ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​ໂຈມ​ຕີຜູ້​ນຳຂອງ​ກຸ່ມ​ລັດ​ອິ​ສ​ລາມ ສອງ​ເທື່ອ​​ພາຍ​ໃນ​ໄລ​ຍະ 24 ຊົ່ວ​ໂມງ​


​ແຜນ​ທີ່​ເຂດເມືອງ Qamishli ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ປະ​ເທດ​ຊິ​ເຣຍ
​ແຜນ​ທີ່​ເຂດເມືອງ Qamishli ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ປະ​ເທດ​ຊິ​ເຣຍ

ກຸ່ມ​ກໍ່​ການ​ຮ້າຍລັດ​ອິ​ສ​ລາມ ທີ່​ມີຄວາມ​ອ່ອນ​ເພຍແລະ​ອິດ​ເມື່ອຍ ໄດ້​ຮັບ​ຄວາ​ມ ຊອ​ກ​ຊ້ຳ​ຮອບ​ໃໝ່​ອີກ ເວ​ລ​າ​ກຳ​ລັງສະ​ຫະ​ລັດໄດ້​ແນ​ເປົ້າ​ໝາຍ​ໃສ່​ບັນ​ດາ​ຜູ້​ນຳ​ທີ່​ສຳ​ຄັນສາມ​ຄົນ ຢູ່​ໃນ​ການປະ​ຕິ​ບັດ​ງານສອງ​ຄັ້ງ ຢູ່​ທົ່ວ​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ມື້​ດຽວ​ກັນ.

​ສະ​ຫະ​ລັດ​ໄດ້​ຢືນ​ຢັນ​ວ່າ ການ​ປະ​ຕິ​ບັດ​ງານ​ເທື່ອ​ທີ​ນຶ່ງ ຊຶ່ງ​ມີ​ການປະ​ກາດ​ວ່າ​ກຳ​ລັງ​ພິ​ເສດ​ສະ​ຫະ​ລັດ ໄດ້​ບຸກ​ໂຈມ​ຕີ​ທາງ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ໃກ້​ກັບບ້ານ​ກາ​ມິ​ສ​ລີ ທາງພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ທີ່​ຢູ່​ໃນ​ເຂດ​ທີ່​ຄວບ​ຄຸ​ມ​ໂດຍ​ກຳ​ລັງ ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຊີເຣຍ ທ່ານ​ບາຊ​າຣ ​ອາ​ຊາດ.

ກອງ​ບັນ​ຊາ​ການ​ພາກໃນ​ພາກ​ຕາ​ເວັນ​ອອກ​ກາງ​ສະ​ຫະ​ລັດ (CENTCOM) ທີ່​ດູ​ແລ​ກຳ​ລັງ​ອາ​ເມ​ຣິ​ກັນ​ຢູ​ໃນ​ຊີ​ເຣຍ ແລະສ່ວນ​ໃຫຍ່​ຂອງ​ພາກ​ຕາ​ເວັນ​ອອກ​ກາງ ໄດ້​ກ່າວ​ວ່າ ເປົ້າ​ໝາຍ​ຂອງ​ການປະ​ຕິ​ບັດ​ງານແມ່ນ​ທ້າວຣັກ​ຄານ ວາ​ຣິດ ອາ​ລ-ຊາ​ມ​ຣີ ​ໄດ້ຖືກສັງ​ຫານ ແລະ​ເພື່ອນ​ຄົນ​ນຶ່ງ​ຂອງ​ລາວ ​ໄດ້​ຮັບ​ບາດ​ເຈັບ.

​ເພື່ອນ​ຮ່ວມ​ງານອີກ​ສອງ​ຄົນ​ໄດ້​ຖືກ​ຈັບ.

​ກອງ​ທັບ​ສະ​ຫະ​ລັດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ ໄດ້​ບັນ​ລ​ະ​ຍາຍ ອາ​ລ-ຊາ​ມ​ຣີ ວ່າ​ເປັນ​ຜູ້​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ IS ​ມາ​ຍາວ​ນານ ຜູ້​ທີ່​ມີ​ຫລິ້ນ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ລັກ​ລອບ​ອາ​ວຸດ ແລະ​ພວກ​ນັກ​ລົບ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ງານ​ຂອງ​ພວກ​ກໍ່​ການ​ຮ້າຍ.

​ພວກ​ນັກ​ເຄື່ອນ​ໄຫວ ຂອງ​ອົງ​ການ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ຊີ​ເຣຍ (Human Rights) ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ລອນດອນ ກ່​າວ​ວ່າ ການໂຈມ​ຕີ​ໃນ​ຕອນ​ເຊົ້າ​ຂອງ​ສະ​ຫະ​ລັດ ໄດ້​ມີ​ຂຶ້ນ​ຢູ່​ໃນ​ບ້ານ​ໂມ​ລຸກ ຊາ​ເຣ ປະ​ມານ 17 ກິ​ໂ​ລ​ແມັດ ​ຢູ່ທາງ​ພາກ​ໃຕ້​ຂອງ​ກາ​ມີ​ສລີ ແລະ​ເປົ້າ​ໝາຍ​ໄດ້​ຖືກ​ຂ້າ​ຕາຍ ຫລັງ​ຈາກ​ປະ​ຕິ​ເສດບໍ່ຍອມ​ຈຳ​ນົນ.

A weakened and wary Islamic State terror group suffered a new round of setbacks when U.S. forces targeted three key leaders in two operations across northern Syria in a single day.

The U.S. confirmed the first operation, announcing that U.S. special forces had conducted a helicopter raid early Thursday near the northeastern village of Qamishli, in an area controlled by forces loyal to Syrian President Bashar al-Assad.

U.S. Central Command (CENTCOM), which oversees American forces in Syria and much of the Middle East, said the target of the operation, Rakkan Wahid al-Shammri, was killed and one of his associates was injured. Two other associates were captured.

U.S. military and intelligence officials described al-Shammri as a longtime IS operative who played a key role in smuggling weapons and fighters to support the terror group’s operations.

Activists with the London-based Syrian Observatory for Human Rights said that the early morning U.S. raid took place in the village of Moluk Saray, about 17 kilometers south of Qamishli, and that the target was killed after refusing to surrender.

XS
SM
MD
LG