ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ສະໝັກ ພັກເດໂມແຄຣັດ ຊະນະເລືອກຕັ້ງ ສະມາຊິກ ສະພາສູງ ຢູ່ ລັດອາລາບາມາ


ທ່ານດັກ ໂຈນສ໌ ​ສະມາຊິກພັກເດໂມແຄຣັດ ຜູ້ສະໝັກແຂງຂັນ
ເອົາຕຳແໜ່ງສະມາຊິກສະພາສູງສະຫະລັດ ຮັບຊາບແລະຂອບ
ໃຈຝູງຊົນ ທີ່ເຂົ້າຮ່ວມງານຊື່ນຊົມຍິນດີ, ອາລາບາມາ, 12 ທັນວາ 2017.
ທ່ານດັກ ໂຈນສ໌ ​ສະມາຊິກພັກເດໂມແຄຣັດ ຜູ້ສະໝັກແຂງຂັນ ເອົາຕຳແໜ່ງສະມາຊິກສະພາສູງສະຫະລັດ ຮັບຊາບແລະຂອບ ໃຈຝູງຊົນ ທີ່ເຂົ້າຮ່ວມງານຊື່ນຊົມຍິນດີ, ອາລາບາມາ, 12 ທັນວາ 2017.

ການທີ່ທ່ານດັກ ໂຈນສ໌ ​ສະມາຊິກພັກເດໂມແຄຣັດ ​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍ​ກວ່າ
ຢ່າງໃຫຽ່ ໄດ້ສ້າງຄວາມຜິດຫວັງໃຫ້ແກ່ສະມາຊິກພັກຣີພັບບລິກັນ ທ່ານຣອຍ ມໍຣ໌
ໃນ​ການ​ເລືອກ​ຕັ້ງສະພາສູງ​ພິ​ເສດຂອງ ສຫຣ ໃນລັດອາ​ລາ​ບາ​ມາ ໃນ​ວັນ​ອັງຄານ
ວານ​ນີ້ ຊຶ່ງ​ເປັນ​ລັດ​ທີ່ອາໄສ​ກາງ​ຕໍ່​ຂອງພັກຣີພັບບລິກັນ ​ໃນ​ຂົງ​ເຂດ​ທີ່​ນິຍົມ​ແນວທາງ​
ເດີມທີ່ຢູ່ທາງ​ພາກ​ໃຕ້ສຸດ​ຂອງ​ສະຫະລັດນັ້ນ. ນັກ​ຂ່າວ ວີ​ໂອ​ເອ ຣິກ​ເຈີຣດ ກຣີນ
(Richard Green) ມີ​ລາຍ​ງານເລື່ອງນີ້ຕື່ມ ກ່ຽວກັບການເລືອກຕັ້ງ ທີ່ມີຜົນ​ກະທົບ
​ບໍ່​ພຽງ​ແຕ່​ຕໍ່​ພັກຣີພັບບລິກັນເທົ່ານັ້ນ ​ແຕ່ຍັງຈະກະທົບແຜນການ​ທາງ​ການ​ເມືອງ​ຂອງປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ທີ່​ກຳລັງ​ມຸ່ງ​ໜ້າ​ໄປສູ່ຄວາມຈຳເປັນ
ຂອງວຽກງານ​ໃນປີ 2018 ທີ່ກຳລັງຈະມາເຖິງ ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ອຽດມາ
ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ຝູງ​ຊົນ​ທີ່​ໄປ​ສະໜັບສະໜູນໃນຄ່ຳ​ຄືນ​ການເລືອກ​ຕັ້ງຂອງ​ທ່ານດັກ ໂຈນສ໌ ​ໄດ້​ເຫັນງານ
ກິນລ້ຽງແຕກ​ຕື່ນຂຶ້ນ​ດ້ວຍ​ຄວາມ​ປຶ້ມປິ​ຕິ​ຍິນ​ດີ ເວລາ​ອົງການ​ຂ່າວທີ່ສຳຄັນຫຼາຍໆແຫ່ງ​ ​
ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການວ່າ ພັກເດໂມແຄຣັດ ​ເປັນ​ຜູ້​ຊະນະ​ໃນການ​ແຂ່ງຂັນການ
ເລືອກຕັ້ງ​ພິ​ເສດທີ່ຈະ​ມາ​ແທນ​ຕຳ​ແໜ່​ງວ່າງຂອງ​ທ່ານ​ແຈັຟ ແຊັສສັນ ຜູ້​ຊຶ່ງ​ໄດ້​ຖືກ​ເລືອກ
ໃຫ້​ເປັນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ໃນ​ລັດຖະບານ​ຂອງ​ທ່ານ​ທຣຳ ​ໃນ​ຕົ້ນ​ປີ​ນີ້.

ທ່ານ ໂຈນສ໌ ຖືກແນມ​ເຫັນວ່າ ​ເປັນ​ຜູ້​ດ້ອຍ​ກວ່າ ໃນການລົງ​ແຂ່ງ ​ກັບຜູ້​ສະໝັກສັງກັດ
ພັກຣີພັບບລິກັນ ທ່ານຣອຍ ມໍຣ໌ ຈົນ​ຕົກມາເຖິງ​ເວລາການ​ໂຄສະນາ​ຫາ​ສຽງ​ຂອງ​
ທ່ານ​ມໍຣ໌ ​ໄດ້​ຖືກ​ສັ່ນ​ຄອນ​ຍ້ອນ​ຂ່າວ​ນອງ​ນັນ ທີ່​ຖືກ​ກ່າວ​ຫາ​ວ່າ ທ່ານໄດ້​ຂົ່ມຂືນ​ຊຳ​ເລົາ
ຫຼື​ບໍ່ກໍລວນລາມ​ເດັກ​ສາວໄວລຸ້ນ​ໃຫ້​ມີ​ເພດ​ສຳພັນ​ນຳ ຕອນ​ທີ່​ທ່ານ​ຍັງ​ເປັນ​ໜຸ່ມ​ນ້ອຍ​
ຢູ່​ນັ້ນ ​ໃນ​ໄວ 30 ປີ ກວ່າໆ ​ແລະ​ເຮັດ​ວຽກ​ເປັນ​ໄອ​ຍະ​ການ​ເຂດ​ທ້ອງ​ຖິ່ນ ​ໃນ​ຊຸມ​ປີ
1970 ນັ້ນ.

​ໃນຄຳ​ປາ​ໄສຕ້ອນ​ຮັບ​ໄຊຊະນະ​ຂອງນັ້ນ ​ທ່ານ ໂຈນສ໌ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​
ຄັ້ງ​ນີ້ ​ແມ່ນ​ຖືກ​ຕັດສິນ​ຍ້ອນ​ຄ່ານິຍົມສາມັນສຳນຶກ​.

ທ່ານ ໂຈນສ໌ ສະມາຊິກ​ສະພາ​ສູງ​ສະຫະລັດ ທີ່ຫາກໍ​ຖືກ​ເລືອກ​ໃໝ່ ກ່າວ​ວ່າ “ໃນ​ທີ່​ສຸດ,
ການ​ແຂ່ງຂັນ​ທັງ​ໝົດ ​ແມ່ນ​ກ່ຽວ​ກັບ​ກຽດ​ສັກ​ສີ ​ແລະ​ການ​ໃຫ້​ກຽດ ການ​ໂຄສະນາ
​ຫາ​ສຽງ ​ຄັ້ງນີ້ແມ່ນ​ກ່ຽວຂ້ອງ​ກັບ​ສາມັນສຳນຶກ, ຄວາມສົມເຫດສົມຜົນ ​ແລະ​ເຮັດ​
ໃຫ້​ທຸກໆຄົນ ​ໃນ​ລັດ​ນີ້ ບໍ່​ວ່າ ຈະ​ຢູ່​ຄຸ້ມ​ໃດ ບ່ອນໃດ ກໍຈະ​ແມ່ນ​ຕ້ອງ​ໄດ້​ຮັບ​ການປະຕິ
ບັດ​ຕໍ່​ຢ່າງ​ທ່ຽງ​ທຳ.”

ອະດີດ​ໄອ​ຍະ​ການ​ສະຫະລັດ ທ່ານໂຈນສ໌ ​ໄດ້​ຮັບ​ໄຊຊະນະ ຈາກ​ຄວາມ​ເຂັ້ມ​ແຂງ​ຂອງ
ຜູ້​ລົງ​ແຄະ​ແນນ​ຈາກ​ປະຊາ​ຄົມ​ອາ​ຟຣິກັນ-​ອາ​ເມຣິກັນ ຈາກ​ການ​ທີ່​ທ່ານ​ໄດ້​ປະສົບ​ຜົນ
ສຳ​ເລັດ​ໃນ​ໜ້າ​ທີ່​ເປັນ​ໄອ​ຍະ​ການ ​ໃນ​ທ້າຍ​ຊຸມ​ປີ 1990 ​ໃນ​ຄະດີ​ຂອງສະມາຊິກ 2 ສອງ
ຄົນໃນ ​ກຸ່ມ ຄຸ ຄລັກສ໌ ​ແຄລນ (Ku Klux Klan) ຊາວ​ຜິວ​ຂາວ​ທີ່​ຖື​ວ່າ​ຕົນ​ເອງ​ວິ​ເສດ
ທີ່​ໄດ້​ວາງ​ລະ​ເບີດ​ໃສ່​ໂບດ​ຂອງ​ຊາວ​ຜີວ​ດຳ​ໃນ​ນະຄອນ ​ເບີ​ມິ​ງ​ແຮມ ​ໃນ​ປີ 1963 ທີ່​ໄດ້
​ສັງຫານ ​ເດັກນ້ອຍ​ແມ່ຍິງ 4 ຄົນ ​ແລະ ຊຶ່ງ​ເຫດການ​ຄັ້ງ​ນັ້ນ ​ໄດ້​ສັ່ນ​ສະ​ເທືອ​ນທົ່ວ​ປະ​ເທດ
​ເຖິງ​ຈຸດ​ເດືອດ​ຂອງ​ການ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ມະນຸດ.

ທ່ານ ໂຈນສ໌ ກ່າວ​ຕື່ມ​ອີກ​ວ່າ “ລັດ​ອາ​ລາ​ບາ​ມາ ​ແມ່ນ​ເປັນ​ທາງສີ່ແຍກ ພວກ​ເຮົາ ​
ໄດ້​ເປັນທາງ​ສີ່ແຍກ​ມາ​ແລ້ວ​ໃນ​ອະດີດ ​ແລະ​ບໍ່​ເປັນ​ແຕ່​ບຸນ ພວກ​ເຮົາ​ແມ່ນມັກ​ຈະ​
ເລືອກເອົາ​ທາງແຍກ​ທີ່​ຜິດ ແຕ່ໃນ ຄ່ຳ​ຄືນ​ນີ້ ທ່ານສຸພາບ​ສະຕີ ທ່ານສຸພາບ​ບຸລຸດ
ທັງຫຼາຍ ທ່ານ​ໄດ້ເອົາເສັ້ນທາງ​ທີ່​ຖືກຕ້ອງ​ແລ້ວ.”

​ກ່ອນ​ໜ້າການ​ກ່າວ​ຫາ​ທາງ​ດ້ານ​ເພດ ທ່ານ​ມໍຣ໌ ​ກໍໄດ້​ຮັບຊື່​ສຽງອັນເໜົ່າເໝັນ​ມາແດ່
ແລ້ວໃນລັດ​ອາ​ລາ​ບາ​ມາ ຍ້ອນ​ມຸມ​ມອງ​ທີ່​ນິຍົມ​ແນວທາງ​ເດີມ​ຂອງ​ທ່ານ ຊຶ່ງ​ຍັງ​ຜົນ​
ໃຫ້​ທ່ານ​ໄດ້​ຖືກ​ຍ້າຍຕຳ​ແໜ່​ງຫົວໜ້າ​ຜູ້​ພິພາກສາສານ​ສູງສຸດຂອງ​ລັດ 2 ຄັ້ງ. ຄັ້ງ​ນຶ່ງ
ແມ່ນ​ບໍ່​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ສານ​ລັດຖະບານ​ກາງ ທີ່​ສັ່ງໃຫ້ ການສະ​ແດງ​ຂອງ​ກົດບັນຍັດສິບ​ຂໍ້ ອອກ​ຈາກ​ສານ ​ແລະ​ຄັ້ງ​ທີ 2 ​ແມ່ນ​ການທ້າ​ທາຍ​ຕໍ່​ສານ​ລັດຖະບານ
​ກາງ ​ເລື່ອງ​ການແຕ່ງງານ

​ຂອງ​ຄົນ​ເພດ​ດຽວ​ກັນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ. ເຖິງ​ແມ່ນ​ວ່າ ຈະ​ໄດ້​ມີ​ການ
ກ່າວ​ຫາ ​ແຕ່​ທ່ານ​ມໍຣ໌ ​ກໍໄດ້​ຮັບ​ການ​ສະໜັບສະໜຸນ ຈາກປະທານາທິບໍດີທຣຳ
​ແລະ​ທ່ານ​ສຕີ​ຟ ​ເບ​ນ​ເນິນ ຜູ້​ອຳນວຍ​ການ​ຂອງ​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ
​ແລະ​ເປັນ​ຜູ້ນຳ​ຂອງ​ພັກຣີພັບບລິກັນ ທີ່​ຂວາ​ຈັດ​ນັ້ນ.

​ເຖິງ​ແມ່ນ​ວ່າ ຜົນ​ຂອງ​ການ​ເລືອກ​ຕັ້ງໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ​ໄຊຊະນະ
​ນັ້ນ​ແມ່ນ​ເປັນ​ຂອງ​ທ່ານ​ໂຈນ​ສ໌ ກໍຕາມ ແຕທ່ານ​ມໍຣ໌ ກໍ​ຍັງ​ບໍ່​ຍອມຮັບການ​ປະລາ​ໄຊ​ຈາກ
​ການ​ແຂ່ງຂັນ​ຄັ້ງ​ນີ້​ເທື່ອ.

ທ່ານຣອຍ ມໍຣ໌ ຜູ້​ລົງ​ແຂ່ງຂັນສັງກັດພັກຣີພັບບລິກັນຈາກ​ລັດ ອາ​ລາ​ບາ​ມາ ກ່າວ​ວ່າ
“​ແຕ່​ພວກ​ເຮົາ​ຍັງ​ຮູ້​ຢູ່ອີກ​ວ່າ ພະຜູ້​ເປັນ​ເຈົ້າ​ ແມ່ນ​ເປັນ​ຜູ້​ຄວບ​ຄຸມ​ສະ​ເໝີ​ມາ. ພວກ​
ທ່ານຮູ້​ສ່ວນ​ໃດ​ສ່ວນນຶ່ງຂອງ​ເລື່ອງ ສ່ວນ​ນຶ່ງ​ຂອງ​ບັນຫາ ກັບ​ການ​ໂຄສະນາ​ຫາ​
ສຽງ​ນີ້ພວກ​ເຮົາ ​ແມ່ນ​ໄດ້​ຖືກ​ແຕ່ງ​ແຕ້ມ ​ໃສ່​ຮ້າຍ​ປ້າຍ​ສີ ​ໃນ​ທາງ​ທີ່​ບໍ່​ເຂົ້າ​ຂ້າງ​ພວກ​
ເຮົາແລະ​ການ​ບໍ່​ມີ​ສັດທາ. ພວກ​ເຮົາ ​ແມ່ນ​ໄດ້​ຖືກ​ກົດ​ລົງ​ໄປ​ໃນ​ຂຸມ, ຖ້າ​ຫາກ​ຈະ​ເວົ້າ​
ແບບ​ນັ້ນກໍ​ໄດ້.”

ປະທານາທິບໍດີ​ທຣຳ ​ໄດ້​ຂຽນສະ​ແດງ​ຄວາມ​ຍິນ​ດີ ຕໍ່ໄຊຊະນະ​ຂອງທ່ານ​ໂຈນ​ສ໌ ທາງ​
ທຣິ​ຕ​ເຕີ ​ໃນ​ແລງວັນ​ອັງ​ຄານ​ວານ​ນີ້ ​ແຕ່​ປະຕິຍານ​ວ່າ ພັກຣີພັບບລິກັນ ຈະ​ຍາດ​ເອົາ​
ບ່ອນ​ນັ່ງ​ກັບ​ຄືນ ​ໃນ​ປີ 2020 ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

ໄຊ​ຊະນະ​ຂອງ​ທ່ານ​ໂຈນ​ສ໌ ​ແມ່ນ​ໄດ້​ຫຼຸດ​ຈຳນວນ​ບ່ອນ​ນັ່ງ​ຂອງພັກຣີພັບບລິກັນ ທີ່ມີ​ສຽງ​
ສ່ວນ​ຫຼາຍໃຫ້ແຄບເຂົ້າ ຂອງ​ຈຳ​ນວນ 100 ບ່ອນ​ນັ່ງ​ໃນ​ສະພາ​ສູງ ​ແມ່ນມີ​ສຽງ​ສ່ວນ​ຫຼາຍ
51ຕໍ່ 49 ​ແລະເປັນ​ການ​ກະ​ຕຸ້ນພັກເດໂມແຄຣັດ ຢ່າງ​ໃຫຍ່ ​ເຂົ້າ​ໃນ​ການ​ເລືອກຕັ້ງ​ສະມາ
ຊິກ​ສະພາ ​ທົ່ວ​ປະ​ເທດ​ໃນປີໜ້າ​ນີ້.


Democrat Doug Jones scored a major upset over Republican Roy Moore in Tuesday's special U.S. Senate election in Alabama, a reliable state for the Republican Party in the nation's strongly conservative Deep South region. VOA's Richard Green has more on an election that has huge implications not just for the Republican Party, but for President Donald Trump's political agenda heading into a crucial 2018.

The crowd at Doug Jones's election night watch party erupted in jubilation when several major news outlets officially declared the Democrat the winner of a bitter special election to fill the seat vacated by Jeff Sessions, who joined the Trump administration earlier this year as attorney general.

Jones was seen as an underdog against Republican candidate Roy Moore, until Moore's campaign was rocked by allegations that he either sexually molested or sexually pursued teenage girls when he was a young man in his 30s and working as a local prosecutor in the 1970s.

In his victory speech, Jones said the race was decided on common human values.

DOUG JONES, U.S. SENATOR-ELECT FROM ALABAMA
"At the end of the day, this entire race has been about dignity and respect, this campaign has been about the rule of law, this campaign has been about common courtesy and decency, and making sure everyone in this state, regardless of which zip code you live in, is going to get a fair shake in life."

A former U.S. prosecutor, Jones rose to victory on the strength of African American voters, boosted by his successful prosecution in the late 1990s of two members of the Ku Klux Klan white supremacist group for the bombing of a black church in Birmingham in 1963 that killed four young girls, an event that horrified the nation at the height of the Civil Rights Movement.

DOUG JONES, U.S. SENATOR-ELECT FROM ALABAMA
"Alabama has been at a crossroads, we have been at crossroads in the past, and unfortunately we have usually taken the wrong fork...tonight, ladies and gentlemen, you took the right road."

Even before the allegations of sexual impropriety, Moore gained notoriety in Alabama for his ultra conservative views, which apparently led to him being removed twice as chief judge of the state's supreme court -- once for failing to comply with a federal court order to remove a display of the Ten Commandments from the courthouse, the second for defying the U.S. Supreme Court ruling legalizing same-sex marriage.

Despite the allegations, Moore received support from President Donald Trump and Steve Bannon, Trump's presidential campaign manager and a leader of the far-right faction of the Republican Party.

Even after the results of the election indicated a clear win for Jones, Moore refused to concede the race.

ROY MOORE, REPUBLICAN SENATE CANDIDATE FROM ALABAMA
"But we also know that God is always in control. You know part of the thing, part of the problem with this campaign is we've been painted in unfavorable and unfaithful light. We've been put in a hole, if you will."

President Trump congratulated Jones on his victory in a tweet late Tuesday night, but vowed that Republicans would take back the seat in the 2020 general elections.

Jones's win reduces the Republican's already slim majority in the 100-seat Senate to a 51-49 majority, and gives Democrats a major boost heading into next year's congressional elections.

Richard Green, VOA News, Washington, D.C.


XS
SM
MD
LG