ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ທີ່ສັງຫານ ຊາວມຸສລິມ ໃນສະຫະລັດ ​ປະ​ເຊີນ​ກັບ​​ ຂໍ້ຫາ ຂ້າຄົນຕາຍ 3 ກະ​ໂທ​ງ


Three Killed North Carolina
Three Killed North Carolina

ຄະນະ​ຕຸລາການ ​ໄດ້ກ່າວ​ໂທດ ຊາຍ​ຜູ້​ນຶ່ງ​ໃນ​ການ​ຍິງ​ສັງຫານ
ນັກ​ສຶກສາ​ມະຫາວິທະຍາ​ໄລຊາວ​ມຸສລິ​ມ 3 ​ຄົນ ​ເຖິງ​ແກ່​
ຄວາມ​ຕາຍ ​ໃນ​ລັດ North Carolina ທາງ​ພາກ​ຕາ​ເວັນ​ອອກ
​ຂອງ​ສະຫະລັດ.

ສື່​ມວນຊົນໃນ​ເຂດ​ທ້ອງ​ຖິ່ນ ​ໄດ້ລາຍ​ງານ​ວ່າ ທ້າວ Craig
Hicks ​ໄວ 42 ປີ ​ຈະ​ປະ​ເຊີນ​ກັບ ໂທດ 3 ກະ​ໂທ​ງ ​ໃນ​ການ​
ຂ້າ​ຄົນ​ຕາຍ​ໂດຍ​ເຈດ​ຕະນາ ອັນ​ມີ ທ້າວ Barakat ​ໄວ 23 ປີ
ພັນ​ລະ​ຍາ​ຂອງ​ລາວ ນາງ Yusor Abu-Salha ​ໄວ 21 ປີ ​ແລະ​ນ້ອງ​ສາວ​ຂອງ​ນາງ Razan Abu-Salha ​ໄວ 19 ປີ. ທ້າວ Hicks ​ແມ່ນ​ເພື່ອນ​ບ້ານ ຂອງທັງ​ສາມ​ຄົນ ທີ່​ກ່າວ​ມາ​ນີ້ ທີ່​ອາ​ໄສຢູ່ເຂດ Chapel Hill ​ໃກ້ໆ​ກັບ​ມະຫາວິທະຍາ​ໄລ North Carolina​.

ລາວ​ຍັງ​ຖືກ​ກ່າວໂທດ ​ໃນ​ຂໍ້​ຫາ ມີ​ອາວຸດ ຢູ່​ໃນ​ຄອບ​ຄອງ.

ການ​ຍິງ​ກັນ​ທີ່​ວ່າ​ນີ້ ​ໄດ້​ກໍ່ໃຫ້ເກີດມີການຮຽກຮ້ອງ ກ່ຽວກັບຄວາມ​ບໍ່​ທ່ຽງ​ທຳ​ທາງ​ດ້ານ​ສາສະ
ໜາ​ໃນ​ສະຫະລັດ ​ແລະ​ຈາກຕ່າງ​ປະ​ເທດ. ບັນດາຕຳຫຼວດ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ຫຼັກ​ຖານ​ໃດ​ໆ ກ່ຽວ​ກັບ​ການ​ກະທຳ​ຂອງ​ທ້າວ Hicks ​ວ່າ ເປັນຄວາມກຽດ​ຊັງ​ທາງດ້ານສາສະໜາ ຕໍ່ເພື່ອນ​ບ້ານຂອງ​ລາວແຕ່ຢ່າງ​ໃດ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ຍິງ​ສັງຫານ​ທີ່​ວ່າ​ນີ້ ມີ​ຂຶ້ນຫຼັງຈາກການ​ຜິດຂ້ອງຕ້ອງຖຽງ​ກັນກ່ຽວ​ກັບ​ບ່ອນ​ຈອດ​ລົດ ​ແຕ່​ວ່າ ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ ​ໄດ້​ເລີ້ມ​ທຳ​ການ​ສອບ​ສວນເບື້ອງ​ຕົ້ນ ທີ່​ຈະ​ລົງຄວາມເຫັນວ່າ ໄດ້​ລະ​ເມີດກົດໝາຍ​ລັດ​ຖະບານ​ກາງ​ຫລືບໍ່ ​ຮວມ​ທັງກົດໝາ​ຍກ່ຽວກັບຄວາມກຽດຊັງ
ທາງດ້ານສາ ສະໜາຫຼື​ບໍ່?

ທ້າວ Hicks ມີໝາຍກຳ​ນົດການທີ່​ຈະ​ໄປຂຶ້ນສານ​ໃນ​ຄະດີ​ຂ້າ​ຄົນ​ຕາຍ​ໂດຍ​ເຈດ​ຕະນາ ​ໃນ​ວັນ​ທີ 4 ມີນາ ທີ່​ຈະ​ມາ​ເຖິງ​ນີ້. ລາວ​ຍັງ​ຈະ​ສືບ​ຕໍ່ຖືກ​ກັກ​ຂັງ​ໃນ​ຄຸກ ​ໂດຍ​ປາດສະ​ຈາກ​ການ​ປະກັນ​ຕົວ​ໃດໆ​ທັງ​ສິ້ນ.

Teacher Remembers Former Students, North Carolina Shooting Victims
please wait

No media source currently available

0:00 0:02:38 0:00

A grand jury has indicted a man for the shooting deaths of three Muslim university students in the eastern U.S. state of North Carolina.

Local media reported 42-year-old Craig Hicks is facing three counts of first degree murder in the deaths of Deah Barakat, 23, his wife Yusor Abu-Salha, 21, and her sister Razan Abu-Salha, 19. Hicks was a neighbor of the three near the University of North Carolina at Chapel Hill.

He was also indicted on a firearms charge.

The shooting has sparked cries of religious injustice in the U.S. and abroad. Police have said they have not uncovered evidence Hicks acted out of hatred for his neighbor's faith. They say the shooting occurred after a dispute over parking, though federal officials have started a preliminary inquiry to determine whether any federal laws, including hate crime laws, were violated.

Hicks is scheduled to be in court on the murder charges March 4. He remains in jail without bond.

XS
SM
MD
LG