ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາມະການ ສະພາສູງ ເລີ້ມອະພິປາຍ ເລື່ອງ ຄົນເຂົ້າເມືອງ


ຄະນະ​ກໍາມະການ​ນຶ່ງ​ຂອງ​ສະພາ​ສູງສະຫະລັດ ​ໄດ້​ເລີ້ມ​ພິຈາລະ
ນາ​ດັດ​ແປງ​ ກົດ​ໝາຍ​ຄົນ​ເຂົ້າ​ເມືອງຄັ້​ງໃຫຍ່
ຄະນະ​ກໍາມະການ​ນຶ່ງ​ຂອງ​ສະພາ​ສູງສະຫະລັດ ​ໄດ້​ເລີ້ມ​ພິຈາລະ ນາ​ດັດ​ແປງ​ ກົດ​ໝາຍ​ຄົນ​ເຂົ້າ​ເມືອງຄັ້​ງໃຫຍ່
ຄະນະ​ກໍາມະການ​ນຶ່ງ​ຂອງ​ສະພາ​ສູງສະຫະລັດ ​ໄດ້​ເລີ້ມ​ພິຈາລະ
ນາ​ດັດ​ແປງ​ກົດ​ໝາຍ​ຄົນ​ເຂົ້າ​ເມືອງຄັ້​ງໃຫຍ່ ອັນເປັນການ​ອະພິ
ປາຍ​ທີ່ຍັງ​ມີ​ການ​ຖົກຖຽງໂຕ້​ແຍ້​ງ ຊຶ່ງ​ມີ​ທ່າ​ທາງ​ວ່າຈະ​ໃຊ້​ເວລາ
ຢູ່​ຫລາຍ​ເດືອນ ​ແລະ​ເປັນ​ເລື່ອງ​ນຶ່ງທີ່​ສໍາ​ຄັນ​ໃນ​ການ​ພິຈາລະນາ​
ຂອງລັດຖະສະພາ​ສະຫະລັດ ​ໃນ​ປີ​ນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ສະໜັບ
ສະໜຸນ​ການ ປະຕິ​ຮູບກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ ຊຶ່ງ​ຈະ​ສ້າ
​ຊ່ອງ​ທາງ​ໃຫ້​ແກ່​ຊາວ​ຕ່າງ​ດ້າວ 11 ລ້ານ​ຄົນ ​ທີ່ໄ​ດ້​ເຂົ້າມາ​ຢູ່​ໃນ
ສະຫະລັດ​ແລ້ວ ​ໂດຍບໍ່​ມີ​ເອກ​ກະສາ​ນ​ທີ່ຖືກຕ້ອງ ເໝາະ​ສົມນັ້ນ​
ໄດ້​ຮັບ​ສັນຊາດ​ອາ​ເມຣິກັນ. ສະມາຊິກ​ລັດຖະສະພາກຸ່ມ​ນຶ່ງທັງ​
ຈາກ​ ພັກຣີພັບ​ບລີ​ກັນ​ແລະ​ພັກ​ເດ​ໂມ​ແຄຣັດ​ໄດ້​ຮ່າງ​ກົດ​ລະບຽບ​
ກ່ຽວ​ກັບການ​ປ່ຽນ​ແປງດັ່ງກ່າວ ​ໂດຍຮຽກຮ້ອງ​ໃຫ້​ມີ​ການ​ຮັກສາ​
ຄວາມ​ປອດ​ໄພ​ໃນ​ເຂດຊາຍ​ແດນ​ທີ່​ເຄັ່ງ​ຄັດ​ຂຶ້ນ ​ແລະ​ຫ້າມບັນ
ດາ​ນາຍຈ້າງ ບໍ່​ໃຫ້​ຈ້າງ​ຄົນ​ງານ​ທີ່​ເຂົ້າ​ເມືອງ​ຜິດ​ກົດໝາຍ.

​ແຕ່​ການ​ດັດແປງກົດໝາຍ​ຄົນ​ເຂົ້າ​ເມືອງ​ດັ່ງກ່າວ​ນີ້ ​ໄດ້​ປະ​ເຊິ​ນໜ້າ​ກັບ​
ການ​ຄັດ ຄ້ານຢ່າງ​ແຮງ ຈາກ​ບັນດາ​ສະມາຊິກ​ລັດຖະສະພາ​ຄົນ​ອື່ນໆ ​ໂດຍ​ສະ​ເພາະ​ແລ້ວແມ່ນ​
ສະມາຊິກພັກ​ຣີພັບ​ບລີກັນ​ນິຍົມ​ແນວທາງ​ເດີມ ທີ່​ຄັດຄ້ານ​ຕໍ່​ການອະນຸຍາດ ​ໃຫ້ພວກຄົນ​ເຂົ້າ
​ເມືອງ ທີ່​ເຂົາ​ເຈົ້າ​ຖືວ່າ ​ເປັນ​ພວກ​ລະ​ເມີດກົດໝາຍ​ນັ້ນ ​ໄດ້​ຮັບ​ສັນຊາດ.

ການ​ພະຍາຍາມ​ປະຕິ​ຮູບ​ກົດໝາຍຄົນ​ເຂົ້າ​ເມືອງ​ ໄດ້​ເປັນບັນຫາ​ຂັດ​ແຍ້​ງມາ​ເປັນ ​ເວລາ​ດົນ
ນານ​ຢູ່​ໃນ​ລັດຖະສະພາ ​ແລະ​ຍັງ​ບໍ່ເຄີຍ​ໄດ້​ຮັບການ​ປ່ຽນ​ແປງ​ທີ່​ສໍາຄັນໃດໆ ຕັ້ງ​ແຕ່​ປີ 1986 ​ເປັນ
ຕົ້ນມາ.

​ໃນ​ຂະນະ​ທີ່ຄະນະ​ກໍາມະການຍຸຕິ​ທໍາຂອງສະພາ​ສູງ ​ເລີ້ມ​ທຳ​ການ​ອະ​ພິປາຍກັນ​ໃນ​ວັນ​ພະຫັດ​
ວານນີ້ ຝ່າ​ຍຄ້ານ​ຄົນ​ນຶ່ງ​ຕໍ່​ຮ່າງ​ກົດໝາຍດັ່ງກ່າວ ຄື​ສະມາຊິກ​ສະ ພາ​ສູງ Charles Grassley
ກ່າວ​ວ່າ ກົດໝາຍໃໝ່ໃດໆກໍຕາມ ​ບໍ່​ຄວນ “​ເຮັດ​ຜິ​ດຊໍ້າ​ຄືນ​ອີກແບບ​ເກົ່າ.” ຜູ້​ໃຫ້ການ​ສະໜັບ
ສະ​ໜູນກົດໝາຍໃໝ່ຄື​ສະມາຊິກສະ ພາ​ສູງ Charles Schumerກ່າວ​ວ່າ ຂໍ້​ສະເໜີນີ້ ​ບໍ່​ເປັນ​
ທີ່​ດີ​ເລີດ ​ແຕ່​ວ່າ ຈະ​ຊ່ວຍ​ຊຸກຍູ້​ເສດຖະກິດສະຫະລັດ ຊຶ່ງ​ເປັນ​ເສດຖະກິດທີ່​ໃຫຍ່​ສຸດ​ໃນ​ໂລກ.
XS
SM
MD
LG