ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອາເມຣິກັນ ກ່າວວ່າ ສະຫະລັດ ໂຈມຕີໂດຣນຫຼາຍລໍາ ຢູ່ໃນເຢເມນ


ນັກສູ້ຫົວຮຸນແຮງຮູຕີ ສະແດງຮູບພາບຂອງຜູ້ນໍາການເຄື່ອນໄຫວຂອງພວກຮູຕີ, ທ້າວອັບເດລ ມາເລັກ ອາລ-ຮູຕີ (Abdel Malek al-Houthi), ໃນລະຫວ່າງການໂຮມຊຸມນຸມເພື່ອສະໜັບສະໜຸນຊາວປາແລັສໄຕນ໌ໃນແຫຼມກາຊາ ແລະຕໍ່ຕ້ານການໂຈມຕີໃນເຢເມນ ທີ່ນໍາພາໂດຍສະຫະລັດ, ໃນນະຄອນຫຼວງຊານາອາ, ເຢເມນ, ວັນທີ 29 ມັງກອນ 2024.
ນັກສູ້ຫົວຮຸນແຮງຮູຕີ ສະແດງຮູບພາບຂອງຜູ້ນໍາການເຄື່ອນໄຫວຂອງພວກຮູຕີ, ທ້າວອັບເດລ ມາເລັກ ອາລ-ຮູຕີ (Abdel Malek al-Houthi), ໃນລະຫວ່າງການໂຮມຊຸມນຸມເພື່ອສະໜັບສະໜຸນຊາວປາແລັສໄຕນ໌ໃນແຫຼມກາຊາ ແລະຕໍ່ຕ້ານການໂຈມຕີໃນເຢເມນ ທີ່ນໍາພາໂດຍສະຫະລັດ, ໃນນະຄອນຫຼວງຊານາອາ, ເຢເມນ, ວັນທີ 29 ມັງກອນ 2024.

ສະຫະລັດໄດ້​ໂຈມ​ຕີເຮືອບິນບໍ່ມີຄົນຂັບ ເຊິ່ງກໍາລັງກະກຽມທີ່ຈະ​ຖືກ​ສົ່ງ​ຂຶ້ນ 10 ລໍາໃນປະເທດເຢເມນ, ເຈົ້າຫນ້າທີ່ສະຫະລັດກ່າວໃນຕອນແລງວັນພຸດວານນີ້, ທ່າມກາງຄວາມເຄັ່ງຕຶງຈາກສົງຄາມໃນຂົງເຂດກາຊາທີ່ແຜ່ລາມໄປທົ່ວພາກພື້ນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ກອງທັບ​ເຮືອ​ສະຫະລັດ​ລຳ​ນຶ່ງ ​ຍັງ​ໄດ້​ຍິງ​ເຮືອບິນບໍ່ມີຄົນຂັບຂອງ​ອີຣ່ານ 3 ລຳ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຕໍ່​ຕ້ານ​ກຳ​ປັ່ນລູກນຶ່ງຂອງພວກຫົວຮຸນແຮງຮູຕີ ຕົກຢູ່ໃນ​ອ່າວເອເດັນ, ອີງຕາມການກ່າວຂອງກອງ​ບັນຊາ​ການກອງທັບ​ສະຫະລັດໃນພາກຕາເວັນອອກກາງ. ພວກເຂົາ​ເຈົ້າກ່າວ​ວ່າ ​ບໍ່​ມີ​ລາຍງານກ່ຽວກັບການ​ບາດ​ເຈັບ​ ຫຼື​ຄວາມ​ເສຍ​ຫາຍ​ໃດໆ​.

ພວກຫົວຮຸນແຮງຮູຕີ ທີ່ເປັນພັນທະມິດກັບອີຣ່ານ, ຜູ້ທີ່ຄວບຄຸມພື້ນທີ່ທີ່ມີປະຊາ ກອນສ່ວນໃຫຍ່ຂອງເຢເມນ, ໄດ້ສົ່ງເຮືອບິນບໍ່ມີຄົນຂັບ​ທີ່​ຕິດ​ລະ​ເບີດ ແລະລູກສອນໄຟເຂົ້າໃສ່ຂະບວນເຮືອສິນຄ້າຢູ່ໃນຂົງເຂດທະເລແດງ ແລະອ່າວເອເດັນ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ, ໂດຍຮ້ອງວ່າ ເປັນການຕອບໂຕ້ຕໍ່ການປະ ຕິບັດງານທາງທະຫານຂອງອິສຣາແອລຢູ່ໃນຂົງເຂດກາຊາ ແລະເປັນ​ການ​ສະ​ແດງເຖິງ​ຄວາມ​ສາ​ມັກ​ຄີ​ກັບ​ປະຊາຊົນຊາວປາແລັສໄຕນ໌​.

ການໂຈມ​ຕີຂອງພວກຫົວຮຸນແຮງຮູຕີ ໄດ້ຂັດຂວາງຕໍ່ການຂົນສົ່ງລະຫວ່າງປະເທດ.

ສະຫະລັດ ​ແລະ ອັງກິດ ​ໄດ້​ທຳ​ການ​ໂຈມ​ຕີ​ເປົ້າ​ໝາຍໃສ່ພວກຫົວຮຸນແຮງຮູຕີຢູ່​ໃນ​ເຢ​ເມນ ​ແລະ​ໄດ້​ຈັດ​ໃຫ້ພວກ​ທະຫານບ້ານກຸ່ມນີ້ ກັບ​ເຂົ້າ​ໄປ​ໃນ​ບັນຊີ​ລາຍຍຊື່ຂອງ "ກຸ່ມ​ກໍ່​ການ​ຮ້າຍ."

ພວກຫົວຮຸນແຮງຮູຕີ, ໃນຕອນເຊົ້າຂອງມື້ວັນພຸດວານນີ້ກ່າວວ່າ ກອງກຳລັງທະຫານເຮືອຂອງພວກເຂົາ ໄດ້ປະຕິບັດການໂຈມຕີໂດຍແນເປົ້າໝາຍໃສ່ "ກຳປັ່ນສິນຄ້າຂອງສະຫະລັດ" ຢູ່ໃນອ່າວເອເດັນ ລຸນຫຼັງຍິງລູກສອນໄຟໃສ່ກຳປັ່ນພິຄາດ Gravely ຂອງກອງທັບເຮືອສະຫະລັດ.

ການ​ໂຈມ​ຕີ​ໃສ່ກຳ​ປັ່ນຫຼາຍລໍາຂອງພວກຫົວຮຸນແຮງຮູຕີ​ຢູ່ບໍລິເວນຂົງເຂດທະເລແດງ ​ໄດ້​ເຮັດ​ໃຫ້​ການ​ຄ້າ​ລະຫວ່າງ​ເອ​ເຊຍ ​ແລະ ຢູ​ໂຣບ ຊັກ​ຊ້າ​ລົງ, ​ເຊິ່ງເຮັດ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ການ​ສະໜອງຈະຫຼຸດໜ້ອຍລົງ ​ແລະ​ເປັນ​ສັນຍານເຮັດໃຫ້ບັນດາປະເທດມະຫາອໍານາດມີຄວາມ​ເປັນ​ຫ່ວງ​ວ່າ ສົງຄາມຢູ່ໃນຂົງເຂດ​ກາຊາ ອາດ​ຈະ​ກາຍ​ມາເປັນຄວາມຂັດແຍ້ງຢູ່​ໃນ​ພາກ​ພື້ນ.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ກ່າວ​ໃນຊ່ວງ​ຕົ້ນ​ເດືອນ​ມັງກອນທີ່​ຜ່ານ​ມາ​ວ່າ ຈະຍັງຄົງ​ດຳ​ເນີນການໂຈມຕີໃສ່ເປົ້າໝາຍພວກຫົວຮຸນແຮງຮູຕີ​ຕໍ່​ໄປ ເຖິງ​ແມ່ນ​ທ່ານຮັບ​ຮູ້ວ່າ ພວກ​ເຂົາອາດ​ຈະ​ບໍ່​ຍຸຕິ​ການ​ໂຈມ​ຕີ​ຂອງ​ເຂົາ​ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG