ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ສະຫະລັດ ກ່າວປົກປ້ອງ ຂໍ້ສະເໜີ ຕັດງົບປະມານ ຂອງລັດຖະບານ


Tillerson Defends Proposed Budget Cuts for 'Soft' Diplomacy
please wait

No media source currently available

0:00 0:02:23 0:00

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໃນສັບປະດານີ້ໄດ້
ອອກມາປົກປ້ອງ ຂໍ້ສະເໜີຕັດງົບປະ ມານຢ່າງຫຼວງຫຼາຍຂອງລັດຖະບານ ສຳລັບການ
ທູດແລະການຊ່ວຍ ເຫຼືອຕ່າງປະເທດ ຂອງ ສະຫະລັດ ຕໍ່ບັນດາສະມາຊິກສະພາຂອງ
ທັງສອງພັກການເມືອງ. ທ່ານໄດ້ກ່າວວ່າ ທຸກໆເປົ້າໝາຍນະໂຍບາຍການຕ່າງປະເທດ
ຂອງລັດຖະບານ ສາມາດບັນລຸໄດ້ດ້ວຍການໃຊ້ຈ່າຍຢ່າງລະມັດລະວັງ. ທ່ານ
Tillerson ໄດ້ໃຫ້ການຕໍ່ຄະນະກຳມະການສະພາສູງສອງຄະນະ ໃນວັນອັງຄານທີ່ຜ່ານ
ມາ ແລະ ຄະນະກຳມະການການຕ່າງປະເທດສະພາຕໍ່າ ໃນວັນພຸດມື້ກ່ອນນີ້. ບັນດາສະ
ມາຊິກສະພາໄດ້ສອບຖາມເຫດຜົນ ກ່ຽວກັບ ການ​ເພີ່ມການໃຊ້ຈ່າຍທາງທະຫານ ດ້ວຍ
ການເສຍສະຫຼະ​ໃນອັນທີ່ເອີ້ນວ່າ ອຳນາດທີ່ບໍ່ໄດ້ໃຊ້ກຳລັງ, ລວມມີການຊ່ວຍເຫຼືອ,
ການພັດທະນາ ແລະການທູດ. ນັກຂ່າວວີໂອເອ Zlatica Hoke ມິີລາຍງານ ກ່ຽວກັບ
ເລື່ອງນີ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຂໍ້ສະເໜີງົບປະມານຂອງປະທານາທິບໍດີ ດໍໂນລ ທຣຳ ສຳລັບປີ 2018 ຈະຕັດຄ່າໃຊ້
ຈ່າຍໃນກະຊວງການຕ່າງປະເທດ ແລະ ອົງການເພື່ອການພັດທະນາສາກົນ ສະຫະລັດ
ດ້ວຍຈຳນວນ​ເງິນເກືອບໜຶ່ງສ່ວນສາມຈາກລະດັບຂອງປີກາຍນີ້. ທ່ານ Tillerson ໄດ້
ກ່າວວ່າ ສອງອົງການນີ້ ເຄີຍໄດ້ຮັບການເພີ່ມງົບປະມານ 60 ເປີເຊັນໃນທົດສະວັດທີ່
ຜານມາ, ເຮັດໃຫ້ເປັນລະດັບທີ່ສູງທີ່ສຸດໃນປະຫວັດສາດ ຄື 55.6 ຕື້ໂດລາໃນປີ 2017.

ທ່ານ Rex Tillerson ລັດຖະມົນຕການຕ່າງປະເທດ ສະຫະລັດ ກ່າວວ່າ “ມີ​ການ​ຮັບ
ຮູ້ວ່າ ລະດັບຂອງການຂະຫຍາຍທຶນແມ່ນບໍ່ໝັ້ນຄົງ, ຄວາມຮຽກຮ້ອງຂອງງົບປະ
ມານປີ 2018 ໄດ້ພະຍາຍາມທີ່ຈະເຮັດໃຫ້ພາລະກິດຫຼັກ ຂອງກະຊວງການຕ່າງ
ປະເທດສອດຄ່ອງກັບ ລະດັບການໃຫ້ທຶນໃນປະຫວັດສາດ.”

ລັດຖະບານທ່ານ ທຣຳ ໄດ້ສະເໜີໃຫ້ຂະຫຍາຍການໃຊ້ຈ່າຍທາງທະຫານ ໃນເວລາ
ດຽວກັນ ກໍຕັດງົບປະມານການຊ່ວຍເຫຼືອຕ່າງປະ​ເທດ ແລະ ການທູດລົງ 32 ເປີເຊັນ.
ທ່ານ Eliot Engel ສະມາຊິກພັກເດໂມແຄຣັດຈາກລັດ ນິວຢອກ ໄດ້ອະທິບາຍຂໍ້ສະ
ເໜີງົບປະມານວ່າ ບ້າທີ່ສຸດເທົ່າທີ່ທ່ານເຄີຍເຫັນມາ.

ທ່ານ Eliot Engel ກ່າວວ່າ “ຜົນທີ່ຕາມມາພາຍຫຼັງບາງຢ່າງ ຂອງງົບປະມານນີ້ ຈະ
ສົ່ງຜົນກະທົບຕໍ່ພວກເຮົາໃນອະນາຄົດ ຖ້າພວກເຂົາບໍ່ສາມາດລົງທຶນໃນດ້ານການ

ທູດ ແລະການພັດທະນາດຽວນີ້. ຄວາມຂັດແຍ້ງຕ່າງໆ ທີ່ພວກເຮົາບໍ່ປ້ອງກັນ ກໍຈະ
ກັບຄືນມາຫາພວກເຮົາ ຄືສົງຄາມທີ່ພວກເຮົາຈະຕ້ອງ​ໄດ້ຕໍ່ສູ້.”

ທ່ານ Engel ໄດ້ກ່າວເນັ້ນ​ເຖິງຄຳເວົ້າ ຂອງສະມາຊິກສະພາສູງພັກຣີພັບບລີກັນທ່ານ
Lindsey Graham ຜູ້ທີ່ໄດ້ບອກທ່ານ Tillerson ໃນວັນອັງຄານທີ່ຜ່ານມານີ້ວ່າ ຂໍ້ສະ
ເໜີຕັດງົບປະມານສຳລັບກະຊວງການຕ່າງປະເທດ ອາດຈະເປັນ​ບ່ອນ​ທຳລາຍຕໍ່ຄວາມ
ປອດໄພຂອງສະຖານທູດ ສະຫະລັດ ໃນບ່ອນທີ່ມີອັນຕະລາຍ.

ໃນການຮັບ​ຟັງ​ຄຳ​ໃຫ້ການ​ໃນວັນອັງຄານຜ່ານ​ມານີ້, ທ່ານ Graham ຍັງໄດ້ກ່າວວ່າ ການຖອນການຊ່ວຍເຫຼືອຈາກພວກ​ທີ່​ຕົກ​ຢູ່ໃນໄພພິບັດຈະເປັນການກະຕຸ້ນ ໃຫ້​ແກ່
ການໂຄສະນາຊວນເຊື່ອກໍ່ການຮ້າຍ.

ທ່ານ Lindsey Graham ກ່າວວ່າ “ພວກກໍ່ການຮ້າຍມັກເລື່ອງແນວນີ້. ພວກກໍ່ການ
ຮ້າຍຊັງຄວາມຄິດທີ່ ອາເມຣິກາ ​ໄປ​ມີໜ້າພ້ອມກັບອາ ຫານຈຳນວນໜຶ່ງ ແລະ ການ
ສຶກສາ. ຈາກແນວຄິດຂອງພວກກໍ່ການຮ້າຍ​ແລ້ວ, ນີ້ແມ່ນເຄື່ອງມື ໃນການ​ເກັບ​ເກນ​ເອົາຜູ້ຄົນເຂົ້າກຸ່ມແທ້ໆ.”

ນອກ​ນັ້ນ ບັນດາສະມາຊິກສະພາຍັງໄດ້ເຕືອນວ່າ ການຫຼຸດການຊ່ວຍ ເຫຼືອຕ່າງປະເທດ
ຂອງ ສະຫະລັດ ຈະທຳລາຍບົດບາດການເປັນຜູ້ນຳໃນໂລກຂອງ ສະຫະລັດ.

ແຕ່ທ່ານ Tillerson ໄດ້ໂຕ້ແຍ້ງວ່າ ລະດັບຂອງການໃຫ້ທຶນບໍ່ແມ່ນບັນຫາທີ່ສຳຄັນທີ່ສຸດ
ໃນການບັນລຸເປົ້າໝາຍຂອງ ສະຫະລັດ.

ທ່ານ Rex Tillerson ໄດ້ກ່າວວ່າ “​ເຖິງແມ່ນ​ໄດ້​ມີ​ການຕັດການໃຫ້ທຶນລົງ, ພວກເຮົາ
ກໍຈະສືບຕໍ່ເປັນຜູ້ນຳໃນການພັດທະນາສາກົນ, ສາ ທາລະນະສຸກໂລກ, ປະຊາທິປະ
ໄຕ ແລະ ການລິເລີ່ມ ວິທີການປົກ ຄອງທີ່ດີ ແລະ ຄວາມພະຍາຍາມດ້ານມະນຸດສະ
ທຳ.”

ທ່ານ Tillerson ໄດ້ກ່າວວ່າ ຂໍ້ສະເໜີງົບປະມານ 37.6 ຕື້ໂດລາສຳ ລັບປີ 2018 ໄດ້
ສະແດງໃຫ້ເຫັນຜົນປະໂຫຍດຂອງປະຊາຊົນ ອາເມຣິກັນ ແລະ ຮຽກຮ້ອງໃຫ້ມີຄວາມ
ຮັບຜິດຊອບກ່ຽວກັບເງິນຂອງລັດຖະບານ.

U.S. Secretary of State Rex Tillerson this week defended the administration's proposed drastic budget cuts for U.S. diplomacy and foreign aid before lawmakers of both chambers. He said all the administration's foreign policy goals can be accomplished with prudent spending. Tillerson testified before two Senate panels Tuesday and the House Foreign Affairs Committee Wednesday. Members questioned the wisdom of increasing military spending at the expense of so-called soft power, including aid, development and diplomacy. VOA's Zlatica Hoke reports.

President Donald Trump's proposed budget for 2018 would slash spending at the State Department and the U.S. Agency for International Development by almost one-third from this year's level. Tillerson said these two agencies have seen a 60 percent increase in the previous decade, reaching an all-time high of $55.6 billion in 2017.

((REX TILLERSON, US SECRETARY OF STATE))
"Recognizing that this rate of increase in funding is not sustainable, the fiscal year 2018 budget request seeks to align the core missions of the State Department with historic funding levels."

The Trump administration proposes to increase military spending while cutting the aid and diplomacy budgets by 32 percent.Eliot Engel, a Democrat from New York, described the proposed budget as the most reckless he has ever seen.

((REP. ELIOT ENGEL (D-NY)))
Some consequences of this budget will hit us down the road if we fail to invest in diplomacy and development now. The conflicts we don't prevent will come back to us as the wars we'll need to fight."

Engel quoted Senator Lindsey Graham, a Republican who told Tillerson Tuesday that the proposed budget cuts for the State Department could undermine the security of U.S. embassies in dangerous places.

At a hearing Tuesday, Graham also said withdrawing aid from people struck by disaster gives fuel to terrorist propaganda.

((SEN. LINDSEY GRAHAM, (R-SC)))
"The terrorists love this. The terrorists hate the idea that America shows up with some food and education.From a terrorist point of view, this is really a recruiting tool."

Lawmakers also warned that reducing U.S. foreign aid would undermine the U.S. global leadership role.

But Tillerson argued that the level of funding is not the most important factor in achieving U.S. goals.

((REX TILLERSON, US SECRETARY OF STATE))
"Even with reductions in funding, we will continue to be the leader in international development, global health, democracy and good governance initiatives and humanitarian efforts."

Tillerson said the proposed budget of $37.6 billion for 2018 represents the interests of the American people and requires responsible stewardship of the public's money.

XS
SM
MD
LG