ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີກຳນົດຈະເຈລະຈາກັບກຸ່ມຕາລີບານ ທ່າມກາງວິກິດການດ້ານຄວາມອຶດຫີວໃນອັຟການິສຖານ


US Set for Talks with Taliban Amid Afghanistan Hunger Crisis
please wait

No media source currently available

0:00 0:02:23 0:00

ຜູ້ຕາງໜ້າພິເສດຂອງສະຫະລັດຮັບຜິດຊອບເລື້ອງອັຟການິສຖານ ທ່ານທອມມັສ ແວສຕ໌ ຈະມຸ້ງໜ້າໄປຍັງນະຄອນຫຼວງໂດຮາ ຂອງກາຕາ ໃນອາທິດໜ້ານີ້ ເພື່ອພົບປະກັບບັນດາຜູ້ນຳຂອງກຸ່ມຕາລີບານ ອີງຕາມຄຳ​ເວົ້າຂອງກະຊວງການຕ່າງປະເທດ. ທ່ານແວສຕ໌ ໄດ້ກ່າວຕໍ່ວີໂອເອ ວ່າ ສະຫະລັດ ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບວິກິດການດ້ານມະນຸດສະທຳ ຢູ່ໃນອັຟການິສຖານ ດັ່ງທີ່ ຊິນດີ ເຊນ ນັກຂ່າວອະວຸໂສດ້ານການທູດຂອງວີໂອເອ ​ມີລາຍງານກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະພາບການແມ່ນຮ້າຍແຮງຂຶ້ນ ຢູ່ໃນຫຼາຍເຂດ ຂອງອັຟການິສຖານ ໂດຍໂຄງການອາຫານໂລກຂອງສະຫະປະຊາຊາດ ກ່າວວ່າ ເກືອບ 24 ລ້ານຄົນ ຫຼືເທົ່າກັບ 60 ເປີເຊັນຂອງປະຊາກອນ ພວມປະສົບກັບຄວາມອຶດຫິວຢ່າງໜັກ.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ໄດ້ກ່າວວ່າ ຜູ້ຕາງໜ້າພິເສດຂອງສະຫະລັດ ທ່ານທອມ ແວສຕ໌ ຈະປຶກສາຫາລືບັນຫາຕ່າງໆທີ່ສຳຄັນດ້ານຜົນປະໂຫຍດຂອງຊາດ ລວມທັງເລື້ອງການຕໍ່ຕ້ານການກໍ່ການຮ້າຍ ແລະການຊ່ອຍເຫຼືອດ້ານມະນຸດສະທຳ ຮ່ວມກັບບັນດາຜູ້ນຳຂອງກຸ່ມຕາລີບານ ໃນກອງປະຊຸມຢູ່ທີ່ນະຄອນຫຼວງໂດຮາ ຂອງກາຕາ.

ໃນການໃຫ້ສຳພາດພິເສດ ກັບວີໂອເອ ເມື່ອວັນອັງຄານຜ່ານມານີ້ ທ່ານແວສຕ໌ ໄດ້ກ່າວວ່າ ວິກິດການດ້ານມະນຸດສະທຳຂອງອັຟການິສຖານແມ່ນຮ້າຍແຮງຂຶ້ນນັບມື້ ສາເຫດຍ້ອນການສູນເສຍການຊ່ອຍເຫຼືອ ຈາກນານາຊາດ. ເສດຖະກິດຂອງອັຟການິສຖານແມ່ນກາງຕໍ່ການຊ່ອຍເຫຼືອດັ່ງກ່າວໂດຍສ່ວນໃຫຍ່ຕະຫຼອດ ໄລຍະ 20 ປີທີ່ຜ່ານມາ.

ທ່ານທອມມັສ ແວສຕ໌ ຊີ້ແຈງວ່າ “ການໃຊ້ຈ່າຍດ້ານສາທາລະນະຈຳນວນປະ ມານ 75 ເປີເຊັນ ຂອງອະດີດລັດຖະບານອັຟການິສຖານ ແມ່ນດ້ວຍທຶນບໍລິ ຈາກຂອງຕ່າງປະເທດ ຈຳນວນປະມານ 40 ເປີເຊັນຂອງຜະລິດຕະພັນລວມພາຍໃນ ແມ່ນທຶນບໍລິຈາກຂອງຕ່າງປະເທດ. ແລະສະນັ້ນ ຄວາມເປັນຈິງແລ້ວ ໃນການພົວພັນຂອງພວກເຮົາ ແລະເວົ້າຊື່ໆ ໃນການພົວພັນຂອງບັນດາພັນທະມິດ ແລະຄູ່ພາຄີຂອງພວກເຮົາ ກັບກຸ່ມຕາລີບານ ຕະຫຼອດຊ່ວງໄລຍະເວລາຫຼາຍປີນັ້ນ ພວກເຮົາໄດ້ບອກຢ່າງຈະແຈ້ງວ່າ ຖ້າພວກເຂົາເລືອກເສັ້ນທາງດ້ານການທະຫານເພື່ອອຳນາດ, ການຊ່ອຍເຫຼືອນັ້ນ ຈະຫາຍໄປ ແລະອັນນັ້ນເປັນສິ່ງທີ່ໄດ້ເກີດຂຶ້ນ.”

ເມື່ອອາທິດແລ້ວນີ້ ໂຄສົກກະຊວງການຕ່າງປະເທດ ຂອງກຸ່ມຕາລີບານ ໄດ້ຮຽກຮ້ອງຕໍ່ລັດຖະສະພາສະຫະລັດໃຫ້ປ່ອຍຊັບສິນຂອງອັຟການິສຖານທີ່ຖືກ ກັກໄວ້ນັ້ນ ຫຼັງຈາກກຸ່ມຕາລີບານໄດ້ເຂົ້າກຳອຳນາດໃນປະເທດ. ໂຄສົກທ່ານນີ້ ໄດ້ກ່າວວ່າ ເສດຖະກິດຢູ່ໃນປະເທດຊຸດໂຊມຫຼາຍ ຊຶ່ງອາດກໍ່ໃຫ້ເກີດການລັ່ງໄຫລອອກຈາກປະເທດຢ່າງໃຫຍ່ ແລະເຮັດໃຫ້ເກີດບັນຫາດ້ານອົບພະຍົບແກ່ປະເທດອື່ນໆ. ທ່ານແວສຕ໌ ໄດ້ກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍແບບທີ່ກຸ່ມຕາລີບານອາດຈະຄິດ ເພື່ອເຮັດໃຫ້ການຊ່ອຍເຫຼືອທີ່ຖືກກັກໄວ້ຢູ່ໃນສະຫະລັດແລະປະເທດ ອື່ນໆ ມີ​ການເຄື່ອນໄຫວອີກເທື່ອນຶ່ງນັ້ນ.

ທ່ານເວສຕ໌ ອະທິບາຍວ່າ “ມັນມີເຫດຜົນທາງດານກົດໝາຍທີ່ສັບສົນຫຍຸ້ງຍາກ ພ້ອມກັນນັ້ນ ເຫດຜົນທາງດ້ານຕຸລາການ ສຳລັບເຫດຜົນຫຍັງທີ່ເງິນອັນນັ້ນ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້ເຄື່ອນຍ້າຍຈາກບັນຊີທະນາຄານນຶ່ງ ໄປເຂົ້າບັນຊີ ຢູ່ແຫ່ງ ອື່ນໆ.”

ມັນມີຄວາມກ້າວໜ້າໃນລະດັບທ້ອງຖິ່ນບາງເຂດ ທີ່ຫັນໄປເຮັດຕາມຂໍ້ຮຽກຮ້ອງຂອງສະຫະລັດ ແລະນານາຊາດ ທີ່ໃຫ້ກຸ່ມຕາລີບານເຄົາລົບສິດທິມະນຸດແລະສິດທິຂອງແມ່ຍິງ. ໂຮງຮຽນທັງຫຼາຍ ສຳລັບແມ່ຍິງຈາກຊັ້ນ 7 ຫາ 12 ກໍໄດ້ເປີດຄືນໃໝ່ໃນເມືອງເຮີຣາດ ທີ່ເປັນເມືອງໃຫຍ່ອັນດັບສາມຂອງອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພສາອັງກິດ

U.S. Special Representative for Afghanistan Thomas West will head to Doha, Qatar, next week for meetings with Taliban leaders, the State Department says. West told VOA the U.S. is deeply concerned about the humanitarian crisis in the country, as VOA Senior Diplomatic Correspondent Cindy Saine reports.

Conditions are dire in many parts of Afghanistan, with the United Nations World Food Program saying almost 24 million people, or 60% of the population, are suffering from acute hunger.

State Department spokesperson Ned Price said U.S. Special Representative Tom West will discuss issues of vital U.S. national interest, including counterterrorism and humanitarian assistance, with Taliban leaders in two weeks of meetings in Doha, Qatar.

In an exclusive interview with VOA Tuesday, West said Afghanistan’s worsening humanitarian crisis has a lot to do with the loss of international aid. The Afghan economy depended on that aid to a large degree over 20 years.

(Thomas West, U.S. Special Representative for Afghanistan)

“Some 75% of the former government's public expenditures were foreign donor funded; some 40% of the country's GDP (gross domestic product) was foreign donor funded. And so really in our engagement and, frankly, in our allies' and partners' engagement with the Taliban over a period of years, we made clear that if they chose a military path to power, that that aid would disappear, and that is what occurred.”

Last week, the Taliban’s foreign ministry spokesperson called on the U.S. Congress to release Afghan assets frozen after the Taliban takeover of the country. He said the economic misery at home could prompt a mass exodus and refugee problems for other countries. West said it is not as simple as the Taliban might think to get aid that is frozen in the U.S. and other countries moving again.

(Thomas West, U.S. Special Representative for Afghanistan)

“There are very complicated legal reasons, as well as judicial reasons, for why that money is not moving from particular banks into other places.”

There has been some localized progress toward U.S. and international demands for the Taliban to respect human and women’s rights. Schools for girls from grades 7 to 12 have reopened in Afghanistan's third-largest city, Herat.

XS
SM
MD
LG