ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານສະຫະລັດ ມອບອຸປະກອນການແພດ ມູນຄ່າລວມ 430 ລ້ານກີບ ໃຫ້ແກ່ກະຊວງສາທາລະນະສຸກ


ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ປ.ອ. ປີເຕີ ເຮມອນ ມອບ ອຸປະກອນການແພດ (ເຄື່ອງເກາະຫ້ອຍ ຝຶກແອບຍ່າງສຳລັບຄົນພິການ) ມູນຄ່າລວມ 340 ລ້ານກີບ.
ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ປ.ອ. ປີເຕີ ເຮມອນ ມອບ ອຸປະກອນການແພດ (ເຄື່ອງເກາະຫ້ອຍ ຝຶກແອບຍ່າງສຳລັບຄົນພິການ) ມູນຄ່າລວມ 340 ລ້ານກີບ.

ທ່ານ ປ.ອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ພ້ອມດ້ວຍ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປີດຫ້ອງຝຶກອົບຮົມ ຍົກລະດັບວິຊາການດ້ານການແພດຟື້ນຟູໜ້າທີ່ການ ທີ່ສູນການແພດຟື້ນຟູໜ້າທີ່ການ (ສຟຟ) ໃນ​ວັນທີ 20 ເມສາ 2022 ວານນີ້. ນອກນັ້ນ ໃນພິທີດັ່ງກ່າວຍັງເປັນການມອບ - ຮັບອຸປະ ກອນດ້ານການແພດຟື້ນຟູໜ້າທີ່ການໃຫ້ກັບ ສຟຟ ແລະກະຊວງສາທາລະນະສຸກຢ່າງເປັນທາງການ.

ທ່ານ ປ.ອ ປີເຕີ ເຮມ໋ອນ ກ່າວວ່າ “ການຊ່ວຍເຫຼືອດ້ານສຸຂະພາບແລະດ້ານຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມ​ຣິກາ ແລະ ສປປ ລາວ. ສະຫະລັດອາເມຣິກາ ຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ສືບຕໍ່ ໃຫ້ການສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທີ່ໄດ້ມາດຕະຖານສາກົນ. ພວກເຮົາມີຄວາມພູມໃຈທີ່ໄດ້ສະໜອງອຸປະກອນ ການແພດຟື້ນຟູໜ້າທີ່ການໃໝ່ດັ່ງກ່າວນີ້ ໃຫ້ກັບ ສຟຟ ເພື່ອຊ່ວຍໃຫ້ຄົນທີ່ມີຄວາມຫຍຸ້ງຍາກໃນການຍ່າງ ບໍ່ວ່າຈະດ້ວຍສາເຫດໃດກໍ່ຕາມ ໃຫ້ພວກເຂົາສາມາດກັບມາຍ່າງໄດ້ອີກຄັ້ງ.

ການແພດຟື້ນຟູໜ້າທີ່ການ ແມ່ນຍຸດທະສາດທີ່ສຳຄັນ ສຳລັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການດ້ານ ສາທາລະນະສຸກ. ການແພດຟື້ນຟູ ໜ້າທີ່ການທີ່ມີຄຸນນະພາບມີຢູ່ໃນທຸກລະດັບ ຂອງລະບົບການບໍລິການດ້ານສາ ທາລະນະສຸກ ໂດຍສະເພາະແມ່ນລະດັບການປິ່ນປົວຂັ້ນຕົ້ນ ເພື່ອເພີ່ມປະສິດ ທິພາບໃນການເຮັດໜ້າທີ່ການຂອງປະຊາກອນລາວ ແລະເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມໃນກິດຈະກຳທາງສັງຄົມ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດຂອງປະເທດຊາດ.

ສູນການແພດຟື້ນຟູໜ້າທີ່ການແມ່ນຜູ້ດຳເນີນການທີ່ສຳຄັນໃນ ສປປ ລາວ ສຳ ລັບການສ້າງຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນທາງການແພດ ເພື່ອສະໜອງການບໍລິການດ້ານການແພດ ຟື້ນຟູໜ້າທີ່ການ. ໂຄງການ USAID ໂອ​ກາດໃຫ້ ການສະໜັບສະໜູນໃນການສ້າງຫ້ອງຝຶກອົບຮົມຍົກລະດັບວິຊາການດ້ານການແພດຟື້ນຟູໜ້າທີ່ການເຊິ່ງ ທ່ານໝໍ ພະຍາບານ ແລະ ແພດກາຍະບຳບັດ ຈຳ ນວນ 150 ທ່ານ ຈາກທົ່ວປະເທດ ສາມາດພັດທະນາຄວາມຮູ້ແລະ ທັກສະຂອງພວກເຂົາ ແລະ ສາມາດສະໜອງການປິ່ນປົວດ້ານການແພດຟື້ນຟູໜ້າທີ່ການທີ່ຈຳເປັນໃນລະດັບ ການປິ່ນປົວຂັ້ນຕົ້ນຢູ່ໂຮງໝໍເມືອງ.

ນອກຈາກນີ້ ໂຄງການ USAID ໂອກາດ ຍັງໃຫ້ການສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດ ໂດຍການຍົກລະດັບເຄື່ອງມືດ້ານການແພດຟື້ນຟູໜ້າທີ່ການໃຫ້ໄດ້ມາດຕະຖານສາກົນ. ໂຄງການ USAID ໂອກາດ ໄດ້ສະໜອງເຄື່ອງເກາະຫ້ອຍຝຶກແອບຢ່າງໃຫ້ແກ່ ສຟຟ. ອຸປະກອນທີ່ທັນສະ ໄໝດັ່ງກ່າວນີ້ ຈະຊ່ວຍໃຫ້ຄົນ ທີ່ມີຄວາມຫຍຸ້ງຍາກໃນການຍ່າງຈຳນວນຫຼາຍ ພາຍຫຼັງທີ່ເກີດອຸປະຕິເຫດ ຫຼື ເປັນພະຍາດ ເຊັ່ນ ກະດູກແຕກຫັກ ເສັ້ນເລືອດອຸດຕັນ ການບາດເຈັບທາງສະໝອງ ຫຼື ການນຳໃຊ້ຂາທຽມ ເພື່ອປັບປຸງການຊົງໂຕ ແລະ ຟື້ນຟູຄວາມສາມາດດ້ານການຍ່າງຂອງພວກເຂົາ.

ໂຄງການ USAID ໂອກາດ ໄດ້ໃຫ້ການສະໜັບສະໜູນທາງດ້ານການເງິນ ປະມານ 255,000,000 ກີບ ສຳລັບສ້າງຕັ້ງ ແລະ ຕິດຕັ້ງອຸປະກອນຝຶກອົບຮົມຢູ່ຫ້ອງຝຶກອົບຮົມຍົກລະດັບວິຊາການດ້ານການແພດຟື້ນຟູໜ້າທີ່ການ ແລະ ສຳລັບ ສຟຟ ເພື່ອຮັບສະໝັກ ແລະຝຶກອົົບຮົມຄູຝຶກຫຼັກ ພ້ອມທັງ ໃຫ້ ການສະໜັບສະໜູນຈຳນວນ 342,000,000 ກີບເພື່ອຕິດຕັ້ງເຄື່ອງເກາະຫ້ອຍ ແລະ ລະບົບລາງເລື່ອນຝຶກແອບຍ່າງ.

ໂຄງການ USAID ໂອກາດ ໃຫ້ການສະໜັບສະໜູນທຶນໂດຍ ອົງການພັດທະ ນາສາກົນຂອງສະຫະລັດອາເມ​ຣິກາ (USAID) ຈັດຕັ້ງປະຕິບັດໂດຍ ອົງການ ເວີລດ໌ເອດຢູເຄຊັນ ປະຈຳລາວ ເພື່ອເສີມຂະຫຍາຍ ການເຂົ້າເຖິງການຮັກສາ ສຸຂະພາບ ແລະ ໂອກາດທາງດ້ານເສດຖະກິດ ສຳລັບ ຄົນທີ່ມີຄວາມພິການ ພ້ອມທັງສະໜັບສະໜູນໃຫ້ເຂົາເຈົ້າມີ ສ່ວນຮ່ວມໃນການອອກແບບ ນະໂຍບາຍ ແລະ ປະຕິບັດວຽກງານໃນການພັດທະນາແບບມີສ່ວນຮ່ວມ.

XS
SM
MD
LG