ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອະວະກາດ ສະຫະລັດ ເລີ້ມໂຄຈອນ ອ້ອມດາວພະຫັດ


ບັນດານັກຂ່າວກຳລັງປະຕິບັດງານ ຢູ່ສູນກາງຂ່າວ ຕຽມລາຍງານ ກ່ຽວກັບຍານ Juno ຂອງອົງການ NASA ທີ່ໂຄຈອນອ້ອມດາວພະຫັດ.
ບັນດານັກຂ່າວກຳລັງປະຕິບັດງານ ຢູ່ສູນກາງຂ່າວ ຕຽມລາຍງານ ກ່ຽວກັບຍານ Juno ຂອງອົງການ NASA ທີ່ໂຄຈອນອ້ອມດາວພະຫັດ.

ຍານ​ອາ​ວະ​ກາດ​ທີ່​ໃຊ້​ພະລັງງານ​ຕ​າ​ເວັນ​ໄດ້​ເລີ້ມ​ໂຄຈອນອ້ອມດາວ​ພະຫັດ ຫລັງ​ຈາກໄດ້​ເດີນທາງເປັນ​ເວລາ 5 ປີ ​ໃນ​ໄລຍະ 2 ພັນ​ 8 ​ລ້ານ​ກິ​ໂລ​ແມັດ.

ຍານ​ສຳ​ຫຼວດ Juno ຂອງອົງ​ການ​ອາ​ວະ​ກາດ​ສະຫະລັດ ຫລື NASA ​ໄດ້​ເລີ້ມ​ ​ຕິດ​ຈັກ​ໃນ​ຕອນ​ຄໍ່າວັນ​ຈັນວານນີ້ ​ເພື່ອ​ເຮັດ​ໃຫ້​ຊ້າ​ລົງ ​ພໍ​ທີ່ດາວ​ພະຫັດຈະດຶງດູດ​ເອົາ.

ສູນ​ກາງຄວບ​ຄຸມຂອງ​ອົງການ NASA ທີ່ Jet Propulsion Laboratory ​ໃນ​ລັດ California ​ໄດ້ພາກັນ​ຮ້ອງ​ໂຮ​ດ້ວຍຄວາມ​ດີ​ໃຈ​ ຫລັງ​ຈາກ​ໄດ້​ຮັບ​ສັນ ຍານສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ ​ໃນ​ການ​ຂັບ​ເຄື່ອນ​ເຂົ້າສູ່​ວົງ​ໂຄຈອນ​ເປັນ ​ເວລາ 35 ນາທີ​.

ຍານ​ອາ​ວະ​ກາດ Juno ບັດ​ນີ້ຈະ​ໃຊ້​ເວລາ​ໃນ​ໄລຍະ 20 ​ເດືອນຕໍ່ໜ້າ​ເພື່ອ​ສຶກ ສາ​ດາວ​ເຄາະໜ່ວຍ​ທີ່​ຫ້າ​ຈາກ​ດວງຕາ​ເວັນ ​ແລະ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ລະບົບ​ສຸ​ລິ​ຍະ​ຈັກກະວານ​ຂອງ​ພວກ​ເຮົາ ພ້ອມ​ທັງ​ເປັນ​ແກັສຂະໜາດ​ຍັກ ​ໃນ​ການ​ທີ່​ຈະ​ຊ່ວຍໃຫ້ບັນດາ​ນັກວິທະຍາສາດ​ພິຈາລະນາກ່ຽວ​ກັບພື້ນຖານ​ຂອງ​ລະ​ບົບສຸລິຍະ​ຈັກ ກະວານ ​ແລະ​ຊອກ​ຫາ​ຮ່ອງ​ຮອຍ​ຕ່າງໆຢູ່່​ເ​ທິງ​ພື້ນຜິວ​ທີ່​ເປັນ​ຂອງ​ແຂງ​ຢູ່​ກ້ອງ​ບັນ ຍາ​ກາດ​ທີ່​ປົກ​ຄຸມ​ໄປ​ດ້ວຍຂີ້​ເຝື້ອນັ້ນ.

ຍານ​ອາ​ວະ​ກາດ​ທີ່​ໃຊ້​ພະລັງງານ​ຕ​າ​ເວັນ​ໄດ້​ເລີ້ມ​ໂຄຈອນອ້ອມດາວ​ພະຫັດ.
ຍານ​ອາ​ວະ​ກາດ​ທີ່​ໃຊ້​ພະລັງງານ​ຕ​າ​ເວັນ​ໄດ້​ເລີ້ມ​ໂຄຈອນອ້ອມດາວ​ພະຫັດ.

ສະໝອງ​ຂອງຍານ​ອາ​ວະ​ກາດ​ທີ່​ເປັນ​ຮູບ​ໃບ​ພັດລຳ​ນີ້ແມ່ນ​ຄອມ​ພິວ​ເຕີຂອງມັນ​ ຊຶ່ງ​ເຄື່ອງອີເລັກ​ໂຕຣນິກຕ່າງໆ ​ໄດ້ຖືກ​ບັນຈຸ​ໄວ້ ຢູ່​ໃນ​ຫ້ອງ ​ທີ່​ເຮັດ​ດ້ວຍ​ທາດ Titanium ​ໜາເກືອ​ບ​ເຄິ່ງນິ້ວ ເພື່ອ​ປ້ອ​ງກັນບໍ່​ໃຫ້ອຸບປະກອນ​ທີ່ສຳຄັນ​ຕ່າງໆ​ຈະໄດ້ຜົນ​ກະທົບ​ຈາກການ​ຖືກກຳ​ມັນ​ຕະພາບ​ລົງ​ສີ​ທີ່​ຮ້າ​ຍແຮງ.

ຍານ Juno ​ເປັນ​ຍານລຳ​ທີ​ສອງ​ທີ່ໄດ້​ເດີນທາງໄປ​ເຖິງ​ດາວ​ພະຫັດ. ຍານອາ​ວະ​ກາດ Galileo ຂອງອົງການ NASA ​ໄດ້ໂຄຈອນ​ອ້ອມ​ດາວ​ໜ່ວຍ​ແຕ່​ປີ 1995 ຫາ​ປີ 2003. ການ​ປະຕິບັດ​ງານ​ຂອງຍານ​ອາ​ວະ​ກາດ Juno ຈະ​ເສັດ​ສິ້ນ​ລົງ​ໃນ​ປີ 2018 ​ເວລາ​ຍານ​ລຳ​ນີ້ ຈະແລ່ນ​ເຂົ້າສູ່​ບັນ​ຍາ​ກາດ​ຂອງ​ດາວ​ພະຫັດ ​ແລະ​ແຕກ​ພັງລົງ​ທີ່​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

NASA Juno
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG