ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະບຽບໃໝ່ ສຳລັບ ພວກເຂົ້າເມືອງ ຕ້ອງມີ ຄວາມສຳພັນ ທີ່ໃກ້ຊິດ ທາງຄອບຄົວ ແລະ ທຸລະກິດ


US Travel Ban
please wait
Embed

No media source currently available

0:00 0:01:22 0:00

ສະຫະລັດ ​ມີ​ກຳນົດ​ທີ່​ຈະ​ຈັດ​ຕັ້ງປະຕິບັດ ​ກົດ​ລະບຽບ​ໃໝ່​ທີ່​ບັງຄັບ​ໃຫ້​ພວກ​ຂໍ​ວີ​ຊາ
ຈາກ 6 ປະ​ເທດ ທີ່​ຜູ້​ຄົນ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມນັ້ນ ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ​
ກັບ​ສະມາຊິກໃນຄອບຄົວ ຫຼື​ບໍ່ກໍ​ມີ​ທຸລະ​ກິດ​ໃນ​ສະຫະລັດ​ເພື່ອ​ຈະໄດ້​ຮັບ​ອະນຸຍາດ
​ໃຫ້​ເດີນທາງ​ເຂົ້າມາ​ຍັງ​ສະຫະລັດ​ໄດ້.

​ໂທລະ​ເລກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ທີ່​ໄດ້​ເຫັນ​ໂດຍອົງການ​ຂ່າວ​ເອພີ​ແລະ
Reuters ​ໃນແລງ​ວັນ​ພຸດ​ວານ​ນີ້ ​ແຕ່​ວ່າ ບໍ່​ໄດ້ມີ​ການ​ເປີດ​ເຜີຍ​ຕໍ່​ສາທາລະນະ ​
ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ ​ເຈົ້າ​ໜ້າ​ທີ່​ກົງ​ສຸນ ຄວນ​ຈະ​ດຳ​ເນີນ​ການຕາມຂັ້ນ​ຕອນ
​ແບບ​ໃດ ​ກັບ​ການ​ຂໍ​ວີ​ຊາ ​ສຳລັບຜູ້​ຄົນ ​ຈາກ ອີຣ່ານ, ລີ​ເບຍ ​ໂຊ​ມາ​ເລ​ຍ ຊູ​ດານ
ຊີ​ເຣຍ ​ແລະ​ເຢ​ເມນ.

ຄວາມ​ສຳພັນ​ສັນພີ່ນ້ອງ ທີ່​ໄດ້​ຮັບ​ເອົາ​ໄດ້​ໃນ​ຖານະສະມາຊິກ​ຄອບຄົວທີ່​ໃກ້ຊິດ ​
ແມ່ນ​ຮວມມີ ພໍ່​ແມ່ ຄູ່​ສາມີ​ພັນ​ລະ​ຍາ ພວກລູກ​ເຕົ້າທີ່​ຍັງ​ນ້ອຍ ພວກລູກ​ເຕົ້າ​ທີ່ໃຫຍ່
​ແລ້ວ ລູກ​ເຂີຍ ລູກສະ​ໄພ້ ຫຼື​ບໍ່ກໍ​ເອື້ອຍ​ອ້າຍ​ນ້ອງ ທີ່ຢູ່​ໃນ​ສະຫະລັດ​ແລ້ວ​ນັ້ນ.

ຄວາມ​ສຳພັນ​ ທີ່​ບໍ່ໄດ້​ຮັບ​ການ​ພິຈາລະນານັ້ນ ​ແມ່ນຮວມທັງ ພໍ່​ເຖົ້າ​ແມ່​ເຖົ້າ ປູ່ຍ່າ
ຫຼານ ລຸງ​ປ້າ​ນ້າ​ອາ ຫຼານ​ສາວ ຫຼານຊາຍ ຍາດ​ພີ່​ນ້ອງ ນ້ອງ​ເຂີຍ ນ້ອງ​ສະ​ໄພ້
ຄູ່ໝັ້ນ ຫຼື​ບໍ່ ກໍຍາດ​ພີ່ນ້ອງ ​ທີ່​ຫ່າງ​ໄກ​ກັນ​.

ບັນດາ 6 ປະເທດ ທີ່ໄດ້ຮັບຜົນກະທົບຈາກການໂຈະການເດີນທາງຊົ່ວຄາວຂອງ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ອີຣ່ານ, ລີ​ເບຍ ​ໂຊ​ມາ​ເລ​ຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​ເມນ.
ບັນດາ 6 ປະເທດ ທີ່ໄດ້ຮັບຜົນກະທົບຈາກການໂຈະການເດີນທາງຊົ່ວຄາວຂອງ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ອີຣ່ານ, ລີ​ເບຍ ​ໂຊ​ມາ​ເລ​ຍ ຊູ​ດານ ຊີ​ເຣຍ ​ແລະ​ເຢ​ເມນ.

ສ່ວນ​ຄວາມ​ສຳພັນ​ທາງດ້ານ​ທຸລະ​ກິດ​ນັ້ນ ​ແມ່ນ​ຈະ​ຕ້ອງ​ມີ​ “ເອກ​ກະສາ​ນອ້າງ​ອີງ
​ຢ່າງ​ເປັນ​ທາງ​ການ” ​ແລະ​ໄດ້ເຮັດ​ຂຶ້ນ​ມາ​ເພື່ອ​ຈຸດປະສົ​ງທີ່​ຈະ​ຫຼີກ​ເວັ້ນຈາກການ​
ໂຈະ​ການ​ເດີນທາງ​ທີ່​ວ່າ​ນີ້. ​ໂທລະ​ເລກ ​ໄດ້​ລະບຸ​ວ່າ ການ​ຈອງໂຮງ​ແຮມ​ຕ່າງໆນັ້ນ
ຈະ​ບໍ່ເປັນ​ການ​ພຽງພໍ​ສຳລັບກົດ​ລະບຽບ​ທີ່​ບົ່ງ​ໄວ້.

ອົງການ​ຂ່າວ​ເອພີ ​ໄດ້​ກ່າວ​ວ່າ ກົດ​ລະບຽບ​ໃໝ່​ນີ້ ​ແມ່ນ​ຈະ​ເລີ່​ມ​ມີ​ຜົນ​ບັງຄັບ​ໃຊ້​
ໃນ​ເວລາ 8 ​ໂມງ​ແລງ ຕາມ​ເວລາວໍ​ຊີງ​ຕັນ ​ໃນ​ວັນ​ພະຫັດ​ມື້​ນີ້.

ກົດ​ລະບຽບ​ດັ່ງກ່າວ​ນີ້ ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ສານ​ສູງ​ສຸດ ​ໄດ້​ໃຫ້​ສິດ​ຄືນ​ແກ່
​ບາງ​ສ່ວນຂອງຄຳ​ສັ່ງ​ຫ້າມເດີນທາງ ​ຂອງ​ປະທານາທິບໍດີ ດໍ​ໂນລ ທຣຳ ທີ່​ໄດ້​ຖືກສັ່ງ
​ໃຫ້ໂຈະ​ໂດຍສານ​ໃນ​ລະດັບ​ທີ່​ຕ່ຳ​ລົງ​ມາບົນ​ພື້ນຖານທີ່​ວ່າ ມັນ​ຂັດ​ກັບ​ກົດ​ລັດຖະທຳ​
ມະນູນ. ສານ​ດັ່ງກ່າວ​ຈະ​ຮັບ​ຟັງ​ການ​ຟ້ອງ​ຮ້ອງດຳ​ເນີນ​ຄະດີ ​ໃນ​ການ​ທ້າ​ທາຍ​ທາງ​
ກົດໝາຍ ​ໃນ​ເດືອນ​ຕຸລາ ທີ່​ຈະມາ​ເຖິງ​ນີ້.

​ໃນ​ການ​ຕັດສິນ​ຂອງ​ພວກ​ທ່ານ ​ທີ່​ໄດ້​ປະກາດ​ໄປ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ພວກ​ຜູ້​ພິພາກ
ສາ ​ໄດ້​ກ່າວ​ໄວ້ແຕ່ພຽງ​ວ່າ ​ພວກເດີນທາງ ​ທີ່​ສາມາດ​ພິສູດ​ໃຫ້​ເຫັນວ່າ ​ເຂົາ​ເຈົ້າ​ມີ “ຄວາມສຳພັນຢ່າງຖືກຕ້ອງ” ​ໃນ​ສະຫະລັດ ນັ້ນ​ແລ້ວ ຈະ​ສາມາດ​ເຂົ້າ​ມາ​ຍັງ​ສະຫະ
ລັດ​ໄດ້, ​ແຕ່​ວ່າ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຢ່າງ​ຊັດ​ເຈນ ກ່ຽວ​ກັບ​ສາຍສຳພັນ​ສະຖານ​ໃດ
ທີ່​ຮັບ​ເອົາ​ໄດ້ ​ເມື່ອ​ເວົ້າ​ເຖິງ​ຜູ້​ທີ່ ​ຄວນ​ຈະ​ໄດ້​ຮັບ​ການຍົກ​ເວັ້ນຈາກ​ການຫ້າມ​ການ​ເດີນ
ທາງ​ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG