ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ ​ສະ​ພາ​ສູງ ສຫລ ຮັບ​ຮອງ ມາດ​ຕະ​ການ​ ຕໍ່​ອາ​ວຸດ​ນິວ​ເຄ​ລຍ ເກົາຫຼີ​ເໜືອ


ປະທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ປະ​ກັນ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ສຸດຍອດ​ ສະ​ຫະ​ລັດ-ເກົາຫຼີ​ເໜືອ ຄັ້ງ​ທີ​ສອງໃນ​ນະ​ຄອນຫຼວງ ຮ​າ​ໂນ່ຍ, ຫວຽດ​ນາມ. 28 ກຸມ​ພາ, 2019.
ປະທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແລະ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ປະ​ກັນ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ສຸດຍອດ​ ສະ​ຫະ​ລັດ-ເກົາຫຼີ​ເໜືອ ຄັ້ງ​ທີ​ສອງໃນ​ນະ​ຄອນຫຼວງ ຮ​າ​ໂນ່ຍ, ຫວຽດ​ນາມ. 28 ກຸມ​ພາ, 2019.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຈາກ​ທັງ​ສອງ​ພັກ​ການ​ເມືອງ​ໄດ້​ຮັບ​ຮອງເອົາ
ການຢືນຢັດ ກ່ຽວກັບ ທ່າທີໃນເຈລະຈາອັນເດັດດ່ຽວ ຂອງ ອາເມຣິກາ ຕໍ່ ເກົາຫຼີເໜືອ
ຫຼັງຈາກ ກອງປະຊຸມສຸດຍອດໃນ ຫວຽດນາມ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ
ແລະ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ສິ້ນສຸດລົງຢ່າງກະທັນຫັນ ໂດຍບໍ່ມີຂໍ້
ຕົກລົງ ກ່ຽວກັບ ການປົດອາວຸດນິວເຄລຍຂອງ ພຽງຢາງ ໃນອາທິດແລ້ວນີ້.

ປະ​ທານຄະ​ນະ​ກຳ​ມະ​ການ​ພົ​ວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ສູງ ທ່ານ ເຈມ​ສ໌ ຣິ​ຊ (James
Risch), ສັງກັດພັກຣີພັບບລີກັນຈາກລັດ ໄອດາໂຮ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນ
ອັງຄານວານນີ້ວ່າ “ທ່ານປະທານາທິບໍດີຈະບໍ່ເຮັດຂໍ້ຕົກລົງຫຍັງ ຈົນກວ່າພວກເຮົາມີ
ແຜນການຕໍ່ໜ້າຢ່າງໜັກແໜ້ນ, ພ້ອມທີ່ຈະເຈລະຈາ ແລະ ຕົກລົງກັນກ່ອນຈະມີຫຍັງ
ຖືກເຊັນ.”

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ ໂຄ​ໂລ​ຣາ​ໂດ ທ່ານ ຄໍ​ຣີ ກາດ​ເນີນ ໄດ້​ກ່າວ​ວ່າ
“ມັນຈະບໍ່ມີສາຍພົວພັນແບບປົກກະຕິ ໂດຍປາສະຈາກການປົດອາວຸດນິວເຄລຍ.”

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຄ​ຣິ​ສ ເມີ​ຟີ ຈາກ​ລັດ ຄອນເນັກ​ຕິ​ຄັດ ໄດ້​ກ່າວ​ຕໍ່​ວີ​
ໂອເອວ່າ “ຂ້າພະເຈົ້າດີໃຈທີ່ທ່ານ ທຣຳ ໄດ້ຍ່າງໜີຈາກກອງປະຊຸມສຸດຍອດນັ້ນ.
ພວກ ເກົາຫຼີເໜືອ ຄິດວ່າເຂົາເຈົ້າສາມາດເອົາບາງຢ່າງຈາກທ່ານປະທານາທິບໍດີ
ໂດຍກົງ ເຊິ່ງເຂົາເຈົ້າບໍ່ສາມາດເອົາໄດ້ຈາກຕົວແທນຂອງທ່ານ. ນັ້ນແມ່ນຄວາມປະ
ທັບໃຈທີ່ສຳຄັນ ເພື່ອປະຕິເສດ ແລະ ລົບລ້າງຄວາມຄິດນັ້ນ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ໄດ້​ເວົ້າ ລຸນຫຼັງ​ໄດ້​ອ​ອກ​ມາ​ຈາກ​ການ​ຮັບ​ຟັງ​ລາຍ​ງານ​ສັ້ນ
ແບບປິດລັບ ນຳໜ້າໂດຍທູດພິເສດ ຂອງກະຊວງການຕ່າງປະເທດ ສຳລັບ ເກົາຫຼີ
ເໜືອ, ທ່ານ ສເຕເຟັນ ໄບກັນ. ໃນຂະນະທີ່ໄດ້ປະຕິເສດທີ່ຈະເຜີຍຄວາມລັບ ທີ່ສະ
ເພາະເຈາະຈົງ ໃນການລົມກັນແບບປິດລັບນັ້ນ, ບັນດາສະມາຊິກສະພາສູງໄດ້ລະ
ບຸວ່າ ເຂົາເຈົ້າມີຄວາມເຂົາເຈົ້າທີ່ຊັດເຈນ ກ່ຽວກັບແຜນຍຸດທະສາດສຳລັບການປຶກ
ສາຫາລືກັບ ພຽງຢາງ ຂອງລັດຖະບານໃນຕໍ່ໜ້າ.

ທ່ານ ກາດ​ເນີ, ຜູ້​ທີ່​ເປັນ​ປະ​ທານ ​ຄະ​ນະ​ອະນຸ​ກຳ​ມະ​ການ ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ​
ຂອງກຳມະການພົວພັນສາກົນຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາຈະສືບຕໍ່ໃຊ້ຄວາມ
ກົດດັນສູງສຸດ ຕໍ່ລະບອບການປົກຄອງ ເກົາຫຼີເໜືອ.” ທ່ານເວົ້າວ່າ “ການປຶກສາຫາລື
ຈະສືບຕໍ່ໄປ, ແຕ່ ເກົາຫຼີເໜືອ ຕ້ອງເຮັດຫຼາຍກວ່າທີ່ເຂົາເຈົ້າເຮັດໃນຕອນນີ້ ກ່ຽວກັບ
ການກ້າວອອກມາປົດອາວຸດນິວເຄລຍ ຢ່າງໜັກແໜ້ນ ກ່ອນທີ່ ສະຫະລັດ ຈະທຳ
ການເຄື່ອນໄຫວໃດໆອີກ.”

ທ່ານ​ໄດ້​ເວົ້າ​ຕື່​ມ​ວ່າ, “ຕອນນີ້ ທ່ານ ກິມ ຈົງ​ ອຶນ ໄດ້​ຮູ້​ແລ້ວວ່າ, ບໍ່​ຄື​ຄວາມ​ຜິດ​ພາດ​
ບາງຢ່າງທີ່ ສະຫະລັດ ໄດ້ເຮັດໃນອະດີດ ໃນຂະນະທີ່ພວກເຮົາໄດ້ຫຼຸດຜ່ອນມາດຕະ
ການລົງໂທດ ແລະ ສະໜອງການຊ່ວຍເຫຼືອເພີ່ມເຕີມຕໍ່ ເກົາຫຼີເໜືອ ນັ້ນ, ສິ່ງດັ່ງກ່າວ
ນັ້ນ ສະຫະລັດ ຈະບໍ່ຍອມໃຫ້ເຮັດອີກຕໍ່ໄປ.”

ທ່ານ ເມີ​ຟີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຫວັງ​ວ່າ, ຄັ້ງ​ນີ້​ ຈະ​ເປັນ​ການ​ສິ້ນ​ສຸດ​ຂອງ​
ການຖ່າຍຮູບອວດ ໂດຍບໍ່ມີແຜນຍຸດທະສາດທີ່ແທ້ຈິງ ກ່ຽວກັບ ວິທີການທີ່ຈະໃຫ້
ໄດ້ສິ່ງທີ່ມີຄວາມໝາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG