ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໂຈມຕີ ກຸ່ມທະຫານບ້ານ ທີ່ໜຸນຫຼັງໂດຍອີຣ່ານ ຫຼັງຈາກຖານທັບອາກາດໃນອີຣັກ ຖືກໂຈມຕີ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ໄປຢ້ຽມຢາມຖານທັບອາກາດເອີບີລ ໃນອີຣັກ ເມື່ອວັນທີ 7 ມີນາ 2023.
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ໄປຢ້ຽມຢາມຖານທັບອາກາດເອີບີລ ໃນອີຣັກ ເມື່ອວັນທີ 7 ມີນາ 2023.

ກອງກຳລັງສະຫະລັດ ໄດ້ດຳເນີນການໂຈມຕີໃນວັນຈັນວານນີ້ ໂດຍແນໃສ່ພວກທະຫານບ້ານທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນອີຣັກ ໃນການຕອບໂຕ້ຕໍ່ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ທີ່ເຮັດໃຫ້ສະມາຊິກທະຫານຂອງສະຫະລັດບາດເຈັບສາມຄົນ.

ການໂຈມຕີຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສະຖານທີ່ສາມແຫ່ງ ທີ່ໄດ້ຖືກນຳໃຊ້ໂດຍກຸ່ມກາຕາອິບ ເຮັສໂບລາ ແລະກຸ່ມເຄືອຂ່າຍຕ່າງໆ ອີງຕາມການກ່າວໃນຖະແຫລງການຂອງລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ.

ຖະແຫລງການດັ່ງກ່າວເວົ້າວ່າ “ການໂຈມຕີທີ່ແນ່ນອນເຫຼົ່ານີ້ ເປັນການຕອບໂຕ້ຕໍ່ການໂຈມຕີຫຼາຍຄັ້ງໃສ່ບຸກຄະລາກອນຂອງສະຫະລັດຢູ່ໃນອີຣັກ ແລະຊີເຣຍ ໂດຍພວກທະຫານບ້ານທີ່ໄດ້ຮັບການອຸປະຖຳໂດຍອີຣ່ານ, ລວມທັງການໂຈມຕີໂດຍກຸ່ມກາຕາອິບ ເຮັສໂບລາ ທີ່ເປັນເຄືອຂ່າຍຂອງອີຣ່ານ ແລະກຸ່ມເຄືອຂ່າຍຕ່າງໆ ຕໍ່ຖານທັບອາກາດ ເອີບີລ ໃນຕອນເຊົ້າມື້ນີ້ ແລະມີເຈດຕະນາເພື່ອລົບກວນແລະຫລຸດຜ່ອນຄວາມອາດສາມາດຂອງກຸ່ມທະຫານບ້ານທີ່ຈົງຮັກພັກດີອີຣ່ານ ຊຶ່ງຮັບຜິດຊອບຕໍ່ການໂຈມຕີໂດຍກົງ.”

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານນາງເອດຣຽນ ວັດສັນ ໄດ້ກ່າວວ່າ ກຸ່ມກາຕາອິບ ເຮັສໂບລາ ເປັນພາກສ່ວນນຶ່ງຂອງພວກຫົວຮຸນແຮງທີ່ໄດ້ຮັບການສະໜັບສະໜຸນຈາກອີຣ່ານ, ຊຶ່ງໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃນວັນຈັນວານນີ້ ແລະວ່າ ສະມາຊິກທະຫານຂອງສະຫະລັດຄົນນຶ່ງ ໄດ້ຮັບບາດເຈັບສາຫັດ.

ສະຫະລັດແລະກອງກຳລັງຂອງພັນທະມິດ ໄດ້ປະຕິບັດການຢູ່ໃນພາກພື້ນ ອັນເປັນສ່ວນນຶ່ງຂອງພາລະກິດ ເພື່ອຕໍ່ຕ້ານກຸ່ມລັດອິສລາມຢູ່ໃນອີຣັກ ແລະຊີເຣຍ.

ກອງກຳລັງເຫຼົ່ານັ້ນ ຕົກຢູ່ພາຍໃຕ້ການໂຈມຕີຊ້ຳແລ້ວຊ້ຳອີກ ໂດຍພວກກຸ່ມຕົວແທນທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໂດຍມີການໂຈມຕີປະມານ 100 ຄັ້ງ ນັບຕັ້ງແຕ່ອິສຣາແອລ ໄດ້ເລີ້ມການບຸກໂຈມຕີຂອງຕົນເພື່ອກຳຈັດກຸ່ມຫົວຮຸນແຮງຮາມາສ ຢູ່ໃນເຂດກາຊາ.

ກອງທັບສະຫະລັດ ໄດ້ກ່າວວ່າ ຕົນໄດ້ສະກັັດກັ້ນການໂຈມຕີທັງຫຼາຍເຫຼົ່ານັ້ນ ໂດຍສ່ວນໃຫຍ່ ຫຼືວ່າ ພວກເຂົາບໍ່ປະສົບຜົນສຳເລັດໃນການແນເປົ້າໝາຍ ຊຶ່ງມັນບໍ່ໄດ້ສ້າງຄວາມເສຍໃດໆ. ແຕ່ຈຳນວນນຶ່ງ ເຊັ່ນການໂຈມຕີຂອງວັນຈັນນັ້ນ ໄດ້ເຮັດໃຫ້ທະຫານຂອງສະຫະລັດບາດເຈັບ.

U.S. forces carried out strikes Monday targeting Iran-backed militias in Iraq in response to a drone attack that injured three U.S. service members.

The U.S. strikes were directed at three locations used by Kataib Hezbollah and affiliated groups, Defense Secretary Lloyd Austin said in a statement.

“These precision strikes are a response to a series of attacks against U.S. personnel in Iraq and Syria by Iranian-sponsored militias, including an attack by Iran-affiliated Kataib Hezbollah and affiliated groups on Erbil Air Base earlier today, and intended to disrupt and degrade capabilities of the Iran-aligned militia groups directly responsible.”

National Security Council spokesperson Adrienne Watson said Kataib Hezbollah, as part of an umbrella group of Iran-backed militants, claimed credit for the Monday attack and that one of the U.S. service members was critically hurt.

XS
SM
MD
LG