ເຄືອຂ່າຍປະຊາຊົນໄທ ໃນ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງ ຮຽກຮ້ອງຕໍ່ລັດຖະບານໄທ ເພື່ອຂໍໃຫ້ຢຸດການຮັບຊື້ພະລັງງານໄຟຟ້າຈາກທຸກໂຄງການເຂື່ອນໄຟຟ້າ ທີ່ຈະກໍ່ສ້າງເທິງແນວແມ່ນໍ້າຂອງໃນລາວ.
ຜູ້ປະສານງານເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ໄດ້ຍື່ນຈົດໝາຍຕໍ່ຜູ້ຕ່າງຫນ້າຂອງສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ເມື່ອບໍ່ດົນມານີ້ ເພື່ອຮຽກຮ້ອງໃຫ້ຢຸດການຮັບຊື້ພະລັງງານໄຟຟ້າຈາກທຸກໆ ໂຄງການເຂື່ອນໄຟຟ້າທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວ.
ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງຂໍໃຫ້ ນາຍົກລັດຖະມົນຕີໄທ ໄດ້ມີຄຳສັ່ງໄປເຖິງ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ກະຊວງພະລັງງານແລະບັນດາບໍລິສັດເອກະຊົນໄທ ທີ່ຮ່ວມລົງທຶນໃນທຸກໂຄງການກໍ່ສ້າງເຂື່ອນໄຟຟ້າຢູ່ໃນລາວນັ້ນ ຈະຕ້ອງໃຫ້ການປົກປ້ອງສິດທິມະນຸດເປັນບູລິມະສິດ ທັ້ງຍັງຈະຕ້ອງເປັນພາກສ່ວນທີ່ຮັບຜິດຊອບຕໍ່ຜົນກະທົບທັງໝົດທີ່ເກີດຈາກການກໍ່ສ້າງເຂື່ອນອີກດ້ວຍ ດັ່ງທີ່ ຜູ້ປະສານງານເຄືອຂ່າຍປະຊາຊົນໄທ ໄດ້ໃຫ້ການອະທິບາຍກ່ຽວກັບຜົນກະທົບທີ່ເກີດຂຶ້ນຈາກໂຄງການເຂື່ອນໄຊຍະບູລີ ເທິງແມ່ນ້ຳຂອງໃນລາວ ວ່າ "ປະສົບການ 15 ປີ ທີ່ຜ່ານມານີ້ ພວກເຮົາໄດ້ທຳການວິໄຈ ໄທບ້ານ 24 ຊຸມຊົນ ໃນພື້ນທີ່ 7 ແຂວງ ປະກົດການທັງຫມົດທີ່ເກີດຂຶ້ນ ທັງເລື້ອງປາ ແລະ ວິຖີຊີວິດ ນັບຕັ້ງແຕ່ປີ 2008-2009-2010 ນັ້ນ ນໍ້າຂຶ້ນ-ລົງ ສາມວັນຂຶ້ນ ສາມວັນລົງ ຫຼັງຈາກເຂື່ອນໄຊຍະບູລີ ເປີດດຳເນີນການ ເດືອນຕຸລາ 2019 ນໍ້າຂຶ້ນ-ລົງລາຍວັນ ເຊິ່ງມັນມີທີ່ມາ ເພາະວ່າ ເຂື່ອນໄຊຍະບູລີ ຕ້ອງສົ່ງໄຟຟ້າຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ມື້ລະ 8 ຊົ່ວໂມງ ອາທິດຫນຶ່ງຕ້ອງສົ່ງ 6 ມື້ ເພາະສະນັ້ນ ນ້ຳກໍເລີຍຂຶ້ນ-ລົງລາຍວັນ ຕາມຈັງຫວະການປິດ-ເປີດນ້ຳ ຊາວບ້ານບໍ່ໄດ້ໂງ່ ພຽງແຕ່ວ່າ ພວກເຮົາຈະມີວິທີການສື່ສານແນວໃດ? ແລະຈະເຄື່ອນໄຫວແນວໃດ? ຫຼັງຈາກນີ້.”
ທັ້ງນີ້ໂດຍລັດຖະບານໄທ ໄດ້ຕົກລົງໃນຫຼັກການຮ່ວມກັບລັດຖະບານລາວ ວ່າ ຈະຮັບຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ 10,500 ເມກາວັດ ຊຶ່ງໃນປັດຈຸບັນລາວ ສາມາດສົ່ງກະແສໄຟຟ້າໃຫ້ໄທ ໄດ້ແລ້ວ 6,000 ເມກາວັດ ຈຶ່ງຍັງເຫລືອ 4,500 ເມກາວັດ ທີ່ຈະຕ້ອງເຊັນສັນຍາຊື້-ຂາຍ ຮ່ວມກັນຢ່າງເປັນທາງການເສຍກ່ອນ ລາວຈຶ່ງຈະສາມາດສົ່ງພະລັງງານໄຟຟ້າໃຫ້ແກ່ໄທ ໄດ້ຢ່າງຄົບຖ້ວນຕາມຂໍ້ຕົກລົງດັ່ງກ່າວ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວຈະຕ້ອງຮັບຟັງ ແລະ ນໍາເອົາການທ້ວງຕິງຂອງໄທ ມາຈັດຕັ້ງປະຕິບັດໃຫ້ໄດ້ຍ່າງແທ້ຈິງດ້ວຍ ຊຶ່ງຫລ້າສຸດ ສຳນັກງານຊັບພະຍາກອນນ້ຳແຫ່ງຊາດໄທ ກໍໄດ້ຈັດເວທີເພື່ອເປີດໂອກາດໃຫ້ປະຊາຊົນໄທ ໄດ້ສະແດງຄວາມຄິດເຫັນທີ່ມີຕໍ່ໂຄງການກໍ່ສ້າງເຂື່ອນໄຟຟ້າສານະຄາມເທິງແມ່ນ້ຳຂອງໃນລາວ ຊຶ່ງກໍປະກົດວ່າ ເຄືອຂ່າຍປະຊາຊົນໄທ ຍັງຄົງສືບຕໍ່ຄັດຄ້ານໂຄງການກໍ່ສ້າງເຂື່ອນໄຟຟ້າສານະຄາມ ແລະທຸກໂຄງການເຂື່ອນທີ່ຈະກໍ່ສ້າງເທິງແນວແມ່ນ້ຳຂອງໃນລາວ ດັ່ງທີ່ນັກອະນຸລັກສິ່ງແວດລ້ອມທຳມະຊາດໃນແຂວງອຸບົນຣາຊະທານີ ໄດ້ອະທິບາຍເຖິງຜົນກະທົບທີ່ອາດຈະເກີດຂຶ້ນຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພູງອຍເທິ່ງແນວແມ່ນ້ຳຂອງໃນລາວ ວ່າ “ຖ້າເຂື່ອນພູງອຍມາ ມັນຈະເຮັດໃຫ້ເກີດນໍ້າຖ້ວມສູງເຖິງ 4 ແມັດ ອຸບົນຣາຊະທານີ ເປັນພື້ນທີ່ນໍ້າຖ້ວມຢູ່ແລ້ວ ນ້ຳຖ້ວມ ຈາກທີ່ມັນເຄີຍໄຫລລົງແມ່ນ້ຳຂອງໄປສູ່ທະເລ ມັນຈະອອກໄປບໍ່ໄດ້ ນີ້ແມ່ນສິ່ງທີ່ຄົນອຸບົນຈະໄດ້ຮັບຄວາມເດືອດຮ້ອນ ເຮົາຈະໄດ້ຮັບຜົນກະທົນ ບໍ່ພຽງແຕ່ 2-3 ເດືອນ ຈະເປັນນໍ້າຖ້ວມຖາວອນ ເພາະວ່າ ເຂື່ອນພູງອຍ ມັນມາຕັນທາງລົງຂອງແມ່ນໍ້າ ອີກຢ່າງຫນຶ່ງ ກໍແມ່ນວ່າຖ້າຫາກເຂື່ອນສານະຄາມ ມັນເດີນຫນ້າໄດ້ ເຂື່ອນພູງອຍກໍຈະເດີນໜ້າເຊັ່ນກັນ ເພາະສະນັ້ນ ການທີ່ພວກເຮົາຢຸດເຂື່ອນສານະຄາມໃນມື້ນີ້ ກໍຄືເປັນການທີ່ຈະບອກວ່າ ພວກເຮົາບໍ່ຕ້ອງການເຂື່ອນພູງອຍ ເປັນການຢຸດເຂື່ອນໃນແມ່ນໍ້າຂອງທັງໝົດ.”
ໂດຍການເຄື່ອນໄຫວຂອງເຄືອຂ່າຍປະຊາຊົນໄທ ໃນຄັ້ງນີ້ ໄດ້ເພັ່ງເລັງໃສ່ການຄັດຄ້ານແຜນການກໍ່ສ້າງ 4 ໂຄງການເຂື່ອນແມ່ນໍ້າຂອງໃນລາວ ຄື: ເຂື່ອນຊະນະຄາມ, ເຂື່ອນປາກຊົມ, ເຂື່ອນພູງອຍ ແລະ ເຂື່ອນບ້ານກຸ່ມ ເພາະເຊື່ອວ່າ ການກໍ່ສ້າງເຂື່ອນ 4 ໂຄງການນີ້ ຈະສົ່ງຜົນກະທົບຂ້າມເຂດຊາຍແດນຈາກລາວໄປໄທ ຢ່າງແນ່ນອນ ຖ້າຫາກວ່າ ການສຶກສາສຳຫຼວດເພື່ອປ້ອງກັນບັນຫາຜົນກະທົບດ້ານຕ່າງໆນັ້ນ ບໍ່ໄດ້ດຳເນີນການຢ່າງຮອບດ້ານ ໂດຍບໍ່ວ່າ ຈະເປັນຜົນກະທົບທາງດ້ານສັງຄົມ ແລະສິ່ງແວດລ້ອມທຳມະຊາດ ລວມທັງຜົນກະທົບທີ່ຈະມີຕໍ່ເຂດຊາຍແດນໃນແມ່ນ້ຳຂອງລະຫວ່າງລາວກັບໄທດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ