ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິກິດການ ໃນມຽນມາ 'ເປັນສັນຍາລັກທັງໝົດ ຂອງການຂ້າລ້າງ ຊົນຊາດຊົນເຜົ່າ'


ທ່ານ ແຈັຟ ເມີກລີ ສະມາຊິກສະພາສູງ ກ່າວໃນກອງປະຊຸມ ຖະແຫລງຂ່າວ ໃນຂະນະທີ່ບັນດາສະມາຊິກ ລັດຖະສະພາ ຍິງ-ຊາຍ ຢືນຟັງຢູ່ຄຽງຂ້າງ ໃນນະຄອນ ຢາງກຸ້ງ ປະເທດມຽນມາ, ວັນທີ 21 ພະຈິກ 2017.
ທ່ານ ແຈັຟ ເມີກລີ ສະມາຊິກສະພາສູງ ກ່າວໃນກອງປະຊຸມ ຖະແຫລງຂ່າວ ໃນຂະນະທີ່ບັນດາສະມາຊິກ ລັດຖະສະພາ ຍິງ-ຊາຍ ຢືນຟັງຢູ່ຄຽງຂ້າງ ໃນນະຄອນ ຢາງກຸ້ງ ປະເທດມຽນມາ, ວັນທີ 21 ພະຈິກ 2017.

ຄະນະຜູ້ແທນ ສະມາຊິກສະພາສູງ ສະຫະລັດ ທີ່ເດີນທາງໄປມຽນມາ ໄດ້ກ່າວໃນວັນ
ອັງຄານ ວານນີ້ ວ່າ ວິກິດການໃນລັດ ຣັກໄຄ ນັ້ນ “ເປັນສັນຍາລັກທັງໝົດ ຂອງ ການຂ້າລ້າງຊົນຊາດຊົນເຜົ່າ.”

ທ່ານ ແຈັຟ ເມີກລີ ສະມາຊິກສະພາສູງ ຈາກລັດ ໂອເລີກອນ ສັງກັດພັກເດໂມແຄຣັດ
ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ສະຖານທູດ ສະຫະລັດ ປະຈຳນະຄອນ
ຢາງກຸ້ງ ວ່າ “ພວກອົບພະຍົບຫຼາຍຄົນ ໄດ້ຮັບຜົນກະທົບໂດຍກົງຈາກການໂຈມຕີ
ໂດຍປະກອບມີ ພວກຄົນຮັກ ພວກລູກເຕົ້າ ແລະ ພວກສາມີ ໄດ້ຖືກຂ້າຕາຍຕໍ່ໜ້າ
ຕໍ່ຕາ ສ່ວນພວກພັນລະຍາ ແລະພວກລູກສາວ ໄດ້ຖືກຂົ່ມຂືນ ຖືກໄຟເຜົາ ແລະ
ໄດ້ຮັບບາດແຜ ທີ່ໂຫດຮ້າຍອື່ນອີກ. ອັນນີ້ ເປັນສັນຍາລັກທັງໝົດ ຂອງການຂ້າລ້າງ
ຊົນຊາດຊົນເຜົ່າ.”

ທ່ານ ເມີກລີ ໄດ້ກ່າວຕໍ່ບັນດາ ນັກຂ່າວ ວ່າ ຄະນະຜູ້ແທນລັດຖະສະພາສະຫະລັດ
ໄດ້ຮຽກຮ້ອງ ໃຫ້ລັດຖະບານຂອງມຽນມາຈັດຕັ້ງປະຕິບັດຕາມການແນະນຳຂອງທ່ານ
ໂກຟີ້ ອານັນ ທີ່ນຳພາ ຄະນະກຳມະທິການທີ່ປຶກສາ ລັດ ຣັກໄຄ ແລະ ອະນຸຍາດໃຫ້
ສະຫະປະຊາຊາດ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ເຂົ້າໄປໃນຂົງເຂດທີ່ເກີດ
ບັນຫາ ເພື່ອສະໜອງການຊ່ອຍເຫຼືອທາງດ້ານມະນຸດສະທຳ.

ຢູ່ໃນນະຄອນຫຼວງວໍຊິງຕັນ ກະຊວງການຕ່າງປະເທດ ກຳລັງພິຈາລະນາເບິ່ງ ວ່າ ຈະ
ກຳນົດໃຫ້ບັນຫາຂັດແຍ່ງດັ່ງກ່າວ ເປັນການຂ້າລ້າງຊົນຊາດຊົນເຜົ່າ ຢ່າງເປັນທາງການ
ຫຼືບໍ່.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແຣັກສ໌ ທິວເລີຊັນ ໄດ້ເດີນທາງໄປຢ້ຽມ
ຢາມ ມຽນມາ ເມື່ອສັບປະດາແລ້ວນີ້ ແລະ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ “ລາຍ
ງານ ທີ່ບໍ່ໜ້າເຊື່ອ ຂອງຄວາມໂຫດຮ້າຍທາລຸນ ທີ່ໄດ້ກະທຳລົງໄປ ໂດຍກຳລັງຮັກສາ
ຄວາມປອດໄພ ແລະ ກຸ່ມປະຊາຊົນນິຍົມລັດຖະບານ”
ນັ້ນ.

ສ່ວນ ພະສັນຕະປາປາ ມີແຜນການ ຈະເດີນທາງໄປຢ້ຽມຢາມມຽນມາ ໃນລະ ຫວ່າງ
ວັນທີ 27 ຫາ 30 ເດືອນພະຈິກນີ້ ບ່ອນທີ່ຄາດກັນວ່າ ພະອົງຈະພົບປະກັບ ທ່ານນາງ
ອ໋ອງ ຊານ ຊູ ຈີ້ ຜູ້ນຳທີ່ແທ້ຈິງ ຂອງມຽນມາ.

ທ່ານ Merkley ພ້ອມດ້ວຍຄະນະຜູ້ແທນຄົນອື່ນໆ ເຊັ່ນທ່ານ ດິກ ເດີບິນ ສະມາຊິກ
ສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດ ອີລລີໂນຍສ໌ ແລະ ບັນດາສະມາຊິກ
ສະພາຕ່ຳ ທ່ານນາງ ເບັດຕີ ເມັກຄໍລຳ ສັງກັດພັກເດໂມແຄຣັດ ຈາກລັດ ມີເນັສໂຊຕ້າ
ເຂດ 4, ທ່ານ ແຈນ ຊາຄອັບສກີ ສັງກັດພັກເດໂມແຄຣັດ ຈາກລັດ ອີລລີໂນຍສ໌ ເຂດ
9 ແລະ ທ່ານ ເດວິດ ຊິຊີລລີນ ສັງກັດພັກເດໂມແຄຣັດ ຈາກລັດ ໂຣດ ໄອແລນ. ບັນດາ
ສະມາຊິກສະພາສູງ ແລະ ສະພາຕ່ຳ ສະຫະລັດ ໄດ້ພົບປະກັບ ບັນດາເຈົ້າໜ້າທີ່ລັດ
ຖະບານ ແລະບັນດາ ປະຊາຊົນທີ່ໄດ້ຮັບຜົນກະທົບ ຢູ່ໃນຂົງເຂດ ແລະໄດ້ເນັ້ນໃຫ້ເຫັນ
ເຖິງວິກິດການດ້ານມະນຸດສະທຳ ທີ່ມີຢູ່ຢ່າງຕໍ່ເນື່ອງ ແລະ ຄວາມຈຳເປັນຢ່າງຍິ່ງ ທີ່ຈະ
ຕ້ອງມີມາດຕະການ ລະຫວ່າງປະເທດ ເພື່ອທີ່ຈະຍຸຕິຄວາມຮຸນແຮງ ດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG