ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາ​ສູງ ສະ​ຫະ​ລັດ ເປີດ​ເຜີຍ​ຮ່າງ​ກົດ​ໝາຍ​ທີ່​ລວມ​ມີ​ ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ແລະ ອິ​ສ​ຣາ​ແອ​ລ


ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ຕອບ​ຄຳ​ຖາມ​ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ​ກັບ​ບັນ​ດາ​ນັກ​ຂ່າວ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 31 ມັງ​ກອນ 2024.
ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ຕອບ​ຄຳ​ຖາມ​ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ​ກັບ​ບັນ​ດາ​ນັກ​ຂ່າວ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 31 ມັງ​ກອນ 2024.

ຮ່າງ​ກົດ​ໝາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ສະ​ພາ​ສູງ ສະ​ຫະ​ລັດ ທີ່​ຖືກ​ເປີດ​ເຜີຍໃໝ່​ໄດ້​ປະ​ເຊີນ​ກັບ​ອະ​ນາ​ຄົດ ​ທີ່ບໍ່​ແນ່ນອນ ​ໃນ​ວັນ​ຈັນ​ມື້ນີ້, ເຖິງ​ແມ່ນ​ຈະ​ມີ​ການ​ເຈ​ລະ​ຈາຫຼາຍ​ເດືອນ ກ່ຽວ​ກັບ ມາດ​ຕະ​ການ​ຂອງ​ສອງ​ພັກ​ການ​ເມືອງ​ທີ່​ລວມ​ມີ​ທຶນຫຼາຍ​ພັນ​ລ້ານ​ໂດ​ລາ​ສຳລັບ ຢູ​ເຄ​ຣນ, ອິ​ສ​ຣາ​ແອ​ລ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ກໍ່​ຕາມ, ພ້ອ​ມ​ກັບ​ການ​ປະ​ຕິ​ຮູບ​ສຳ​ລັບ​ຜູ້​ຂໍ​ລີ້​ໄພ ​ຢູ່​ເຂດ​ຊາຍ​ແດນ ສະ​ຫະ​ລັດ-ເມັກ​ຊິ​ໂກ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ຈັດ​ການ​ລົງ​ຄະ​ແນນ​ສຽງ​ເບື້ອງ​ຕົ້ນ ກ່ຽວ​ກັບ ມາດ​ຕະ​ການ​ດັ່ງ​ກ່າວ​ສຳ​ລັບ​ວັນ​ພຸດນີ້, ໂດຍ​ກ່າວ​ວ່າ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ຮ່າງ​ກົດ​ໝາຍ​ນັ້ນ “ແມ່ນ​ສຳ​ຄັນ​ໂພ​ດ​ທີ່​ຈະ​ເມີນ​ເສີຍ ແລະ ສຳ​ຄັນ​ໂພດ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ການ​ເມືອງ​ມາ​ຂັດຂວາງ​ມັນ.”

ທ່າ​ນ​ໄດ້​ເອີ້​ນ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ນັ້ນ​ວ່າ “ບາດ​ກ້າວ​ທີ່​ສຳ​ຄັນ​ໄປ​ສູ່​ການ​ເສີມ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ອາ​ເມ​ຣິ​ກາ ໃນ​ຕ່າງ​ປະ​ເທດ ແລະ ຢູ່​ຕາ​ມ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ.”

ແຕ່ບໍ່​ດົນຫຼັງ​ຈາກ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຖືກ​ເປີດ​ເຜີຍ​ໃນ​ແລງວັນ​ອາ​ທິດ​ວານນີ້, ປະ​ທານ​ສະ​ພາ​ຕ່ຳ​ທ່ານ ໄມ​ຄ໌ ຈອນ​ສັນ ໄດ້​ກ່າວ​ວ່າ​ຖ້າ​ມັນ​ຖືກ​ຮັບ​ຜ່ານ​ໂດຍ​ສະ​ພາ​ສູງ​ທີ່​ພັກ​ເດ​ໂມ​ແຄ​ຣັດ​ກຳ​ສຽງ​ສ່ວນຫຼາຍ ແລະ ຖືກ​ສົ່ງ​ລົງ​ມາ​ສະ​ພາ​ຕ່ຳ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍ, “ມັນ​ຈະ​ບໍ່​ມີ​ປະ​ສິດ​ທິ​ຜົນ​ໃນ​ທັນ​ທີ.”

ສຳ​ລັບ ຢູ​ເຄ​ຣນ, ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ມີ 60 ຕື້​ໂດ​ລາ​ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ກັບ ຣັດ​ເຊຍ, ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ຈະ​ໄດ້​ຮັບ 14 ຕື້​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ 10 ຕື້​ໂດ​ລາ​ຈະ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຳ​ລັບ​ພົນ​ລະ​ເຮືອນ​ໃນ​ເຂດ​ຄວາມ​ຂັດ​ແຍ້ງ​ເຊັ່ນ ຢູ​ເຄ​ຣນ, ເຂດ​ກາ​ຊາ ແລະ ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ຫຼື ເວັ​ສ​ແບັ້ງ.

ອີກ 2.4 ຕື້​ໂດ​ລາ​ຈະ​ເປັນ​ທຶນ​ໃຫ້​ການ​ປະ​ຕິ​ບັດ​ການ​ຂອງ​ທະ​ຫານ ສະ​ຫະ​ລັດ ເພື່ອ​ຕອບ​ໂຕ້​ການ​ໂຈມຕີ​ໃນ​ທະ​ເລ​ແດງ, ໃນ​ຂະ​ນະ​ທີ່ 4.8 ຕື້​ໂດ​ລາ​ຈະ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄູ່​ຮ່ວມ​ທີ່​ປະ​ເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ຈາກ ຈີນ ໃນເຂດອິນ​ໂດ​-ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG