ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີກໍານົດທີ່ຈະເປີດສະຖານທູດ ໃນເກາະຄຸກ ແລະ ເກາະນິວເອ ໃນຂະນະທີ່ທ່ານໄບເດັນ ເປັນເຈົ້າພາບກອງປະຊຸມສຸດຍອດ ບັນດາຜູ້ນໍາປາຊີຟິກ


ແຟ້ມຮູບ-ປະທານາທິບໍດີໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງກອງປະຊຸມສຸດຍອດບັນດາປະເທດໝູ່ເກາະປາຊີຟິກ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ກັນຍາ 2022. ທ່ານໄບເດັນ ມີກໍານົດທີ່ຈະປະການເປີດສະຖານທູດແຫ່ງໃໝ່ຂອງສະຫະລັດ ໃນເກາະຄຸກ ແລະ ເກາະນິວເອ ໃນວັນທີ 25 ກັນຍາ 2023.
ແຟ້ມຮູບ-ປະທານາທິບໍດີໂຈ ໄບເດັນ ກ່າວປາໄສ ໃນລະຫວ່າງກອງປະຊຸມສຸດຍອດບັນດາປະເທດໝູ່ເກາະປາຊີຟິກ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງວໍຊິງຕັນ, ວັນທີ 29 ກັນຍາ 2022. ທ່ານໄບເດັນ ມີກໍານົດທີ່ຈະປະການເປີດສະຖານທູດແຫ່ງໃໝ່ຂອງສະຫະລັດ ໃນເກາະຄຸກ ແລະ ເກາະນິວເອ ໃນວັນທີ 25 ກັນຍາ 2023.

ປະທານາທິບໍດີ ໂຈ ໄບເດັນ ມີກໍານົດການປະກາດ ທີ່ສະຫະລັດຈະເປີດສະ ຖານທູດແຫ່ງໃໝ່ ຢູ່​ໝູ່ເກາະຄຸກ (Cook) ແລະ​ໝູ່ເກາະ ນິວເອ (Niue) ໃນ ມະ​ຫາ​ສະ​ໝຸດປາຊີຟິກ​ຕອນໃຕ້ ອີງຕາມລາຍງານຂອງອົງການຂ່າວ AP.

ການປະກາດກ່ຽວກັບການ​ເປີດສະຖານທູດແຫ່ງໃໝ່ ຈະມີກໍານົດຢ່າງເປັນທາງການໃນວັນຈັນນີ້ ໃນຂະນະທີ່ທ່ານໄບເດັນ ຕ້ອນຮັບບັນດາຜູ້ນໍາທີ່ມານະຄອນ ຫຼວງວໍຊິງຕັນ ເພື່ອ​ເຂົ້າ​ຮ່ວມກອງປະຊຸມສຸດຍອດ ສະຫະລັດ-ເກາະປາຊີຟິກ ເປັນເວລາສອງມື້.

ການຫາລືຈະເນັ້ນໜັກໃສ່ການປ່ຽນແປງທາງສະພາບອາກາດ. ທ່ານໄບເດັນ ໃຫ້ຄວາມສໍາຄັນໃນການຍົກລະດັບສາຍພົວພັນຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ ທ່າມກາງຄວາມກັງວົນທີ່ເພີ້ມຂຶ້ນຂອງສະຫະລັດ ກ່ຽວກັບອິດທິພົນທາງທະຫານ ແລະລະບົບເສດຖະກິດຂອງຈີນ ທີ່ກໍາລັງເພີ້ມຂຶ້ນ ຢູ່ໃນພາກພື້ນ.

ແຜນການກ່ຽວກັບສະຖານທູດແຫ່ງໃໝ່ ໄດ້ຮັບການຢືນຢັນໂດຍເຈົ້າໜ້າທີ່ລັດ ຖະບານອະວຸໂສສອງທ່ານ ຜູ້ທີ່ຮ້ອງຂໍບໍ່ໃຫ້ເປີດເຜີຍຊື່ ກ່ຽວກັບການປະກາດດັ່ງກ່າວນັ້ນ.

WASHINGTON (AP) — President Joe Biden is set to announce the U.S. will open new embassies in the South Pacific islands of Cook Islands and Niue. The announcement about new embassies will be formally rolled out on Monday as Biden welcomes leaders to Washington for the two-day U.S.-Pacific Island Forum Summit. Talks are expected to heavily focus on climate change. Biden has put a premium on improving relations in the Pacific amid rising U.S. concern about China’s growing military and economic influence in the region. Plans for the new embassies were confirmed by two senior administration officials who requested anonymity to preview the announcement.

XS
SM
MD
LG