ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້​ ປະ​ກາດ​ການເພີ້ມ​ທະ​ວີ​ ການ​ຮ່ວມ​ມື​​ກັນ ສະ​ກັດ​ກັ້ນ ການ​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ ຂອ​ງ​ເກົາ​ຫ​ລີ​ເໜືອ


US, South Korea Declare Enhanced Partnership to Deter North Korea
please wait

No media source currently available

0:00 0:03:07 0:00

ເບິ່ງວີ​ດິ​ໂອ: ສະຫະລັດ ແລະ ເກົາຫຼີໃຕ້​ປະ​ກາດ​ການ ເພີ້ມ​ທະ​ວີ​ການ​ຮ່ວມ​ມື ​ສະ​ກັດ​ກັ້ນການ​ເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ ຂອ​ງ​ເກົາ​ຫ​ລີ​ເໜືອ

ສະຫະລັດ ແລະ ເກົາຫຼີໃຕ້ເຊັນຂໍ້ຕົກລົງທີ່​ສຳ​ຄັນສະບັບນຶ່ງ ໃນວັນພຸດຜ່ານ​ມານີ້ ທີ່ ເຮັດໃຫ້ໂຊລ ມີບົດບາດຫລາຍ​ຂຶ້ນ ໃນການຕັດສິນໃຈ​ເລື້ອງວາງແຜນສຸກເສີນຂອງສະຫະລັດຕອບ​ໂຕ້ການໂຈມຕີດ້ວຍນິວເຄລຍທີ່ອາດເປັນໄປໄດ້ຂອງເກົາຫຼີເໜືອ ເພື່ອເປັນ​ການແລກປ່ຽນກັບການ​ທີ່ລັດ​ຖະ​ບານໂຊລ ຕົກລົງທີ່ຈະບໍ່ດຳເນີນໂຄງການອາວຸດ ນິວເຄລຍຂອງຕົນເອງ. Anita Powell ນັກຂ່າວວີໂອເອ ມີລາຍງານມາຈາກທຳນຽບຂາວ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ຢືນຢັດ​ເຖິງຄວາມມຸ້ງໝັ້ນ ຂອງສະຫະລັດ ວ່າຈະ ປ້ອງກັນບໍ່​ໃຫ້​ມີການຮຸກຮານຂອງເກົາຫຼີເໜືອ ໃນຂະນະທີ່ທ່ານຕ້ອນຮັບປະທານາທິບໍ ດີເກົາຫຼີໃຕ້, ທ່ານ ຢູນ ຊຸກ ຢອ​ລ ໃນການຢ້ຽມຢາມທາງລັດ​ຖະການ ທີ່ເຕັມໄປດ້ວຍ ພິ​ທີຕ້ອນ​ຮັບ​ອັນ​ໃຫຍ່​ຫລວງ ຊຶ່ງເປັນການຢ້ຽມຢາມແບບ​ນີ້ ຕໍ່ຄະ​ນະ​ລັດ​ຖະ​ບານຂອງ ທ່ານເປັນຄັ້ງທີສອງ​ເທົ່າ​ນັ້ນ.

ປະທານາທິບໍດີ​ໂຈ ໄບ​ເດັນກ່າວ​ວ່າ:
“ເບິ່ງ​ເດີ້, ການ​ໂຈມ​ຕີດ້ວຍ​ນິວ​ເຄລຍ​ຂອງ​ເກົາ​ຫຼີ​ເໜືອ ​ຕໍ່​ສະ​ຫະ​ລັດ ​ຫຼືພັນ​ທະ​ມິດ​ຂອງ​ປະ​ເທດນີ້ ​ແລະປະ​ເທດບໍ່​ແມ່ນ​ພັນ​ທະ​ມິດ-​ເປັນ​ຄູ່​ຮ່ວມມື - ແມ່ນ​ເປັນເລື້ອງ​ທີ່​ຍອມ​ຮັບ​ບໍ່​ໄດ້ ​ແລະຈະ​ເຮັດ​ໃຫ້​ລະ​ບອບ​ການປົກ​ຄອງ​ໃດກໍ​ຕາມ ​ທີ່​ຈະ​ດໍາ​ເນີນ​ການ ເຊັ່ນ​ນັ້ນສິ້ນ​ສຸດ​ລົງ. ​ແລະ​ມັນ​ແມ່ນ​ກ່ຽວ​ກັບ​ການ​ເພີ້ມ​ຄວາມ​ເຂັ້ມ​ແຂງໃນ​ການສະກັດ​ກັ້ນ ທີ່ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ກະທຳ​ທີ່​ຮ້າຍ​ແຮງ​ຂຶ້ນຂອງ ສປປ ​ເກົາຫຼີ ​ແລະ​ ຂໍ້​ຕົກລົງ​ໄດ້​ປຶກສາ​ຫາລືກັນ​ຢ່າງ​ຄົບ​ຖ້ວນ.”

ພຽງ​ຢາງ​ໄດ້​ “ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂຶ້ນ​ຢ່າງ​ຫລວງ​ຫລາຍ​ໃນ​ປີ​ນີ້ ​ແລະ​ປີ​ກາຍ​,” ນັ້ນ​ຄື​ຄຳ​ເວົ້າ​ຂອງສະຫະ​ປະຊາ​ຊາດ​.

ພາຍ​ໃຕ້​ຖະ​ແຫຼ​ງການວໍ​ຊິງ​ຕັນສະ​ບັບ​ໃໝ່​ນີ້ ​ປະ​ເທດ​ພັນທະ​ມິດທັງ​ສອງ ​ຈະ​ຊຸກຍູ້​ການ​ປ້ອງ​ກັນ​ປະ​ເທດເພື່ອ​ຕອບ​ໂຕ້​ຕໍ່​ພຽງ​ຢາງ. ສະ​ຫະ​ລັດ​ຈະ​ສ້າງ​ຕັ້ງ​ກຸ່ມ​ທີ່​ປຶກ​ສາ​ດ້ານ​ນິວ​ເຄຼຍຂຶ້ນ ​ເພື່ອ​ອະ​ນຸ​ຍາດ​ໃຫ້​ມີ​ການ​ແບ່ງ​ປັນ​ຂໍ້​ມູນ​ນຳ​ກັນຫລາຍ​ຂຶ້ນ ​ແລະ​ໃຫ້ໂຊ​ລມີ​ສິດ ມີສຽງ​ຫຼາຍ​ຂຶ້ນ ​ໃນ​ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ຕິດ​ຕັ້ງ​ອາ​ວຸດ​ຂອງ​ສະ​ຫະ​ລັດ. ສ່ວນ​ໃນ​ທາງຕອບກັບ​ນັ້ນ, ​ໂຊລ​ຈະ​ຮັກສາ​ສະຖານະ​ພາບ​ທີ່​ບໍ່ມີ​ນິວ​ເຄລຍຂອງ​ຕົນ ​ຕາມ​ສົນ ທິສັນຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ ​ທີ່​ຕົນໄດ້​ໃຫ້​ສັດຕະຍາບັນ​ໃນ​ປີ 1975.

ທ່ານ​ຢູນ ໃນວັນພຸດວນ​ນີ້ ໄດ້ຍິນດີກັບຂໍ້ຕົກລົງທີ່​ວ່ານີ້. ທ່ານ​ກ່າວ​ວ່າ:
"ໃນກໍລະນີທີ່​ເກີດ​ມີການໂຈມຕີ ດ້ວຍນິວເຄລຍຂອງເກົາຫຼີເຫນືອ, ແລະ ປະເທດ ຂອງພວກເຮົາ ສັນຍາວ່າຈະຕອບໂຕ້ຢ່າງວ່ອງໄວ, ຢ່າງ​ຖ້ວມລົ້ນ ແລະດ້ວຍ​ຄວາມ​ແນ່ວ​ແນ່ ໂດຍ​ການນໍາໃຊ້ກໍາລັງຢ່າງເຕັມສ່ວນຂອງພັນທະມິດ ລວມທັງອາວຸດນິວ ເຄລຍຂອງສະຫະລັດ."

ທ່ານ​ໄບ​ເດັນ​ກ່າວ​ວ່າ, ປະ​ທາ​ນາ​ທິ​ບໍ​ດີຂອງ​ທັງ​ສອງ​ປະ​ເທດ​ ຍັງ​ໄດ້​ປຶກ​ສາ​ຫາ​ລືກັນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຢູ່ນອກເໜືອ​ແຫຼມ​ເກົາ​ຫຼີໄປ​ອີກ.

ທ່ານ​ກ່າວ​ດັ່ງ​ນີ້: “ພວກ​ເຮົາ​ໄດ້​ປຶກສາ​ຫາລືກັນ ​ກ່ຽວ​ກັບ​ວຽກ​ງານ​ຂອງ​ພວກ​ເຮົາໃນດ້ານ​ຊຸກຍູ້​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ, ຮັບປະກັນ​ເສລີພາບ​ໃນ​ການ​ເດີນ​ເຮືອ​ ຢູ່​ທະ​ເລ​ຈີນ​ໃຕ້ ​ແລະ​ນອກເໜືອ​ຈາກ​ນັ້ນໄປ​ອີກ. ຂໍ​ອະ​ໄພ. ຂ້າພະ​ເຈົ້າ​ຍັງຂໍ​ຢືນຢັນ ອີກວ່າ- ພວກ​ເຮົາ​ພ້ອມ​ກັນ​ຢືນຢັນເຖິງ​ຄວາມມຸ້ງ​ໝັ້ນ​ຮ່ວມ​ຂອງ​ພວກ​ເຮົາ​ທີ່​ຈະ​ຢືນ​ຢູ່​ກັບ​ປະຊາຊົນ​ຢູ​ເຄ​ຣນ ຕ້ານ​ການ​ບຸກ​ໂຈມ​ຕີ​ຢ່າງ​ໂຫດ​ຮ້າຍປ່າ​ເຖື່ອນ​ຂອງ​ຣັດ​ເຊຍ ຕໍ່​ສິດ​ເສລີ​ພາບ ຫຼື ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ປະຊາທິປະ​ໄຕຂອງ​ເຂົາ​ເຈົ້າ.”

​ສະ​ຫະ​ລັດ ​ແລະ ​ເກົາຫຼີ​ໃຕ້ ​ເປັນ​ພັນທະ​ມິດກັນ ​ນັບຕັ້ງ​ແຕ່​ສົງຄາມ​ເກົາຫຼີ​ສິ້ນ​ສຸດ​ລົງ​ເມື່ອ 70 ປີ​ກ່ອນ, ​ແຕ່​ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ມີ​ຄຳ​ຖາມ​ຢູ່​ໃນ​ເກົາຫຼີ​ໃຕ້ ກ່ຽວ​ກັບ​ຄວາມ​ເຂັ້ມ​ງວດ ​ແລະຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຂໍ້​ຕົກລົງນີ້.

ທ່ານສກອດ ສ​ນາຍ​ເດີ (Scott Snyder) ​ເປັນ​ຜູ້​ອໍານວຍ​ການ​ໂຄງການ​ກ່ຽວ​ກັບ​ນະ​ໂຍບາຍ​ສະຫະລັດ ​ແລະ​ເກົາຫລີ​ໃຕ້ ທີ່​ສະພາ​ການ​ພົວພັນ​ຕ່າງປະ​ເທດ. ທ່ານກ່າວຜ່ານ Zoom ວ່າ:

"ມັນໄດ້​ເອົາຄວາມເປັນໄປໄດ້ໃນການພັດທະນາຄວາມສາມາດດ້ານນິວເຄລຍ ແບບ​ດັ້ງ​ເດີມ ບໍ່​ວ່າປະເພດໃດກໍຕາມຂອງເກົາຫຼີໃຕ້ນັ້ນ​ອອກ​ໄປ, ແລະມັນກໍຊຸກຍູ້ແນວ ຄວາມຄິດທີ່ວ່າ ສະຫະລັດ ແລະເກົາຫຼີໃຕ້ຈະແກ້ໄຂບັນຫາເກົາຫຼີເຫນືອຮ່ວມກັນນັ້ນ ໃຫ້ແຮງ​ຂຶ້ນ​ແທ້ໆ. ແຕ່ມັນກໍ​ໄປ​ສວນ​ທາງ​ກັນຫນ້ອຍນຶ່ງ ກັ​ບເສັ້ນແນວໂນ້ມ ຂອງການ ໂຕ້ວາທີກັນໃນສາທາລະນະຊົນຂອງເກົາຫຼີໃຕ້ ທີ່ມີ​ຄວາມເປັນ​ຫ່ວງຫລາຍ​ຂຶ້ນ​ຕໍ່ຄວາມ ຫນ້າເຊື່ອຖືຂອງສະຫະລັດ ແລະຂໍ້ກັງວົນໃຈກ່ຽວກັບຄວາມອ່ອນແອຂອງເກົາຫຼີໃຕ້ ທີ່ ພາໃຫ້ໄດ້​ຮັບການສະຫນັບສະຫນູນຈາກປະຊາຊົນສູງສົມ​ຄວນ ສໍາລັບແນວຄວາມຄິດ ທີ່ວ່າ ເກົາຫຼີໃຕ້ຕ້ອງມີ​ຄວາມສາມາດປ້ອງກັນຕົນເອງ​ໄດ້ ໃນ​ການ​ຕ້ານການ​ຮຸກ​ຮານຂອງເກົາຫຼີເໜືອ ທີ່​ມີ​ອາ​ວິດ​ນິວ​ເຄ​ລຍນັ້ນ.”

ແຕ່ທ່ານ​ສະ​ນາຍ​ເດີກໍກ່າວຕື່ມວ່າ, ທ່າແຮງສໍາລັບການຮ່ວມມື ຍັງສືບຕໍ່ຂະຫຍາຍຕົວ ຂຶ້ນຢູ່ ລວມທັງໃນດ້ານອະວະກາດ.

​ໃນ​ວັນ​ອັງຄານ​ວານ​ນີ້, ທ່ານ​ຢູນ ​ແລະ​ຮອງ​ປະທານາທິບໍດີຄາ​ມາ​ລາ ແຮ​ຣີ​ສ ​ໄດ້ໄປ​ສຳ​ຫລວດ​ເບິ່ງການ​ພົວ​ພັນຂອງ​ສອງ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ ​ໃນ​ດ້ານ​ການ​ສຳ​ຫຼວດ ​ແລະ​ຄວາມໝັ້ນ​ຄົງ​ໃນ​ອະວະກາດ, ​ໂດຍ​ໄດ້​ໄປ​ຢ້ຽມ​ຢາມ​ສະຖານ​ທີ່ຂອງ​ອົງ​ການ​ນາ​ຊາ (NASA) ທີ່​ຢູ່ໃກ້ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ທ່ານ​ກ່າວ​ວ່າ, ນັ້ນ​ແມ່ນ​ສັນ​ຍານທີ່​ບົ່ງ​ບອກ​ໃຫ້​ຮູ້​ວ່າການ​ຮ່ວມ​ມືອັນ​ນີ້ ​ອາດ​ຈະກ້າວ​ໄປ​ສູ່​ເຂດ​ແດນ​ອັນໃໝ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ:

The United States and South Korea signed a landmark agreement Wednesday that gives Seoul a greater decision-making role in U.S. contingency planning against a possible North Korea nuclear attack, in exchange for Seoul agreeing not to pursue its own nuclear weapons program. VOA’s Anita Powell reports from the White House.]]

President Joe Biden affirmed the U.S. commitment to defend against North Korean aggression as he welcomed South Korean President Yoon Suk Yeol ((YOON SUNG YOLE)) for a pomp-filled state visit, just the second such visit of his administration.

President Joe Biden:
“Look, a nuclear attack by North Korea against the United States or its allies and partisan – partners – is unacceptable and will result in the end of whatever regime were to take such an action. And it's about strengthening deterrence in response to DPRK’s escalatory behavior and a deal in complete consultation.“

Pyongyang has “greatly increased its missile launch activities” this year and last, the United Nations says.

Under the new Washington Declaration, the two allies will bolster defenses against Pyongyang. The United States will set up a Nuclear Consultative Group to allow greater information sharing and give Seoul a greater voice in deliberations over U.S. weapons deployment. In return, Seoul will maintain its non-nuclear status in accordance with the Non-Proliferation Treaty it ratified in 1975.

Yoon, on Wednesday, welcomed the agreement.
“In the event of North Korea's nuclear attack, and [our countries] promised to respond swiftly, overwhelmingly and decisively, using the full force of the Alliance including the United States’ nuclear weapons.”

Biden said the two presidents also discussed security beyond the Korean Peninsula.

President Joe Biden:
“We discussed our work together on promoting peace and stability in the Taiwan Straits, ensuring freedom of navigation in the South China Sea and beyond. Excuse me. I also affirmed – we together affirmed our shared commitment to stand with the people of Ukraine against Russia's brutal assault on their freedom or territorial integrity and democracy.”

The U.S. and South Korea have been allies since the end of the Korean war, 70 years ago, but analysts say there are questions in South Korea about the strength and credibility of the agreement.

Scott Snyder is director of the program on U.S.-Korea policy at the Council on Foreign Relations. He said via Zoom:
“It takes it off the table the possibility of any kind of South Korean development of an indigenous nuclear capability, and it really bolsters the idea that the U.S. and South Korea are going to address North Korea together. But it does run a little bit against the the trendline of a South Korean public debate in which concerns about U.S. credibility and concerns about South Korean vulnerability have led to pretty high public support for the idea that South Korea needs to be able to defend itself from a nuclear North Korea on its own.”

But, Snyder added, the potential for cooperation continues to grow, including in space.

On Tuesday, Yoon and Vice President Kamala Harris explored the two nations’ growing ties in space exploration and security, with a tour of a NASA facility near Washington.

That’s a sign, he said, that this partnership may go to a new frontier.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG