ທະຫານສະຫະລັດຄົນນຶ່ງໄດ້ເສຍຊີວິດ ໃນວັນພະຫັດວານນີ້ ຍ້ອນເຫດລະເບີດທີ່ຫ້າງ ໄວ້ຢູ່ແຄມທາງໃນພາກເໜືອຂອງປະເທດຊີເຣຍ ອີງຕາມຖະແຫຼງຂ່າວຈາກກອງບັນຊາການທະຫານສະຫະລັດ ໃນເຂດພາກຕາເວັນອອກກາງຫລື CENTCOM.
ຖະແຫລງຂ່າວກ່າວວ່າ ເຫດລະເບີດໃນຄັ້ງນີ້ແມ່ນເກີດຂຶ້ນໃກ້ໆເກັບເມືອງ Ayn Issa.
ບໍ່ມີຂໍ້ມູນອື່ນໃດ ຮວມທັງຊື່ຂອງທະຫານທີ່ເສຍຊີວິດ ແລະລັກສະນະຂອງເຫດຮ້າຍໄດ້ ມີການເປີດເຜີຍໃຫ້ຊາບ.
ທະຫານສະຫະລັດ ຊຶ່ເປັນພາກສ່ວນນຶ່ງຂອງກຳລັງແນວໂຮມນາໆຊາດພວມປະຕິບັດ ງານຢູ່ໃນຂົງເຂດ ເພື່ອຕໍ່ສູ້ກັບກຸ່ມລັດອິສລາມ.
A U.S. soldier was killed Thursday in an explosion caused by an improvised explosive device (IED) in northern Syria, U.S. Central Command (CENTCOM) said in a statement.
The blast occurred near Ayn Issa, according to the statement.
No other information, including the soldier's name and the nature of the incident, was released.
U.S. troops, part of a multinational coalition, are in the region to fight the Islamic State group.