ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພາ​ຍຸ​ຮ້າຍ​ແຮງ ແລະ​ອັນ​ຕະ​ລາຍ ກຳ​ລັງ​ເຄື່ອນ​ຕົວ ຈາກ​ພາກ​ຕາ​ເວັນ​ຕົກ ຜ່ານ​ພາກ​ກາງ ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ ຂອງ ສ​ຫລ


​ໃນ​ພາບນີ້ ສະ​ໜອງ​ໂດຍ Caltrans, ​ສະ​ແດງ​ໃຫ້​ເຫັນ​ລົດຍົນ ແລະ​ລົດ​ຂົນ​ສົ່ງຕິດ ຢູ່​ໃນ​ທາງຫຼວງ ເລກ 5 ໃກ້​ກັບ​ເມືອງ ດັນ​ສ​ມິວ​ຣ ລັດ​ຄາ​ລີ​ຟໍ​ເນຍ, ​ວັນ​ພຸດ ທີ 27 ພະ​ຈິກ 2019.
​ໃນ​ພາບນີ້ ສະ​ໜອງ​ໂດຍ Caltrans, ​ສະ​ແດງ​ໃຫ້​ເຫັນ​ລົດຍົນ ແລະ​ລົດ​ຂົນ​ສົ່ງຕິດ ຢູ່​ໃນ​ທາງຫຼວງ ເລກ 5 ໃກ້​ກັບ​ເມືອງ ດັນ​ສ​ມິວ​ຣ ລັດ​ຄາ​ລີ​ຟໍ​ເນຍ, ​ວັນ​ພຸດ ທີ 27 ພະ​ຈິກ 2019.

ພາ​ຍຸ​ທີ່​ມີ​ຄວາມ​ຮຸນ​ແຮງ ແລະ​ອັນ​ຕະ​ລາຍ ໄດ້​ເຄື່ອນ​ຍ້າຍ​ໄປ​ໃນ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ໂດຍ​ນຳ​ເອົາ​ພາ​ຍຸ​ຫິ​ມະ​ຈາກ​ລັດ​ຄາ​ລີ​ຟໍ​ເນຍ ຫຼາຍ​ແຫ່ງໄປໃນ​ທິດ​ເໜືອ​ຂອງ​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ສ​ະ​ຫະ​ລັດ ແລະ​ເຮັດ​ໃຫ້ຝົນ​ຕົກ​ໜັກ ຈົນ​ເກີດ​ນ້ຳ​ຖ້ວມ​ໃນ​ເຂດ​ຕ່າງໆ ໃນ​ວັນ​ເສົາ​ວານນີ້.

ອົງ​ກາ​ນ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ​ ພາ​ຍຸ​ຫົວ​ດັ່ງ​ກ່າວ ຄາດ​ວ່າ ຈະ​ເຮັດ​ໃຫ້​ຫິ​ມະ​ຕົກ​ລົງ​ມາ​ເຖິງ 15 ຫາ 30 ຊັງ​ຕິ​ແມັດ ຈາກ​ບັນ​ດາ​ລັດ​ທີ່​ເປັນ​ທົ່ງ​ພຽງ ໃນ​ພາກ​ເໜືອ ເຊັ່ນ​ລັດ​ມີ​ເນັ​ສ​ໂຊ​ຕ້າ ວິ​ສ​ຄອນ​ຊິ້ນ ຈົນ​ຮອດເຂດ​ເໜືອ​ສຸດ ຂອງ​ລັດ​ມິ​ຊິ​ແກນ.

ສ່ວນ​ລັດ​ທີ່​ຢູ່​ໃຕ້​ສຸດ​ຂອງ​ປະ​ເທດ ໄດ້​ມີ​ການ​ພະ​ຍາ​ກອນ​ອາ​ກາດ​ວ່າ ຈະ​ມີ​ພາ​ຍຸ​ຝົນ ແລະ​ຟ້າຮ້ອງ ຢູ່​ເຫຼາະ​ຕາມ ແລະ​ກ່ອນ​ໜ້າ ຊັ້ນ​ບັນ​ຍາ​ກາດ​ເຢັນ ຊຶ່ງ​ຈະ​ເຮັດ​ໃຫ້​ມີ​ຝົນ​ຕົກ​ລົງ​ມາ​ຢ່າງ​ໜັກ ໃນຫຼາຍໆ​ພື້ນ​ທີ່ ຂອງ​ລັດ​ເທັນ​ເນ​ສ​ຊີ້ ແລະ​ຮ່ອມ​ພູ​ຂອງ​ລັດ​ໂອ​ໄຮ​ໂອ​.

ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ ໄດ້​ກ່າວ​ວ່າ ພາ​ຍຸ​ຫົວ​ໃໝ່ ຄາດ​ກັນ​ວ່າ ຈະ​ນຳ​ເອົາ​ຫິ​ມະຕົກ​ລົງ​ໃສ່​ພູ​ຫຼາຍ​ຟຸດ ແລະ​ເຮັດ​ໃຫ້​ມີ​ຝົນ​ຕົກ ພ້ອມ​ກັບ​ລົມ​ພັດ​ແຮງ ຕະຫຼອດ​ໄລ​ຍະ​ທ້າຍ​ສັບ​ປະ​ດາ.

ລະ​ບົບ​ອາ​ກາດ​ອີກ​ອັນ​ນຶ່ງ ຕາມ​ການ​ພະ​ຍາ​ກອນ​ອາ​ກາດ ແມ່ນ​ຈະ​ກໍ່​ຕົວ​ຂຶ້ນ ຢູ່​ໃນ​ຕອນ​ກາງ​ຂອງ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ ໃນ​ວັນ​ອາ​ທິດມື້ນີ້ ແລະ​ຈະ​ເຄື່ອນ​ຕົວ​ເຂົ້າ​ມາ​ໃນ​ວັນ​ຈັນ​ມື້​ອື່ນນີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

A powerful and dangerous storm moved eastward, dumping heavy snow from parts of California to the northern Midwest of the United States and flooding other areas with rain Saturday.


The National Weather Service said the storm was expected to drop 15-30 centimeters of snow from the northern Plains states into Minnesota, Wisconsin and Upper Michigan.

Farther south, rain and thunderstorms were forecast along and ahead of the cold front, with heavy rainfall in parts of the Tennessee and Ohio Valleys.

Forecasters said a new storm is expected to bring California several feet of mountain snow, rain and gusty winds through the weekend.

Another system is forecast to develop in the mid-Atlantic Sunday and moving into Monday.

XS
SM
MD
LG