນທີ່ຈະແຈ້ງວ່າ ຂັ້ນຕອນຂອງການດຳເນີນການດັ່ງກ່າວນັ້ນ ຈະອອກມາແນວໃດ ເພາະວ່າ ສານສູງສຸດ ບໍ່ມີປະສົບການນຳເທັກໂນໂລຈີການຖ່າຍທອດອອກອາກາດສົດເລີຍ.

ດຽວນີ້ ປາກົດວ່າປະສົບຜົນສຳເລັດ ໃນການຖ່າຍທອດສົດຜ່ານທາງອິນເຕີເນັດເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ທີ່ໄດ້ຖືກຍົກຍ້ອງເປັນໄຊຊະນະສຳລັບ ການເປີດກວ້າງຂອງສານ ແລະການຮຽກຮ້ອງທີ່ມີຫຼາຍຂຶ້ນນັບມື້ ໃຫ້ສານສືບຕໍ່ເຮັດແບບນັ້ນ ແມ່ນກະທັງ ຫຼັງຈາກທີ່ໂຣກລະບາດ ໄດ້ສິ້ນສຸດລົງແລ້ວ.

ເຫດການນີ້ ມີຂຶ້ນ ໃນຂະນະທີ່ ສານສູງສຸດ ໃນລະບອບປະຊາທິປະໄຕອື່ນໆ ຈາກ ອັງກິດ ຕະຫຼອດເຖິງ ການາດາ ແລະສານຂັ້ນຕ່ຳໃນທົ່ວສະຫະລັດ ໄດ້ຍິນດີຮັບເອົາຫຼາຍຂຶ້ນການໃຊ້ເທັກໂນໂລຈີການຖ່າຍສົດ ເພື່ອເປີດກວ້າງການດຳເນີນຄະດີຂອງພວກເຂົາເຈົ້າຕໍ່ມະຫາຊົນ ໂດຍຜ່ານການຖ່າຍທອດສົດທາງອິນເຕີເນັດ ແລະໃນຫຼາຍໆກໍລະນີຂອງການປະຊຸມທີ່ຖືກບັນທຶກເປັນວີດີໂອນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG