ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​​ພັກ​ຣີ​ພັບ​ບ​ລີ​ກັນ ຖຽງ​ກັນ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ທີ່​ເຊື່ອມ​ໂຍງ​ໃສ່​ການ​ຊ່ວຍ​ເຫຼືອ​ຢູ​ເຄ​ຣນ ອິ​ສ​ຣາ​ແອ​ລ


ຈາກ​ຊ້າຍ ສະ​ມາ​ຊິກ​ສະ​ພາ​ສູງ​ຣອນ ຈອນ​ສັນ, ຈາກວິ​ສ​ຄັນ​ຊິນ​, ສະ​ມາ​ຊິ​ກ​ສະ​ພາ​ສູງ ຣິກ ສກ​ັອດ, ຈາກ​​ຟ​ລໍ​ຣິ​ດາ, ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ຣິກ ສ​ມິດ ຈາກ​ມິ​ສ​ຊູ​ຣີ, ສະ​ມາ​ຊິ​ສະ​ພາ​ສູງ​ເທັດ ຄ​ຣູ​ສ ຈາກ​​ເທັກ​ຊັ​ສ, ສະ​ມາ​ຊິກ​ສະ​ພາ​ສູງ​ໄມ​ຄ໌ ບ​ຣອມ, ຈາກ​​ອິນ​ເດຍ​ນາ ວັນ​ທີ 24 ມັງ​ກອນ 2024.
ຈາກ​ຊ້າຍ ສະ​ມາ​ຊິກ​ສະ​ພາ​ສູງ​ຣອນ ຈອນ​ສັນ, ຈາກວິ​ສ​ຄັນ​ຊິນ​, ສະ​ມາ​ຊິ​ກ​ສະ​ພາ​ສູງ ຣິກ ສກ​ັອດ, ຈາກ​​ຟ​ລໍ​ຣິ​ດາ, ສະ​ມາ​ຊິກ​ສະ​ພາ​ສູງ​ເອ​ຣິກ ສ​ມິດ ຈາກ​ມິ​ສ​ຊູ​ຣີ, ສະ​ມາ​ຊິ​ສະ​ພາ​ສູງ​ເທັດ ຄ​ຣູ​ສ ຈາກ​​ເທັກ​ຊັ​ສ, ສະ​ມາ​ຊິກ​ສະ​ພາ​ສູງ​ໄມ​ຄ໌ ບ​ຣອມ, ຈາກ​​ອິນ​ເດຍ​ນາ ວັນ​ທີ 24 ມັງ​ກອນ 2024.

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ ໄດ້​ຖົກ​ຖຽງ​ກັນ​ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ​ຂໍ້​ສະ​ເໜີ​ສະ​ບັບ​ໃໝ່​ຂອງ​ທັງ​ສອງ​ພັກ ທີ່​ອາດ​ຈະ​ຄວບ​ຄຸມຄົນ​ເຂົ້າ​ເມືອງ​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ ຢູ່​ທີ່​ຊາຍ​ແດນ​ສະ​ຫະ​ລັດ​ຕິດ​ກັບ​ເມັກ​ຊິ​ໂກ ໃນ​ຂະ​ນະ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ຄັ້ງ​ໃໝ່ ທີ່​ມີ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລາຕໍ່​ຢູ​ເຄ​ຣນ ແລະ​ອິ​ສ​ຣາ​ແອ​ລ.

ມາດ​ຕະ​ການ​ດັ່ງ​ກ່າວ​ໄດ້​ມີ​ການ​ເຈ​ລະ​ຈາ​ກັນ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ພັກ​ເດ​ໂມ​ແຄ​ຣັດແລະ​ລີ​ພັບ​ບ​ລີ​ກັນ ໃນ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ​ຫຼາຍ​ເດືອນ ແລະ​ຍັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ. ແຕ່​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ໄມ​ຄ໌ ຈອນ​ສັນ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັ​ນ ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຫວຸດ​ຫວິດ​ຢູ່​ໃນ​ສະ​ພາ​ຕ່ຳ ໄດ້​ປະ​ກາດ​ໃນ​ທັນ​ທີ​ວ່າ ຮ່​າງ​ກົດ​ໝ​າຍ​ສະ​ບັບ​ນີ້ “ຈະ​ຕາຍ​ຫຼື​ໃຊ້​ການ​ບໍ່​ໄດ້​ເວ​ລາ​ສົ່ງ​ໄປ​ຮອດ” ສະ​ພາ​ຕ່ຳ ໂດຍ​ກ່າວ​ວ່າ ມັນ​ບໍ່​ເຂັ້ມ​ແຂງ​ພໍ ທີ່​ຈະ​ສະ​ກັດ​ກັ້ນ​ເຂດ​ຊາຍ​ແດນ.

​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ຊັກ ຊູ​ເມີ ກຳ​ນົດ​ການ​ລົງ​ຄະ​ແນນ​ສຽງຂັ້ນ​ຕົ້ນ​ສຳ​ລັບມາດ​ຕະ​ການ​ສະ​ບັບ​ນີ້ ໃສ່​ວັນ​ພຸດມື້​ອື່ນ ໂດຍ​ເວົ້າ​ວ່າ ມັນ​ເປັນ​ບູ​ລິ​ມະ​ສິດ​ຂອງ​ຮ່າງ​ກົດ​ໝາຍ “ຍ້ອນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ຈະ​ບໍ່​ໃຫ້​ຄວາມ​ສົນ​ໃຈ ແລະ​ມີ​ຄວາມ​ສຳ​ຄັນ​ຫຼາຍກວ່າ​ທີ່​ຈະ​ໃຫ້​ການ​ເມືອງ​ມາ​ຕັນ​ທາງ.”

ທ່ານ​ເອີ້ນ​ຮ່າງ​ກົດ​ໝາຍນີ້​ວ່າ “​ເປັນບາດ​ກ້າວ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງໄປ​ສູ່​ການ​ເສີມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ອາ​ເມ​ຣິ​ກາ​ຢູ່​ໃນ​ຕ່າງ​ປະ​ເທດ ແລະ​ຢູ່​ທີ່​ຊາຍ​ແດນ​ຂອງ​ພວກ​ເຮົາ” ບ່ອນ​ທີ່​ມີ​ຫຼາຍໆ​ພັນ​ຄົນ ​ໄດ້​ຂ້າມ​ເຂົ້າ​ມາ ​ໃນສະ​ຫະ​ລັດແຕ່​ລະ​ມື້ ຈາກ​ເມັກ​ຊິ​ໂກ.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ໝູ່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ປີ 2024 ໄດ້​ໂຈມ​ຕີ​ມາດ​ຕະ​ການນີ້​ ແລະ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິ​ກ​ພັກ​ຣີ​ພັບ​ບ​ລີ​ກັນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ ຊຶ່ງ​ບາງ​ທີ​ ອາດ​ຈະ​ເປັນ​ອັນ​ຕະ​ລາຍ​ເພີ້ມ​ຂຶ້ນ​ຕໍ່​ການ​ຮັບ​ຜ່ານ. ແຕ່​ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ນິກ​ກີ ເຮ​ລີ ຜູ້​ທ້າ​ທາຍ​ທີ່​ຍັງ​ເຫຼືອ​ຢູ່​ພຽງ​ຄົນ​ດຽວ​ຂອງ​ທ່ານ​ທ​ຣຳ ສຳ​ລັບ​ການ​ສະ​ໜີ​ຊື່​ແຕ່ງ​ຕັ້ງ​ຂອງ​ພັກ ກ່າວ​ວ່າ ທ່ານ​ນາງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG